ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 48


ພາກ​ທີ 48

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 10 ເດືອນ​ມີນາ, 1831. ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ດຳ​ເນີນ​ການ​ຈັດ​ຫາ​ທີ່​ດິນ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເພື່ອ​ຕັ້ງ​ຖິ່ນ​ຖານ. ນີ້​ເປັນ​ເລື່ອງ​ສຳ​ຄັນ​ເນື່ອງ​ດ້ວຍ​ການ​ອົບ​ພະ​ຍົບ​ຂອງ​ສະມາ​ຊິກ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ, ໃນ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ໃຫ້​ເຂົາ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ​ໃນ​ລັດ​ໂອ​ໄຮ​ໂອ (ເບິ່ງ ພາກທີ 37:1–3; 45:64).

1–3, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ໂອ​ໄຮ​ໂອ​ຕ້ອງ​ແບ່ງ​ປັນ​ທີ່​ດິນ​ໃຫ້​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ; 4–6, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຊື້​ທີ່​ດິນ, ສ້າງ​ເມືອງ, ແລະ ປະ​ຕິ​ບັດ​ຕາມ​ຄຳ​ແນະນຳ​ຂອງ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຂອງ​ເຂົາ​ເຈົ້າ.

1 ມັນ​ຈຳ​ເປັນ​ທີ່​ເຈົ້າ​ຈະ​ຄົງ​ຢູ່​ສຳ​ລັບ​ເວລາ​ນີ້ ໃນ​ບ້ານ​ເຮືອນ​ທີ່​ເຈົ້າ​ອາ​ໄສ​ຢູ່, ດັ່ງ​ທີ່​ມັນ​ຈະ​ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ເຈົ້າ.

2 ແລະ ຕາບ​ໃດ​ທີ່​ເຈົ້າ​ມີ​ທີ່​ດິນ​ຢູ່, ຈົ່ງ ແບ່ງ​ມັນ​ໃຫ້​ພີ່​ນ້ອງ​ທີ່​ມາ​ຈາກ​ພາກ​ຕາ​ເວັນ​ອອກ;

3 ແລະ ຕາບ​ໃດ​ທີ່​ເຈົ້າ​ບໍ່​ມີ​ທີ່​ດິນ, ກໍ​ໃຫ້​ພວກ​ເຂົາ​ຊື້​ສຳ​ລັບ​ເວລາ​ນີ້​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ​ເຫລົ່າ​ນັ້ນ, ດັ່ງ​ທີ່​ພວກ​ເຂົາ​ເຫັນ​ວ່າ​ດີ, ເພາະ​ຈຳ​ເປັນ​ວ່າ​ພວກ​ເຂົາ​ຕ້ອງ​ມີ​ບ່ອນ​ຢູ່​ໃນ​ເວລາ​ນີ້.

4 ຖື​ວ່າ​ຈຳ​ເປັນ​ທີ່​ເຈົ້າ​ຕ້ອງ​ເກັບ​ທ້ອນ​ເງິນ​ຄຳ​ທັງ​ໝົດ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້, ແລະ ວ່າ​ເຈົ້າ​ຈະ​ໄດ້​ຮັບ​ເອົາ​ທັງ​ໝົດ​ທີ່​ເຈົ້າ​ສາ​ມາດ​ໄດ້​ຮັບ​ໃນ​ຄວາມ​ຊອບ​ທຳ, ເພື່ອ​ວ່າ​ເຈົ້າ​ຈະ​ສາ​ມາດ ຊື້​ທີ່​ດິນ​ເປັນ​ມູນ​ມໍ​ລະ​ດົກ​ໃນ​ມື້​ໜຶ່ງ, ແມ່ນ​ແຕ່​ເມືອງ​ນັ້ນ.

5 ສະຖານ​ທີ່​ຍັງ​ບໍ່​ຖືກ​ເປີດ​ເຜີຍ​ໃຫ້​ຮູ້​ເທື່ອ; ແຕ່​ຫລັງ​ຈາກ​ພີ່​ນ້ອງ​ຂອງ​ເຈົ້າ​ມາ​ຈາກ​ພາກ​ຕາ​ເວັນ​ອອກ ຈະ​ມີ ຜູ້​ຊາຍ​ບາງ​ຄົນ​ຖືກ​ກຳ​ນົດ​ໄວ້, ແລະ ຈະ​ບອກ​ພວກ​ເຂົາ​ໃຫ້ ຮູ້​ຈັກ​ສະຖານ​ທີ່​ນັ້ນ, ຫລື ຈະ​ເປີດ​ເຜີຍ​ມັນ​ໃຫ້​ພວກ​ເຂົາ​ຮູ້.

6 ແລະ ພວກ​ເຂົາ​ຈະ​ຖືກ​ກຳ​ນົດ​ໃຫ້​ຊື້​ທີ່​ດິນ, ແລະ ໃຫ້​ທຳ​ການ​ເລີ່ມ​ຕົ້ນ​ວາງ​ຮາກ​ຖານ​ຂອງ ເມືອງ; ແລະ ຈາກ​ນັ້ນ ເຈົ້າ​ຈະ​ເລີ່ມ​ຕົ້ນ​ເຕົ້າ​ໂຮມ​ກັນ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ເຈົ້າ, ທຸກ​ຄົນ​ຕາມ ຄອບ​ຄົວ​ຂອງ​ເຂົາ, ຕາມ​ສະພາບ​ການ​ຂອງ​ເຂົາ, ແລະ ດັ່ງ​ທີ່​ໄດ້​ກຳ​ນົດ​ໃຫ້​ເຂົາ​ໂດຍ​ຝ່າຍ​ປະທານ ແລະ ອະ​ທິ​ການ​ຂອງ​ສາດ​ສະ​ໜາ​ຈັກ, ຕາມ​ກົດ ແລະ ບັນ​ຍັດ ຊຶ່ງ​ເຈົ້າ​ໄດ້​ຮັບ, ແລະ ຊຶ່ງ​ເຈົ້າ​ຈະ​ໄດ້​ຮັບ​ໃນ​ພາຍ​ຂ້າງ​ໜ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.