ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 96


ພາກ​ທີ 96

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ໂດຍ​ສະແດງ​ໃຫ້​ເຫັນ​ລະບຽບ​ຂອງ​ເມືອງ ຫລື ສະເຕກ​ແຫ່ງ​ຊີໂອນ ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 4 ເດືອນ​ມິຖຸນາ, 1833, ປະທານ​ໃຫ້​ເປັນ​ຕົວ​ຢ່າງ​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ເມືອງ​ເຄີດແລນ. ເຫດ​ການ​ເທື່ອ​ນັ້ນ​ເປັນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ກຸ່ມ​ມະຫາ​ປະ​ໂລ​ຫິດ, ແລະ ຫົວ​ຂໍ້​ສຳ​ຄັນ​ຂອງ​ການ​ພິ​ຈາ​ລະ​ນາ​ຄື​ການ​ຈັດ​ການ​ກັບ​ທີ່​ດິນ​ບາງ​ຕອນ, ທີ່​ເອີ້ນ​ວ່າ French farm (ບ້ານ​ສວນ​ຂອງ​ຄອບຄົວ​ຝະ​ເຣັ້ນ), ທີ່​ສາດ​ສະ​ໜາ​ຈັກ​ເປັນ​ເຈົ້າ​ຂອງ ຢູ່​ໃກ້​ເມືອງ​ເຄີດແລນ. ເນື່ອງ​ຈາກ​ວ່າ​ກອງ​ປະ​ຊຸມ​ໃຫຍ່​ບໍ່​ສາ​ມາດ ເຫັນ​ພ້ອມ​ກັນ​ວ່າ​ຄົນ​ໃດ​ຄວນ​ເປັນ​ຜູ້​ດູ​ແລ​ບ້ານ​ສວນ​ແຫ່ງ​ນັ້ນ, ທຸກ​ຄົນ​ຈຶ່ງ​ເຫັນ​ພ້ອມ​ທີ່​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ນີ້.

1, ຕ້ອງ​ເຮັດ​ໃຫ້​ສະເຕກ​ເຄີດແລນ​ແຫ່ງ​ຊີໂອນ​ເຂັ້ມ​ແຂງ​ຂຶ້ນ; 2–5, ອະ​ທິ​ການ​ຕ້ອງ​ແບ່ງ​ປັນ​ມູນ​ມໍ​ລະ​ດົກ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ; 6–9, ຈອນ ຈອນ​ສັນ ຕ້ອງ​ເປັນ​ສະມາ​ຊິກ​ຂອງ​ລະ​ບົບ​ເອ​ກະ​ພາບ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ນີ້​ຄື​ປັນ​ຍາ, ຊຶ່ງ​ໂດຍ​ສິ່ງ​ນີ້​ພວກ​ເຈົ້າ​ຈະ​ຮູ້​ວິ​ທີ​ທີ່​ຈະ​ເຮັດ​ແນວ​ໃດ​ກ່ຽວ​ກັບ​ເລື່ອງ​ນີ້, ເພາະ​ເຮົາ​ເຫັນ​ສົມ​ຄວນ​ທີ່​ຈະ​ເຮັດ​ໃຫ້ ສະເຕກ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ເປັນ​ກຳ​ລັງ​ຂອງ​ຊີໂອນ ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

2 ສະນັ້ນ, ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວເອັນ ເຄ ວິດນີ ດູ​ແລ​ບ່ອນ​ທີ່​ເອີ່ຍ​ເຖິງ​ໃນ​ບັນ​ດາ​ພວກ​ເຈົ້າ, ຊຶ່ງ​ໃນ​ນັ້ນ ເຮົາ​ມີ​ແຜນ​ທີ່​ຈະ​ສ້າງ​ບ້ານ​ສັກ​ສິດ​ຂອງ​ເຮົາ.

