ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ, ປົກ​ປ້ອງ, ແລະ ກະ​ກຽມ​ເຮົາ​ສຳ​ລັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ, ປົກ​ປ້ອງ, ແລະ ກະ​ກຽມ​ເຮົາ​ສຳ​ລັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ

ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ ແລະ ຮັກ​ສາ​ມັນ, ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສຸກ​ຫລາຍ​ຂຶ້ນ ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ທີ່​ຮຸ່ງ​ໂລດ​ທີ່​ຈະ​ມາ​ເຖິງ.

ເອື້ອຍ​ນ້ອງ​ທັງ​ຫລາຍ, ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ການ​ເປັນ​ເອື້ອຍ​ນ້ອງ​ຕະ​ຫລອດ​ທົ່ວ​ໂລກ! ໃນ​ຖາ​ນະ​ສະ​ຕີ​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ມີ​ຄວາມ​ຜູກ​ພັນ​ທາງ​ວິນ​ຍານ ທີ່​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ແລະ ກະ​ກຽມ​ເຮົາ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ອະ​ນຸ​ຍາດ​ໃຫ້​ເຮົາ​ເປັນ​ສະ​ຕີ​ແຫ່ງ​ອິດ​ທິ​ພົນ ຜູ້​ທີ່​ສາ​ມາດ​ດຶງ​ດູດ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຜູ້​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ວັນ​ທີ່​ຈະ​ບໍ່​ມີ​ວັນ​ລືມ ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທີ່​ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເພື່ອ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ. ເມື່ອ​ເຮົາ​ເຮັດ​ສິ່ງ​ເຫລົ່າ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສັນ​ຍາ​ວ່າ​ຈະ​ໃຫ້​ອະ​ໄພ​ບາບ​ຂອງ​ເຮົາ ແລະ ປະ​ທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພອນ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ເລີ່ມ​ຕົ້ນ​ໃນ​ເສັ້ນ​ທາງ​ນັ້ນ, ຖ້າ​ຫາກ​ເຮົາ​ຈະ​ກ້າວ​ໄປ​ໜ້າ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຈະ​ອະ​ນຸ​ຍາດ​ໃຫ້​ເຮົາ​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ທຸກ ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ສິດ​ທິ​ພິ​ເສດ​ເຫລົ່າ​ນີ້ ຖ້າ​ຫາກ​ເຂົາ​ເຈົ້າ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໃນ​ວັນ​ພິ​ເສດ​ນັ້ນ.

ຜູ້​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ຕື່ມ​ອີກ​ໃນ​ພຣະ​ວິ​ຫານ ກໍ​ໄດ້​ຮັບ​ຄຳ​ສັນ​ຍາ​ທີ່​ມີ​ພະ​ລັງ ທີ່​ຂຶ້ນ​ຢູ່​ກັບ​ຄວາມ​ຊື່​ສັດ​ສ່ວນ​ຕົວ. ເຮົາ​ສັນ​ຍາ​ຢ່າງ​ຈິງ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ບໍ​ລິ​ສຸດ​ທາງ​ສິນ​ທຳ, ແລະ ອຸ​ທິດ​ເວ​ລາ ແລະ ພອນ​ສະ​ຫວັນ​ຂອງ​ເຮົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ການ​ຕອບ​ແທນ, ພຣະ​ເຈົ້າ​ສັນ​ຍາ​ຈະ​ປະ​ທານ​ພອນ​ໃນ​ຊີ​ວິດ​ນີ້ ແລະ ໂອ​ກາດ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.1 ໃນ​ຂັ້ນ​ຕອນ​ນັ້ນ, ເຮົາ​ຈະ​ຖືກ​ມອບ, ຫລື ຖືກ​ປະ​ທານ​ດ້ວຍ, ອຳ​ນາດ​ທີ່​ສາ​ມາດ​ຫລິງ​ເຫັນ​ລະ​ຫວ່າງ​ຄວາມ​ຈິງ ແລະ ຄວາມ​ຜິດ, ລະ​ຫວ່າງ​ຄວາມ​ຖືກ​ຕ້ອງ ແລະ ຄວາມ​ບໍ່​ຖືກ​ຕ້ອງ, ໃນ​ທ່າມ​ກາງ​ສຽງ​ທີ່​ສັບ​ສົນ ແລະ ໃນ​ທາງ​ລົບ ທີ່​ໂຈມ​ຕີ​ເຮົາ. ນີ້​ຊ່າງ​ເປັນ​ຂອງ​ປະ​ທານ​ທີ່​ມີ​ພະ​ລັງ​ແທ້ໆ!

ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ໄປ​ພຣະ​ວິ​ຫານ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ, ແມ່​ຂອງ​ຂ້າ​ພະ​ເຈົ້າ ແລະ ເອື້ອຍ​ນ້ອງ​ໃນ​ສະ​ມາ​ຄົມ​ສະ​ຕິ​ສົງ​ເຄາະ​ທີ່​ມີ​ປະ​ສົບ​ການ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ສິ່ງ​ຂອງ​ທີ່​ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ມີ, ລວມ​ທັງ​ເສື້ອ​ຜ້າ​ພິ​ທີ​ການ​ທີ່​ສວຍ​ງາມ. ແຕ່​ການ​ກະ​ກຽມ​ທີ່​ສຳ​ຄັນ​ທີ່​ສຸດ​ໄດ້​ມາ​ກ່ອນ​ການ​ຮູ້​ສິ່ງ​ທີ່​ຕ້ອງ​ນຸ່ງ​ຖື. ຫລັງ​ຈາກ​ໄດ້​ສຳ​ພາດ​ຂ້າ​ພະ​ເຈົ້າ​ເພື່ອ​ພິ​ຈາ​ລະ​ນາ​ວ່າ​ຂ້າ​ພະ​ເຈົ້າ​ມີ​ຄ່າ​ຄວນ​ຫລື​ບໍ່, ອະ​ທິ​ການ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ເລື່ອງ​ພັນ​ທະ​ສັນ​ຍາ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເຮັດ. ຄຳ​ອະ​ທິ​ບາຍ​ທີ່​ລະ​ມັດ​ລະ​ວັງ​ຂອງ​ເພິ່ນ​ໄດ້​ໃຫ້​ໂອ​ກາດ​ຂ້າ​ພະ​ເຈົ້າ​ຄິດ ແລະ ກຽມ​ພ້ອມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ.

ເມື່ອ​ມື້​ນັ້ນ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ດ້ວຍ​ຄວາມ​ຮູ້​ສຶກ​ກະ​ຕັນ​ຍູ ແລະ ຄວາມ​ສະ​ຫງົບ​ສຸກ. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ​ຢ່າງ​ຄົບ​ຖ້ວນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຖືກ​ຜູກ​ມັດ​ເຂົ້າ​ກັບ​ພຣະ​ເຈົ້າ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ແລະ ໄດ້​ຮັບ​ຄຳ​ສັນ​ຍາ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຄ່ອຍ​ເຂົ້າ​ໃຈ​ໄດ້ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ໄດ້​ຮັກ​ສາ​ມັນ. ນັບ​ຕັ້ງ​ແຕ່​ປະ​ສົບ​ການ​ເທື່ອ​ທຳ​ອິດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຮັບ​ຮອງ​ຕະ​ຫລອດ​ມາ​ວ່າ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ກັບ​ພຣະ​ເຈົ້າ ອະ​ນຸ​ຍາດ​ໃຫ້​ເຮົາ​ເພິ່ງ​ອາ​ໄສ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທີ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ໃນ​ການ​ທົດ​ລອງ​ຂອງ​ເຮົາ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້, ໃຫ້​ການ​ປົກ​ປ້ອງ​ຈາກ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ, ແລະ ກະ​ກຽມ​ເຮົາ​ສຳ​ລັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ.

ປະ​ສົບ​ການ​ຊີ​ວິດ​ຈະ​ປ່ຽນ​ໄປ​ມາ ຈາກ​ໜ້າ​ຕະ​ຫລົກ​ເຖິງ​ໂສກ​ເສົ້າ​ທີ່​ສຸດ, ຈາກ​ຄວາມ​ໂຫດ​ຮ້າຍ​ເຖິງ​ຄວາມ​ຮຸ່ງ​ໂລດ. ປະ​ສົບ​ການ​ແຕ່​ລະ​ຢ່າງ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ບິ​ດາ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ປ່ຽນ​ແປງ ຜ່ານ​ທາງ​ຂອງ​ປະ​ທານ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ອະ​ນຸ​ຍາດ​ໃຫ້​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ ຂະ​ນະ​ທີ່​ເຮົາ​ຮຽນ​ຮູ້ ຜ່ານ​ທາງ​ປະ​ສົບ​ການ—ບໍ່​ວ່າ​ນັ້ນ​ຈະ​ເປັນ​ການ​ຕັດ​ສິນ​ຜິດ​ພາດ​ເລັກ​ນ້ອຍ ຫລື ການ​ລົ້ມ​ເຫລວ​ຄັ້ງ​ໃຫຍ່. ພຣະ​ຜູ້​ໄຖ່​ຂອງ​ເຮົາ​ຈະ​ປະ​ທັບ​ຢູ່​ທີ່​ນັ້ນ​ເພື່ອ​ຮັບ​ເອົາ​ເຮົາ​ໄວ້​ບາດ​ເຮົາ​ລົ້ມ​ລົງ ຖ້າ ເຮົາ​ຈະ​ຫັນ​ໄປ​ຫາ​ພຣະ​ອົງ.

