ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 85


ພາກ​ທີ 85

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 27 ເດືອນ​ພະຈິກ, 1832. ພາກ​ນີ້​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ຈົດ​ໝາຍ​ຂອງ​ສາດ​ສະ​ດາ ເຖິງ ວິວລຽມ ດັບ​ບິນ​ຢູ ແຟ້ວສ໌, ຜູ້​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ອິນດີ​ເພັນເດັນສ໌, ລັດ​ມີ​ເຊີຣີ. ມັນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຜູ້​ໄດ້​ຍ້າຍ​ໄປ​ຢູ່​ຊີໂອນ​ແຕ່​ບໍ່​ໄດ້​ເຮັດ​ຕາມ​ພຣະ​ບັນ​ຍັດ ທີ່​ຈະ​ອຸ​ທິດ​ຖວາຍ​ຊັບ​ສິນ​ຂອງ​ຕົນ ແລະ ສະນັ້ນ ຈຶ່ງ​ບໍ່​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ຕາມ​ລະ​ບົບ​ທີ່​ຈັດ​ຕັ້ງ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ.

1–5, ມູນ​ມໍ​ລະ​ດົກ​ໃນ​ຊີໂອນ​ຕ້ອງ​ໄດ້​ຮັບ​ຜ່ານ​ການ​ອຸ​ທິດ​ຖວາຍ; 6–12, ຄົນ​ທີ່​ມີ​ພະ​ລັງ ແລະ ເຂັ້ມ​ແຂງ​ຈະ​ມອບ​ມູນ​ມໍ​ລະ​ດົກ​ໃນ​ຊີໂອນ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

1 ມັນ​ເປັນ​ໜ້າ​ທີ່​ຂອງ​ສະ​ໝຽນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຊຶ່ງ​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້, ທີ່​ຈະ​ຮັກ​ສາ ປະຫວັດ​ສາດ, ແລະ ບັນ​ທຶກ​ທົ່ວ​ໄປ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຊີໂອນ, ແລະ ກ່ຽວ​ກັບ​ທຸກ​ຄົນ​ຜູ້​ໄດ້ ອຸ​ທິດ​ຖວາຍ​ຊັບ​ສິນ, ແລະ ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຈາກ​ອະ​ທິ​ການ;

2 ແລະ ກ່ຽວ​ກັບ​ຊີ​ວິດ​ນາໆ​ປະ​ການ​ຂອງ​ພວກ​ເຂົາ​ນຳ​ອີກ, ສັດທາ​ຂອງ​ພວກ​ເຂົາ, ແລະ ວຽກ​ງານ; ແລະ ຄົນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ນຳ​ອີກ ຜູ້​ໄດ້​ປະ​ຖິ້ມ​ຄວາມ​ເຊື່ອ​ຫລັງ​ຈາກ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ແລ້ວ.

3 ມັນ​ເປັນ​ສິ່ງ​ກົງ​ກັນ​ຂ້າມ​ກັບ​ພຣະ​ປະສົງ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ທີ່​ຄົນ​ເຫລົ່າ​ນັ້ນ​ຜູ້​ບໍ່​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ໂດຍ ການ​ອຸ​ທິດ​ຖວາຍ, ສອດ​ຄ່ອງ​ກັບ​ກົດ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ໄດ້​ປະທານ​ໃຫ້, ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ເກັບ ສ່ວນ​ສິບ​ຈາກ​ຜູ້​ຄົນ​ຂອງ​ພຣະອົງ, ເພື່ອ​ຕຽມ​ພວກ​ເຂົາ​ໃຫ້​ພ້ອມ​ສຳ​ລັບ​ວັນ​ແຫ່ງ ການ​ແກ້​ແຄ້ນ ແລະ ການ​ເຜົາ​ໄໝ້, ຈະ​ມີ​ຊື່​ຂອງ​ພວກ​ເຂົາ​ບັນ​ທຶກ​ລົງ​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ.

4 ທັງ​ບໍ່​ໃຫ້​ບັນ​ທຶກ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ພວກ​ເຂົາ​ໄວ້, ຫລື ບໍ່​ໃຫ້​ພົບ​ເຫັນ​ຢູ່​ໃນ​ບັນ​ທຶກ​ໃດໆ ຫລື ໃນ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ.

5 ຊື່​ຂອງ​ພວກ​ເຂົາ​ຈະ​ບໍ່​ມີ​ໃຜ​ພົບ​ເຫັນ, ທັງ​ຊື່​ຂອງ​ບັນ​ພະ​ບຸ​ລຸດ, ທັງ​ຊື່​ຂອງ​ລູກໆ​ທີ່​ມີ​ຂຽນ​ໄວ້​ຢູ່​ໃນ ປຶ້ມ​ກົດ​ຂອງ​ພຣະ​ເຈົ້າ, ຈອມ​ໂຍທາ​ໄດ້​ກ່າວ.

6 ແທ້​ຈິງ​ແລ້ວ, ສຽງ​ອັນ​ເບົາໆ​ໄດ້​ກ່າວ​ດັ່ງ​ນີ້, ຊຶ່ງ​ໄດ້​ສື່ມ​ຜ່ານ ແລະ ສຽບ​ແທງ​ທຸກ​ສິ່ງ​ທັງ​ປວງ, ແລະ ຫລາຍ​ເທື່ອ​ມັນ​ໄດ້​ເຮັດ​ໃຫ້​ກະ​ດູກ​ຂອງ​ຂ້າ​ພະ​ເຈົ້າ​ສັ່ນ​ໃນ​ຂະນະ​ທີ່​ມັນ​ສະແດງ​ໃຫ້​ປະຈັກ, ໂດຍ​ກ່າວ​ວ່າ:

7 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ​ຄົນ​ໜຶ່ງ​ທີ່​ມີ​ພະ​ລັງ ແລະ ເຂັ້ມ​ແຂງ, ຊຶ່ງ​ຖື​ໄມ້​ຄ້ອນ​ເທົ້າ​ແຫ່ງ​ອຳນາດ​ໃນ​ມື​ຂອງ​ເຂົາ, ຫຸ້ມ​ຫໍ່​ດ້ວຍ​ຄວາມ​ສະ​ຫວ່າງ​ເປັນອາພອນ, ຜູ້​ທີ່​ປາກ​ຈະ​ກ່າວ​ຖ້ອຍ​ຄຳ, ຖ້ອຍ​ຄຳ​ນິ​ລັນ​ດອນ; ໃນ​ຂະນະ​ທີ່​ອຸ​ທອນ​ຂອງ​ເຂົາ​ເປັນ​ອ່າງ​ນ້ຳ​ແຫ່ງ​ຄວາມ​ຈິງ, ເພື່ອ​ວາງ​ລະບຽບ​ບ້ານ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ຈັດ​ການ​ກັບ​ມູນ​ມໍ​ລະ​ດົກ​ເປັນ​ແປງໆ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ຊື່​ຂອງ​ພວກ​ເຂົາ, ແລະ ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ຊື່​ລູກ​ຂອງ​ພວກ​ເຂົາ​ຖືກ​ພົບ​ເຫັນ​ຢູ່​ໃນ​ປຶ້ມ​ກົດ​ຂອງ​ພຣະ​ເຈົ້າ;

8 ໃນ​ຂະນະ​ທີ່​ຊາຍ​ຜູ້​ນັ້ນ, ຜູ້​ຊຶ່ງ​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ແລະ ກຳ​ນົດ​ໄວ້, ຜູ້​ຊຶ່ງ​ໄດ້​ຍື່ນ​ມື​ຂອງ​ເຂົາ​ອອກ​ໄປ ເພື່ອ​ປະ​ຄອງ ຫີບ​ຂອງ​ພຣະ​ເຈົ້າ​ໄວ້, ຈະ​ລົ້ມ​ລົງ​ໂດຍ​ລູກ​ສອນ​ແຫ່ງ​ຄວາມ​ຕາຍ, ເໝືອນ​ດັ່ງ​ຕົ້ນ​ໄມ້​ທີ່​ຖືກ​ບັ່ນ​ລົງ​ໂດຍ​ສາຍ​ຟ້າ​ແມບ​ອັນ​ເຈີດ​ຈ້າ.

9 ແລະ ທຸກ​ຄົນ​ທີ່​ບໍ່​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຂຽນ​ໄວ້​ຢູ່​ໃນ ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຈະ​ບໍ່​ພົບ​ມູນ​ມໍ​ລະ​ດົກ​ໃນ​ວັນ​ນັ້ນ, ແຕ່ ພວກ​ເຂົາ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ, ແລະ ຈະ​ກຳ​ນົດ​ສ່ວນ​ຂອງ​ພວກ​ເຂົາ​ໄວ້​ໃນ​ບັນ​ດາ​ຄົນ​ທີ່​ບໍ່​ເຊື່ອ, ບ່ອນ​ທີ່​ຈະ​ມີ ການ​ຄວນ​ຄາງ ແລະ ການ​ຂົບ​ແຂ້ວ​ຄ້ຽວ​ຟັນ.

10 ສິ່ງ​ເຫລົ່າ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເວົ້າ​ດ້ວຍ​ຕົນ​ເອງ; ສະນັ້ນ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ສັນ​ໃດ, ພຣະ​ອົງ​ຈະ​ເຮັດ​ໃຫ້​ມັນ​ສຳ​ເລັດ​ຜົນ​ສັນ​ນັ້ນ.

11 ແລະ ຄົນ​ທີ່​ເປັນ​ຂອງ​ຖານະ​ປະ​ໂລ​ຫິດ​ສູງ, ຜູ້​ທີ່​ຊື່​ບໍ່​ຖືກ​ພົບ​ເຫັນ​ວ່າ​ມີ​ຂຽນ​ໄວ້​ຢູ່​ໃນ ປຶ້ມ​ກົດ, ຫລື ຖືກ​ພົບ​ເຫັນ​ວ່າ​ໄດ້ ປະ​ຖິ້ມ​ຄວາມ​ເຊື່ອ, ຫລື ໄດ້​ຖືກ ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ, ເຊັ່ນ​ດຽວ​ກັບ​ຄົນ​ທີ່​ເປັນ​ຂອງ​ຖານະ​ປະ​ໂລ​ຫິດ​ຕ່ຳ​ກວ່າ​ນຳ​ອີກ, ຫລື ສະມາ​ຊິກ, ໃນ​ວັນ​ນັ້ນ​ຈະ​ບໍ່​ພົບ​ເຫັນ​ມູນ​ມໍ​ລະ​ດົກ​ໃນ​ບັນ​ດາ​ໄພ່​ພົນ​ຂອງ​ພຣະ​ຜູ້​ສູງ​ສຸດ;

12 ສະນັ້ນ, ມັນ​ຈະ​ເປັນ​ໄປ​ກັບ​ພວກ​ເຂົາ​ດັ່ງ​ທີ່​ມັນ​ໄດ້​ເປັນ​ໄປ​ກັບ​ລູກໆ​ຂອງ​ປະ​ໂລ​ຫິດ, ຕາມ​ທີ່​ຈະ​ພົບ​ເຫັນ​ວ່າ​ມີ​ບັນ​ທຶກ​ໄວ້​ຢູ່​ໃນ ບົດ​ທີ​ສອງ, ແລະ ຂໍ້​ທີຫົກ​ສິບ​ເອັດ ແລະ ຫົກ​ສິບ​ສອງ ໃນ​ໜັງ​ສື​ເອ​ຊະ​ຣາ.