3 ແລະ ອີກ​ເທື່ອ​ໜຶ່ງ, ໃຫ້​ແບ່ງ​ມັນ​ເປັນ​ແປງໆ, ຕາມ​ປັນ​ຍາ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ທີ່​ສະແຫວງ​ຫາ​ມູນ​ມໍ​ລະ​ດົກ, ດັ່ງ​ທີ່​ມັນ​ຈະ​ຖືກ​ພິ​ຈາ​ລະ​ນາ​ໃນ​ສະພາ​ໃນ​ບັນ​ດາ​ພວກ​ເຈົ້າ.

4 ສະນັ້ນ, ຈົ່ງ​ລະ​ວັງ​ວ່າ ພວກ​ເຈົ້າ​ຈັດ​ການ​ກັບ​ເລື່ອງ​ນີ້, ແລະ ສ່ວນ​ນັ້ນ​ທີ່​ຈຳ​ເປັນ​ຕໍ່​ຜົນ​ປະ​ໂຫຍດ​ຂອງ ລະບົບ​ຂອງ​ເຮົາ, ເພື່ອ​ຈຸດ​ປະສົງ​ຂອງ​ການ​ນຳ​ຄຳ​ຂອງ​ເຮົາ​ອອກ​ໄປ​ສູ່​ລູກ​ຫລານ​ມະນຸດ.

5 ເພາະ​ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ເຫັນ​ວ່າ​ສິ່ງ​ນີ້​ເໝາະ​ສົມ​ທີ່​ສຸດ, ວ່າ​ຄຳ​ຂອງ​ເຮົາ​ຈະ​ອອກ​ໄປ​ສູ່​ລູກ​ຫລານ​ມະນຸດ, ເພື່ອ​ຈຸດ​ປະສົງ​ທີ່​ຈະ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ອ່ອນ​ລົງ​ສຳ​ລັບ​ຄວາມ​ດີ​ຂອງ​ພວກ​ເຈົ້າ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.

6 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ ແລະ ເຮົາ​ເຫັນ​ວ່າ​ເໝາະ​ສົມ, ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຈອນ ຈອນ​ສັນ ຜູ້​ທີ່​ເຮົາ​ໄດ້​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ລາວ​ແລ້ວ, ແລະ ຜູ້​ທີ່​ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ລາວ​ແລ້ວ, ຜູ້​ຊຶ່ງ​ເຮົາ​ໄດ້​ສັນ​ຍາ​ວ່າ​ຈະ​ປະທານ​ຊີ​ວິດ​ນິ​ລັນ​ດອນ​ໃຫ້ ຕາບ​ໃດ​ທີ່​ລາວ​ຍັງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ—

7 ເພາະ​ລາວ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ໂຢເຊັບ ແລະ ເປັນ​ຜູ້​ຮັບ​ສ່ວນ​ພອນ​ແຫ່ງ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ລາວ—

8 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ເຫັນ​ສົມ​ຄວນ​ທີ່​ລາວ​ຈະ​ກາຍ​ເປັນ​ສະມາ​ຊິກ ຂອງ​ລະບົບ, ເພື່ອ​ວ່າ​ລາວ​ຈະ​ໄດ້​ຊ່ວຍ​ເຫລືອ​ໃນ​ການ​ນຳ​ຄຳ​ຂອງ​ເຮົາ​ອອກ​ໄປ​ສູ່​ລູກ​ຫລານ​ມະນຸດ.

9 ສະນັ້ນ ພວກ​ເຈົ້າ​ຈົ່ງ​ແຕ່ງ​ຕັ້ງ​ລາວ​ສູ່​ພອນ​ນີ້, ແລະ ລາວ​ຈະ​ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ເພື່ອ​ຍົກ​ເອົາ​ໜີ້​ສິນ​ໄປ​ຈາກ​ບ້ານ​ຊຶ່ງ​ເອີ່ຍ​ເຖິງ​ໃນ​ບັນ​ດາ​ພວກ​ເຈົ້າ, ເພື່ອ​ວ່າ​ລາວ​ຈະ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.