ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 87


ພາກ​ທີ 87

ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ​ກ່ຽວ​ກັບ​ສົງ​ຄາມ, ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ທີ່ ຫລື ໃກ້ ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ວັນທີ 25 ເດືອນ​ທັນວາ, 1832. ໃນ​ເວລາ​ນີ້ ມີ​ການ​ຜິດ​ຖຽງ​ກັນ ຢູ່​ໃນ​ສະ​ຫະ​ລັດ ອາ​ເມ​ຣິ​ກາ ເລື່ອງ​ຄວາມ​ເປັນຂ້າ​ທາດ ແລະ ລັດ​ຊ້າວ​ຄາ​ໂຣ​ໄລ​ນາ ບໍ່​ຍອມ​ຈ່າຍ​ຄ່າ​ພາ​ສີ​ໃຫ້​ແກ່​ລັດ​ຖະ​ບານ​ກາງ. ປະຫວັດ​ຂອງ​ໂຈເຊັບ ສະມິດ ກ່າວ​ວ່າ “ບັນ​ຫາ​ຂອງ​ປະ​ຊາ​ຊາດ” ເລີ່ມ​ຕົ້ນ “ແຈ່ມ​ແຈ້ງ” ຕໍ່​ສາດ​ສະ​ດາ “ຫລາຍ​ກວ່າ​ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່​ສາດ​ສະ​ໜາ​ຈັກ ໄດ້​ເລີ່ມ​ຕົ້ນ​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.”

1–4, ສົງ​ຄາມ​ໄດ້​ຖືກ​ບອກ​ໄວ້​ລ່ວງ​ໜ້າ​ລະຫວ່າງ​ລັດ​ທາງ​ເໜືອ​ກັບ​ລັດ​ທາງ​ໃຕ້; 5–8, ໄພ​ອັນ​ໃຫຍ່​ຫລວງ​ຈະ​ຕົກ​ໃສ່​ເທິງ​ຜູ້​ອາ​ໄສ​ທັງ​ປວງ​ຂອງ​ແຜ່ນ​ດິນ​ໂລກ.

1 ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກ່ຽວ​ກັບ​ສົງ​ຄາມ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ບໍ່​ດົນ, ໂດຍ​ເລີ່ມ​ຕົ້ນ​ຈາກ​ການ​ກະ​ບົດ​ຂອງ ລັດ​ຊ້າວ​ຄາ​ໂຣ​ໄລ​ນາ, ຊຶ່ງ​ໃນ​ທີ່​ສຸດ​ຈະ​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ຕາຍ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄົນ​ຢ່າງ​ຫລວງ​ຫລາຍ;

2 ແລະ ເວລາ​ຈະ​ມາ​ເຖິງ ເມື່ອ ສົງ​ຄາມ​ຈະ​ລຸກ​ລາມ​ໄປ​ເຖິງ​ປະ​ຊາ​ຊາດ​ທັງ​ປວງ, ໂດຍ​ເລີ່ມ​ຕົ້ນ​ຈາກ​ບ່ອນ​ນີ້.

3 ເພາະ​ຈົ່ງ​ເບິ່ງ, ລັດ​ທາງ​ໃຕ້​ຈະ​ແຍກ​ຕົນ​ເອງ​ອອກ​ຈາກ​ລັດ​ທາງ​ເໜືອ, ແລະ ລັດ​ທາງ​ໃຕ້​ຈະ​ເອີ້ນ​ຫາ​ປະ​ຊາ​ຊາດ​ອື່ນ, ແມ່ນ​ແຕ່​ເອີ້ນ​ຫາ​ອັງ​ກິດ, ຕາມ​ທີ່​ມັນ​ຖືກ​ເອີ້ນ, ແລະ ພວກ​ເຂົາ​ກໍ​ຈະ​ເອີ້ນ​ຫາ​ປະ​ຊາ​ຊາດ​ອື່ນໆ​ນຳ​ອີກ, ເພື່ອ​ປົກ​ປ້ອງ​ຕົນ​ເອງ​ຈາກ​ປະ​ຊາ​ຊາດ​ອື່ນໆ; ແລະ ຈາກ​ນັ້ນ ສົງ​ຄາມ​ຈະ​ລຸກ​ລາມ​ໄປ​ເຖິງ​ທຸກ​ປະ​ຊາ​ຊາດ​ທັງ​ປວງ.

