ບົດທີ 25
ນີໄຟພາກພູມໃຈໃນຄວາມແຈ່ມແຈ້ງ—ຄຳທຳນາຍຂອງເອຊາຢາຈະເປັນທີ່ເຂົ້າໃຈໃນຍຸກສຸດທ້າຍ—ຊາວຢິວຈະກັບຄືນມາຈາກບາບີໂລນ, ຄຶງພຣະເມຊີອາໄວ້ເທິງໄມ້ກາງແຂນ, ແລະ ກະຈັດກະຈາຍໄປ ແລະ ຖືກຂ້ຽນຕີ—ພວກເຂົາຈະຖືກນຳກັບຄືນມາໃໝ່ເມື່ອພວກເຂົາເຊື່ອໃນພຣະເມຊີອາ—ພຣະອົງຈະສະເດັດມາເປັນຄັ້ງທຳອິດໃນຫົກຮ້ອຍປີຫລັງຈາກລີໄຮໄດ້ອອກຈາກເຢຣູຊາເລັມ—ຊາວນີໄຟຮັກສາກົດຂອງໂມເຊ ແລະ ເຊື່ອໃນພຣະຄຣິດ ຊຶ່ງເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້ານີໄຟຂໍເວົ້າໄວ້ບາງຢ່າງກ່ຽວກັບຄຳເວົ້າທີ່ຂ້າພະເຈົ້າໄດ້ບັນທຶກໄວ້, ຊຶ່ງເວົ້າອອກຈາກປາກຂອງເອຊາຢາ. ເພາະຈົ່ງເບິ່ງ, ເອຊາຢາໄດ້ເວົ້າຫລາຍເລື່ອງຊຶ່ງ ກຍາກທີ່ຈະເຂົ້າໃຈສຳລັບຜູ້ຄົນຢ່າງຫລວງຫລາຍຂອງຂ້າພະເຈົ້າ; ເພາະພວກເຂົາບໍ່ຮູ້ເຖິງວິທີການທຳນາຍໃນບັນດາຊາວຢິວ.
2 ເພາະຂ້າພະເຈົ້ານີໄຟບໍ່ໄດ້ສິດສອນພວກເຂົາຫລາຍເລື່ອງກ່ຽວກັບວິທີຂອງຊາວຢິວ ເພາະ ກວຽກງານຂອງພວກເຂົາເປັນວຽກງານແຫ່ງຄວາມມືດ, ແລະ ການປະຕິບັດຂອງພວກເຂົາເປັນການປະຕິບັດອັນໜ້າກຽດຊັງ.
3 ດັ່ງນັ້ນ, ຂ້າພະເຈົ້າຈຶ່ງບັນທຶກເຖິງຜູ້ຄົນຂອງຂ້າພະເຈົ້າ ເຖິງຄົນທັງປວງໃນເວລາຕໍ່ໄປ, ເພື່ອຈະໄດ້ຮັບເລື່ອງເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ບັນທຶກໄວ້, ເພື່ອພວກເຂົາຈະໄດ້ຮູ້ຈັກການພິພາກສາຂອງພຣະເຈົ້າທີ່ຈະມາເຖິງປະຊາຊາດທັງປວງຕາມພຣະຄຳທີ່ພຣະອົງໄດ້ກ່າວໄວ້.
4 ດັ່ງນັ້ນ, ຈົ່ງເຊື່ອຟັງເຖີດ, ໂອ້ ຜູ້ຄົນຂອງຂ້າພະເຈົ້າ ຊຶ່ງເປັນຂອງເຊື້ອສາຍອິດສະຣາເອນ, ແລະ ຈົ່ງຕັ້ງໃຈຟັງຄຳຂອງຂ້າພະເຈົ້າ; ເພາະເນື່ອງຈາກຄຳເວົ້າຂອງເອຊາຢາບໍ່ແຈ່ມແຈ້ງແກ່ທ່ານ, ເຖິງຢ່າງໃດກໍຕາມ, ມັນຍັງແຈ່ມແຈ້ງແກ່ຄົນທັງປວງທີ່ເຕັມໄປດ້ວຍ ກວິນຍານແຫ່ງ ຂການທຳນາຍ. ແຕ່ຂ້າພະເຈົ້າໃຫ້ຄຳທຳນາຍແກ່ທ່ານເລື່ອງໜຶ່ງຕາມວິນຍານທີ່ມີຢູ່ກັບຂ້າພະເຈົ້າ; ດັ່ງນັ້ນ ຂ້າພະເຈົ້າຈະທຳນາຍໃຫ້ ຄແຈ່ມແຈ້ງຕາມວິນຍານທີ່ມີຢູ່ກັບຂ້າພະເຈົ້າ ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ອອກຈາກເຢຣູຊາເລັມມາກັບບິດາຂອງຂ້າພະເຈົ້າ; ເພາະຈົ່ງເບິ່ງ, ຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄວາມແຈ່ມແຈ້ງທີ່ມີແກ່ຜູ້ຄົນຂອງຂ້າພະເຈົ້າ, ເພື່ອພວກເຂົາຈະໄດ້ຮຽນຮູ້.
