​2010–2019
ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍລິສຸດ
ເດືອນ​ເມສາ 2017


​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍລິສຸດ

ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ໄດ້​ຈັດ​ຫາ​ສິ່ງ​ທີ່​ຈຳ​ເປັນ​ໄວ້​ສຳລັບ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ກາຍ​ເປັນ​ຄົນ​ບໍລິສຸດ ດັ່ງ​ພຣະອົງ.

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າຕຽມ​ສຳລັບ​ກອງ​ປະຊຸມ​ນີ້, ​ໃຈ​ຂອງ​ຂ້າພະ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ເອື້ອຍ​ນ້ອງ​ທີ່​ຊື່ສັດ​ຫລາຍ​ຄົນ ຜູ້​ທີ່​ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ, ທັງ​ໃກ້ ​ແລະ ​ໄກ. ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ​ເຂົາ​ເຈົ້າ​ໄດ້​ຖືກ​ບັນຍາຍ​ໃນ​ທາງ​ດີ​ທີ່​ສຸດ ​ໃນ​ເພງ​ສັນລະ​ເສີນ ​ແຫ່ງ​ຄວາມ​ຂອບ​ຄຸນ ​ໂດຍ​ກະສັດ​ດາ​ວິດ ທີ່​ວ່າ: “ຈົ່ງ​ຍົກຍໍ​ພຣະນາມ​ອັນ​ຄວນ​ຂອງ​ພຣະອົງ ​ແດ່​ພຣະຜູ້​ເປັນ​ເຈົ້າ: ຈົ່ງ​ນຳ​ເຄື່ອງ​ບູຊາ ​ແລະ ມາ​ເຂົ້າ​ເຝົ້າພຣະອົງ: ຈົ່ງ​ນະມັດສະການ​ພຣະຜູ້​ເປັນ​ເຈົ້າ ດ້ວຍ​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍ​ລິ​ສຸດ.”1

ຂ້າພະ​ເຈົ້າ​ເຫັນ​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍລິສຸດ ​ໃນ​ບັນດາ​ເອື້ອຍ​ນ້ອງ ຜູ້ຈົດ​ຈໍ່​ຢູ່​ທີ່​ທຸກ​ສິ່ງ​ທີ່​ດີ, ຜູ້​ຢາກ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເຂົາ​ເຈົ້າ​ໄດ້​ຖວາຍ​ດ້ວຍ​ສຸດຈິດ​ວິນ​ຍານ​, ສຸດໃຈ, ພະລັງ, ຄວາມ​ນຶກ​ຄິດ​, ​ແລະ ກຳລັງ​ຂອງ​​ເຂົາ​ເຈົ້າ ຕໍ່​ພຣະຜູ້​ເປັນ​ເຈົ້າ ​ໃນ​ທາງ​ທີ່​ເຂົາ​ເຈົ້າດຳລົງ​ຊີວິດ​ໃນ​ແຕ່​ລະ​ວັນ.2 ​ຄວາມ​ບໍລິສຸດ​ມາ​ຈາກ​ຄວາມ​ພະຍາຍາມ ​ແລະ ການ​ດີ້ນ​ລົນ ທີ່​ຈະ​ຮັກສາ​ພຣະບັນຍັດ ​ແລະ ​ໃຫ້​ກຽດ​ແກ່​ພັນທະ​ສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ. ຄວາມ​ບໍລິສຸດ​ຄື​ການ​ເລືອກ​ທີ່​ຈະ​ຮັກສາ​ພຣະວິນ​ຍານ​ບໍລິສຸດ​ໄວ້​ເປັນ​ຜູ້ນຳ​ພາ.3 ຄວາມ​ບໍລິສຸດ​ຄື​ການ​ບໍ່​ໂນ່ມອຽງ​ຕາມ​ທຳ​ມະ​ຊາດ ​ແລະ ຄື​ການກາຍ​ເປັນ​ໄພ່ພົນ​ຂອງ​ພຣະ​ເຈົ້າ ​ໂດຍການ​ຊົດ​ໃຊ້​ຂອງອົງ​ພຣະຄຣິດ.”4 “ທຸກ​ເວລາ​ໃນ [ຊີວິດ​ຂອງ​ເຮົາ] ​ຈະ​ຕ້ອງ​ເປັນ​ການຖວາຍ​ແດ່​ອົງ​ພຣະຜູ້​ເປັນ​ເຈົ້າ.”5

