ພາກທີ 95
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 1 ເດືອນມິຖຸນາ, 1833. ການເປີດເຜີຍນີ້ເປັນຄຳແນະນຳທີ່ຕໍ່ເນື່ອງຈາກສະຫວັນເລື່ອງການສ້າງບ້ານສຳລັບການນະມັດສະການ ແລະ ການແນະນຳ, ບ້ານຂອງພຣະຜູ້ເປັນເຈົ້າ (ເບິ່ງ ພາກທີ 88:119–136).
1–6, ໄພ່ພົນຂອງພຣະເຈົ້າຖືກຕີສອນເນື່ອງຈາກຄວາມລົ້ມເຫລວທີ່ຈະສ້າງບ້ານຂອງພຣະຜູ້ເປັນເຈົ້າ; 7–10, ພຣະຜູ້ເປັນເຈົ້າປາດຖະໜາທີ່ຈະໃຊ້ບ້ານຂອງພຣະອົງເພື່ອມອບພອນໃຫ້ແກ່ຜູ້ຄົນຂອງພຣະອົງ ດ້ວຍອຳນາດຈາກເບື້ອງບົນ; 11–17, ບ້ານດັ່ງກ່າວຕ້ອງຖືກອຸທິດຖວາຍເປັນບ່ອນນະມັດສະການ ແລະ ເປັນໂຮງຮຽນຂອງກຸ່ມອັກຄະສາວົກ.
1 ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບພວກເຈົ້າຜູ້ທີ່ເຮົາຮັກ, ແລະ ຜູ້ທີ່ເຮົາຮັກ ເຮົາຈະ ກຕີສອນດ້ວຍເພື່ອວ່າບາບຂອງພວກເຂົາຈະໄດ້ຮັບ ຂການອະໄພ, ເພາະດ້ວຍການຕີສອນ ເຮົາຈຶ່ງຕຽມທາງສຳລັບ ຄການປົດປ່ອຍພວກເຂົາໃນທຸກສິ່ງທັງປວງຈາກ ງການລໍ້ລວງ, ແລະ ເຮົາໄດ້ຮັກພວກເຈົ້າຕະຫລອດມາ—
2 ດັ່ງນັ້ນ, ພວກເຈົ້າຕ້ອງຖືກຕີສອນ ແລະ ຢືນຮັບເອົາການຕິຕຽນຢູ່ຕໍ່ໜ້າເຮົາ;
3 ເພາະພວກເຈົ້າໄດ້ເຮັດບາບຕໍ່ເຮົາ ຊຶ່ງເປັນບາບທີ່ຮ້າຍແຮງຫລາຍ, ໃນການນັ້ນ ພວກເຈົ້າບໍ່ໄດ້ພິຈາລະນາບັນຍັດຂໍ້ຍິ່ງໃຫຍ່ໃນທຸກສິ່ງທັງປວງ, ທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າກ່ຽວກັບການສ້າງ ກບ້ານຂອງເຮົາ;
4 ເພາະການຕຽມ ຊຶ່ງໃນນັ້ນເຮົາປາດຖະໜາທີ່ຈະຕຽມອັກຄະສາວົກຂອງເຮົາໃຫ້ ກລິງ່າສວນອະງຸ່ນຂອງເຮົາເປັນເທື່ອສຸດທ້າຍ, ເພື່ອວ່າເຮົາຈະໄດ້ເຮັດ ຂການກະທຳອັນປະຫລາດຂອງເຮົາ, ເພື່ອວ່າເຮົາຈະໄດ້ ຄເທວິນຍານຂອງເຮົາ ລົງມາໃຫ້ເນື້ອໜັງທັງປວງ—
5 ແຕ່ ຈົ່ງເບິ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມີຫລາຍຄົນຢູ່ໃນບັນດາພວກເຈົ້າທີ່ໄດ້ຖືກແຕ່ງຕັ້ງ, ຜູ້ທີ່ເຮົາໄດ້ເອີ້ນ ແຕ່ມີພຽງໜ້ອຍຄົນໃນບັນດາພວກເຂົາທີ່ຖືກ ກເລືອກ.
6 ຄົນເຫລົ່ານັ້ນທີ່ບໍ່ໄດ້ຖືກເລືອກໄດ້ເຮັດບາບທີ່ຮ້າຍແຮງຫລາຍ, ໃນການນັ້ນພວກເຂົາພວມເດີນໄປໃນ ກຄວາມມືດໃນຕອນທ່ຽງວັນ.
7 ແລະ ດ້ວຍເຫດນີ້ ເຮົາຈຶ່ງປະທານບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ ວ່າພວກເຈົ້າຄວນເອີ້ນໃຫ້ມີ ກການຊຸມນຸມທີ່ສັກສິດຂອງພວກເຈົ້າ, ເພື່ອວ່າ ຂການຖືສິນອົດເຂົ້າຂອງພວກເຈົ້າ ແລະ ຄວາມໂສກເສົ້າຂອງພວກເຈົ້າຈະໄດ້ຂຶ້ນມາເຖິງພຣະກັນຂອງພຣະຜູ້ເປັນເຈົ້າແຫ່ງ ຄຊາບາໂອດ, ຊຶ່ງໂດຍການແປຄວາມໝາຍຄື ງພຣະຜູ້ສ້າງວັນທຳອິດ, ເປັນຕົ້ນ ແລະ ທີ່ສຸດ.
