ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 105


ພາກ​ທີ 105

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ແມ່​ນ້ຳ​ຟິດ​ຊິງ, ລັດ​ມີ​ເຊີຣີ, ວັນທີ 22 ເດືອນ​ມິຖຸນາ, 1834. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສາດ​ສະ​ດາ, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈາກ​ລັດ​ໂອ​ໄຮ​ໂອ ແລະ ຈາກ​ບ່ອນ​ອື່ນໆ ໄດ້​ເດີນ​ຂະ​ບວນ​ໄປ​ລັດ​ມີ​ເຊີຣີ ໃນ​ການ​ໄປ​ສຳ​ຫລວດ ຊຶ່ງ​ຕໍ່​ມາ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຄ້າຍ​ຊີໂອນ. ຈຸດ​ປະສົງ​ຂອງ​ເຂົາ​ເຈົ້າ ແມ່ນ​ເພື່ອ​ພາ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ທີ່​ຖືກ​ໄລ່​ໜີ​ຈາກ​ລັດ​ມີ​ເຊີຣີ ກັບ​ຄືນ​ໄປ​ຫາ​ທີ່​ດິນ​ຂອງ​ເຂົາ​ເຈົ້າ ຢູ່​ເຂດ​ແຈ໊ກສັນ. ປະ​ຊາ​ຊົນ​ຂອງ​ລັດ​ມີ​ເຊີຣີ​ຜູ້​ໄດ້​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ເກີດ​ຄວາມ​ຢ້ານ​ກົວ​ກັບ​ການ​ໂຕ້​ຕອບ​ຂອງ​ຄ້າຍ​ຊີໂອນ ແລະ ໄດ້​ວາງ​ແຜນ​ທີ່​ຈະ​ໂຈມ​ຕີ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ອາ​ໄສ​ຢູ່​ເຂດ​ຄະ​ເລ, ລັດ​ມີ​ເຊີຣີ. ຫລັງ​ຈາກ​ເຈົ້າ​ລັດ​ມີ​ເຊີຣີ ໄດ້​ຖອນ​ຄຳ​ສັນ​ຍາ​ຂອງ​ເພິ່ນ ທີ່​ຈະ​ຊ່ວຍ​ເຫລືອ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ໂຈເຊັບ ສະມິດ ຈຶ່ງ​ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້.

1–5, ຊີໂອນ​ຈະ​ຖືກ​ສ້າງ​ຂຶ້ນ​ໂດຍ​ຄວາມ​ສອດ​ຄ່ອງ​ກັບ​ກົດ​ຂອງ​ຊັ້ນ​ສູງ; 6–13, ການ​ໄຖ່​ຊີໂອນ​ຈະ​ຊັກ​ຊ້າ​ອອກ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ; 14–19, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕໍ່​ສູ້​ໃນ​ການ​ສູ້​ຮົບ​ຂອງ​ຊີໂອນ; 20–26, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ສະຫລາດ ແລະ ບໍ່​ເວົ້າ​ອວດ​ອ້າງ​ກ່ຽວ​ກັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ຂະນະ​ທີ່​ພວກ​ເຂົາ​ມາ​ເຕົ້າ​ໂຮມ​ກັນ; 27–30, ຄວນ​ຊື້​ທີ່​ດິນ​ໃນ​ເຂດ​ແຈ໊ກສັນ ແລະ ໃນ​ເຂດ​ໃກ້​ຄຽງ​ນັ້ນ; 31–34, ພວກ​ແອວເດີ​ຕ້ອງ​ຮັບ​ເອົາ​ຂອງ​ປະທານ​ສັກ​ສິດ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເມືອງ​ເຄີດແລນ; 35–37, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຜູ້​ຖືກ​ເອີ້ນ ແລະ ຖືກ​ເລືອກ ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ; 38–41, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຍົກ​ປ້າຍ​ສັນ​ຍານ​ແຫ່ງ​ສັນ​ຕິ​ພາບ​ຂຶ້ນ​ຕໍ່​ໂລກ.

