ພຣະ​ຄຳ​ພີ
ໂມ​ໄຊ​ຢາ 26


ບົດ​ທີ 26

ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ຖືກ​ນຳ​ພາ​ໄປ​ຫາ​ບາບ​ໂດຍ​ຜູ້​ທີ່​ບໍ່​ເຊື່ອ​ຖື—ແອວມາ​ໄດ້​ຮັບ​ສັນ​ຍາ​ທີ່​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ—ຜູ້​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໄດ້​ຮັບ​ການ​ໃຫ້​ອະ​ໄພ—ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ທີ່​ເຮັດ​ບາບ​ຊຶ່ງ​ໄດ້​ກັບ​ໃຈ ແລະ ສາ​ລະ​ພາບ​ຜິດ​ຕໍ່​ແອວມາ ແລະ ພຣະ​ຜູ້​ເປັນ​ເຈົ້າ ຈະ​ໄດ້​ຮັບ​ການອະໄພ​ໂທດ; ຖ້າ​ບໍ່​ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ. ປະ​ມານ 120–100 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ຄົນ​ລຸ້ນ​ໃໝ່​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າ​ຂອງ​ກະສັດ​ເບັນ​ຢາ​ມິນ, ໂດຍ​ທີ່​ຍັງ​ເປັນ​ເດັກ​ນ້ອຍໆ​ຢູ່​ໃນ​ເວລາ​ທີ່​ເພິ່ນ​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ; ແລະ ພວກ​ເຂົາ​ບໍ່​ເຊື່ອ​ຖື​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

2 ພວກ​ເຂົາ​ບໍ່​ເຊື່ອ​ເລື່ອງ​ທີ່​ມີ​ກ່າວ​ໄວ້​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ທັງ​ບໍ່​ເຊື່ອ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

3 ແລະ ບັດ​ນີ້​ເປັນ​ຍ້ອນ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ບໍ່ ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ໃຈ​ຂອງ​ພວກ​ເຂົາ​ແຂງ​ກະ​ດ້າງ.

4 ແລະ ພວກ​ເຂົາ​ບໍ່​ຍອມ​ຮັບ​ບັບຕິ​ສະມາ; ທັງ​ບໍ່​ຍອມ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ແລະ ພວກ​ເຂົາ​ເປັນ​ພວກ​ໜຶ່ງ​ທີ່​ຢູ່​ຕາມ​ສັດທາ​ຂອງ​ຕົນ​ເອງ, ແລະ ເປັນ​ຢູ່​ຈົນ​ວ່າ​ຕົກ​ຢູ່​ໃນ​ສະພາບ​ແຫ່ງ ກາມ​ມະ​ລົມ ແລະ ເຕັມ​ໄປ​ດ້ວຍ​ບາບ ເພາະ​ວ່າ​ພວກ​ເຂົາ​ບໍ່​ຍອມ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

5 ແລະ ບັດ​ນີ້​ໃນ​ສະ​ໄໝ​ການ​ປົກ​ຄອງ​ຂອງ​ໂມ​ໄຊ​ຢາ​ນັ້ນ ພວກ​ເຂົາ​ເຫລົ່າ​ນີ້​ມີ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ຈຳນວນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ; ແຕ່​ເປັນ​ເພາະ ການ​ແຕກ​ແຍກ​ໃນ​ບັນ​ດາ​ພີ່​ນ້ອງ ພວກ​ເຂົາ​ຈຶ່ງ​ກັບ​ມີ​ຈຳນວນ​ຫລາຍ​ຂຶ້ນ.

6 ເພາະ​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຫລອກ​ລວງ​ຜູ້​ຄົນ​ທີ່​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ເປັນ​ຈຳນວນ​ຫລວງ​ຫລາຍ​ດ້ວຍ​ຄຳ​ຍົກ​ຍ້ອງ​ຂອງ​ພວກ​ເຂົາ, ແລະ ໄດ້​ເຮັດ​ໃຫ້​ພວກ​ເຂົາ​ກະ​ທຳ​ບາບ​ຫລາຍ​ຢ່າງ; ສະນັ້ນ​ຈຶ່ງ​ເປັນ​ການ​ສົມ​ຄວນ​ທີ່​ຄົນ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຊຶ່ງ​ກະ​ທຳ​ບາບ​ຈະ​ຖືກ​ສາດ​ສະ​ໜາ​ຈັກ ຕັກ​ເຕືອນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຖືກ​ນຳ​ມາ​ຢູ່​ຕໍ່​ໜ້າ​ປະ​ໂລ​ຫິດ, ແລະ ຜູ້​ສອນ​ກໍ​ໄດ້​ມອບ​ພວກ​ເຂົາ​ໃຫ້​ແກ່​ປະ​ໂລ​ຫິດ; ແລະ ປະ​ໂລຫິດ​ຈຶ່ງ​ນຳ​ພວກ​ເຂົາ​ມາ​ຢູ່​ຕໍ່​ໜ້າ​ແອວມາ, ຜູ້​ຊຶ່ງ​ເປັນ ມະຫາ​ປະ​ໂລ​ຫິດ.