ພຣະ​ເຈົ້າ​ແຫ່ງ​ສະຫວັນ ບັນຊາ​ເຊື້ອສາຍ​ອິດສະຣາ​ເອນ​ວ່າ, “​ເຮົາ​ແມ່ນ​ພຣະຜູ້​ເປັນ​ເຈົ້າ ພຣະ​ເຈົ້າຂອງ​ພວກ​ເຈົ້າ: ພວກ​ເຈົ້າຕ້ອງ​ບໍລິສຸດ ​ເພາະ​ເຮົາ​ບໍລິສຸດ: ຢ່າ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ມົນທິນ.”6

​ແອວ​ດີ ​ດີ ທອດ ຄຣິດສະ​ໂຕ​ເຟີ​ສັນ ​ໄດ້​ສອນ​ວ່າ, ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ເປັນ​ພຣະ​ເຈົ້າທີ່​ມີ​ຄວາມ​ຄາດ​ຫວັງ​ສູງ. … ພຣະອົງສະ​ເໜີ​ ເຮັດ​ໃຫ້​ເຮົາ​ບໍລິສຸດ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຢູ່​ໃນ​ລັດສະໝີ​ພາບ​ຊັ້ນສູງ (ເບິ່ງ D&C 88:22) ​ແລະ ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະອົງ (ເບິ່ງ Moses 6:57).7 ປຶ້ມ Lectures on Faith ອະທິບາຍ​ວ່າ, ບໍ່​ມີ​ມະນຸດ​ຄົນ​ໃດ ສາມາດ​ຊື່ນ​ຊົມ​ກັບ​ລັດສະໝີ​ພາບ​ຂອງ​ຕົນ ປາດ​ສະ​ຈາກ​ການ​ໄດ້​ຮັບ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ ​ແລະ ຄວາມ​ບໍລິສຸດ​ເສຍ​ກ່ອນ. ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ຮູ້ຈັກ​ເຮົາ.8 ພຣະອົງ​ຮັກ​ເຮົາ ​ແລະ ພຣະອົງ​ໄດ້​ຈັດ​ຫາ​ສິ່ງ​ທີ່​ຈຳ​ເປັນ​ໄວ້​ສຳລັບ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ກາຍ​ເປັນ​ຄົນ​ບໍລິສຸດ ດັ່ງ​ພຣະອົງ.

​ເຮົາ​ເປັນ​ທິດາ​ຂອງ​ພຣະບິດາ​ເທິງ​ສະຫວັນ, ​ແລະ ​ເຮົາ​ແຕ່ລະຄົນ​ມີມໍ​ລະ​ດົກ​​ແຫ່ງ​ສະຫວັນທີ່​ບໍລິສຸດ. ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ​ໄດ້​ປະກາດ​ວ່າ, ພຣະອົງຄື​ພຣະ​ເຈົ້າ ພຣະຜູ້​ບໍລິສຸດ​ຄື​ນາມ​ຂອງ​ພຣະອົງ.9 ​ໃນ​ໂລກ​ກ່ອນຊ່ວງ​ມະຕະ, ​ເຮົາ​ຮັກ​ພຣະບິດາ ​ແລະ ນະມັດສະການ​ພຣະອົງ. ​ເຮົາ​ຢາກ​ເປັນ​ເໝືອນ​ດັ່ງ​ພຣະອົງ. ​ເປັນ​ເພາະ​ຄວາມ​ຮັກ​ຂອງ​ຜູ້​ເປັນ​ພຣະບິດາ, ພຣະອົງ​ຈຶ່ງ​ໄດ້​ປະທານ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ​ໃຫ້​ມາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່ຂອງ​ເຮົາ. ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະຜູ້​ບໍລິສຸດ.10 ​ພຣະຜູ້​ບໍລິສຸດຄື​ພຣະນາມຂອງ​ພຣະອົງ,11 ພຣະຜູ້​ບໍລິສຸດ​ຂອງ​ອິດສະຣາ​ເອນ.12