ຮູບ​ພາບ
ການ​ປີນ​ລົງ​ໜ້າ​ຜາ

ທ່ານ​ເຄີຍ​ຢືນ​ຢູ່​ເທິງ​ໜ້າ​ຜາ ດ້ວຍ​ຕີນ​ຂອງ​ທ່ານ​ຢູ່​ທີ່​ຂອບ ແລະ ປິ່ນ​ຫລັງ​ໃສ່​ເຫວ​ທີ່​ຢູ່​ຂ້າງ​ລຸ່ມ​ບໍ? ໃນ​ການ​ປີນ​ໜ້າ​ຜາ, ເຖິງ​ແມ່ນ​ວ່າ​ທ່ານ​ຖືກ​ມັດ​ຕິດ​ຢູ່​ຢ່າງ​ໝັ້ນ​ຄົງ​ກັບ​ລະ​ບົບ​ເຊືອກ​ທີ່​ແຂງ​ແກ່ນ ແລະ ອຸ​ປະ​ກອນ​ທີ່​ສາ​ມາດ​ສົ່ງ​ທ່ານ​ໃຫ້​ລົງ​ໄປ​ຢ່າງ​ປອດ​ໄພ​ໄດ້ ຕອນ​ຢືນ​ຢູ່​ທີ່​ຂອບ​ໜ້າ​ຜາ​ກໍ​ຍັງ​ເປັນ​ປະ​ສົບ​ການ​ທີ່​ເຮັດ​ໃຫ້​ຫົວ​ໃຈ​ເຕັ້ນ​ໄວໆ. ການ​ປິ່ນ​ຫລັງ​ປີນ​ລົງ​ໜ້າ​ຜາ ແລະ ແກວ່ງ​ໄກວ​ໄປ​ມາ​ໃນ​ອາ​ກາດ​ຮຽກ​ຮ້ອງ​ຄວາມ​ໄວ້​ວາງ​ໃຈ​ໃນ​ສະ​ໝໍ ທີ່​ຖືກ​ມັດ​ໄວ້​ກັບ​ວັດ​ຖຸ​ທີ່​ໝັ້ນ​ຄົງ. ມັນ​ຮຽກ​ຮ້ອງ​ຄວາມ​ໄວ້​ວາງ​ໃຈ​ໃນ​ຕົວ​ຄົນ​ທີ່​ຈະ​ເອົາ​ຄວາມ​ເຄັ່ງ​ຕຶງ​ໃສ່​ເຊືອກ​ຂະ​ນະ​ທີ່​ທ່ານ​ປີນ​ລົງ​ໄປ. ເຖິງ​ແມ່ນ​ວ່າ​ອຸ​ປະ​ກອນ​ໃຫ້​ຄວາມ​ສາ​ມາດ​ທ່ານ​ບາງ​ຢ່າງ ເພື່ອ​ຄວບ​ຄຸມ​ການ​ປີນ​ລົງ​ຂອງ​ທ່ານ, ແຕ່​ທ່ານ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ຄູ່​ຂອງ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ທ່ານ​ຕົກ.

ຮູບ​ພາບ
ສະ​ໝໍ​ສຳ​ລັບ​ການ​ປີນ​ໜ້າ​ຜາ
ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ປີນ​ລົງ​ໜ້າ​ຜາ

ຂ້າ​ພະ​ເຈົ້າ​ຈື່​ຈຳ​ໄດ້​ຢ່າງ​ຈະ​ແຈ້ງ ຕອນ​ໄປ​ປີນ​ໜ້າ​ຜາ​ກັບ​ກຸ່ມ​ຍິງ​ໜຸ່ມ. ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທຳ​ອິດ​ໃນ​ກຸ່ມ​ທີ່​ຕ້ອງ​ປີນ​ກ່ອນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ປິ່ນ​ຫລັງ​ປີນ​ລົງ​ໜ້າ​ຜາ, ຂ້າ​ພະ​ເຈົ້າ​ກໍ​ເລີ່ມ​ຕົກ​ລົງ​ໄປ ປາດ​ສະ​ຈາກ​ການ​ຄວບ​ຄຸມ. ໂຊກ​ດີ​ທີ່​ເຊືອກ​ນັ້ນ​ກະ​ຕຸກ ແລະ ການ​ຕົກ​ລົງ​ໄປ​ຢ່າງ​ໄວ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຢຸດ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ແຂວນ​ຢູ່​ເຄິ່ງ​ທາງ​ໜ້າ​ຜາ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ​ເພື່ອ​ຜູ້​ຄົນ ຫລື ສິ່ງ​ຂອງ​ທີ່​ຊ່ວຍ​ບໍ່​ໃຫ້​ຂ້າ​ພະ​ເຈົ້າ​ຕົກ​ລົງ​ໄປ​ໃສ່​ກ້ອນ​ຫີນ.

ຕໍ່​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ກອນ​ສະ​ໝໍ​ບໍ່​ໄດ້​ຖືກ​ໃສ່​ໄວ້​ຢ່າງ​ໝັ້ນ​ຄົງ, ແລະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ້າວ​ລົງ​ໄປ​ຈາກ​ຂອບ​ຜາ, ຄົນ​ທີ່​ຈັບ​ເຊືອກ​ໃຫ້​ຂ້າ​ພະ​ເຈົ້າ​ກໍ​ຖືກ​ກະ​ຕຸກ​ທາງ​ຫລັງ​ລາວ ແລະ ຖືກ​ດຶງ​ໄປ​ຫາ​ຂອບ​ຜາ. ໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ, ລາວ​ໄດ້​ເອົາ​ຕີນ​ຂອງ​ລາວ​ຍັດ​ເຂົ້າ​ລະ​ຫວ່າງ​ກ້ອນ​ຫີນ. ເມື່ອ​ໝັ້ນ​ຄົງ​ຢູ່​ໃນ​ທີ່, ລາວ​ໄດ້​ອອກ​ແຮງ​ໜັກ​ເພື່ອ​ລົດ​ຂ້າ​ພະ​ເຈົ້າ​ລົງ​ໄປ​ດ້ວຍ​ເຊືອກ​ນັ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ລາວ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ​ລາວ​ໄດ້​ເຮັດ​ວຽກ​ໜັກ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ລາວ​ເພື່ອ​ຊ່ວຍ​ຂ້າ​ພະ​ເຈົ້າ. ເພື່ອນ​ອີກ​ຄົນ​ໜຶ່ງ​ໄດ້​ຢູ່​ທີ່​ຕີນ​ຜາ, ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ຂ້າ​ພະ​ເຈົ້າ ຖ້າ​ຫາກ​ວ່າ​ເຊືອກ​ຢຸດ​ຈັ້ງ​ຂ້າ​ພະ​ເຈົ້າ​ໄວ້. ເມື່ອ​ຂ້າ​ພະ​ເຈົ້າ​ລົງ​ໄປ​ເຖິງ​ຂັ້ນ​ທີ່​ຍື້​ເຖິງ, ລາວ​ກໍ​ໄດ້​ຈັບ​ເອົາ​ສາຍ​ຮັດ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ລົດ​ຂ້າ​ພະ​ເຈົ້າ​ລົງ​ໄປ​ເຖິງ​ພື້ນ.

ໂດຍ​ທີ່​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສະ​ໝໍ ແລະ ຄູ່​ທີ່​ສົມ​ບູນ​ແບບ​ຂອງ​ເຮົາ, ເຮົາ​ຖືກ​ຮັບ​ປະ​ກັນ​ວ່າ​ຈະ​ມີ​ພະ​ລັງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ການ​ທົດ​ລອງ ແລະ ການ​ປົດ​ປ່ອຍ​ທີ່​ຈະ​ມີ​ມາ​ໃນ​ທີ່​ສຸດ ຜ່ານ​ທາງ​ພຣະ​ອົງ. ດັ່ງ​ທີ່​ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ສິດ​ສອນ​ວ່າ: “​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຄື … ສະ​ໝໍ​ທີ່​ເຮົາ​ຕ້ອງ​ມີ​ໃນ​ຊີ​ວິດ​ຂອງ​ເຮົາ ເພື່ອ​ຈະ​ຍຶດ​ຖື​ເຮົາ​ເອົາ​ໄວ້​ລະ​ຫວ່າງ​ເວ​ລາ​ທີ່​ປັ່ນ​ປ່ວນ ແລະ ຊົ່ວ​ຮ້າຍ​ທາງ​ສັງ​ຄົມ. … ສັດ​ທາ​ຂອງ​ເຮົາ … ຕ້ອງ​ມີ​ຈຸດ​ໃຈ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ, ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.”2