8 ບັດ​ນີ້​ກະສັດ​ໂມ​ໄຊ​ຢາ​ໄດ້​ມອບ​ສິດ​ອຳນາດ​ໃຫ້​ແກ່​ແອວມາ​ເພື່ອ​ດູ​ແລ​ສາດ​ສະ​ໜາ​ຈັກ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ບໍ່​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ພວກ​ນີ້​ເລີຍ; ແຕ່​ມີ​ພະຍານ​ຫລາຍ​ຄົນ​ກ່າວ​ຫາ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ຜູ້​ຄົນ​ຢືນ​ເປັນ​ພະຍານ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ.

10 ແລະ ບັດ​ນີ້​ມັນ​ບໍ່​ເຄີຍ​ມີ​ເລື່ອງ​ແນວ​ນີ້​ເກີດ​ຂຶ້ນ​ມາ​ກ່ອນ​ເລີຍ​ໃນ​ສາດ​ສະ​ໜາ​ຈັກ; ສະນັ້ນ ແອວມາ​ຈຶ່ງ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ວິນ​ຍານ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ນຳ​ເອົາ​ຄົນ​ພວກ​ນັ້ນ​ມາ​ຢູ່​ຕໍ່​ໜ້າ​ກະສັດ.

11 ແລະ ເພິ່ນ​ໄດ້​ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເບິ່ງ, ຫລາຍ​ຄົນ​ທີ່​ພວກ​ຂ້າ​ນ້ອຍ​ນຳ​ເອົາ​ມາ​ຢູ່​ຕໍ່​ໜ້າ​ທ່ານ​ນີ້ ຖືກ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ກ່າວ​ຫາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຖືກ​ພາ​ໄປ​ຫາ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ. ແລະ ພວກ​ເຂົາ​ບໍ່​ຍອມ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ນັ້ນ; ສະນັ້ນ ພວກ​ຂ້າ​ນ້ອຍ​ຈຶ່ງ​ນຳ​ພວກ​ເຂົາ​ມາ​ຫາ​ທ່ານ​ເພື່ອ​ທ່ານ​ຈະ​ໄດ້​ຕັດ​ສິນ​ພວກ​ເຂົາ​ຕາມ​ຄວາມ​ຜິດ​ຂອງ​ພວກ​ເຂົາ.

12 ກະສັດ​ໂມ​ໄຊ​ຢາ​ໄດ້​ກ່າວ​ກັບ​ແອວມາ​ວ່າ: ຈົ່ງ​ເບິ່ງ, ເຮົາ​ຈະ​ບໍ່​ຕັດ​ສິນ​ພວກ​ເຂົາ; ສະນັ້ນ ເຮົາ​ຈະ ມອບ​ພວກ​ເຂົາ​ໃຫ້​ຢູ່​ໃນ​ມື​ຂອງ​ທ່ານ​ເພື່ອ​ຕັດ​ສິນ.

13 ແລະ ບັດ​ນີ້​ວິນ​ຍານ​ຂອງ​ແອວມາ​ມີ​ຄວາມ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ; ແລະ ເພິ່ນ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ເພິ່ນ​ຄວນ​ຈະ​ເຮັດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້, ເພາະ​ເພິ່ນ​ຢ້ານ​ວ່າ​ເພິ່ນ​ຈະ​ເຮັດ​ຜິດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ເພິ່ນ​ໄດ້​ທຸ້ມ​ເທ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ເພິ່ນ​ແດ່​ພຣະ​ເຈົ້າ​ແລ້ວ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເພິ່ນ, ມີ​ຄວາມ​ວ່າ:

15 ແອວມາ, ເຈົ້າ​ເປັນ​ສຸກ​ແລ້ວ, ແລະ ຜູ້​ທີ່​ໄດ້​ຮັບ​ບັບຕິ​ສະມາ​ໃນ ນ້ຳ​ມໍມອນ​ກໍ​ເປັນ​ສຸກ​ຄື​ກັນ. ເຈົ້າ​ເປັນ​ສຸກ​ແລ້ວ​ເພາະ ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​ເຈົ້າ​ທີ່​ມີ​ໃນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ແຕ່​ຝ່າຍ​ດຽວ.