ຄວາມ​ຫວັງ​ຂອງ​ເຮົາ​ສຳລັບ​ຄວາມ​ບໍລິສຸດ ​ຄື​ການ​ຈົດ​ຈໍ່​ຢູ່​ທີ່​ພຣະຄຣິດ, ​ໃນ​ຄວາມ​ເມດ​ຕາ​ ​ແລະ ​ໃນ​ພຣະຄຸນ​ຂອງ​ພຣະອົງ. ດ້ວຍ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ ​ແລະ ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະອົງ, ​ເຮົາ​ອາດ​ຖືກ​ເຮັດ​ໃຫ້​ສະອາດ ປາດ​ສະ​ຈາກ​ດ່າງ​ພອຍ, ​ເມື່ອ​ເຮົາບໍ່​ຍອມຮັບຄວາມ​ບໍ່​ເປັນ​ເໝືອນ​ພຣະ​ເຈົ້າທັງ​ໝົດ13 ​ແລະ ກັບ​ໃຈ​ຢ່າງ​ຈິງ​ໃຈ. ​ເຮົາ​ໄດ້​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ​​ເພື່ອການ​ປົດ​ບາບ. ຈິດ​ວິນ​ຍານ​ຂອງ​ເຮົາ​ໄດ້​ຖືກ​ຊຳລະໃຫ້​ບໍລິສຸດ ​ເມື່ອ​ເຮົາ​ເປີດ​ໃຈ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ. ທຸກ​ອາທິດ, ​ເຮົາ​ຮັບ​ສ່ວນ​ຂອງ​ພິທີສິນ​ລະ​ລຶກ. ​ໃນ​ວິນ​ຍານ​ແຫ່ງ​ການ​ກັບ​ໃຈ ​ໂດຍ​ມີ​ຄວາມ​ປາດ​ຖະໜາ​ສຳລັບ​ຄວາມ​ຊອບ​ທຳ, ​ເຮົາ​ເຮັດ​ພັນທະ​ສັນຍາ​ວ່າ ​ເຮົາ​ເຕັມ​ໃຈ​ຮັບ​ພຣະນາມ​ຂອງ​ພຣະຄຣິດ, ລະນຶກ​ເຖິງ​ພຣະອົງ​, ​ແລະ ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ເພື່ອ​ເຮົາ​ຈະ​ມີ​ພຣະວິນ​ຍານ​ຂອງ​ພຣະອົງ​ຢູ່​ດ້ວຍ​ຕະຫລອດ​ເວລາ. ​ເມື່ອ​ເວລາ​ຜ່ານ​ໄປ ​​ເມື່ອ​ເຮົາ​ພະຍາຍາມ​ສະ​ເໝີ​ ທີ່​ຈະກາຍ​​ເປັນໜຶ່ງ​ດັ່ງ​ພຣະບິດາ, ພຣະບຸດ, ​ແລະ ພຣະວິນ​ຍານ​ບໍລິສຸດ, ​ເຮົາຈະ​ກາຍ​ເປັນ​ຜູ້​ຮັບ​ທຳ​ມະ​ຊາດ​ແຫ່ງ​ສະຫວັນ​ຂອງ​ພວກ​ພຣະອົງ.14

ຄວາມ​ບໍລິສຸດ​ຄື​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ

​ເຮົາ​ຮັບ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ທົດ​ສອບ, ການ​ລໍ້​ລວງ, ຄວາມທຸກ​ຍາກ​ລຳບາກ ວ່າ​ສາມາດ​ດຶງ​ເຮົາ​ອອກ​ຈາກ​ທຸກ​ສິ່ງ ທີ່​ເປັນຄຸນ​ນະ​ທຳ ​ແລະ ຄວນ​ສັນລະ​ເສີນ ຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ. ​ແຕ່​ປະສົບ​ການ​ໃນ​ຊ່ວງ​ມະຕະ ຈະ​ໃຫ້​ໂອກາດ​ເຮົາ​ເລືອກ​ເອົາ​ຄວາມ​ບໍລິສຸດ. ສ່ວນ​ຫລາຍ​ແລ້ວ ມັນ​ແມ່ນ​ການ​ເສຍ​ສະລະ ທີ່​ເຮົາ​ໄດ້​ເຮັດ ​ເພື່ອ​ຮັກສາ​ພັນທະ​ສັນຍາຂອງ​ເຮົາ ​ທີ່​ຊຳລະ​ເຮົາ ​ແລະ ​ເຮັດ​ໃຫ້​ເຮົາ​ບໍລິສຸດ.