1 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ຜູ້​ໄດ້​ມາ​ຊຸມ​ນຸມ​ກັນ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ຈັກ​ຄວາມ​ປະສົງ​ຂອງ​ເຮົາ​ກ່ຽວກັບ ການ​ໄຖ່​ຜູ້​ຄົນ​ທີ່​ເປັນ​ທຸກ​ຂອງ​ເຮົາ—

2 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ຫາກ​ບໍ່​ເປັນ​ເພາະ ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ໂດຍ​ກ່າວ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ ແລະ ບໍ່​ແມ່ນ​ສ່ວນ​ບຸກ​ຄົນ, ພວກ​ເຂົາ​ອາດ​ໄດ້​ຮັບ​ການ​ໄຖ່​ແລ້ວ​ແມ່ນ​ແຕ່​ໃນ​ຕອນ​ນີ້.

3 ແຕ່ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ໄດ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຄົນ​ເຊື່ອ​ຟັງ​ຕໍ່​ສິ່ງ​ທີ່​ເຮົາ​ໄດ້​ຮຽກ​ຮ້ອງ​ຈາກ​ມື​ຂອງ​ພວກ​ເຂົາ, ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ, ແລະ ບໍ່​ໄດ້ ໃຫ້​ເຂົ້າ​ຂອງ ຂອງ​ພວກ​ເຂົາ​ແກ່​ຄົນ​ຍາກ​ຈົນ ແລະ ຄົນ​ທີ່​ເປັນ​ທຸກ​ໃນ​ບັນ​ດາ​ພວກ​ເຂົາ, ດັ່ງ​ທີ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ເຮັດ;

4 ແລະ ບໍ່​ໄດ້ ພ້ອມ​ໃຈ​ກັນ​ຕາມ​ສະ​ຫະ​ພາບ​ດັ່ງ​ທີ່​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ຮຽກ​ຮ້ອງ;

5 ແລະ ຊີໂອນ​ບໍ່​ສາ​ມາດ​ຖືກ​ສ້າງ​ຂຶ້ນ ຍົກ​ເວັ້ນ​ແຕ່​ໂດຍ​ຫລັກ​ທຳ​ຂອງ ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ; ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ຈະ​ຮັບ​ນາງ​ໄວ້​ກັບ​ຕົວ​ເຮົາ​ເອງ​ບໍ່​ໄດ້.

6 ແລະ ຜູ້​ຄົນ​ຂອງ​ເຮົາ​ຕ້ອງ​ຖືກ ຕີ​ສອນ​ຈົນ​ກວ່າ​ພວກ​ເຂົາ​ໄດ້​ຮຽນ​ຮູ້ ການ​ເຊື່ອ​ຟັງ, ຖ້າ​ຫາກ​ຈຳ​ເປັນ, ໂດຍ​ສິ່ງ​ທີ່​ພວກ​ເຂົາ​ທົນ​ທຸກ.

7 ເຮົາ​ບໍ່​ໄດ້​ກ່າວ​ກ່ຽວ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ກຳ​ນົດ​ໃຫ້​ນຳ​ພາ​ຜູ້​ຄົນ​ຂອງ​ເຮົາ, ຜູ້​ເປັນ​ແອວເດີ​ກຸ່ມ ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ເພາະ​ພວກ​ເຂົາ​ທັງ​ໝົດ​ບໍ່​ໄດ້​ຢູ່​ໃຕ້​ການ​ກ່າວ​ໂທດ​ນີ້;

8 ແຕ່​ເຮົາ​ກ່າວ​ກ່ຽວ​ກັບ​ໜ່ວຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ—ມີ​ຫລາຍ​ຄົນ​ຈະ​ເວົ້າ​ວ່າ: ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຢູ່​ໃສ? ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ເຂົາ​ໃນ​ເວລາ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຮົາ​ຈະ​ບໍ່​ຂຶ້ນ​ໄປ​ຍັງ​ຊີໂອນ, ແລະ ຈະ​ເກັບ​ເງິນ​ຂອງ​ພວກ​ເຮົາ​ໄວ້.

