ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 95


ພາກ​ທີ 95

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 1 ເດືອນ​ມິຖຸນາ, 1833. ການ​ເປີດ​ເຜີຍ​ນີ້​ເປັນ​ຄຳ​ແນະນຳ​ທີ່​ຕໍ່​ເນື່ອງ​ຈາກ​ສະຫວັນ​ເລື່ອງ​ການ​ສ້າງ​ບ້ານ​ສຳ​ລັບ​ການ​ນະມັດ​ສະການ ແລະ ການ​ແນະນຳ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ ພາກ​ທີ 88:119–136).

1–6, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຖືກ​ຕີ​ສອນ​ເນື່ອງ​ຈາກ​ຄວາມ​ລົ້ມ​ເຫລວ​ທີ່​ຈະ​ສ້າງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; 7–10, ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ໃຊ້​ບ້ານ​ຂອງ​ພຣະ​ອົງ​ເພື່ອ​ມອບ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ ດ້ວຍ​ອຳນາດ​ຈາກ​ເບື້ອງ​ບົນ; 11–17, ບ້ານ​ດັ່ງ​ກ່າວ​ຕ້ອງ​ຖືກ​ອຸ​ທິດ​ຖວາຍ​ເປັນ​ບ່ອນ​ນະມັດ​ສະການ ແລະ ເປັນ​ໂຮງ​ຮຽນ​ຂອງ​ກຸ່ມ​ອັກຄະ​ສາວົກ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ​ຜູ້​ທີ່​ເຮົາ​ຮັກ, ແລະ ຜູ້​ທີ່​ເຮົາ​ຮັກ ເຮົາ​ຈະ ຕີ​ສອນ​ດ້ວຍ​ເພື່ອ​ວ່າ​ບາບ​ຂອງ​ພວກ​ເຂົາ​ຈະ​ໄດ້​ຮັບ ການອະໄພ, ເພາະ​ດ້ວຍ​ການ​ຕີ​ສອນ ເຮົາ​ຈຶ່ງ​ຕຽມ​ທາງ​ສຳ​ລັບ ການ​ປົດ​ປ່ອຍ​ພວກ​ເຂົາ​ໃນ​ທຸກ​ສິ່ງ​ທັງ​ປວງ​ຈາກ ການ​ລໍ້​ລວງ, ແລະ ເຮົາ​ໄດ້​ຮັກ​ພວກ​ເຈົ້າ​ຕະຫລອດ​ມາ—

2 ດັ່ງ​ນັ້ນ, ພວກ​ເຈົ້າ​ຕ້ອງ​ຖືກ​ຕີ​ສອນ ແລະ ຢືນ​ຮັບ​ເອົາ​ການ​ຕິ​ຕຽນ​ຢູ່​ຕໍ່​ໜ້າ​ເຮົາ;

3 ເພາະ​ພວກ​ເຈົ້າ​ໄດ້​ເຮັດ​ບາບ​ຕໍ່​ເຮົາ ຊຶ່ງ​ເປັນ​ບາບ​ທີ່​ຮ້າຍ​ແຮງ​ຫລາຍ, ໃນ​ການ​ນັ້ນ ພວກ​ເຈົ້າ​ບໍ່​ໄດ້​ພິ​ຈາ​ລະ​ນາ​ບັນ​ຍັດ​ຂໍ້​ຍິ່ງ​ໃຫຍ່​ໃນ​ທຸກ​ສິ່ງ​ທັງ​ປວງ, ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ການ​ສ້າງ ບ້ານ​ຂອງ​ເຮົາ;

4 ເພາະ​ການ​ຕຽມ ຊຶ່ງ​ໃນ​ນັ້ນ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ຕຽມ​ອັກຄະ​ສາວົກ​ຂອງ​ເຮົາ​ໃຫ້ ລິ​ງ່າ​ສວນ​ອະງຸ່ນ​ຂອງ​ເຮົາ​ເປັນ​ເທື່ອ​ສຸດ​ທ້າຍ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຮັດ ການ​ກະ​ທຳ​ອັນ​ປະ​ຫລາດ​ຂອງ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ໄດ້ ເທ​ວິນ​ຍານ​ຂອງ​ເຮົາ ລົງ​ມາ​ໃຫ້​ເນື້ອ​ໜັງ​ທັງ​ປວງ—