ຮູບ​ພາບ
ອີ​ວານ​ຈີ​ລີນ, ຍິງໜຸ່ມ​ຢູ່​ປະ​ເທດ​ກາ​ນາ

ຂ້າພະ​ເຈົ້າ​ໄດ້​ເຫັນ​ຄວາມ​ບໍລິສຸດ​ຢູ່​ໃນ​ໃບ​ໜ້າ​ຂອງ​ນາງ ອີ​ວານ​ຈີ​ລີ​ນ, ອາຍຸ 13 ປີ ຢູ່​ປະ​ເທດກາ​ນາ. ວິທີ​ໜຶ່ງ​ທີ່​ນາງ​ຮັກສາ​ພັນທະ​ສັນຍາ​ຂອງ​ນາງ ​ແມ່ນໂດຍ​ການ​ຂະຫຍາຍ​ການ​ເອີ້ນ​ຂອງ​ນາງ ​ໃນ​ຖານະ​ເປັນ ປະທານ​ຫ້ອງດາ​ລຸ​ນີ. ນາງ​ໄດ້​ອະທິບາຍ​ຢ່າງ​ຖ່ອມຕົວ​ວ່າ ນາງ​ໄດ້​ໄປ​ຢາມ​ເຮືອນ​ໝູ່​ເພື່ອນ, ​ເປັນ​ຍິງ​ໜຸ່ມ​ທີ່​ບໍ່​ເຂັ້ມ​ແຂງ, ​ເພື່ອ​ເວົ້າລົມ​ກັບ​ພໍ່​ແມ່ຂອງ​ພວກ​ນາງ ​ເພື່ອ​ຂໍ​ໃຫ້​ເຂົາ​ເຈົ້າອະນຸຍາດ​ໃຫ້ພວກ​ນາງ​​ໄປ​ໂບດ. ​ເຂົາ​ເຈົ້າ​ໄດ້​ບອກ​ນາງວ່າ ມັນ​ເປັນ​ເລື່ອງ​ຍາກ ​ເພາະ​ວັນ​ອາທິດ​ລູກໆ​ຕ້ອງ​ເຮັດ​ວຽກ​ບ້ານ. ສະນັ້ນ ນາງອີ​ວານ​ຈີ​ລີນ ຈຶ່ງ​ໄດ້​ໄປ​ຊ່ວຍ​ເຮັດ​ວຽກ​ບ້ານ, ​ແລະ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ນາງ ​ໝູ່​ເພື່ອນ​ຂອງ​ນາງ​ຈຶ່ງ​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ໂບດ.

​ຖ້າ​ຫາກ​ເຮົາ​ຈະ​ຮັກສາ​ພັນທະ​ສັນຍາ​ທີ່​ກ່ຽວ​ພັນ​ກັນ​ນີ້, ​ແລ້ວ​ພິທີການຂອງ​ຖານະ​ປະ​ໂລຫິດ​ສັກສິດຈະ​ປ່ຽນ​ແປງ​ເຮົາ, ຊຳລະ​ເຮົາ, ​ແລະ ຕຽມ​ເຮົາ​ເພື່ອ​ເຂົ້າ​ໄປ​ໃນ​ທີ່​ປະ​ທັບ​ຂອງ​ພຣະຜູ້​ເປັນ​ເຈົ້າ.15 ​ສະນັ້ນ, ເຮົາ​ແບກຫາບ​ພາລະ​ຂອງ​ກັນ​ແລະ​ກັນ; ​ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ. ​ເຮົາ​ໄດ້​ຮັບ​ການ​ປົດ​ບາບ​ເມື່ອ​ເຮົາ​ຊ່ວຍ​ບັນ​ເທົາ​ຄົນ​ຍາກຈົນ, ຄົນ​ຫິວ​ໂຫຍ, ຄົນ​ເປືອຍ​ເປົ່າ, ​ແລະ ຄົນ​ເຈັບ​ປ່ວຍ ທາງ​ວິນ​ຍານ ​ແລະ ທາງ​ໂລກ.16 ​ເຮົາ​ຮັກສາ​ຕົວ​ເອງຈາກ​ການ​ດ່າງ​ພອຍ​ຂອງ​ໂລກ ​ເມື່ອ​ເຮົາ​ຮັກສາ​ວັນ​ຊະບາ​ໂຕ ​ແລະ ຮັບ​ສ່ວນ​ສິນລະ​ລຶກຢ່າງ​ມີຄ່າ​ຄວນ ​ໃນ​ວັນ​ສັກສິດ​ຂອງ​ພຣະ​ເຈົ້າ.17