9 ສະນັ້ນ, ເປັນ​ເພາະ ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ເຮົາ​ຈຶ່ງ​ເຫັນ​ສົມ​ຄວນ​ທີ່​ພວກ​ແອວເດີ​ຂອງ​ເຮົາ​ຄວນ​ລໍ​ຖ້າ​ຊົ່ວ​ໄລ​ຍະ​ໜຶ່ງ​ສຳ​ລັບ​ການ​ໄຖ່​ຊີໂອນ—

10 ເພື່ອ​ວ່າ​ຕົວ​ພວກ​ເຂົາ​ເອງ​ຈະ​ໄດ້​ຕຽມ​ພ້ອມ, ແລະ ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ໄດ້​ຖືກ​ສິດ​ສອນ​ໃຫ້​ສົມ​ບູນ​ຫລາຍ​ຂຶ້ນ, ແລະ ມີ​ປະ​ສົບ​ການ, ແລະ ຮູ້​ຈັກ ໜ້າ​ທີ່​ຂອງ​ພວກ​ເຂົາ​ໃຫ້​ສົມ​ບູນ​ຫລາຍ​ຂຶ້ນ, ແລະ ສິ່ງ​ທີ່​ເຮົາ​ຮຽກ​ຮ້ອງ​ຈາກ​ມື​ຂອງ​ພວກ​ເຂົາ.

11 ແລະ ສິ່ງ​ນີ້​ຈະ​ເກີດ​ຂຶ້ນ​ບໍ່​ໄດ້​ຈົນ​ກວ່າ ພວກ​ແອວເດີ​ຂອງ​ເຮົາ ໄດ້​ຮັບ​ອຳນາດ​ຈາກ​ເບື້ອງ​ບົນ​ເສຍ​ກ່ອນ.

12 ເພາະ​ຈົ່ງ​ເບິ່ງ, ເຮົາ​ໄດ້​ຕຽມ​ຂອງ​ປະທານ​ສັກ​ສິດ ແລະ ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ ຖອກ​ເທ​ລົງ​ມາ​ເທິງ​ພວກ​ເຂົາ, ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ຄວາມ​ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ.

13 ສະນັ້ນ ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ແອວເດີ​ຂອງ​ເຮົາ​ຄວນ​ລໍ​ຖ້າ​ຊົ່ວ​ໄລ​ຍະ​ໜຶ່ງ, ສຳ​ລັບ​ການ​ໄຖ່​ຊີໂອນ.

14 ເພາະ​ຈົ່ງ​ເບິ່ງ, ເຮົາ​ບໍ່​ໄດ້​ຮຽກ​ຮ້ອງ​ຈາກ​ມື​ຂອງ​ພວກ​ເຂົາ​ໃຫ້​ຕໍ່​ສູ້​ໃນ​ການ​ສູ້​ຮົບ​ຂອງ​ຊີໂອນ; ເພາະ, ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ໃນ​ບັນ​ຍັດ​ຂໍ້​ທີ່​ຜ່ານ​ມາ​ສັນ​ໃດ, ເຮົາ​ຈະ​ເຮັດ​ໃຫ້​ມັນ​ສຳ​ເລັດ​ຜົນ​ສັນ​ນັ້ນ—ເຮົາ​ຈະ ສູ້​ຮົບ​ໃຫ້​ພວກ​ເຈົ້າ.

15 ຈົ່ງ​ເບິ່ງ, ເຮົາ​ໄດ້​ສົ່ງ ຜູ້​ທຳ​ລາຍ​ອອກ​ໄປ​ທຳ​ລາຍ ແລະ ເຮັດ​ໃຫ້​ສັດ​ຕູ​ຂອງ​ເຮົາ​ເສຍ​ຫາຍ; ແລະ ບໍ່​ຫລາຍ​ປີ​ຈາກ​ນັ້ນ ພວກ​ເຂົາ​ຈະ​ບໍ່​ເຫລືອ​ຢູ່​ເພື່ອ​ເຮັດ​ໃຫ້​ມໍ​ລະ​ດົກ​ຂອງ​ເຮົາ​ເປິ​ເປື້ອນ, ແລະ ໝິ່ນ​ປະ​ໝາດ​ນາມ​ຂອງ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ບ່ອນ​ທີ່​ເຮົາ​ໄດ້ ອຸ​ທິດ​ໄວ້​ສຳ​ລັບ​ການ​ເຕົ້າ​ໂຮມ​ຂອງ​ໄພ່​ພົນ​ຂອງ​ເຮົາ.