ອຸ​ປະ​ກອນ​ທາງ​ວິນ​ຍານ ທີ່​ຈະ​ຮັກ​ສາ​ເຮົາ​ເອົາ​ໄວ້​ຈາກ​ການ​ແຕກ​ຫັກ​ຢູ່​ເທິງ​ກ້ອນ​ຫີນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ. ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ຄວາມ​ຊ່ວຍ​ເຫລືອ​ເຫລົ່າ​ນີ້ ເພື່ອ​ນຳ​ພາ ແລະ ອູ້ມ​ເຮົາ​ໄປ​ສູ່​ຄວາມ​ປອດ​ໄພ. ໃນ​ຖາ​ນະ​ຄູ່​ທີ່​ເຕັມ​ພຣະ​ໄທ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ປ່ອຍ​ໃຫ້​ເຮົາ​ຕົກ​ໄປ​ໄກ​ເກີນ​ການ​ເອື້ອມ​ຂອງ​ພຣະ​ອົງ. ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ຂອງ​ການ​ທົນ​ທຸກ​ທໍ​ລະ​ມານ ແລະ ຄວາມ​ໂສກ​ເສົ້າ​ຂອງ​ເຮົາ, ພຣະ​ອົງ​ກໍ​ຈະ​ປະ​ທັບ​ຢູ່​ທີ່​ນັ້ນ ເພື່ອ​ຍົກ​ເຮົາ​ຂຶ້ນ ແລະ ຊຸກ​ຍູ້. ອຳ​ນາດ​ຂອງ​ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ຟື້ນ​ຕົວ​ນຳ​ອີກ ຈາກ​ຜົນ​ກະ​ທົບ​ທີ່​ຮ້າຍ​ກາດ​ຂອງ​ການ​ເລືອກ​ຂອງ​ຄົນ​ອື່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ແຕ່​ລະ​ຄົນ​ຕ້ອງ​ໃສ່​ສາຍ​ຮັດ ແລະ ໃຫ້​ແນ່​ໃຈ​ວ່າ​ສາຍ​ນັ້ນ​ຖືກ​ມັດ​ໄວ້​ຢ່າງ​ໝັ້ນ​ຄົງ. ເຮົາ​ຕ້ອງ​ເລືອກ​ທີ່​ຈະ​ຖືກ​ມັດ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຖືກ​ຜູກ​ມັດ​ເຂົ້າ​ກັບ​ພຣະ​ອົງ​ໂດຍ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.3

ເຮົາ​ຈະ​ເຮັດ​ໃຫ້​ສະ​ໝໍ​ນັ້ນ​ແຂງ​ແກ່ນ​ໄດ້​ແນວ​ໃດ? ເຮົາ​ອະ​ທິ​ຖານ​ດ້ວຍ​ຫົວ​ໃຈ​ທີ່​ຖ່ອມ, ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ, ຮັບ​ສ່ວນ​ສິນ​ລະ​ລຶກ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ກັບ​ໃຈ ແລະ ຄວາມ​ຄາ​ລະ​ວະ, ພະ​ຍາ​ຍາມ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ, ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ. ແລະ ຂະ​ນະ​ທີ່​ເຮົາ​ບັນ​ລຸ​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ເຮົາ​ໃນ​ວິ​ທີ​ທາງ​ທີ່ “ສູງ​ກວ່າ ແລະ ສັກ​ສິດ​ກວ່າ”4 ເຮົາ​ຈະ​ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ແລະ ໃນ​ເວ​ລາ​ດຽວ​ກັນ​ນັ້ນ, ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ.

ວິ​ທີ​ທາງ​ທີ່ “ສູງ​ກວ່າ ແລະ ສັກ​ສິດ​ກວ່າ” ນັ້ນ​ເປັນ​ແບບ​ໃດ? ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ໃນ​ທຸກໆ​ການ​ປະ​ຕິ​ສຳ​ພັນ​ຂອງ​ເຮົາ. ເຮົາ​ດູ​ແລ​ຜູ້​ຄົນ​ທີ່​ຂັດ​ສົນ ໂດຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢ່າງ​ຈິງ​ໃຈ, ສະ​ແດງ​ຄວາມ​ຮັກ​ຜ່ານ​ທາງ​ການ​ຮັບ​ໃຊ້​ທີ່​ລຽບ​ງ່າຍ. ເຮົາ​ແບ່ງ​ປັນ​ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ກັບ​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ສະ​ຫງົບ ແລະ ຄວາມ​ເຂັ້ມ​ແຂງ ແລະ “ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ.”5 ເຮົາ​ເຮັດ​ວຽກ​ເພື່ອ​ເຕົ້າ​ໂຮມ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ​ຢູ່​ທັງ​ສອງ​ຟາກ​ມ່ານ. ແລະ ສຳ​ລັບ​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ, “ຜູ້​ໃຫຍ່​ທຸກ​ຄົນ​ທີ່​ໄປ​ພຣະ​ວິ​ຫານ​ກໍ​ເຂົ້າ​ໃຈ​ວ່າ ເຂົາ​ເຈົ້າ​ຈະ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, [ຊຶ່ງ] … ເຕືອນ​ໃຈ​ເຮົາ … ທີ່​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ທຸກ​ວັນ ໃນ​ວິ​ທີ​ທາງ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ.”6 ການ​ກະ​ທຳ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ສິ່ງ​ທີ່​ເຮົາ​ເຮັດ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ເທົ່າ​ນັ້ນ ແຕ່​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຕໍ່​ຄວາມ​ສຸກ​ປະ​ຈຳ​ວັນ​ຂອງ​ເຮົາ—ແລະ ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ.

