ສິ່ງ​ຊ່ວຍ​ສຶກ​ສາ
ສາ​ລະ​ພາບ, ການ​ສາ​ລະ​ພາບ


ສາ​ລະ​ພາບ, ການ​ສາ​ລະ​ພາບ

ພຣະ​ຄຳ​ພີ​ໃຊ້​ການ​ສາ​ລະ​ພາບ​ຢ່າງ​ໜ້ອຍ​ໃນ​ສອງ​ວິ​ທີ​ທາງ. ໃນ​ຄວາມ​ໝາຍ​ໜຶ່ງ, ການ​ສາ​ລະ​ພາບ​ຄື​ການ​ກ່າວ​ເຖິງ​ສັດທາ​ຂອງ​ບາງ​ຄົນ​ໃນ​ບາງ​ສິ່ງ, ດັ່ງ​ເຊັ່ນ​ການ​ສາ​ລະ​ພາບ​ວ່າ​ພຣະ​ເຢຊູ​ຄື​ພຣະຄຣິດ (ມທ 10:32; ຣມ 10:9; 1 ຢຮ 4:1–3; ຄພ 88:104).

ໃນ​ຄວາມ​ໝາຍ​ໜຶ່ງ​ອີກ, ການ​ສາ​ລະ​ພາບ​ຄື​ການ​ຍອມ​ຮັບ​ຄວາມ​ຜິດ, ດັ່ງ​ເຊັ່ນ​ໃນ​ການ​ສາ​ລະ​ພາບ​ບາບ. ມັນ​ແມ່ນ​ໜ້າ​ທີ່​ຂອງ​ທຸກ​ຄົນ​ທີ່​ຈະ​ສາ​ລະ​ພາບ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຮັບ​ເອົາ​ການ​ໃຫ້​ອະ​ໄພ​ຈາກ​ພຣະ​ອົງ (ຄພ 58:42–43). ເມື່ອ​ຈຳ​ເປັນ, ຄວນ​ສາ​ລະ​ພາບ​ບາບ​ຕໍ່​ຄົນ​ທີ່​ເຮົາ​ໄດ້​ເຮັດ​ບາບ​ຕໍ່. ຄວນ​ສາ​ລະ​ພາບ​ບາບ​ທີ່​ຮ້າຍ​ແຮງ​ຕໍ່​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ (ໃນ​ຫລາຍໆ​ກໍ​ລະ​ນີ​ນັ້ນ​ຈະ​ເປັນ ອະ​ທິ​ການ).