​ເຮົາ​ເປັນ​ພອນ​ໃຫ້​ແກ່​ຄອບຄົວ ​ແລະ ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ບ່ອນ​ສັກສິດ. ​ເຮົາ​ຕ້ອງ​ຄວບ​ຄຸມ​ກິ​ເລດ​ຕັນຫາ​ທັງ​ໝົດ​ຂອງ​ເຮົາ ​ເພື່ອ​ເຮົາ​ຈະ​ເຕັມ​ໄປ​ດ້ວຍຄວາມ​ບໍ​ລິ​ສຸດ ​ແລະ ​ຄວາມ​ຮັກອັນ​ຍືນ​ຍົງ.18 ​ເຮົາ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ​ໃນ​ຄວາມ​ກະລຸນາ, ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ຢືນ​ເປັນ​ພະຍານ​ຂອງ​ພຣະ​ເຈົ້າ. ​ເຮົາ​ກາຍ​ເປັນ​ຜູ້​ຄົນ​ຊີ​ໂອນ, ມີ​ໃຈ​ດຽວ ​ແລະ ຄວາມ​ນຶກ​ຄິດ​ດຽວ, ​ເປັນ​ຄົນ​ບໍລິ​ສຸດຜູ້​ຢູ່​ນຳ​ກັນ ​ໃນຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແລະ ດຳລົງ​ຢູ່​ໃນ​ຄວາມ​ຊອບ​ທຳ.19 “ເພາະ​ຊີ​ໂອນ​ຕ້ອງ​ເພີ່ມ​ພູນ​ໃນ​ຄວາມ​ສວຍ​ງາມ ​ແລະ ​ໃນ​ຄວາມ​ສັກສິດ.”20

​ເອື້ອຍ​ນ້ອງ​ທັງຫລາຍ, ຈົ່ງ​​ໄປ​ພຣະ​ວິຫານ. ຖ້າ​ຫາກ​ເຮົາ​ຢາກ​ເປັນ​ຄົນ​ບໍລິສຸດ ຕຽມ​ທີ່​ຈະ​ຕ້ອນຮັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໃນ​ການສະ​ເດັດ​ມາ​ຂອງ​ພຣະອົງ, ​ແລ້ວ​ເຮົາ​ຕ້ອງ​ລຸກ​ຂຶ້ນ ​ແລະ ສວມ​ອາພອນ​ທີ່​ສວຍ​ງາມ.21 ​ໃນ​ຄວາມ​ເຂັ້ມ​ແຂງ ​ແລະ ​ເປັນ​ກຽດ, ​ເຮົາ​ປະ​ຖິ້ມ​ວິທີ​ທາງ​ຂອງ​ໂລກ ​ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະ “ຖືກ​ຫຸ້ມ​ຫໍ່​ໄວ້​ດ້ວຍ​ຄວາມ​ບໍລິສຸດ, ​ແທ້​ຈິງ​ແລ້ວ, ​ແມ່ນ​ດ້ວຍ​ເສື້ອ​ຄຸມ​ແຫ່ງ​ຄວາມ​ຊອບ​ທຳ.”22

ຄວາມ​ບໍລິສຸດ ​ຄື​ການ​ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ​ເປັນ​ຜູ້ນຳ​ພາ​ຂອງ​ເຮົາ

ຄວາມ​ບໍລິສຸດ ຄື​ຂອງປະທານ​ແຫ່ງ​ພຣະວິນ​ຍານ. ​ເຮົາ​ຮັບ​ເອົາ​ຂອງ​ປະທານ ​ເມື່ອ​ເຮົາ​ເລືອກ​ເຮັດ​ສິ່ງ​ທີ່​ຈະເພີ່ມ​ຄວາມ​ບໍລິສຸດ​ໃຫ້​ແກ່​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ໃນ​ຊີວິດ​ຂອງ​ເຮົາ.

ຮູບ​ພາບ
ນາງ​ມາຣີ​ໄດ້​ຍິນ​ພຣະຄຳ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

​ເມື່ອ​ນາງມາ​ທາ ​ໄດ້​ຮັບ​ເອົາ​ພຣະ​ເຢຊູ​ຄຣິດ ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ນາງ, ນາງ​ຮູ້ສຶກ​ວ່າ ຢາກ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ນາງ. ​ມາ​ຣີ ນ້ອງ​ສາວ​ຂອງ​ນາງ ​ໄດ້​ເລືອກ​ທີ່​ຈະ​ນັ່ງ “ຢູ່​ໃກ້​ພຣະບາດ​ຂອງ​ພຣະ​ເຢຊູ” ​ແລະ ຟັງ​ພຣະອົງ​ເວົ້າ. ​ເມື່ອ​ນາງ​ມາ​ທາ ຮູ້ສຶກ​ໜັກ​ໃຈ​ທີ່​ບໍ່​ມີ​ໃຜ​ຊ່ວຍ​ນາງ​ຮັບ​ໃຊ້, ນາງ​ຈຶ່ງ​ໄດ້​ຈົ່ມ​ ວ່າ, “ພຣະອົງ​ເຈົ້າ​ເອີຍ,​ ທ່ານ​ບໍ່​ສົນ​ໃຈ​ບໍ​ທີ່​ນ້ອງ​ສາວ​ຂອງ​ຂ້ານ້ອຍ ປະ​ໃຫ້​ຂ້ານ້ອຍ​ເຮັດ​ວຽກ​ທັງ​ໝົດ​ນີ້​ແຕ່​ຜູ້​ດຽວ?”