16 ແລະ ພວກ​ເຂົາ​ເປັນ​ສຸກ​ແລ້ວ ເພາະ​ວ່າ​ສັດທາ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ​ທີ່​ມີ​ໃນ​ຄຳ​ເວົ້າ​ຂອງ​ເຈົ້າ​ແຕ່​ຝ່າຍ​ດຽວ ຊຶ່ງ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ.

17 ແລະ ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ວ່າ​ເຈົ້າ​ໄດ້​ສະຖາ​ປະນາ ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້; ແລະ ພວກ​ເຂົາ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ, ແລະ ພວກ​ເຂົາ​ຈະ​ເປັນ​ຜູ້​ຄົນ​ຂອງ​ເຮົາ.

18 ແທ້​ຈິງ​ແລ້ວ, ຜູ້​ຄົນ​ພວກ​ນີ້ຜູ້​ທີ່​ເຕັມ​ໃຈ​ຮັບ ພຣະ​ນາມ​ຂອງ​ເຮົາ​ຈະ​ໄດ້​ຮັບ​ພອນ; ເພາະວ່າ​ພວກ​ເຂົາຈະ​ຖືກ​ເອີ້ນ​ໃນ​ພຣະ​ນາມ​ຂອງ​ເຮົາ; ແລະ ພວກ​ເຂົາ​ເປັນ​ຂອງ​ເຮົາ.

19 ແລະ ເພາະ​ວ່າ​ເຈົ້າ​ຖາມ​ເຮົາ​ກ່ຽວ​ກັບ​ຜູ້​ລ່ວງ​ລະເມີດ, ເຈົ້າ​ຈະ​ໄດ້​ຮັບ​ພອນ.

20 ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ; ແລະ ເຮົາ​ເຮັດ​ພັນທະ​ສັນ​ຍາ​ກັບ​ເຈົ້າ​ວ່າ ເຈົ້າ​ຈະ​ມີ ຊີ​ວິດ​ນິ​ລັນ​ດອນ; ແລະ ເຈົ້າ​ຈະ​ໄດ້​ຮັບ​ໃຊ້​ເຮົາ ແລະ ອອກ​ໄປ​ໃນ​ພຣະ​ນາມ​ຂອງ​ເຮົາ, ແລະ ເຕົ້າ​ໂຮມ​ແກະ​ຂອງ​ເຮົາ​ເຂົ້າ​ກັນ.

21 ແລະ ຜູ້​ທີ່​ໄດ້​ຍິນ​ສຽງ​ຂອງ​ເຮົາ​ຈະ​ເປັນ ແກະ​ຂອງ​ເຮົາ; ແລະ ເຈົ້າ​ຈະ​ຮັບ​ເຂົາ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ, ແລະ ເຮົາ​ຈະ​ຮັບ​ເອົາ​ເຂົາ​ໄວ້​ຄື​ກັນ.

22 ເພາະ​ຈົ່ງ​ເບິ່ງ, ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ຜູ້​ໃດ​ກໍ​ຕາມ​ທີ່​ຮັບ ບັບຕິ​ສະມາ ຈະ​ຮັບ​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ. ແລະ ຜູ້​ໃດ​ກໍ​ຕາມ​ທີ່​ເຈົ້າ​ຮັບ​ໄວ້ຈະ​ເຊື່ອ​ໃນ​ນາມ​ຂອງ​ເຮົາ; ແລະ ເຮົາ​ຈະ ໃຫ້​ອະ​ໄພ​ເຂົາ​ຢ່າງ​ເຕັມ​ໃຈ.

23 ເພາະ​ເຮົາ​ນີ້​ແຫລະ​ເປັນ​ຜູ້ ຮັບ​ເອົາ​ບາບ​ຂອງ​ໂລກ​ໄວ້; ເພາະ​ເຮົາ​ນີ້​ແຫລະ​ເປັນ​ຜູ້ ສ້າງ​ເຂົາ; ແລະ ເຮົາ​ນີ້​ແຫລະ​ເປັນ​ຜູ້​ໃຫ້​ສະຖານ​ທີ່​ບ່ອນ​ໜຶ່ງ​ທາງ​ຂວາ​ມື​ຂອງ​ເຮົາ​ແກ່​ຜູ້​ທີ່​ເຊື່ອ​ຈົນ​ເຖິງ​ທີ່​ສຸດ.

