ສິ່ງ​ຊ່ວຍ​ສຶກ​ສາ
ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ


ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ມັນ​ເປັນ​ສິດ​ຂອງ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ​ຜູ້​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ​ທີ່​ມີ​ຄ່າ​ຄວນ ທີ່​ຈະ​ມີ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຕະຫລອດ​ເວລາ. ຫລັງ​ຈາກ​ການ​ຮັບ​ບັບຕິ​ສະມາ​ຂອງ​ບຸກ​ຄົນ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ​ແລ້ວ, ເຂົາ​ຈະ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ​ມື​ຈາກ​ບຸກ​ຄົນ​ທີ່​ມີ​ສິດ​ອຳນາດ​ຢ່າງ​ຖືກ​ຕ້ອງ (ກຈກ 8:12–25; ມຣນ 2; ຄພ 39:23). ການ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມັກ​ຈະ​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ການ​ຮັບ​ບັບຕິ​ສະມາ​ໂດຍ​ໄຟ (ມທ 3:11; ຄພ 19:31).