5 ແຕ່ ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມີ​ຫລາຍ​ຄົນ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ, ຜູ້​ທີ່​ເຮົາ​ໄດ້​ເອີ້ນ ແຕ່​ມີ​ພຽງ​ໜ້ອຍ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ຖືກ ເລືອກ.

6 ຄົນ​ເຫລົ່າ​ນັ້ນ​ທີ່​ບໍ່​ໄດ້​ຖືກ​ເລືອກ​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ຫລາຍ, ໃນ​ການ​ນັ້ນ​ພວກ​ເຂົາ​ພວມ​ເດີນ​ໄປ​ໃນ ຄວາມ​ມືດ​ໃນ​ຕອນ​ທ່ຽງ​ວັນ.

7 ແລະ ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ປະທານ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຄວນ​ເອີ້ນ​ໃຫ້​ມີ ການ​ຊຸມ​ນຸມ​ທີ່​ສັກ​ສິດ​ຂອງ​ພວກ​ເຈົ້າ, ເພື່ອ​ວ່າ ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ພວກ​ເຈົ້າ ແລະ ຄວາມ​ໂສກ​ເສົ້າ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ຂຶ້ນ​ມາ​ເຖິງ​ພຣະ​ກັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ ຊາ​ບາ​ໂອດ, ຊຶ່ງ​ໂດຍ​ການ​ແປ​ຄວາມ​ໝາຍ​ຄື ພຣະ​ຜູ້​ສ້າງ​ວັນ​ທຳ​ອິດ, ເປັນ​ຕົ້ນ ແລະ ທີ່​ສຸດ.

8 ແທ້​ຈິງ​ແລ້ວ, ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເຮົາ​ໄດ້​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ ວ່າ​ພວກ​ເຈົ້າ​ຄວນ​ສ້າງ​ບ້ານ​ຫລັງ​ໜຶ່ງ, ຊຶ່ງ​ໃນ​ບ້ານ​ຫລັງ​ນັ້ນ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ ມອບ​ພອນ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ດ້ວຍ​ອຳນາດ​ຈາກ​ເບື້ອງ​ບົນ;

9 ເພາະ​ນີ້​ຄື ຄຳ​ສັນ​ຍາ​ຂອງ​ພຣະ​ບິດາ​ແກ່​ພວກ​ເຈົ້າ; ສະນັ້ນ​ເຮົາ​ຈຶ່ງ​ບັນ​ຊາ​ພວກ​ເຈົ້າ​ໃຫ້​ຢູ່​ຕໍ່​ໄປ, ແມ່ນ​ແຕ່​ເຊັ່ນ​ດຽວ​ກັບ​ອັກຄະ​ສາວົກ​ຂອງ​ເຮົາ​ທີ່​ເຢຣູ​ຊາເລັມ.

10 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ຫລາຍ; ແລະ ມີ ການ​ໂຕ້​ຖຽງ​ກັນ​ເກີດ​ຂຶ້ນ​ຢູ່ ໂຮງ​ຮຽນ​ຂອງ​ສາດ​ສະ​ດາ; ຊຶ່ງ​ເປັນ​ໜ້າ​ໂສກ​ເສົ້າ​ຕໍ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ; ສະນັ້ນ ເຮົາ​ຈຶ່ງ​ໄດ້​ສົ່ງ​ພວກ​ເຂົາ​ອອກ​ໄປ​ເພື່ອ​ຖືກ​ຕີ​ສອນ.

11 ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ປະສົງ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ຈະ​ສ້າງ​ບ້ານ​ຫລັງ​ໜຶ່ງ. ຖ້າ​ຫາກ​ພວກ​ເຈົ້າ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ມີ​ພະ​ລັງ​ທີ່​ຈະ​ສ້າງ​ມັນ.