24 ເພາະ​ຈົ່ງ​ເບິ່ງ, ເຂົາ​ຈະ​ຖືກ​ເອີ້ນ​ໃນ​ນາມ​ຂອງ​ເຮົາ; ແລະ ຖ້າ​ຫາກ​ເຂົາ ຮູ້ຈັກ​ເຮົາ ເຂົາ​ກໍ​ຈະ​ອອກ​ມາ, ແລະ ຢູ່​ໃນ​ສະຖານ​ທີ່​ຊົ່ວ​ນິ​ລັນ​ດອນ​ບ່ອນ​ໜຶ່ງ​ທາງ​ຂວາ​ມື​ຂອງ​ເຮົາ.

25 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເວລາ​ສຽງ​ແກ​ເທື່ອ ທີ​ສອງ​ດັງ​ຂຶ້ນ ເມື່ອ​ນັ້ນ​ຜູ້​ທີ່​ບໍ່​ເຄີຍ ຮູ້ຈັກ​ເຮົາ​ຈະ​ອອກ​ມາ ແລະ ຢືນ​ຢູ່​ຕໍ່​ໜ້າ​ເຮົາ.

26 ແລະ ເວລາ​ນັ້ນ​ເຂົາ​ຈະ​ຮູ້​ຈັກ​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຂົາ, ແລະ ເຮົາ​ຄື​ພຣະ​ຜູ້​ໄຖ່​ຂອງ​ເຂົາ; ແຕ່​ວ່າ​ເຂົາ​ບໍ່​ຍອມ​ຖືກ​ໄຖ່​ເລີຍ.

27 ແລະ ຈາກ​ນັ້ນ​ເຮົາ​ຈະ​ກ່າວ​ກັບ​ເຂົາ​ວ່າ ເຮົາ​ບໍ່​ເຄີຍ ຮູ້ຈັກ​ເຂົາ; ແລະ ເຂົາ​ຈະ ອອກ​ໄປ​ຫາ​ໄຟ ອັນ​ເປັນນິດ ຊຶ່ງ​ຕຽມ​ໄວ້​ສຳ​ລັບ​ມານ​ກັບ​ບໍ​ລິ​ວານ​ຂອງ​ມັນ.

28 ສະນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຜູ້​ໃດ​ທີ່​ບໍ່​ຍອມ ຟັງ​ສຽງ​ຂອງ​ເຮົາ, ຜູ້​ນັ້ນຈະ​ບໍ່​ໄດ້​ຮັບ​ເຂົ້າ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ເຮົາ​ຈະ​ບໍ່​ຮັບ​ເອົາ​ເຂົາ​ໃນ​ວັນ​ສຸດ​ທ້າຍ.

29 ສະນັ້ນ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຈົ່ງ​ອອກ​ໄປ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ລ່ວງ​ລະເມີດ​ຕໍ່​ເຮົາ, ເຈົ້າ​ຈົ່ງ ຕັດສິນ​ເຂົາ ແລ້ວ​ແຕ່​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ມາ; ແລະ ຖ້າ​ຫາກ​ເຂົາ ສາ​ລະ​ພາບ​ບາບ​ທີ່​ເຂົາ​ໄດ້​ກະທຳ​ມາ​ນັ້ນ​ຕໍ່​ໜ້າ​ເຈົ້າ ແລະ ຕໍ່​ໜ້າ​ເຮົາ, ແລະ ກັບໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຂອງ​ເຂົາ, ແລ້ວ​ເຈົ້າ​ຈົ່ງ​ໃຫ້ ອະ​ໄພ​ແກ່​ເຂົາ, ແລະ ເຮົາ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ຄື​ກັນ.

30 ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ ເທົ່າ​ໃດ​ເທື່ອ​ກໍ​ຕາມ ເຮົາ​ກໍ​ຈະ​ໃຫ້ ອະ​ໄພ​ແກ່​ເຂົາ​ສຳລັບ​ການ​ລ່ວງ​ລະເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.

31 ແລະ ເຈົ້າ​ຈົ່ງ​ໃຫ້ ອະ​ໄພ​ແກ່​ການ​ລ່ວງ​ລະເມີດ​ຂອງ​ກັນ​ແລະ​ກັນ; ເພາະ​ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຜູ້​ທີ່​ບໍ່​ໃຫ້​ອະ​ໄພ​ການ​ລ່ວງ​ລະເມີດ​ຂອງ​ເພື່ອນ​ບ້ານ​ເມື່ອ​ເຂົາ​ເວົ້າ​ວ່າ​ເຂົາ​ກັບ​ໃຈ​ແລ້ວ, ຜູ້​ນັ້ນຈະ​ຖືກ​ນຳ​ຕົວ​ມາ​ຫາ​ການ​ກ່າວ​ໂທດ.

