ສິ່ງ​ຊ່ວຍ​ສຶກ​ສາ
ອະ​ໄພ, ໃຫ້​ອະ​ໄພ


ອະ​ໄພ, ໃຫ້​ອະ​ໄພ

ດັ່ງ​ທີ່​ໃຊ້​ໃນ​ພຣະ​ຄຳ​ພີ, ທີ່​ຈະ​ໃຫ້​ອະ​ໄພ ໂດຍ​ທົ່ວ​ໄປ​ແລ້ວ​ມີ​ຄວາມ​ໝາຍ​ຢູ່​ສອງ​ຢ່າງ: (1) ເມື່ອ​ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ມະນຸດ, ພຣະ​ອົງ​ຈະ​ລົບ​ລ້າງ ຫລື ຍົກ​ເລີກ​ການ​ຮຽກ​ຮ້ອງ​ໃຫ້​ລົງ​ໂທດ​ເພາະ​ບາບ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ການອະໄພ​ບາບ​ຈຶ່ງ​ມີ​ໃຫ້​ສຳ​ລັບ​ທຸກ​ຄົນ​ທີ່​ກັບ​ໃຈ, ຍົກ​ເວັ້ນ​ແຕ່​ຜູ້​ທີ່​ຜິດ​ຖານ​ຄາດ​ຕະ​ກຳ ຫລື ບາບ​ທີ່ອະໄພ​ໃຫ້​ບໍ່​ໄດ້​ເພາະ​ການ​ປະ​ຕິ​ເສດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. (2) ເມື່ອ​ຜູ້​ຄົນ​ໃຫ້​ອະ​ໄພ​ກັນ​ແລະ​ກັນ, ເຂົາ​ຈະ​ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ ແລະ ບໍ່​ມີ​ຄວາມ​ຄິດ​ທີ່​ບໍ່​ດີ​ຕໍ່​ຄົນ​ທີ່​ເຮັດ​ຜິດ​ຕໍ່​ເຂົາ (ມທ 5:43–45; 6:12–15; ລກ 17:3–4; 1 ນຟ 7:19–21).