​ຂ້າພະ​ເຈົ້າມັກ​ການ​ກ່າວ​ຕຳນິທີ່​ອ່ອນ​ໂຍນທີ່​ສຸດ​ ຊຶ່ງ​ຂ້າພະ​ເຈົ້າ​ເຄີຍ​ໄດ້​ຍິນ​ມາ. ດ້ວຍ​ຄວາມ​ຮັກ​ອັນ​ບໍລິບູນ​ ​ແລະ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ອັນ​ເປັນນິດ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ:

“ມາ​ທາ, ມາ​ທາ​ເອີຍ, ​ເຈົ້າກັງວົນ ​ແລະ ມົວ​ວຸ້ນວາຍ​ຢູ່​ກັບ​ຫລາຍ​ສິ່ງ​ແທ້​ໜໍ:

“ສິ່ງ​ທີ່​ຈຳ​ເປັນນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ: ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ​ແລະ ຜູ້​ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່​ໄດ້.”23

​ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ເຮົາ​ເປັນ​ຄົນ​ບໍລິສຸດ, ​ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ນັ່ງ​ຢູ່​​ໃກ້​ພຣະບາດ​ຂອງ​ພຣະ​ຜູ້​ບໍລິສຸດ​ຂອງ​ອິດ​ສະຣາ​ເອນ ​ແລະ ​ໃຫ້​ເວລາ​ຕໍ່​ຄວາມ​ບໍລິສຸດ. ​ເຮົາ​ໄດ້​ວາງ​ມື​ຖື​, ລາຍການ​ທີ່​ຕ້ອງ​ເຮັດ, ​ແລະ ຄວາມ​ເປັນ​ຫ່ວງ​ໃນ​ໂລກ ລົງ​ໄວ້​ແລ້ວ​ບໍ? ​ການ​ອະທິຖານ, ​ການສຶກສາ, ​ແລະ ​ການເຊື່ອ​ຟັງ​ພຣະຄຳ​ຂອງ​ພຣະ​ເຈົ້າ ​ເຊື້ອ​ເຊີນ​ຄວາມ​ຮັກ​ທີ່​ຊຳລະ​ໃຫ້​ສະອາດ ​ແລະ ປິ່ນປົວ​ຂອງ​ພຣະ​ເຈົ້າ ​ເຂົ້າມາ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ. ຂໍ​ໃຫ້​ເຮົາຈົ່ງ​ຫາ​ເວລາ​ເພື່ອ​ຄວາມ​ບໍລິສຸດ ​ເພື່ອ​ວ່າ​ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນ​ຍານ​ທີ່​ສັກສິດ, ​ແລະ ​​ການ​ຊຳລະ​ໃຫ້​ສະອາດ​ຂອງ​ພຣະອົງ. ​ໂດຍ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນ​ຜູ້ນຳ​ພາຂອງ​ເຮົາ, ​ເຮົາ​ຈະ​ຕຽມ​ພ້ອມ ​ເພື່ອ​ຕ້ອນ​ຮັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໃນ​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍລິສຸດ.24