32 ບັດ​ນີ້​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຈົ່ງ​ອອກ​ໄປ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ ຜູ້​ນັ້ນ​ຈະ​ບໍ່​ໄດ້​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ; ແລະ ເລື່ອງ​ນີ້​ຈະ​ຕ້ອງ​ປະ​ຕິ​ບັດ​ນັບ​ຕັ້ງ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ແອວມາ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ເພິ່ນ​ໄດ້​ຂຽນ​ມັນ​ໄວ້ ເພື່ອ​ເພິ່ນ​ຈະ​ມີ​ມັນ, ແລະ ເພື່ອ​ເພິ່ນ​ຈະ​ໄດ້​ຕັດ​ສິນ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ອອກ​ໄປ​ຕັດ​ສິນ​ຜູ້​ທີ່​ຖືກ​ພາ​ໄປ​ຫາ​ຄວາມ​ຊົ່ວ​ຮ້າຍ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

35 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ ແລະ ໄດ້ ສາ​ລະ​ພາບ​ຜິດ, ແລ້ວ​ເພິ່ນ​ກໍ​ໄດ້​ນັບ​ພວກ​ເຂົາ​ໄວ້​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ;

36 ແລະ ຜູ້​ທີ່​ບໍ່​ຍອມ​ສາ​ລະ​ພາບ​ບາບ​ຂອງ​ພວກ​ເຂົາ ແລະ ບໍ່​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ຄົນ​ພວກ​ນັ້ນຈະ​ບໍ່​ໄດ້​ຖືກ​ນັບ​ໄວ້​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ຊື່​ຂອງ​ພວກ​ເຂົາ​ຖືກ ລຶບອອກ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວມາ​ໄດ້​ຄວບ​ຄຸມ​ການ​ງານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ; ແລະ ພວກ​ເຂົາ​ເລີ່ມ​ມີ​ສັນ​ຕິ​ສຸກ​ຂຶ້ນ​ອີກ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃນ​ການ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ເດີນ​ໄປ​ຢ່າງ​ຮອບ​ຄອບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ໄດ້​ຮັບ​ເອົາ​ຫລາຍ​ຄົນ ແລະ ໃຫ້​ບັບຕິ​ສະມາ​ຫລາຍ​ຄົນ.

38 ແລະ ບັດ​ນີ້​ແອວມາ​ກັບ​ເພື່ອນ​ຮ່ວມ​ງານ​ຂອງ​ເພິ່ນ​ຊຶ່ງ​ດູ​ແລ​ສາດ​ສະ​ໜາ​ຈັກ​ໄດ້​ເຮັດ​ໄປ​ທັງ​ໝົດ​ນີ້​ໂດຍ​ການ​ເດີນ​ໄປ​ດ້ວຍ​ຄວາມ​ພາກ​ພຽນ​ທຸກ​ຢ່າງ, ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທຸກ​ຢ່າງ, ທົນ​ຮັບ​ຄວາມ​ທຸກ​ນາໆ​ປະ​ການ, ຖືກ​ຂົ່ມ​ເຫັງ​ໂດຍ​ທຸກ​ຄົນ​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ.

39 ແລະ ພວກ​ເຂົາ​ໄດ້​ຕັກ​ເຕືອນ​ພີ່​ນ້ອງ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ກໍ​ໄດ້​ຮັບ​ເອົາ​ຄຳ ຕັກ​ເຕືອນ, ທຸກ​ຄົນ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ອີງ​ຕາມ​ບາບ​ຂອງ​ຕົນ, ຫລື ວ່າ​ບາບ​ທີ່​ເຂົາ​ໄດ້​ກະ​ທຳ​ໄປ​ນັ້ນ, ໂດຍ​ຮັບ​ບັນ​ຊາ​ຈາກ​ພຣະ​ເຈົ້າ​ວ່າ​ໃຫ້ ອະ​ທິ​ຖານ​ຢ່າງ​ບໍ່​ທໍ້​ຖອຍ, ແລະ ຂອບ​ພຣະ​ໄທ​ພຣະ​ອົງ​ໃນ​ທຸກ​ສິ່ງ.