4 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຫລາຍ​ວັນ, ຜູ້​ເປັນ ຂ້າ​ທາດ​ຈະ​ລຸກ​ຂຶ້ນ​ຕໍ່​ຕ້ານ​ນາຍ​ຂອງ​ຕົນ, ຜູ້​ຈະ​ຖືກ​ເຕົ້າ​ໂຮມ​ກຳ​ລັງ ແລະ ຝຶກ​ສຳ​ລັບ​ການ​ສູ້​ຮົບ.

5 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ນຳ​ອີກ​ຄື ພວກ​ທີ່​ເຫລືອ​ຢູ່​ໃນ​ແຜ່ນ​ດິນ ຈະ​ເຕົ້າ​ໂຮມ​ກຳ​ລັງ​ເຂົ້າ​ກັນ, ແລະ ຈະ​ໂມ​ໂຫ​ຮ້າຍ​ຢ່າງ​ໜັກ, ແລະ ຈະ​ລົບ​ກວນ​ຄົນ​ຕ່າງ​ຊາດ​ດ້ວຍ​ຄວາມ​ເດືອດ​ຮ້ອນ​ຢ່າງ​ສາ​ຫັດ.

6 ແລະ ດັ່ງ​ນັ້ນ, ດ້ວຍ​ດາບ ແລະ ດ້ວຍ​ການ​ນອງ​ເລືອດ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຈະ ຄວນ​ຄາງ; ແລະ ດ້ວຍ ຄວາມ​ອຶດ​ຢາກ, ແລະ ໂຣກ​ລະ​ບາດ, ແລະ ແຜ່ນ​ດິນ​ໄຫວ, ແລະ ຟ້າ​ຮ້ອງ​ໃນ​ຟ້າ​ສະຫວັນ, ແລະ ຟ້າ​ແມບ​ເຫລື້ອມ​ອັນ​ເຈີດ​ຈ້າ​ນຳ​ອີກ, ຈະ​ເຮັດ​ໃຫ້​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຮູ້​ສຶກ​ເຖິງ​ພຣະ​ພິ​ໂລດ, ແລະ ຄວາມ​ເຄືອງ​ແຄ້ນ, ແລະ ພຣະ​ຫັດ​ທີ່ ຕີ​ສອນ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່, ຈົນ​ກວ່າ​ການ​ທຳ​ລາຍ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ​ຈະ​ເຮັດ​ໃຫ້​ປະ​ຊາ​ຊາດ​ທັງ​ປວງ ສູນ​ສິ້ນ​ໄປ;

7 ເພື່ອ​ສຽງ​ຮ້ອງ​ໄຫ້​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ຂອງ ເລືອດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຈະ​ຢຸດ​ຂຶ້ນ​ມາ​ເຖິງ​ພຣະ​ກັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ ຊາ​ບາ​ໂອດ, ຈາກ​ແຜ່ນ​ດິນ​ໂລກ, ເພື່ອ​ແກ້​ແຄ້ນ​ສັດ​ຕູ​ຂອງ​ພວກ​ເຂົາ.

8 ດັ່ງ​ນັ້ນ, ເຈົ້າ​ຈົ່ງ ຢືນ​ຢູ່​ໃນ​ສະຖານ​ທີ່​ສັກ​ສິດ, ແລະ ບໍ່​ຫວັ່ນ​ໄຫວ, ຈົນ​ກວ່າ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ; ເພາະ​ຈົ່ງ​ເບິ່ງ, ມັນ​ມາ​ເຖິງ ຢ່າງ​ໄວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ອາແມນ.