8 ແທ້ຈິງແລ້ວ, ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ເຮົາໄດ້ມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ ວ່າພວກເຈົ້າຄວນສ້າງບ້ານຫລັງໜຶ່ງ, ຊຶ່ງໃນບ້ານຫລັງນັ້ນເຮົາປາດຖະໜາທີ່ຈະ ກມອບພອນໃຫ້ແກ່ຄົນເຫລົ່ານັ້ນທີ່ເຮົາໄດ້ເລືອກໄວ້ດ້ວຍອຳນາດຈາກເບື້ອງບົນ;
9 ເພາະນີ້ຄື ກຄຳສັນຍາຂອງພຣະບິດາແກ່ພວກເຈົ້າ; ສະນັ້ນເຮົາຈຶ່ງບັນຊາພວກເຈົ້າໃຫ້ຢູ່ຕໍ່ໄປ, ແມ່ນແຕ່ເຊັ່ນດຽວກັບອັກຄະສາວົກຂອງເຮົາທີ່ເຢຣູຊາເລັມ.
10 ເຖິງຢ່າງໃດກໍຕາມ, ຜູ້ຮັບໃຊ້ຂອງເຮົາໄດ້ເຮັດບາບທີ່ຮ້າຍແຮງຫລາຍ; ແລະ ມີ ກການໂຕ້ຖຽງກັນເກີດຂຶ້ນຢູ່ ຂໂຮງຮຽນຂອງສາດສະດາ; ຊຶ່ງເປັນໜ້າໂສກເສົ້າຕໍ່ເຮົາ, ພຣະຜູ້ເປັນເຈົ້າຂອງພວກເຈົ້າໄດ້ກ່າວ; ສະນັ້ນ ເຮົາຈຶ່ງໄດ້ສົ່ງພວກເຂົາອອກໄປເພື່ອຖືກຕີສອນ.
11 ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ມັນເປັນຄວາມປະສົງຂອງເຮົາທີ່ພວກເຈົ້າຈະສ້າງບ້ານຫລັງໜຶ່ງ. ຖ້າຫາກພວກເຈົ້າຮັກສາບັນຍັດຂອງເຮົາ, ແລ້ວພວກເຈົ້າຈະມີພະລັງທີ່ຈະສ້າງມັນ.
12 ຖ້າຫາກພວກເຈົ້າບໍ່ ກຮັກສາບັນຍັດຂອງເຮົາ, ແລ້ວ ຂຄວາມຮັກຂອງພຣະບິດາຈະບໍ່ຢູ່ກັບພວກເຈົ້າອີກຕໍ່ໄປ, ສະນັ້ນ ພວກເຈົ້າຈະເດີນໄປໃນຄວາມມືດ.
13 ບັດນີ້ ນີ້ຄືປັນຍາ, ແລະ ພຣະດຳລັດຂອງພຣະຜູ້ເປັນເຈົ້າ—ຈົ່ງສ້າງບ້ານຫລັງນັ້ນ, ບໍ່ແມ່ນຕາມວິທີຂອງໂລກ, ເພາະເຮົາບໍ່ໄດ້ໃຫ້ພວກເຈົ້າເພື່ອພວກເຈົ້າຈະດຳລົງຊີວິດຕາມວິທີຂອງໂລກ;
14 ສະນັ້ນ, ຈົ່ງສ້າງມັນຕາມວິທີຊຶ່ງເຮົາຈະສະແດງແກ່ພວກເຈົ້າສາມຄົນ, ຜູ້ທີ່ພວກເຈົ້າຈະກຳນົດ ແລະ ແຕ່ງຕັ້ງສູ່ອຳນາດນີ້.
15 ແລະ ຂະໜາດໃນນັ້ນຈະກວ້າງຫ້າສິບຫ້າຟີດ (16 ແມັດ), ແລະ ຍາວຫົກສິບຫ້າຟີດ (19 ແມັດ), ຢູ່ຂ້າງໃນນັ້ນ.
16 ແລະ ຈົ່ງອຸທິດຖວາຍສ່ວນຊັ້ນລຸ່ມຂອງຂ້າງໃນໃຫ້ແກ່ເຮົາສຳລັບການຖວາຍສິນລະລຶກ, ແລະ ສຳລັບການສັ່ງສອນ, ແລະ ການຖືສິນອົດເຂົ້າຂອງພວກເຈົ້າ, ແລະ ການອະທິຖານຂອງພວກເຈົ້າ, ແລະ ກການຖວາຍຄວາມປາດຖະໜາອັນບໍລິສຸດທີ່ສຸດຂອງພວກເຈົ້າແກ່ເຮົາ, ພຣະຜູ້ເປັນເຈົ້າຂອງພວກເຈົ້າໄດ້ກ່າວ.
17 ແລະ ຈົ່ງອຸທິດຖວາຍສ່ວນຢູ່ຊັ້ນເທິງຂອງຂ້າງໃນໃຫ້ແກ່ເຮົາສຳລັບໂຮງຮຽນຂອງອັກຄະສາວົກຂອງເຮົາ, ພຣະບຸດ ກອາມັນກ່າວ; ຫລື ອີກຄຳໜຶ່ງ, ອາລະຟາ; ຫລື ອີກຄຳໜຶ່ງ, ໂອເມຄາ; ແມ່ນແຕ່ ພຣະເຢຊູຄຣິດ ຂພຣະຜູ້ເປັນເຈົ້າຂອງພວກເຈົ້າ. ອາແມນ.