5 ແທ້ຈິງແລ້ວ, ແລະ ຈິດວິນຍານຂອງຂ້າພະເຈົ້າເບີກບານໃນຄຳເວົ້າຂອງ ກເອຊາຢາ, ເພາະຂ້າພະເຈົ້າອອກຈາກເຢຣູຊາເລັມ ແລະ ຕາຂອງຂ້າພະເຈົ້າເຫັນສິ່ງຕ່າງໆຂອງ ຂຊາວຢິວ, ແລະ ຂ້າພະເຈົ້າຮູ້ວ່າ ຊາວຢິວເຂົ້າໃຈເລື່ອງຂອງສາດສະດາ, ແລະ ບໍ່ມີຄົນອື່ນໃດທີ່ເຂົ້າໃຈເລື່ອງນີ້ ຊຶ່ງໄດ້ເວົ້າໄວ້ກັບຊາວຢິວເໝືອນກັບພວກເຂົາ, ນອກຈາກພວກເຂົາຈະໄດ້ຮັບການສິດສອນມາຕາມວິທີອັນເປັນເລື່ອງຂອງຊາວຢິວ.
6 ແຕ່ຈົ່ງເບິ່ງ, ຂ້າພະເຈົ້ານີໄຟບໍ່ໄດ້ສິດສອນລູກຫລານຂອງຂ້າພະເຈົ້າຕາມວິທີຂອງຊາວຢິວ; ແຕ່ຈົ່ງເບິ່ງ ຂ້າພະເຈົ້າເອງຢູ່ທີ່ເຢຣູຊາເລັມ, ດັ່ງນັ້ນຂ້າພະເຈົ້າຈຶ່ງຮູ້ຈັກກ່ຽວກັບພາກພື້ນຕ່າງໆໂດຍອ້ອມຮອບ; ແລະ ຂ້າພະເຈົ້າໄດ້ເວົ້າກັບລູກຫລານຂອງຂ້າພະເຈົ້າກ່ຽວກັບການພິພາກສາຂອງພຣະເຈົ້າ ຊຶ່ງໄດ້ ກເກີດຂຶ້ນແລ້ວກັບບັນດາຊາວຢິວມາເຖິງລູກຫລານຂອງຂ້າພະເຈົ້າຕາມເລື່ອງທັງໝົດທີ່ເອຊາຢາເວົ້າໄວ້ ແລະ ຂ້າພະເຈົ້າບໍ່ໄດ້ບັນທຶກໄວ້.
7 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າເລີ່ມດ້ວຍການທຳນາຍຂອງຂ້າພະເຈົ້າເອງຕາມ ກຄວາມແຈ່ມແຈ້ງຂອງຂ້າພະເຈົ້າ; ຊຶ່ງໃນນັ້ນຂ້າພະເຈົ້າຮູ້ວ່າ ບໍ່ມີໃຜກະທຳຜິດໄດ້; ເຖິງຢ່າງໃດກໍຕາມ, ໃນວັນທີ່ຄຳທຳນາຍຂອງເອຊາຢາຈະເປັນຄວາມຈິງນັ້ນ ມະນຸດຈະຮູ້ຈັກຢ່າງແນ່ນອນເຖິງເວລາເມື່ອມັນຈະບັງເກີດຂຶ້ນ.
8 ດັ່ງນັ້ນ, ມັນຈຶ່ງ ກມີຄຸນຄ່າຕໍ່ລູກຫລານມະນຸດ ແລະ ຄົນທີ່ຄິດວ່າມັນບໍ່ມີຄຸນຄ່າ, ຂ້າພະເຈົ້າຈະເວົ້າກັບພວກເຂົາໂດຍສະເພາະ ແລະ ເຈາະຈົງຖ້ອຍຄຳເຫລົ່ານີ້ເຖິງຜູ້ຄົນຂອງຂ້າພະເຈົ້າ ຂເອງ; ເພາະຂ້າພະເຈົ້າຮູ້ວ່າມັນຈະມີຄຸນຄ່າໃຫຍ່ຫລວງກັບພວກເຂົາໃນ ຄຍຸກສຸດທ້າຍ; ເພາະໃນມື້ນັ້ນພວກເຂົາຈະເຂົ້າໃຈມັນ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງບັນທຶກມັນໄວ້ເພື່ອຜົນປະໂຫຍດຂອງພວກເຂົາ.