ບໍ່​ມີ​ສິ່ງ​ໃດ​ສຳ​ຄັນ​ຕໍ່​ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ​ກວ່າ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ. ເມື່ອ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ສາ​ມາດ​ໄວ້​ໃຈ​ໄດ້ ໃນ​ການ​ໄດ້​ຢູ່​ນຳ​ກັນ​ຢ່າງ​ຊື່ນ​ຊົມ​ກັບ​ຄົນ​ທີ່​ເຮົາ​ຮັກ ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ. ລູກ​ຄົນ​ນັ້ນ ຫລື ພໍ່​ແມ່ ຫລື ຄູ່​ຄອງ ຜູ້​ທີ່​ໄດ້​ຈາກ​ໂລກ​ມະ​ຕະ​ໄປ ກໍ​ຫວັງ​ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຂົາ​ເຈົ້າ​ວ່າ ທ່ານ​ຈະ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ຜູກ​ມັດ​ພວກ​ທ່ານ​ເຂົ້າ​ກັນ. ຖ້າ​ຫາກ​ເຮົາ​ບໍ່​ເອົາ​ໃຈ​ໃສ່ ຫລື ບໍ່​ເຫັນ​ຄຸນ​ຄ່າ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ເຮົາ​ກໍ​ເຮັດ​ໃຫ້​ຄວາມ​ຜູກ​ພັນ​ນິ​ລັນ​ດອນ​ເຫລົ່າ​ນັ້ນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ບັດ​ນີ້​ເປັນ​ເວ​ລາ​ທີ່​ຈະ​ກັບ​ໃຈ, ແກ້​ໄຂ, ແລະ ພະ​ຍາ​ຍາມ​ອີກ​ຄັ້ງ.

ຄວາມ​ສຸກ​ແມ່ນ​ຫວ່າງ​ເປົ່າ ຖ້າ​ເຮົາ​ເອົາ​ພອນ​ຂອງ​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ​ໄປ​ແລກ​ປ່ຽນ​ກັບ​ຄວາມ​ສະ​ດວກ​ສະ​ບາຍ​ພຽງ​ຊົ່ວ​ຄາວ. ບໍ່​ວ່າ​ເຮົາ​ຈະ​ມີ​ອາ​ຍຸ​ເທົ່າ​ໃດ​ກໍ​ຕາມ, ນັ້ນ​ແມ່ນ​ຄວາມ​ຈິງ​ທີ່​ແນ່​ນອນ: ເຄັດ​ລັບ​ຂອງ​ຄວາມ​ສຸກ​ທີ່​ເປັນ​ນິດ​ຄື ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ. ສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ແນວ​ສັນ, ໄດ້​ຢືນ​ຢັນ​ວ່າ “ຄວາມ​ໝັ້ນ​ຄົງ​ຂອງ​ເຮົາ​ໃນ​ທີ່​ສຸດ ແລະ ຄວາມ​ສຸກ​ອັນ​ຍືນ​ຍົງ​ຂອງ​ເຮົາ​ພຽງ​ຢ່າງ​ດຽວ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ຈັບ​ຮາວ​ເຫລັກ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເອົາ​ໄວ້, ຄົບ​ບໍ​ລິ​ບູນ ດ້ວຍ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຂອງ​ມັນ. ເມື່ອ​ເຮົາ​ເຮັດ​ດັ່ງ​ນັ້ນ, ເຮົາ​ຈະ​ສາ​ມາດ​ຄົງ​ຢູ່​ຢ່າງ​ເຂັ້ມ​ແຂງ ຜ່ານ​ຜ່າ​ການ​ທົດ​ລອງ​ທີ່​ຍາກ​ລຳ​ບາກ ເພາະ​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້.”7