ຄວາມ​ບໍລິ​ສຸດ ຄື​ການ​ກາຍ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ

ອີງ​ຕາມ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ກະສັດ​ເບັນ​ຢາ​ມິນ, ຜູ້​ຄົນ​ທີ່​ກາຍ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ​ເປັນ​ບຸກຄົນ​ທີ່ບອກ​ລອນ​ສອນ​ງ່າຍ, ອ່ອນ​ໂຍນ, ຖ່ອມຕົວ, ອົດທົນ, ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ດັ່ງ​ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ​ເປັນ.25 ​ເພິ່ນ​ໄດ້​ທຳນາຍ​ວ່າ ພຣະ​ເຢຊູ​ຄຣິດ, “ພຣະຜູ້​ເປັນ​ເຈົ້າອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຜູ້​ຄອບ​ຄອງ, ຜູ້​ເປັນ​ມາ​ແລ້ວ ​ແລະ ​ເປັນ​ຢູ່​ຈາກ​ຊົ່ວ​ນິລັນດອນ​ເຖິງ​ຊົ່ວ​ນິລັນດອນ ຈະ​ສະ​ເດັດ​ຈາກ​ສະຫວັນ​ລົງ​ມາ​ຢູ່​ໃນ​ບັນດາ​ລູກ​ຫລານ​ມະນຸດ, ​ແລະ ຈະ​ຢູ່​ໃນ​ຮ່າງກາຍ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ.” ພຣະອົງ​ໄດ້​ມາ​ເພື່ອ​ໃຫ້​ພອນແກ່​ຄົນ​ເຈັບ​ປ່ວຍ, ​ເປັນ​ລ່ອຍ, ຫູໜວກ, ​ແລະ ຕາບອດ, ​ແລະ ​ໄດ້​ນຳ​ຄົນ​ທີ່​ຕາຍ​ແລ້ວ ຄືນ​ມາ​ມີ​ຊີວິດ. ​ແຕ່​ພຣະອົງ​ໄດ້​ຮັບ​ທຸກ​ທໍລະ​ມານ “ຫລາຍ​ກວ່າ​ມະນຸດ​ຈະ​ທົນ​ໄດ້, ນອກ​ຈາກ​ຈະ​ເຖິງ​ແກ່​ຄວາມ​ຕາຍ.”26 ​ແລະ ​ເຖິງ​ແມ່ນ​ພຣະ​ອົງ​ເປັນ​ພຽງຜູ້​ດຽວ ຊຶ່ງ​ຜ່ານ​ທາງ​ພຣະອົງ ຄວາມ​ລອດ​ຈຶ່ງ​ມີ​ມາ, ພຣະອົງ​ໄດ້​ຖືກ​ເຍາະ​ເຍີ້ຍ, ຖືກ​ຂ້ຽນຕີ, ​ແລະ ຖືກ​ຄຶງ. ​ແຕ່​ພຣະບຸດ​ຂອງ​ພຣະ​ເຈົ້າ ​ໄດ້​ລຸກຂຶ້ນ​ຈາກ​ຫລຸມ​ສົບ ​ເພື່ອ​ວ່າ​ເຮົາ​ທຸກ​ຄົນ ຈະ​ເອົາ​ຊະນະ​ຄວາມ​ຕາຍ. ພຣະອົງ​ເປັນ​ຜູ້​ດຽວ ທີ່ຈະ​ຢືນ​ພິ​ພາກສາ​ໂລກ ​ໃນ​ຄວາມ​ຊອບ​ທຳ. ພຣະອົງ​ເປັນ​ຜູ້​ດຽວ ທີ່​ຈະ​ໄຖ່​ເຮົາ​ທຸກ​ຄົນ. ພຣະອົງ​ເປັນ​ພຣະຜູ້​ບໍລິສຸດ​ຂອງ​ອິດ​ສະຣາ​ເອນ. ພຣະ​ເຢຊູ​ຄຣິດ​ເປັນ​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍລິສຸດ.

ຕອນ​ຜູ້​ຄົນ​ຂອງກະສັດ​ເບັນ​ຢາ​ມິນ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ເພິ່ນ, ພວກ​ເຂົາ​ໄດ້​ລົ້ມລົງ​ຢູ່ກັບ​ພື້ນ​ດິນ ດ້ວຍ​ຄວາມ​ຖ່ອມຕົວ​ ​ແລະ ຄວາມ​ຄາລະວະ ຫລາຍ​ທີ່​ສຸດ ຕໍ່​ພຣະຄຸນ ​ແລະ ລັດ​ສະໝີ​ພາບ​ຂອງ​ພຣະ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ຮັບ​ຮູ້​ສະພາບ​ແຫ່ງ​ກາມ​ມະ​ລົມ​ຂອງ​ຕົນ. ​ເຮົາ​ເຫັນ​ບໍ​ວ່າ ​ເຮົາ​ຕ້ອງ​ເພິ່ງ​ອາ​ໄສ​ພຣະຄຸນ ​ແລະ ພຣະ​ເມດ​ຕາ​ຂອງ​ອົງ​ພຣະ​ຄຣິດ ອົງ​ເປັນ​ພຣະຜູ້​ເປັນ​ເຈົ້າຂອງ​ເຮົາ​ຫລາຍ​ຂະໜາດ​ໃດ? ​ເຮົາ​ຮັບ​ຮູ້​ບໍ​ວ່າ ຂອງ​ປະທານ​ທີ່​ດີ​ທຸກ​ຢ່າງ, ທາງ​ໂລກ ​ແລະ ທາງ​ວິນ​ຍານ, ມາ​ສູ່​ເຮົາ ຜ່ານ​ທາງ​ພຣະຄຣິດ? ​ເຮົາ​ຈື່ຢູ່​ບໍ​ວ່າ ອີງ​ຕາມ​ແຜນ​ແຫ່ງ​ນິລັນດອນ​ຂອງ​ພຣະບິດາ, ສັນຕິ​ສຸກ​ໃນ​ຊີວິດ​ນີ້ ​ແລະ ລັດ​ສະໝີ​ພາບ​ຂອງ​ນິລັນດອນ ຈຶ່ງ​ເປັນ​ຂອງ​ເຮົາ ​ ຜ່ານ​ທາງ​ພຣະ​ຜູ້​ບໍລິສຸດ​ຂອງ​ພຣະອົງ?

