ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 34


ພາກ​ທີ 34

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ອໍສັນ ພະແຣັດ, ທີ່​ເມືອງ​ເຟແອດ, ລັດ​ນິວຢອກ, ວັນທີ 4 ເດືອນ​ພະຈິກ 1830. ບຣາເດີ ພະແຣັດ ມີ​ອາ​ຍຸ​ໄດ້​ສິບ​ເກົ້າ​ປີ​ໃນ​ຕອນ​ນັ້ນ. ລາວ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ຮັບ​ບັບຕິ​ສະມາ​ເມື່ອ​ລາວ​ໄດ້​ຍິນ​ການ​ສັ່ງ​ສອນ​ເທື່ອ​ທຳ​ອິດ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຈາກ​ອ້າຍ​ຂອງ​ລາວ, ພາລີ ພີ ພະແຣັດ, ເມື່ອ​ຫົກ​ອາ​ທິດ​ກ່ອນ. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ຢູ່​ໃນບ້ານ​ຂອງ​ພີເຕີ ວິດເມີ ຜູ້ພໍ່.

1–4, ຄົນ​ຊື່​ສັດ​ກາຍ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ​ຜ່ານ​ການ​ຊົດ​ໃຊ້; 5–9, ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຕຽມ​ທາງ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ; 10–12, ການ​ທຳ​ນາຍ​ເກີດ​ຂຶ້ນ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

1 ອໍສັນ ບຸດ​ຂອງ​ເຮົາ, ຈົ່ງ​ເຊື່ອ​ຟັງ ແລະ ຟັງ ແລະ ເບິ່ງ​ສິ່ງ​ທີ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ກ່າວ​ກັບ​ເຈົ້າ, ແມ່ນ​ແຕ່​ພຣະ​ເຢຊູ​ຄຣິດ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ;

2 ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ, ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ມືດ​ບໍ່​ເຂົ້າ​ໃຈ​ມັນ​ເລີຍ;

3 ຜູ້​ທີ່ ຮັກ​ໂລກ ຈົນ​ວ່າ ພຣະ​ອົງ​ໄດ້ ມອບ​ຊີ​ວິດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ຈະ​ກາຍ​ເປັນ ບຸດ​ຂອງ​ພຣະ​ເຈົ້າ. ດັ່ງ​ນັ້ນ ເຈົ້າ​ຈຶ່ງ​ເປັນ​ບຸດ​ຂອງ​ເຮົາ;

4 ແລະ ເຈົ້າ ເປັນ​ສຸກ​ແລ້ວ ເພາະ​ເຈົ້າ​ໄດ້​ເຊື່ອ;

5 ແລະ ເຈົ້າ​ຍິ່ງ​ເປັນ​ສຸກ​ກວ່າ​ນັ້ນ ເພາະ​ເຈົ້າ​ຖືກ ເອີ້ນ​ໂດຍ​ເຮົາ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ—

6 ເພື່ອ​ເປັ່ງ​ສຽງ​ຂອງ​ເຈົ້າ​ດັ່ງ​ກັບ​ສຽງ​ແກ, ທັງ​ດົນ​ນານ ແລະ ດັງ, ແລະ ເອີ້ນ​ການ​ກັບ​ໃຈ​ແກ່​ລຸ້ນ​ທີ່​ຄົດ​ໂກງ ແລະ ເສຍ​ຄົນ​ນີ້, ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

7 ເພາະ​ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເວລາ​ໃກ້​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ເມື່ອ​ເຮົາ​ຈະ​ມາ​ໃນ ເມກ​ດ້ວຍ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.

8 ແລະ ມັນ​ຈະ​ເປັນ ວັນ​ອັນ​ຍິ່ງ​ໃຫຍ່​ໃນ​ເວລາ​ແຫ່ງ​ການ​ມາ​ຂອງ​ເຮົາ, ເພາະ​ທຸກ​ປະ​ຊາ​ຊາດ​ຈະ ຕົວ​ສັ່ນ.

9 ແຕ່​ກ່ອນ​ວັນ​ອັນ​ຍິ່ງ​ໃຫຍ່​ນັ້ນ​ຈະ​ມາ​ເຖິງ ດວງ​ຕາ​ເວັນ​ຈະ​ມືດ​ດັບ, ແລະ ດວງ​ເດືອນ​ຈະ​ກັບ​ເປັນ​ເລືອດ, ແລະ ດວງ​ດາວ​ຈະ​ບໍ່​ຍອມ​ສ່ອງ​ແສງ, ແລະ ດາວ​ບາງ​ໜ່ວຍ​ຈະ​ຕົກ​ລົງ​ມາ, ແລະ ຄວາມ​ພິນາດ​ອັນ​ຍິ່ງ​ໃຫຍ່​ຈະ​ຄອຍ​ຖ້າ​ຄົນ​ຊົ່ວ​ຢູ່.

10 ດັ່ງ​ນັ້ນ, ຈົ່ງ​ເປັ່ງ​ສຽງ​ຂອງ​ເຈົ້າ ແລະ ຢ່າ ຢັບ​ຢັ້ງ​ມັນ​ໄວ້, ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ; ສະນັ້ນ ຈົ່ງ​ທຳ​ນາຍ, ແລະ ມັນ​ຈະ​ຖືກ​ມອບ​ໃຫ້​ໂດຍ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

11 ແລະ ຖ້າ​ຫາກ​ເຈົ້າ​ຊື່​ສັດ, ຈົ່ງ​ເບິ່ງ, ເຮົາ​ຢູ່​ນຳ​ເຈົ້າ​ຈົນ​ກວ່າ​ເຮົາ​ຈະ​ມາ—

12 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ມາ​ຢ່າງ​ໄວ. ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.