ສິ່ງ​ຊ່ວຍ​ສຶກ​ສາ
ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ


ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ເປັນ​ຖານະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ ຫລື ຍິ່ງ​ໃຫຍ່​ກວ່າ; ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ເປັນ​ຖານະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ. ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ປະກອບ​ດ້ວຍ​ຂໍ​ກະແຈ ແຫ່ງ​ພອນ​ທາງ​ວິນ​ຍານ​ຂອງ​ສາດ​ສະ​ໜາ​ຈັກ. ຜ່ານ​ພິ​ທີ​ການ​ຕ່າງໆ​ຂອງ​ຖານະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ, ອຳນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ໄດ້​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ມະນຸດ (ຄພ 84:18–25; 107:18–21).

ທຳ​ອິດ ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຖານະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ​ນີ້​ແກ່​ອາດາມ. ປິ​ຕຸ ແລະ ສາດ​ສະ​ດາ ໃນ​ທຸກ​ຍຸກ ທຸກ​ສະ​ໄໝ​ມີ​ສິດ​ອຳນາດ​ນີ້ (ຄພ 84:6–17). ຕອນ​ທຳ​ອິດ ມັນ​ຖືກ​ເອີ້ນ​ວ່າ​ຖານະ​ປະ​ໂລ​ຫິດ​ທີ່​ສັກ​ສິດ, ຕາມ​ລະບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຕໍ່​ມາ​ມັນ​ຖືກ​ຮູ້​ຈັກ​ກັນ​ວ່າ ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ (ຄພ 107:2–4).

ເມື່ອ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ສິດ​ທິ​ພິ​ເສດ ແລະ ພັນທະ​ສັນ​ຍາ ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອົາ​ກົດ​ທີ່​ສູງ​ກວ່າ​ໄປ​ຈາກ​ພວກ​ເຂົາ ແລະ ໄດ້​ປະທານ​ຖານະ​ປະ​ໂລ​ຫິດ ແລະ ກົດ​ທີ່​ຕ່ຳ​ກວ່າ​ໃຫ້​ແກ່​ພວກ​ເຂົາ (ຄພ 84:23–26). ທັງ​ສອງ​ເອີ້ນ​ວ່າ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ກົດ​ຂອງ​ໂມເຊ. ເມື່ອ​ພຣະ​ເຢຊູ​ໄດ້​ມາ​ສູ່​ໂລກ, ພຣະ​ອົງ​ໄດ້​ນຳ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຄືນ​ມາ​ໃຫ້​ຊາວ​ຢິວ ແລະ ເລີ່ມ​ຕົ້ນ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ໃນ​ບັນ​ດາ​ພວກ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖານະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ ໄດ້​ສູນ​ເສຍ​ໄປ​ອີກ​ເພາະ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ຕໍ່​ມາ ມັນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຜ່ານ​ໂຈເຊັບ ສະມິດ, ຜູ້ລູກ (ຄພ 27:12–13; 128:20; ຈສ—ປ 1:73).

ພາຍ​ໃນ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ນັ້ນ​ມີ ຕຳ​ແໜ່ງ​ຂອງ ແອວເດີ, ມະຫາ​ປະ​ໂລ​ຫິດ, ປິ​ຕຸ, ສາວົກ​ເຈັດ​ສິບ, ແລະ ອັກຄະ​ສາວົກ (ຄພ 107). ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ຈະ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ສະເໝີ​ໄປ.

ປະທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ປະທານ​ຂອງ​ຖານະ​ປະ​ໂລ​ຫິດ​ທີ່​ສູງ​ກວ່າ ຫລື ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ແລະ ເພິ່ນ​ມີ​ຂໍ​ກະແຈ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ນາ​ຈັກ ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຕຳ​ແໜ່ງ​ຂອງ​ປະທານ​ແມ່ນ​ສຳ​ລັບ​ຄົນ​ດຽວ​ເທົ່າ​ນັ້ນ, ແລະ ເພິ່ນ​ເປັນ​ພຽງ​ຄົນ​ດຽວ​ຢູ່​ໃນ​ໂລກ​ນີ້ ທີ່​ໄດ້​ຮັບ​ສິດ​ອຳນາດ​ໃຫ້​ໃຊ້​ຂໍ​ກະແຈ​ທັງ​ໝົດ​ຂອງ​ຖານະ​ປະ​ໂລ​ຫິດ (ຄພ 107:64–67; 132:7).