16 ຈົ່ງ​ເບິ່ງ, ເຮົາ​ໄດ້​ບັນ​ຊາ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈເຊັບ ສະມິດ, ຜູ້ລູກ, ໃຫ້​ກ່າວ​ກັບ ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ, ແມ່ນ​ແຕ່​ນັກ​ຮົບ​ຂອງ​ເຮົາ, ຊາຍ​ໜຸ່ມ​ຂອງ​ເຮົາ, ແລະ ຄົນ​ໃນ​ໄວ​ກາງ​ອາ​ຍຸ, ໃຫ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ການ​ໄຖ່​ຜູ້​ຄົນ​ຂອງ​ເຮົາ, ແລະ ທຳ​ລາຍ​ຫໍ​ສູງ​ຂອງ​ສັດ​ຕູ​ຂອງ​ເຮົາ, ແລະ ເຮັດ​ໃຫ້ ຄົນ​ຍາມ​ຂອງ​ພວກ​ເຂົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ.

17 ແຕ່​ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ​ບໍ່​ໄດ້​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ.

18 ແຕ່​ຕາບ​ໃດ​ທີ່​ມີ​ຄົນ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຮົາ, ເຮົາ​ໄດ້​ຕຽມ​ພອນ ແລະ ຂອງ​ປະທານ​ສັກ​ສິດ​ໄວ້​ໃຫ້​ພວກ​ເຂົາ, ຖ້າ​ຫາກ​ພວກ​ເຂົາ​ຊື່​ສັດ​ຕໍ່​ໄປ.

19 ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ, ແລະ ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ​ຂອງ​ພວກ​ເຂົາ; ແລະ ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ເຂົາ​ຈະ​ຖືກ​ນຳ​ພາ​ມາ​ໄກ​ເຖິງ​ບັດ​ນີ້​ເພື່ອ​ການ​ທົດ​ລອງ ສັດທາ​ຂອງ​ພວກ​ເຂົາ.

20 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ຈະ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ, ວ່າ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ຂຶ້ນ​ມາ​ບ່ອນ​ນີ້, ທີ່​ຈະ​ຢູ່​ໄດ້​ໃນ​ພາກ​ພື້ນ​ທີ່​ອ້ອມ​ຮອບ, ກໍ​ໃຫ້​ພວກ​ເຂົາ​ຢູ່.

21 ແລະ ຄົນ​ທີ່​ຢູ່​ບໍ່​ໄດ້, ຜູ້​ມີ​ຄອບ​ຄົວ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ, ໃຫ້​ພວກ​ເຂົາ​ຢູ່​ຕໍ່​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ຕາບ​ໃດ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈເຊັບ​ຈະ​ກຳ​ນົດ​ໃຫ້​ພວກ​ເຂົາ​ຢູ່;

22 ເພາະ​ເຮົາ​ຈະ​ແນະນຳ​ລາວ​ກ່ຽວ​ກັບ​ເລື່ອງ​ນີ້, ແລະ ທຸກ​ສິ່ງ​ທັງ​ປວງ​ອັນ​ໃດ​ກໍ​ຕາມ​ທີ່​ລາວ​ຈະ​ກຳ​ນົດ​ໃຫ້​ພວກ​ເຂົາ ກໍ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

