ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 53


ພາກ​ທີ 53

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ອາ​ເກີ​ນົນ ຊິດນີ ກຽວເບີດ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 8 ເດືອນ​ມິຖຸນາ, 1831. ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ຊິດນີ ກຽວເບີດ, ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ວຽກ​ງານ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບຣາເດີ ກຽວເບີດ ໃນ​ສາດ​ສະ​ໜາ​ຈັກ.

1–3, ການ​ເອີ້ນ ແລະ ການ​ເລືອກ​ຂອງ​ຊິດນີ ກຽວເບີດ ໃນ​ສາດ​ສະ​ໜາ​ຈັກ​ຄື ການ​ຖືກ​ແຕ່ງ​ຕັ້ງ​ເປັນ​ແອວເດີ; 4–7, ລາວ​ຕ້ອງ​ຮັບ​ໃຊ້​ເປັນ​ຕົວ​ແທນ​ໃຫ້​ອະ​ທິ​ການ​ນຳ​ອີກ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດນີ ກຽວເບີດ, ວ່າ​ເຮົາ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຈົ້າ; ແລະ ເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເພື່ອ​ມັນ​ຈະ​ໄດ້​ເປັນ​ທີ່​ຮູ້​ຈັກ​ແກ່​ເຈົ້າ, ຜູ້​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ກ່ຽວ​ກັບ​ການ​ເອີ້ນ ແລະ ການ​ເລືອກ​ຂອງ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ, ຊຶ່ງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້ ຍົກ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

2 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຖືກ ຄຶງ​ເພື່ອ​ບາບ​ຂອງ​ໂລກ, ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ​ວ່າ ເຈົ້າ​ຈົ່ງ ປະ​ຖິ້ມ​ໂລກ.

3 ຈົ່ງ​ຮັບ​ເອົາ​ການ​ແຕ່ງ​ຕັ້ງ​ຈາກ​ເຮົາ​ໄວ້​ກັບ​ເຈົ້າ, ແມ່ນ​ແຕ່​ການ​ແຕ່ງ​ຕັ້ງ​ເປັນ​ແອວເດີ, ເພື່ອ​ສັ່ງ​ສອນ​ສັດທາ ແລະ ການ​ກັບ​ໃຈ ແລະ ການ​ປົດ​ບາບ, ຕາມ​ຄຳ​ຂອງ​ເຮົາ, ແລະ ການ​ຮັບ​ເອົາ​ພຣະ​ວິນ​ຍານ​ສັກ​ສິດ​ໂດຍ​ການ​ວາງ ມື;

4 ແລະ ເພື່ອ​ເປັນ ຕົວ​ແທນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ນຳ​ອີກ ໃນ​ບ່ອນ​ທີ່​ອະ​ທິ​ການ​ຈະ​ກຳ​ນົດ, ຕາມ​ພຣະ​ບັນ​ຊາ​ຊຶ່ງ​ຈະ​ມອບ​ໃຫ້​ໃນ​ພາຍ​ຫລັງ.

5 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃຫ້​ເຈົ້າ​ເດີນ​ທາງ​ໄປ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ.

6 ຈົ່ງ​ເບິ່ງ, ສິ່ງ​ເຫລົ່າ​ນີ້​ເປັນ​ພິ​ທີ​ການ​ທຳ​ອິດ ຊຶ່ງ​ເຈົ້າ​ຈະ​ໄດ້​ຮັບ; ແລະ ສ່ວນ​ທີ່​ເຫລືອ​ຢູ່​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ຕາມ​ວຽກ​ງານ​ຂອງ​ເຈົ້າ​ໃນ​ສວນ​ອະງຸ່ນ​ຂອງ​ເຮົາ.

7 ແລະ ອີກ​ເທື່ອ​ໜຶ່ງ, ເຮົາ​ຢາກ​ໃຫ້​ເຈົ້າ​ຮຽນ​ຮູ້​ວ່າ ຄົນ​ທີ່​ຈະ​ລອດ​ຄື​ຄົນ​ທີ່ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.