ຂໍ​ໃຫ້​ເຮົາ​ຈົ່ງ​ເຂົ້າຮ່ວມ​ກັບ​ຜູ້​ຄົນ​ຂອງ​ກະສັດ​ເບັນ​ຢາ​ມິນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຮ້ອງ​ອອກ​ມາ ດ້ວຍ​ສຽງ​ດຽວ​ກັນ​ວ່າ, “ໂອ້ ຂໍ​ຊົງ​ໂປດ​ເມດ​ຕາ ​ແລະ ​ໂປດ​ໃຊ້​ໂລຫິດ​ທີ່​ຊົດ​ໃຊ້ຂອງ​ພຣະຄຣິດ ​ເພື່ອ​ພວກ​ຂ້ານ້ອຍ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ພວກ​ຂ້ານ້ອຍ, ​ແລະ ​ເພື່ອ​ໃຈ​ຂອງ​ພວກ​ຂ້ານ້ອຍ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ; ​ເພາະ​ພວກ​ຂ້ານ້ອຍ​ເຊື່ອ​ໃນ​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ, ຜູ້​ໄດ້​ສ້າງ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ, ​ແລະ ​ທຸກ​ຢ່າງ.”27

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເມື່ອເຮົາ​ມາ​ຫາ​ພຣະຜູ້​ບໍລິສຸດ​ແຫ່ງ​ອິດສະຣາ​ເອນ, ​ແລ້ວພຣະວິນ​ຍານ​ຂອງ​ພຣະອົງ​ຈະ​ສະ​ເດັດ​ມາ​ໃນ​ເຮົາ ​ເພື່ອ​ວ່າ​ເຮົາ​ຈະເຕັມ​ໄປ​ດ້ວຍ​ຄວາມສຸກ, ​ແລະ ​ຮັບ​ເອົາການ​ປົດ​ບາບ ​ແລະ ​ຄວາມ​ສະຫງົບ​ໃນ​ຈິດ​ສຳ​ນຶກ.

ພຣະບິດາ​ເທິງ​ສະຫວັນ​ໄດ້​ປະທານ​ຄວາມ​ສາມາດ​ທີ່​ຈະ​ກາຍ​ເປັນ​ຜູ້​ສັກສິດ ​ໃຫ້​ແກ່​ເຮົາ​ແຕ່ລະຄົນ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ໃຫ້​ດີ​ທີ່​ສຸດ ​ໃນ​ການ​ຮັກສາ​ພັນທະ​ສັນຍາ​ຂອງ​ເຮົາ ​ແລະ ຮັບ​ເອົາ​ພຣະວິນ​ຍານ​ບໍລິສຸດ​ເປັນ​ຜູ້ນຳ​ພາ​ເຮົາ. ​ດ້ວຍສັດທາ​ໃນ​ພຣະ​ເຢຊູ​ຄຣິດ, ​ເຮົາ​ຈະກາຍ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ການ​ຊົດ​ໃຊ້ຂອງ​ພຣະອົງ, ​ເພື່ອ​ວ່າເຮົາ​ຈະ​ໄດ້​ຮັບຄວາມ​ເປັນ​ອະມະຕະ ​ແລະ ຊີວິດ​ນິລັນດອນ ​ແລະ ຍົກຍໍ​ພຣະນາມ​ອັນ​ຄວນ​ຂອງ​ພຣະອົງ ​ແດ່​ພຣະຜູ້​ເປັນ​ເຈົ້າ. ຂໍ​ໃຫ້ຊີວິດ​ຂອງ​ເຮົາ​ເປັນ​ເຄື່ອງ​ບູຊາ​ທີ່​ສັກສິດ​ຕະຫລອດ​ໄປ ​​ເພື່ອ​ວ່າເຮົາ​ຈະ​ຢືນ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ດ້ວຍ​ເຄື່ອງ​ປະດັບ​ແຫ່ງ​ຄວາມ​ບໍ​ລິ​ສຸດ. ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.