23 ແລະ ໃຫ້​ຜູ້​ຄົນ​ຂອງ​ເຮົາ​ທຸກ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ​ຊື່​ສັດ​ໃຫ້​ຫລາຍ, ແລະ ອະ​ທິ​ຖານ​ໃຫ້​ຫລາຍ, ແລະ ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ, ແລະ ບໍ່​ເປີດ​ເຜີຍ​ສິ່ງ​ທີ່​ເຮົາ​ໄດ້​ເປີດ​ເຜີຍ​ແກ່​ພວກ​ເຂົາ, ຈົນ​ກວ່າ​ວ່າ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ເຮົາ ທີ່​ສິ່ງ​ເຫລົ່າ​ນັ້ນ​ຄວນ​ຖືກ​ເປີດ​ເຜີຍ.

24 ຢ່າ​ເວົ້າ​ເຖິງ​ການ​ພິ​ພາກ​ສາ, ທັງ​ບໍ່​ກ່າວ ອວດ​ອ້າງ​ເລື່ອງ​ສັດທາ ຫລື ວຽກ​ງານ​ອັນ​ຍິ່ງ​ໃຫຍ່, ແຕ່​ໃຫ້​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ລະ​ມັດ​ລະ​ວັງ, ໃຫ້​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້​ໃນ​ພາກ​ພື້ນ​ບ່ອນ​ດຽວ​ກັນ, ໂດຍ​ສອດ​ຄ່ອງ​ກັບ​ຄວາມ​ຮູ້​ສຶກ​ຂອງ​ຜູ້​ຄົນ;

25 ແລະ ຈົ່ງ​ເບິ່ງ, ເຮົາ​ຈະ​ມອບ​ຄວາມ​ໂປດ​ປານ ແລະ ພຣະ​ຄຸນ​ໃຫ້​ແກ່​ພວກ​ເຈົ້າ​ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ໃນ ສັນ​ຕິ​ສຸກ ແລະ ໃນ​ຄວາມ​ປອດ​ໄພ, ໃນ​ຂະນະ​ທີ່​ພວກ​ເຈົ້າ​ກ່າວ​ກັບ​ຜູ້​ຄົນ​ວ່າ: ຈົ່ງ​ດຳ​ເນີນ​ການ​ພິ​ພາກ​ສາ ແລະ ຄວາມ​ຍຸດ​ຕິ​ທຳ​ແກ່​ພວກ​ເຮົາ​ຕາມ​ກົດ, ແລະ ຂໍ​ໃຫ້​ມີ​ການ​ຊົດ​ໃຊ້​ສຳ​ລັບ​ການ​ເຮັດ​ຜິດ​ຕໍ່​ພວກ​ເຮົາ.

26 ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ເພື່ອນ​ຂອງ​ເຮົາ, ໃນ​ວິ​ທີ​ນີ້ ພວກ​ເຈົ້າ​ຈະ​ພົບ​ຄວາມ​ໂປດ​ປານ​ໃນ​ສາຍ​ຕາ​ຂອງ​ຜູ້​ຄົນ, ຈົນ​ກວ່າ ກອງ​ທັບ​ຂອງ​ອິດສະ​ຣາເອນ​ຈະ​ໃຫຍ່​ໂຕ.

27 ແລະ ເຮົາ​ຈະ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ຜູ້​ຄົນ​ອ່ອນ​ລົງ, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ກັບ​ຫົວ​ໃຈ​ຂອງ ຟາ​ຣາ​ໂອ, ເປັນ​ບາງ​ຄັ້ງ, ຈົນ​ກວ່າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈເຊັບ ສະມິດ, ຜູ້ລູກ, ແລະ ພວກ​ແອວເດີ​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ໄດ້​ກຳ​ນົດ​ໄວ້, ຈະ​ມີ​ເວລາ​ເຕົ້າ​ໂຮມ​ກຳ​ລັງ​ຂອງ​ຄົວ​ເຮືອນ​ຂອງ​ເຮົາ,

28 ແລະ ຈະ​ສົ່ງ​ຜູ້​ຊາຍ​ທີ່ ສະຫລາດ, ໄປ​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ໃຫ້​ສຳ​ເລັດ​ກ່ຽວ​ກັບ​ການ ຊື້​ທີ່​ດິນ​ທັງ​ໝົດ​ໃນ​ເຂດ​ແຈ໊ກສັນ, ແລະ ໃນ​ເຂດ​ໃກ້​ຄຽງ​ນັ້ນ.

