ສິ່ງ​ຊ່ວຍ​ສຶກ​ສາ
ແຕ່ງ​ງານ, ການ​ແຕ່ງ​ງານ


ແຕ່ງ​ງານ, ການ​ແຕ່ງ​ງານ

ພັນທະ​ສັນ​ຍາ ຫລື ການ​ສັນ​ຍາ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ລະຫວ່າງ​ຊາຍ​ຄົນ​ໜຶ່ງ ແລະ ຍິງ​ຄົນ​ໜຶ່ງ ທີ່​ເຮັດ​ໃຫ້​ທັງ​ສອງ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ. ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ການ​ແຕ່ງ​ງານ (ຄພ 49:15).

ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ການ​ແຕ່ງ​ງານ

ການ​ແຕ່ງ​ງານ​ທີ່​ປະ​ຕິ​ບັດ​ພາຍ​ໃຕ້​ກົດ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ຖານະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ແມ່ນ​ສຳ​ລັບ​ຊີ​ວິດ​ມະຕະ ແລະ ຊົ່ວ​ນິ​ລັນ​ດອນ. ດັ່ງ​ນັ້ນ​ຊາຍ ແລະ ຍິງ​ທີ່​ມີ​ຄ່າ​ຄວນ ຈຶ່ງ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຢູ່​ໃນ​ພຣະ​ວິຫານ ໃນ​ການ​ແຕ່ງ​ງານ ທີ່​ຈະ​ເປັນ​ສາ​ມີ​ພັນ​ລະ​ຍາ​ສືບ​ຕໍ່​ໄປ​ຕະຫລອດ​ຊົ່ວ​ນິ​ລັນ​ດອນ.

ການ​ແຕ່ງ​ງານ​ກັບ​ຄົນ​ຕ່າງ​ສາດ​ສະ​ໜາ

ການ​ແຕ່ງ​ງານ​ລະຫວ່າງ​ຊາຍ ແລະ ຍິງ ຜູ້​ປະ​ຕິ​ບັດ ແລະ ນັບ​ຖື​ສາດ​ສະ​ໜາ​ທີ່​ແຕກ​ຕ່າງ​ກັນ.

ການ​ມີ​ເມຍ​ຫລາຍ​ຄົນ

ການ​ແຕ່ງ​ງານ​ຂອງ​ຜູ້​ຊາຍ​ກັບ​ຜູ້​ຍິງ​ຈຳນວນ​ສອງ ຫລື ຫລາຍ​ກວ່າ​ນັ້ນ​ໃນ​ຕອນ​ທີ່​ມີ​ຊີ​ວິດ​ຢູ່. ການ​ແຕ່ງ​ງານ​ເອົາ​ເມຍ​ຄົນ​ໜຶ່ງ​ແມ່ນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ມະນຸດ, ຍົກ​ເວັ້ນ​ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ໂດຍ​ການ​ເປີດ​ເຜີຍ (ຢຄ 2:27–30). ໂດຍ​ການ​ເປີດ​ເຜີຍ, ການ​ເອົາ​ເມຍ​ຫລາຍ​ຄົນ​ໄດ້​ຖືກ​ອະ​ນຸ​ຍາດ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ ແລະ ໃນ​ໄລ​ຍະ​ຕອນ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ໂດຍ​ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ ຜູ້​ດຳ​ລົງ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ (ຄພ 132:34–40, 45). ບໍ່​ມີ​ການ​ປະ​ຕິ​ບັດ​ກັນ​ອີກ​ຢູ່​ໃນ​ສາດ​ສະ​ໜາ​ຈັກ (ຂປ 1); ທຸກ​ວັນ​ນີ້, ການ​ມີ​ເມຍ​ຫລາຍ​ກວ່າ​ໜຶ່ງ​ຄົນ ບໍ່​ເໝາະ​ສົມ​ກັບ​ການ​ເປັນ​ສະມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.