ເຮົາ​ຫລາຍ​ຄົນ​ກໍ​ກຳ​ລັງ​ປະ​ເຊີນ​ກັບ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ. ຂະ​ນະ​ທີ່​ເຮົາ​ຖືກ​ຊັດ​ໄປ​ຊັດ​ມາ​ໂດຍ​ຄື້ນ​ແຫ່ງ​ຄວາມ​ຍາກ​ລຳ​ບາກ ແລະ ບາງ​ເທື່ອ​ກໍ​ຫລຽວ​ບໍ່​ເຫັນ​ເພາະ​ນ້ຳ​ຕາ​ທີ່​ຫລັ່ງ​ໄຫລ​ມາ​ໃນ​ຄວາມ​ຫຍຸ້ງ​ຍາກ​ເຫລົ່າ​ນັ້ນ, ເຮົາ​ອາດ​ບໍ່​ຮູ້​ວ່າ​ຈະ​ພາຍ​ເຮືອ​ຊີ​ວິດ​ຂອງ​ເຮົາ​ໄປ​ທາງ​ໃດ. ເຮົາ​ອາດ​ແມ່ນ​ແຕ່​ຈະ​ຄິດ​ວ່າ​ເຮົາ​ມີ​ແຮງ​ພໍ​ທີ່​ຈະ​ໄປ​ເຖິງ​ຝັ່ງ​ຫລື​ບໍ່. ການ​ຈື່​ຈຳ​ວ່າ ທ່ານ​ເປັນ ໃຜ—ລູກ​ທີ່​ຮັກ​ຂອງ​ພຣະ​ເຈົ້າ—ວ່າເປັນ​ຫຍັງ ທ່ານ​ຈຶ່ງ​ຢູ່​ເທິງ​ໂລກ, ແລະ ເປົ້າ​ໝາຍ ຂອງ​ທ່ານ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ພຣະ​ເຈົ້າ ແລະ ຜູ້​ຄົນ​ທີ່​ທ່ານ​ຮັກ ສາ​ມາດ​ເຮັດ​ໃຫ້​ສາຍ​ຕາ​ຂອງ​ທ່ານ​ແຈ່ມ​ແຈ້ງ ແລະ ຊີ້​ນຳ​ທ່ານ​ໄປ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ. ໃນ​ທ່າມ​ກາງ​ພະ​ຍຸ​ທີ່​ຮ້າຍ​ແຮງ, ກໍ​ຍັງ​ມີ​ແສງ​ສະ​ຫວ່າງ​ທີ່​ຈະ​ສ່ອງ​ແສງ​ນຳ​ທາງ. “ເຮົາ​ຄື ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ,” ພຣະ​ເຢ​ຊູ​ປະ​ກາດ.8 ເຮົາ​ຖືກ​ຮັບ​ຮອງ​ຄວາມ​ປອດ​ໄພ​ເມື່ອ​ເຮົາ​ຫລຽວ​ໄປ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ແລະ ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ມັນ​ໄດ້​ເປັນ​ສິດ​ທິ​ພິ​ເສດ ທີ່​ໄດ້​ພົບ​ສະ​ຕີ​ໃນ​ທຸກໆ​ໄວ ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຫລາກ​ຫລາຍ​ສະ​ຖາ​ນະ​ການ ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ແຕ່​ລະ​ວັນ, ເຂົາ​ເຈົ້າ​ຫລຽວ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ສຳ​ລັບ​ການ​ຊີ້​ນຳ, ແທນ​ທີ່​ຈະ​ຫລຽວ​ໄປ​ຫາ​ສື່​ມວນ​ຊົນ​ທີ່​ນິ​ຍົມ. ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ທ້າ​ທາຍ​ສ່ວນ​ຕົວ ແລະ ປັດ​ຊະ​ຍາ​ອັນ​ຕະ​ລາຍ​ຂອງ​ໂລກ ທີ່​ພະ​ຍາ​ຍາມ​ຊັກ​ຊວນ​ເຂົາ​ເຈົ້າ​ບໍ່​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ, ແຕ່​ເຂົາ​ເຈົ້າ​ກໍ​ຕັ້ງ​ໃຈ​ທີ່​ຈະ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ເຂົາ​ເຈົ້າ​ເພິ່ງ​ອາ​ໄສ​ຄຳ​ສັນ​ຍາ​ທີ່​ວ່າ “ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ.”9 ບໍ່​ວ່າ​ອາ​ຍຸ​ຂອງ​ທ່ານ​ຈະ​ເທົ່າ​ໃດ​ກໍ​ຕາມ, ທ່ານ​ສະ​ຕີ​ແຕ່​ລະ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ ກໍ​ມີ​ຄວາມ​ສາ​ມາດ​ທີ່​ຈະ​ຍົກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂຶ້ນ ແລະ ນຳ​ພາ​ຄົນ​ອື່ນ​ມາ​ຫາ​ພຣະ​ອົງ.10 ຜ່ານ​ທາງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ, ພຣະ​ອົງ​ຈະ​ປະ​ທານ​ພອນ​ໃຫ້​ແກ່​ທ່ານ ດ້ວຍ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ແລະ ເຮັດ​ໃຫ້​ທ່ານ​ສາ​ມາດ​ມີ​ອິດ​ທິ​ພົນ​ອັນ​ເລິກ​ເຊິ່ງ​ຕໍ່​ທຸກໆ​ຄົນ​ທີ່​ທ່ານ​ພົວ​ພັນ​ດ້ວຍ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ປະ​ກາດ​ວ່າ, ທ່ານ​ເປັນ​ສະ​ຕີ​ຜູ້​ທີ່​ຈະ​ເຮັດ​ໃຫ້​ການ​ພະ​ຍາ​ກອນ​ໄວ້​ລ່ວງ​ໜ້າ​ເກີດ​ເປັນ​ຈິງ!11

