ສິ່ງ​ຊ່ວຍ​ສຶກ​ສາ
ເລືອກ, ການ​ເລືອກ


ເລືອກ, ການ​ເລືອກ

ອີງ​ຕາມ​ການ​ມີ​ຄ່າ​ຄວນ​ກ່ອນ​ມະຕະ, ພຣະ​ເຈົ້າ​ໄດ້​ເລືອກ​ຜູ້​ທີ່​ຈະ​ເປັນ​ລູກ​ຫລານ​ຂອງ​ອັບ​ຣາ​ຮາມ ແລະ ເຊື້ອ​ສາຍ​ອິດສະ​ຣາເອນ ແລະ ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ (ພບຍ 32:7–9; ອຣຮ 2:9–11). ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ຮັບ​ພອນ ແລະ ໜ້າ​ທີ່​ພິ​ເສດ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ພອນ​ໃຫ້​ແກ່​ປະ​ຊາ​ຊາດ​ທັງ​ປວງ​ຂອງ​ໂລກ (ຣມ 11:5–7; 1 ປຕ 1:2; ແອວ 13:1–5; ຄພ 84:99). ເຖິງ​ຢ່າງ​ໃດ​ກໍ​ຕາມ, ແມ່ນ​ແຕ່​ຜູ້​ທີ່​ຖືກ​ເລືອກ ກໍ​ຕ້ອງ​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ໃນ​ຊີ​ວິດ​ນີ້ ກ່ອນ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ລອດ.