29 ເພາະ​ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ຕ້ອງ​ຊື້​ທີ່​ດິນ​ເຫລົ່າ​ນີ້; ແລະ ຫລັງ​ຈາກ​ໄດ້​ຊື້​ມັນ​ແລ້ວ ໄພ່​ພົນ​ຂອງ​ເຮົາ​ຈະ​ເປັນ​ເຈົ້າ​ຂອງ​ມັນ​ຕາມ ກົດ​ຂອງ​ການ​ອຸ​ທິດ​ຖວາຍ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້.

30 ແລະ ຫລັງ​ຈາກ​ໄດ້​ຊື້​ທີ່​ດິນ​ເຫລົ່າ​ນີ້​ແລ້ວ, ເຮົາຈະ​ຖື​ວ່າ ກອງ​ທັບ​ຂອງ​ອິດສະ​ຣາເອນ​ບໍ່​ມີ​ຄວາມ​ຜິດ​ໃນ​ການ​ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ທີ່​ດິນ​ຂອງ​ພວກ​ເຂົາ, ຊຶ່ງ​ພວກ​ເຂົາ​ໄດ້​ຊື້​ມາ​ກ່ອນ​ດ້ວຍ​ເງິນ​ຂອງ​ພວກ​ເຂົາ, ແລະ ໃນ​ການ​ທຳ​ລາຍ​ຫໍ​ສູງ​ຂອງ​ສັດ​ຕູ​ຂອງ​ເຮົາ​ທີ່​ອາດ​ໂຈມ​ຕີ​ພວກ​ເຂົາ​ຢູ່, ແລະ ເຮັດ​ໃຫ້​ຄົນ​ຍາມ​ຂອງ​ພວກ​ເຂົາ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ, ແລະ ແກ້​ແຄ້ນ​ສັດ​ຕູ​ຂອງ​ເຮົາ​ຈົນ​ເຖິງ​ຄົນ​ລຸ້ນ​ທີ​ສາມ ແລະ ທີ​ສີ່​ຂອງ​ພວກ​ເຂົາ​ທີ່​ກຽດ​ຊັງ​ເຮົາ.

31 ແຕ່​ກ່ອນ​ອື່ນ ໃຫ້​ກອງ​ທັບ​ຂອງ​ເຮົາ​ໃຫຍ່​ໂຕ​ກ່ອນ, ແລະ ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ, ເພື່ອ​ວ່າ​ມັນ​ຈະ​ງົດ​ງາມ​ດັ່ງ​ດວງ​ຕາ​ເວັນ, ແລະ ແຈ່ມ​ແຈ້ງ​ດັ່ງ ດວງ​ເດືອນ, ແລະ ວ່າ​ປ້າຍ​ຂອງ​ນາງ​ຈະ​ເປັນ​ໜ້າ​ຢ້ານ​ກົວ​ຕໍ່​ທຸກ​ປະ​ຊາ​ຊາດ​ທັງ​ປວງ;

32 ເພື່ອ​ວ່າ​ອາ​ນາ​ຈັກ​ຕ່າງໆ​ຂອງ​ໂລກ​ນີ້​ຈະ​ຖືກ​ບັງ​ຄັບ​ໃຫ້​ຮັບ​ຮູ້​ອາ​ນາ​ຈັກ​ຂອງ​ຊີໂອນ​ເປັນ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ແທ້ໆ ແລະ ພຣະ​ຄຣິດ​ຂອງ​ພຣະ​ອົງ; ສະນັ້ນ, ໃຫ້​ພວກ​ເຮົາ ຂຶ້ນ​ຢູ່​ກັບ​ກົດ​ຂອງ​ນາງ.

