ສິ່ງ​ຊ່ວຍ​ສຶກ​ສາ
ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ


ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ

ບຸກ​ຄົນ​ທີ່​ເລືອກ​ໃຫ້​ກິ​ເລດ​ຕັນ​ຫາ, ຄວາມ​ປາດ​ຖະ​ໜາ, ຄວາມ​ຢາກ, ແລະ ຄວາມ​ຮູ້​ສຶກ​ຂອງ​ເນື້ອ​ໜັງ​ມີ​ອິດ​ທິ​ພົນ​ເໜືອ​ຕົນ ແທນ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ທີ່​ສັກ​ສິດ. ບຸກ​ຄົນ​ເຊັ່ນ​ນັ້ນ​ສາ​ມາດ​ເຂົ້າ​ໃຈ​ສິ່ງ​ທີ່​ເປັນ​ທາງ​ຮ່າງ​ກາຍ ແຕ່​ບໍ່​ແມ່ນ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ. ທຸກ​ຄົນ​ມີ​ກາມ​ມະ​ລົມ, ຫລື ມະຕະ, ເພາະ​ວ່າ​ການ​ຕົກ​ຂອງ​ອາດາມ ແລະ ເອວາ. ແຕ່​ລະ​ຄົນ​ຕ້ອງ​ເກີດ​ໃໝ່​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ ເພື່ອ​ຈະ​ໄດ້​ປະ​ຖິ້ມ​ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ.