ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 77


ພາກ​ທີ 77

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ປະ​ມານ ເດືອນ​ມີນາ 1832. ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ, “ໂດຍ​ການ​ກ່ຽວ​ເນື່ອງ​ກັບ​ການ​ແປ​ຂໍ້​ພຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄຳ​ອະ​ທິ​ບາຍ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ກັບ​ພຣະ​ທຳ​ພຣະ​ນິມິດ​ຂອງ​ໂຢຮັນ.”

1–4, ສັດ​ມີ​ວິນ​ຍານ ແລະ ຈະ​ອາ​ໄສ​ຢູ່​ໃນ​ຄວາມ​ສຸກ​ນິ​ລັນ​ດອນ; 5–7, ແຜ່ນ​ດິນ​ໂລກ​ນີ້​ມີ​ການ​ດຳ​ລົງ​ຢູ່​ທາງ​ຝ່າຍ​ໂລກ​ເປັນ​ເວລາ 7,000 ປີ; 8–10, ທູດ​ຫລາຍ​ອົງ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; 11, ການ​ປະ​ທັບ​ຕາ 144,000 ຄົນ; 12–14, ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ໃນ​ການ​ເລີ່ມ​ຕົ້ນ​ຂອງ​ພັນ​ປີ​ເທື່ອ​ທີ​ເຈັດ; 15, ສາດ​ສະ​ດາ​ສອງ​ທ່ານ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ປະ​ຊາ​ຊາດ​ຊາວ​ຢິວ.

1 ຄຳ​ຖາມ. ແມ່ນ​ຫຍັງ​ຄື ທະເລ​ແກ້ວ​ມະ​ນີ​ທີ່​ໂຢຮັນ​ກ່າວ​ເຖິງ​ໃນ​ບົດ​ທີ 4, ແລະ ຂໍ້​ທີ 6 ໃນ​ພຣະ​ນິມິດ?ຄຳ​ຕອບ. ມັນ​ຄື ແຜ່ນ​ດິນ​ໂລກ, ໃນ​ສະພາບ​ທີ່​ບໍ​ລິ​ສຸດ, ອະ​ມະ​ຕະ, ແລະ ນິ​ລັນ​ດອນ​ຂອງ​ມັນ.

2 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ສັດ​ສີ່​ໂຕ​ທີ່​ກ່າວ​ເຖິງ​ຢູ່​ໃນ​ຂໍ້​ດຽວ​ກັນ​ນັ້ນ?ຄຳ​ຕອບ. ມັນ​ເປັນ ຄຳ​ປຽບ​ທຽບ, ໃຊ້​ໂດຍ​ຜູ້​ເປີດ​ເຜີຍ, ໂຢຮັນ, ໃນ​ການ​ບັນ​ຍາຍ​ເຖິງ ສະຫວັນ, ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ, ຄວາມ​ສຸກ​ຂອງ​ມະນຸດ, ແລະ ຂອງ​ສັດ, ແລະ ຂອງ​ສິ່ງ​ທີ່​ເລືອ​ຄານ, ແລະ ຂອງ​ຝູງ​ນົກ​ໃນ​ອາ​ກາດ; ຊຶ່ງ​ສິ່ງ​ທີ່​ເປັນ​ຝ່າຍ​ວິນ​ຍານ​ມີ​ຮູບ​ລັກ​ສະ​ນະ​ເປັນ​ຄື​ກັນ​ກັບ​ສິ່ງ​ທີ່​ເປັນ​ຝ່າຍ​ໂລກ; ແລະ ສິ່ງ​ທີ່​ເປັນ​ຝ່າຍ​ໂລກ​ມີ​ຮູບ​ລັກ​ສະ​ນະ​ເປັນ​ຄື​ກັນ​ກັບ​ສິ່ງ​ທີ່​ເປັນ​ຝ່າຍ​ວິນ​ຍານ; ວິນ​ຍານ​ຂອງ​ມະນຸດ​ຄົນ​ໜຶ່ງ​ມີ​ຮູບ​ລັກ​ສະ​ນະ​ເປັນ​ຄື​ກັນ​ກັບ​ຕົວ​ເຂົາ, ແລະ ວິນ​ຍານ​ຂອງ ສັດ​ກໍ​ຄື​ກັນ, ແລະ ສັດ​ສາ​ວາ​ສິ່ງ​ອື່ນໆ​ທຸກ​ຊະ​ນິດ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ.

3 ຄຳ​ຖາມ. ສັດ​ສີ່​ໂຕ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ສັດ​ໂຕ​ໃດ​ໂຕ​ໜຶ່ງ​ໂດຍ​ສະ​ເພາະ​ບໍ, ຫລື ມັນ​ເປັນ​ຕົວ​ແທນ​ໃຫ້​ສັດ​ປະ​ເພດ​ໃດ ຫລື ຈຳ​ພວກ​ໃດ​ຈຳ​ພວກ​ໜຶ່ງ?ຄຳ​ຕອບ. ມັນ​ເປັນ​ຕົວ​ແທນ​ໃຫ້​ສັດ​ສີ່​ໂຕ​ໂດຍ​ສະ​ເພາະ, ຊຶ່ງ​ຖືກ​ສະແດງ​ແກ່​ໂຢຮັນ, ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ລັດ​ສະ​ໝີ​ພາບ​ຂອງ​ປະ​ເພດ​ສັດ​ທີ່​ຢູ່​ໃນ​ຊາ​ຕາ​ກຳ ຫລື ຂອບ​ເຂດ​ຂອງ​ການ​ສ້າງ, ໃນ​ຄວາມ​ມ່ວນ​ຊື່ນ​ກັບ ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ມັນ.

4 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ຕາ ແລະ ປີກ, ຊຶ່ງ​ສັດ​ເຫລົ່າ​ນັ້ນ​ມີ?ຄຳ​ຕອບ. ຕາ​ຂອງ​ມັນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້, ນັ້ນ​ຄື ມັນ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້; ແລະ ປີກ​ຂອງ​ມັນ​ເປັນ​ຕົວ​ແທນ​ໃຫ້​ແກ່ ພະ​ລັງ, ທີ່​ຈະ​ເຄື່ອນ​ໄຫວ​ໄປ​ມາ, ທີ່​ຈະ​ກະ​ທຳ, ແລະ ອື່ນໆ.

5 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ ຜູ້​ອາ​ວຸ​ໂສ​ຊາວ​ສີ່​ຄົນ​ທີ່​ໂຢຮັນ​ໄດ້​ກ່າວ​ເຖິງ?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ​ຜູ້​ອາ​ວຸ​ໂສ​ເຫລົ່າ​ນີ້​ທີ່​ໂຢຮັນ​ໄດ້​ເຫັນ, ຄື​ຜູ້​ອາ​ວຸ​ໂສທີ່ ຊື່​ສັດ​ໃນ​ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ; ຜູ້​ເປັນ​ຂອງ​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ ເຈັດ​ແຫ່ງ, ແລະ ໃນ​ຂະນະ​ນັ້ນ​ໄດ້​ຢູ່​ໃນ​ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ.

6 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ໜັງ​ສື​ທີ່​ໂຢຮັນ​ໄດ້​ເຫັນ, ຊຶ່ງ​ຂ້າງ​ນອກ​ມີ ຕາ​ປະ​ທັບ​ໄວ້​ເຈັດ​ດວງ?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ມັນບັນ​ຈຸ​ພຣະ​ປະສົງ, ສິ່ງ​ລີ້​ລັບ, ແລະ ວຽກ​ງານຂອງ​ພຣະ​ເຈົ້າ​ທີ່​ໄດ້​ເປີດ​ເຜີຍ​ຢູ່​ໃນ​ນັ້ນ; ເລື່ອງ​ທີ່​ຊ້ອນ​ຢູ່​ຂອງ​ການ​ບໍ​ລິ​ຫານ​ງານ​ກ່ຽວ​ກັບ ແຜ່ນ​ດິນ​ໂລກ​ນີ້​ລະຫວ່າງ​ເຈັດ​ພັນ​ປີ​ທີ່​ໂລກ​ດຳ​ເນີນ​ຕໍ່​ໄປ, ຫລື ການ​ເປັນ​ຢູ່​ທາງ​ຝ່າຍ​ໂລກ​ຂອງ​ມັນ.

7 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ຕາ​ປະ​ທັບ​ເຈັດ​ດວງ​ທີ່​ຖືກ​ຜະ​ນຶກ​ໄວ້?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ຕາ​ປະ​ທັບ​ດວງ​ທຳ​ອິດ​ບັນ​ຈຸ​ເລື່ອງ​ຂອງ ພັນ​ປີ​ທຳ​ອິດ, ແລະ ດວງ​ທີ​ສອງ​ບັນ​ຈຸ​ເລື່ອງ​ຂອງ​ພັນ​ປີ​ທີ​ສອງ, ແລະ ຕໍ່ໆ​ໄປ​ຈົນ​ເຖິງ​ດວງ​ທີ​ເຈັດ.

8 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ທູດ​ສີ່​ອົງ, ຊຶ່ງ​ໄດ້​ກ່າວ​ເຖິງ​ຢູ່​ໃນ​ບົດ​ທີ 7 ຂໍ້​ທີ 1 ຂອງ​ພຣະ​ທຳ​ພຣະ​ນິມິດ?ຄຳ​ຕອບ. ພວກ​ເຮົາຄວນ​ເຂົ້າ​ໃຈ​ວ່າ ທູດ​ສີ່​ອົງ​ນັ້ນ​ໄດ້​ຖືກ​ສົ່ງ​ມາ​ຈາກ​ພຣະ​ເຈົ້າ, ຜູ້​ຊຶ່ງ​ໄດ້​ຮັບ​ອຳນາດ​ເໜືອ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ຊ່ວຍ​ຊີ​ວິດ ແລະ ເພື່ອ​ທຳ​ລາຍ; ທູດ​ເຫລົ່າ​ນັ້ນ​ເປັນ​ຜູ້​ທີ່​ມີ ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ​ທີ່​ຈະ​ມອບ​ໃຫ້​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ; ໂດຍ​ມີ​ອຳນາດ​ທີ່​ຈະ​ປິດ​ສະຫວັນ, ທີ່​ຈະ​ຜະ​ນຶກ​ສູ່​ຊີ​ວິດ, ຫລື ທີ່​ຈະ​ໂຍນ​ລົງ​ສູ່ ພາກ​ພື້ນ​ແຫ່ງ​ຄວາມ​ມືດ.

9 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ທູດ​ທີ່​ປະກົດ​ຂຶ້ນ​ຈາກ​ທິດ​ຕາ​ເວັນ​ອອກ, ພຣະ​ທຳ​ພຣະ​ນິມິດ ບົດ​ທີ 7 ຂໍ້​ທີ 2?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ທູດ​ທີ່​ປະກົດ​ຂຶ້ນ​ຈາກ​ທິດ​ຕາ​ເວັນ​ອອກ​ຄື​ຜູ້​ທີ່​ໄດ້​ຮັບ​ຕາ​ປະ​ທັບ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ໃຫ້​ຢູ່​ເໜືອ​ສິບ​ສອງ​ເຜົ່າ​ຂອງ ອິດສະ​ຣາເອນ; ດັ່ງ​ນັ້ນ, ເພິ່ນ​ຈຶ່ງ​ຮ້ອງ​ສຽງ​ດັງ​ໃສ່​ທູດ​ສີ່​ອົງ​ຜູ້​ທີ່​ມີ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ກ່າວ​ວ່າ: ຢ່າ​ທຳ​ລາຍ​ແຜ່ນ​ດິນ​ໂລກ, ທັງ​ທະເລ, ຫລື ຕົ້ນ​ໄມ້, ຈົນ​ກວ່າ​ພວກ​ເຮົາ​ໄດ້​ປະ​ທັບ​ຕາ​ໃສ່ ໜ້າ​ຜາກ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ເສຍ​ກ່ອນ. ແລະ, ຖ້າ​ຫາກ​ທ່ານ​ຈະ​ຮັບ​ເອົາ​ມັນ, ນີ້​ຄື ອີລາຍ​ຜູ້​ຊຶ່ງ​ຈະ​ມາ​ເຕົ້າ​ໂຮມ​ເຜົ່າ​ຕ່າງໆ​ຂອງ​ອິດສະ​ຣາເອນ​ເຂົ້າ​ກັນ ແລະ ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ.

10 ຄຳ​ຖາມ. ເວລາ​ໃດ​ທີ່​ເລື່ອງ​ກ່າວ​ເຖິງ​ໃນ​ບົດ​ນີ້​ຈະ​ສຳ​ເລັດ​ຄົບ​ຖ້ວນ?ຄຳ​ຕອບ. ມັນ​ຈະ​ສຳ​ເລັດ​ຄົບ​ຖ້ວນ​ໃນ ພັນ​ປີ​ທີ​ຫົກ, ຫລື ໃນ​ການ​ເລີ່ມ​ຕົ້ນ​ຂອງ​ຕາ​ປະ​ທັບ​ດວງ​ທີ​ຫົກ.

11 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ ໜຶ່ງ​ແສນ​ສີ່​ໝື່ນ​ສີ່​ພັນ​ຄົນ​ທີ່​ໄດ້ຮັບ​ການ​ປະ​ທັບ​ຕາ, ຈາກ​ເຜົ່າ​ຂອງ​ອິດສະ​ຣາເອນ​ທັງ​ໝົດ—ໜຶ່ງ​ໝື່ນ​ສອງ​ພັນ​ຄົນ​ຈາກ​ແຕ່​ລະ​ເຜົ່າ?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ຜູ້​ຄົນ​ເຫລົ່າ​ນັ້ນ​ທີ່​ຖືກ​ປະ​ທັບ​ຕາ​ເປັນ ມະຫາ​ປະ​ໂລ​ຫິດ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ສູ່​ລະບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ເພື່ອ​ປະ​ຕິ​ບັດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ; ເພາະ​ພວກ​ເພິ່ນ​ຄື​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ໂດຍ​ເຫລົ່າ​ທູດ​ຜູ້​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມີ​ອຳນາດ​ເໜືອ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ, ເພື່ອ​ນຳ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ເທົ່າ​ທີ່​ຈະ​ຫລາຍ​ໄດ້​ໃຫ້​ມາ​ສູ່​ສາດ​ສະ​ໜາ​ຈັກ​ຂອງ ພຣະ​ບຸດ​ຫົວ​ປີ.

12 ຄຳ​ຖາມ. ພວກ​ເຮົາຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ການ​ເປົ່າ ແກ, ຊຶ່ງ​ກ່າວ​ເຖິງ​ໃນ​ບົດ​ທີ 8 ຂອງ​ພຣະ​ທຳ​ພຣະ​ນິມິດ?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ໂລກ​ໃນ​ຫົກ​ມື້, ແລະ ໃນ​ມື້​ທີ​ເຈັດ ພຣະ​ອົງ​ໄດ້​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ອົງ, ແລະ ໄດ້ ຊຳລະ​ມັນ​ໃຫ້​ບໍ​ລິ​ສຸດ, ແລະ ໄດ້​ສ້າງ​ມະນຸດ​ຈາກ ຝຸ່ນ​ດິນ​ຂອງ​ແຜ່ນ​ດິນ​ໂລກ​ສັນ​ໃດ, ແມ່ນ​ແຕ່​ສັນ​ນັ້ນ, ໃນ​ການ​ເລີ່ມ​ຕົ້ນ​ຂອງ​ພັນ​ປີ​ທີ​ເຈັດ ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈະ ຊຳລະ​ແຜ່ນ​ດິນ​ໂລກ​ໃຫ້​ບໍ​ລິ​ສຸດ, ແລະ ເຮັດ​ໃຫ້​ຄວາມ​ລອດ​ຂອງ​ມະນຸດ​ສົມ​ບູນ, ແລະ ພິ​ພາກ​ສາ​ທຸກ​ສິ່ງ​ທັງ​ປວງ, ແລະ ຈະ ໄຖ່​ທຸກ​ສິ່ງ​ທັງ​ປວງ, ຍົກ​ເວັ້ນ​ແຕ່​ສິ່ງ​ນັ້ນ​ທີ່​ພຣະ​ອົງ​ບໍ່​ໄດ້​ວາງ​ໄວ້​ໃຕ້​ອຳນາດ​ຂອງ​ພຣະ​ອົງ, ເມື່ອ​ພຣະ​ອົງ​ຈະ​ປະ​ທັບ​ຕາ​ທຸກ​ສິ່ງ​ທັງ​ປວງ, ຈົນ​ເຖິງ​ທີ່​ສຸດ​ຂອງ​ທຸກ​ສິ່ງ​ທັງ​ປວງ; ແລະ ການ​ເປົ່າ​ແກ​ຂອງ​ທູດ​ເຈັດ​ອົງ​ເປັນ​ການ​ຕຽມ ແລະ ການ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ອົງ, ໃນ​ການ​ເລີ່ມ​ຕົ້ນ​ຂອງ​ພັນ​ປີ​ທີ​ເຈັດ—ການ​ຕຽມ​ທາງ​ກ່ອນ​ເວລາ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

13 ຄຳ​ຖາມ. ເມື່ອ​ໃດ​ທຸກ​ສິ່ງ​ທັງ​ປວງ​ຈະ​ສຳ​ເລັດ​ຄົບ​ຖ້ວນ, ຊຶ່ງ​ມີ​ຂຽນ​ໄວ້​ໃນ​ບົດ​ທີ 9 ຂອງ​ພຣະ​ທຳ​ພຣະ​ນິມິດ?ຄຳ​ຕອບ. ມັນ​ຈະ​ສຳ​ເລັດ​ຄົບ​ຖ້ວນ​ຫລັງ​ຈາກ​ການ​ເປີດ​ຕາ​ປະ​ທັບ​ດວງ​ທີ​ເຈັດ, ກ່ອນ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

14 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ​ໜັງ​ສື​ມ້ວນ​ນ້ອຍ​ນັ້ນ ຊຶ່ງ​ໂຢຮັນ​ໄດ້ ກິນ, ດັ່ງ​ທີ່​ໄດ້​ກ່າວ​ເຖິງ​ໃນ​ບົດ​ທີ 10 ຂອງ​ພຣະ​ທຳ​ພຣະ​ນິມິດ?ຄຳ​ຕອບ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ ມັນ​ຄື​ພາ​ລະ​ກິດ, ແລະ ພິ​ທີ​ການ, ສຳ​ລັບ​ເພິ່ນ​ທີ່​ຈະ ເຕົ້າ​ໂຮມ​ເຜົ່າ​ຂອງ​ອິດສະ​ຣາເອນ; ຈົ່ງ​ເບິ່ງ, ນີ້​ຄື​ອີລາຍ​ຜູ້​ຊຶ່ງ, ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ​ຈະ​ຕ້ອງ​ມາ ແລະ ຈະ ຟື້ນ​ຟູ​ທຸກ​ສິ່ງ​ທັງ​ປວງ.

15 ຄຳ​ຖາມ. ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ຢ່າງ​ໃດ​ກ່ຽວ​ກັບ ພະຍານ​ທັງ​ສອງ, ໃນ​ບົດ​ທີ​ສິບ​ເອັດ​ຂອງ​ພຣະ​ທຳ​ພຣະ​ນິມິດ?ຄຳ​ຕອບ. ພວກ​ເພິ່ນ​ຄື​ສາດ​ສະ​ດາ​ສອງ​ທ່ານ​ທີ່​ຖືກ​ຍົກ​ຂຶ້ນ​ໃຫ້ ປະ​ຊາ​ຊາດ​ຊາວ​ຢິວ​ໃນ ຍຸກ​ສຸດ​ທ້າຍ, ໃນ​ວັນ​ເວລາ​ແຫ່ງ ການ​ຟື້ນ​ຟູ, ແລະ ເພື່ອ​ພະ​ຍາ​ກອນ​ຕໍ່​ຊາວ​ຢິວ​ຫລັງ​ຈາກ​ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ກັນ ແລະ ໄດ້​ສ້າງ​ເມືອງ​ເຢຣູ​ຊາເລັມ​ໃນ ແຜ່ນ​ດິນ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.