33 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ເຫັນ​ສົມ​ຄວນ​ທີ່​ແອວເດີ​ກຸ່ມ​ທຳ​ອິດ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຄວນ​ຮັບ​ເອົາ ຂອງ​ປະທານ​ສັກ​ສິດ​ຂອງ​ພວກ​ເຂົາ​ຈາກ​ເບື້ອງ​ບົນ​ຢູ່​ໃນ​ບ້ານ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ໃຫ້​ສ້າງ​ແດ່​ນາມ​ຂອງ​ເຮົາ​ໃນ​ແຜ່ນ​ດິນ​ເຄີດແລນ.

34 ແລະ ໃຫ້​ບັນ​ຍັດ​ເຫລົ່າ​ນັ້ນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ກ່ຽວ​ກັບ​ຊີໂອນ ແລະ ກົດ​ຂອງ​ນາງ​ຖືກ​ນຳ​ໄປ​ປະ​ຕິ​ບັດ ແລະ ເກີດ​ສຳ​ເລັດ​ຜົນ, ຫລັງ​ຈາກ​ການ​ໄຖ່​ຂອງ​ນາງ.

35 ໄດ້​ມີ​ວັນ​ແຫ່ງ ການ​ເອີ້ນ​ແລ້ວ, ແຕ່​ເວລາ​ໄດ້​ມາ​ເຖິງ​ສຳ​ລັບ​ວັນ​ແຫ່ງ​ການ​ເລືອກ; ແລະ ໃຫ້​ຄົນ​ທີ່ ມີ​ຄ່າ​ຄວນ ໄດ້​ຖືກ​ເລືອກ.

36 ແລະ ມັນ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂດຍ​ສຽງ​ຂອງພຣະ​ວິນ​ຍານ​ກ່ຽວ​ກັບ​ຜູ້​ທີ່ ຖືກ​ເລືອກ; ແລະ ພວກ​ເຂົາ​ຈະ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ;

37 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຕິດ​ຕາມ ຄຳ​ແນະນຳ​ຊຶ່ງ​ພວກ​ເຂົາ​ໄດ້​ຮັບ, ພວກ​ເຂົາ​ຈະ​ມີ​ພະ​ລັງ​ຫລັງ​ຈາກ​ຫລາຍ​ມື້​ທີ່​ຈະ​ບັນ​ລຸ​ຄວາມ​ສຳ​ເລັດ​ໃນ​ທຸກ​ສິ່ງ​ທັງ​ປວງ​ທີ່​ກ່ຽວ​ພັນ​ກັບ​ຊີໂອນ.

38 ແລະ ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຈົ່ງ​ຂໍ​ສັນ​ຕິ​ພາບ, ບໍ່​ພຽງ​ແຕ່​ກັບ​ຜູ້​ຄົນ​ທີ່​ໄດ້​ຂ້ຽນ​ຕີ​ພວກ​ເຈົ້າ​ເທົ່າ​ນັ້ນ, ແລະ ກັບ​ທຸກ​ຜູ້​ຄົນ​ນຳ​ອີກ;

39 ແລະ ຈົ່ງ​ຍົກ ປ້າຍ​ສັນ​ຍານ​ແຫ່ງ ສັນ​ຕິ​ພາບ​ຂຶ້ນ, ແລະ ປະ​ກາດ​ຄວາມ​ເປັນ​ສັນ​ຕິ​ພາບ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ;

40 ແລະ ໃຫ້​ຂໍ​ສັນ​ຕິ​ພາບ​ຈາກ​ຄົນ​ທີ່​ໄດ້​ຂ້ຽນ​ຕີ​ພວກ​ເຈົ້າ, ຕາມ​ສຽງ​ຂອງ​ພຣະ​ວິນ​ຍານ​ທີ່​ຢູ່​ໃນ​ພວກ​ເຈົ້າ, ແລະ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ.

41 ສະນັ້ນ, ຈົ່ງ​ຊື່​ສັດ; ແລະ ຈົ່ງ​ເບິ່ງ, ແລະ ເບິ່ງ​ແມ, ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ​ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.