12 ຖ້າ​ຫາກ​ພວກ​ເຈົ້າ​ບໍ່ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລ້ວ ຄວາມ​ຮັກ​ຂອງ​ພຣະ​ບິດາ​ຈະ​ບໍ່​ຢູ່​ກັບ​ພວກ​ເຈົ້າ​ອີກ​ຕໍ່​ໄປ, ສະນັ້ນ ພວກ​ເຈົ້າ​ຈະ​ເດີນ​ໄປ​ໃນ​ຄວາມ​ມືດ.

13 ບັດ​ນີ້ ນີ້​ຄື​ປັນ​ຍາ, ແລະ ພຣະ​ດຳ​ລັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ຈົ່ງ​ສ້າງ​ບ້ານ​ຫລັງ​ນັ້ນ, ບໍ່​ແມ່ນ​ຕາມ​ວິ​ທີ​ຂອງ​ໂລກ, ເພາະ​ເຮົາ​ບໍ່​ໄດ້​ໃຫ້​ພວກ​ເຈົ້າ​ເພື່ອ​ພວກ​ເຈົ້າ​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ວິ​ທີ​ຂອງ​ໂລກ;

14 ສະນັ້ນ, ຈົ່ງ​ສ້າງ​ມັນ​ຕາມ​ວິ​ທີ​ຊຶ່ງ​ເຮົາ​ຈະ​ສະແດງ​ແກ່​ພວກ​ເຈົ້າ​ສາມ​ຄົນ, ຜູ້​ທີ່​ພວກ​ເຈົ້າ​ຈະ​ກຳ​ນົດ ແລະ ແຕ່ງ​ຕັ້ງ​ສູ່​ອຳນາດ​ນີ້.

15 ແລະ ຂະ​ໜາດ​ໃນ​ນັ້ນ​ຈະ​ກວ້າງ​ຫ້າ​ສິບ​ຫ້າ​ຟີດ (16 ແມັດ), ແລະ ຍາວ​ຫົກ​ສິບ​ຫ້າ​ຟີດ (19 ແມັດ), ຢູ່​ຂ້າງ​ໃນ​ນັ້ນ.

16 ແລະ ຈົ່ງ​ອຸ​ທິດ​ຖວາຍ​ສ່ວນ​ຊັ້ນ​ລຸ່ມ​ຂອງ​ຂ້າງ​ໃນ​ໃຫ້​ແກ່​ເຮົາ​ສຳ​ລັບ​ການ​ຖວາຍ​ສິນ​ລະ​ລຶກ, ແລະ ສຳ​ລັບ​ການ​ສັ່ງ​ສອນ, ແລະ ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ພວກ​ເຈົ້າ, ແລະ ການ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ, ແລະ ການ​ຖວາຍ​ຄວາມ​ປາດ​ຖະ​ໜາ​ອັນ​ບໍ​ລິ​ສຸດ​ທີ່​ສຸດ​ຂອງ​ພວກ​ເຈົ້າ​ແກ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ກ່າວ.

17 ແລະ ຈົ່ງ​ອຸ​ທິດ​ຖວາຍ​ສ່ວນ​ຢູ່​ຊັ້ນ​ເທິງ​ຂອງ​ຂ້າງ​ໃນ​ໃຫ້​ແກ່​ເຮົາ​ສຳ​ລັບ​ໂຮງ​ຮຽນ​ຂອງ​ອັກຄະ​ສາວົກ​ຂອງ​ເຮົາ, ພຣະ​ບຸດ ອາ​ມັນ​ກ່າວ; ຫລື ອີກ​ຄຳ​ໜຶ່ງ, ອາລະ​ຟາ; ຫລື ອີກ​ຄຳ​ໜຶ່ງ, ໂອ​ເມຄາ; ແມ່ນ​ແຕ່ ພຣະ​ເຢຊູ​ຄຣິດ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ. ອາແມນ.