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ເໜືອ​ສິ່ງ​ອື່ນ​ໃດ, ຂໍ​ໃຫ້​ຄົງ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ນຳ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ! ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ມາ​ສູ່​ໂລກ​ເມື່ອ​ພຣະ​ວິ​ຫານ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ. ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ກໍ​ມີ​ໃຫ້​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ​ຄວນ​ທຸກໆ​ຄົນ. ຜູ້​ໃຫຍ່​ໜຸ່ມ​ທັງ​ຫລາຍ, ພວກ​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ແຕ່ງ​ງານ ຫລື ຈົນ​ກວ່າ​ໄປ​ເຜີຍ​ແຜ່​ກ່ອນ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ເຫລົ່າ​ນັ້ນ. ພວກ​ເຈົ້າ​ຍິງ​ໜຸ່ມ​ກໍ​ສາ​ມາດ​ກະ​ກຽມ​ຄື​ກັນ ເພື່ອ​ຮັບ​ການ​ປົກ​ປ້ອງ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ມີ​ໃຫ້ ຫລັງ​ຈາກ​ອາ​ຍຸ 18 ປີ ເມື່ອ​ພວກ​ເຈົ້າ​ພ້ອມ​ແລ້ວ ແລະ ຮູ້​ສຶກ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ເຫລົ່າ​ນັ້ນ.12 ພວກ​ເຈົ້າ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ​ແລ້ວ, ຢ່າ​ປ່ອຍ​ໃຫ້​ຜູ້​ວິ​ຈານ ຫລື ສິ່ງ​ລົບ​ກວນ​ໃດໆ​ດຶງ​ພວກ​ເຈົ້າ​ໄປ​ຈາກ​ຄວາມ​ຈິງ​ນິ​ລັນ​ດອນ. ໃຫ້​ສຶກ​ສາ ແລະ ສອບ​ຖາມ​ແຫລ່ງ​ທີ່​ໄວ້​ໃຈ​ໄດ້​ສຳ​ລັບ​ຄວາມ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ທີ່​ສັກ​ສິດ ຂອງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ແລ້ວ. ໃຫ້​ໄປ​ພຣະ​ວິ​ຫານ​ເລື້ອຍໆ​ເທົ່າ​ທີ່​ພວກ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ແລະ ໃຫ້​ຮັບ​ຟັງ​ພຣະ​ວິນ​ຍານ. ພວກ​ເຈົ້າ​ຈະ​ພົບ​ເຫັນ​ການ​ຮັບ​ຮອງ​ທີ່​ຫວານ​ຊື່ນ ວ່າ​ພວກ​ເຈົ້າ​ຄົງ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເຈົ້າ​ຈະ​ພົບ​ຄວາມ​ກ້າ​ຫານ​ເພື່ອ​ດຳ​ເນີນ​ຕໍ່​ໄປ ພ້ອມ​ທັງ​ພາ​ຄົນ​ອື່ນ​ມາ​ນຳ​ພວກ​ເຈົ້າ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ຮັກ​ສາ​ມັນ, ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສຸກ​ຫລາຍ​ຂຶ້ນ ຫລາຍ​ກວ່າ​ທີ່​ເຮົາ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ນິ​ລັນ​ດອນ​ທີ່​ຮຸ່ງ​ໂລດ ທີ່​ຈະ​ມາ​ເຖິງ.13 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.