9 ແລະ ຄືກັນກັບລຸ້ນໜຶ່ງຖືກ ກທຳລາຍໄປແລ້ວໃນບັນດາຊາວຢິວ ເພາະຄວາມຊົ່ວຮ້າຍ, ດັ່ງນັ້ນ ພວກເຂົາຈຶ່ງຖືກທຳລາຍຈາກລຸ້ນສູ່ລຸ້ນ ຕາມຄວາມຊົ່ວຮ້າຍຂອງພວກເຂົາ; ແລະ ບໍ່ມີໃຜພາຍໃນພວກເຂົາເຄີຍຖືກທຳລາຍນອກຈາກສາດສະດາຂອງພຣະຜູ້ເປັນເຈົ້າຈະ ຂບອກພວກເຂົາໄວ້ລ່ວງໜ້າ.
10 ດັ່ງນັ້ນ ມັນຖືກບອກແກ່ພວກເຂົາແລ້ວກ່ຽວກັບຄວາມພິນາດ ຊຶ່ງຈະເກີດກັບພວກເຂົາໃນທັນທີຫລັງຈາກບິດາຂອງຂ້າພະເຈົ້າອອກຈາກເຢຣູຊາເລັມມາ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງເຮັດໃຈແຂງກະດ້າງ; ແລະ ຕາມການທຳນາຍຂອງຂ້າພະເຈົ້າ, ພວກເຂົາຈຶ່ງຖືກ ກທຳລາຍ, ເວັ້ນເສຍແຕ່ພວກທີ່ຖືກ ຂພາໄປເປັນຊະເລີຍໃນບາບີໂລນ.
11 ແລະ ບັດນີ້ຂ້າພະເຈົ້າເວົ້າເລື່ອງນີ້ ເພາະວິນຍານຊຶ່ງຢູ່ໃນຂ້າພະເຈົ້າ. ແລະ ທັງທີ່ພວກເຂົາຖືກພາໄປແລ້ວ ພວກເຂົາກໍຈະກັບມາອີກ ແລະ ເປັນເຈົ້າຂອງແຜ່ນດິນເຢຣູຊາເລັມ; ດັ່ງນັ້ນ, ພວກເຂົາຈຶ່ງຈະຖືກ ກນຳກັບຄືນໄປຫາແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຂົາອີກ.
12 ແຕ່ຈົ່ງເບິ່ງ, ພວກເຂົາຈະມີສົງຄາມ ແລະ ຂ່າວລືເລື່ອງສົງຄາມ; ແລະ ເມື່ອວັນນັ້ນຈະມາເຖິງທີ່ ກພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ແທ້ຈິງແລ້ວ, ແມ່ນພຣະບິດາແຫ່ງສະຫວັນ ແລະ ແຫ່ງແຜ່ນດິນໂລກຈະສະແດງພຣະອົງເອງໃຫ້ປະຈັກແກ່ພວກເຂົາໃນເນື້ອໜັງ, ຈົ່ງເບິ່ງ, ພວກເຂົາຈະປະຕິເສດພຣະອົງເພາະຄວາມຊົ່ວຮ້າຍຂອງພວກເຂົາ ແລະ ຄວາມແຂງກະດ້າງຂອງໃຈຂອງພວກເຂົາ ແລະ ຄວາມແຂງຄໍຂອງພວກເຂົາ.
13 ຈົ່ງເບິ່ງ, ພວກເຂົາຈະ ກຄຶງພຣະອົງໄວ້ເທິງໄມ້ກາງແຂນ; ແລະ ຫລັງຈາກພຣະອົງຖືກວາງໄວ້ໃນ ຂອຸບມຸງ ຄສາມມື້, ພຣະອົງຈະ ງລຸກຂຶ້ນຈາກຄວາມຕາຍໂດຍອຳນາດແຫ່ງການປິ່ນປົວຂອງພຣະອົງ ແລະ ຄົນທັງປວງທີ່ເຊື່ອໃນພຣະນາມຂອງພຣະອົງຈະລອດໃນອານາຈັກຂອງພຣະເຈົ້າ. ດັ່ງນັ້ນ, ຈິດວິນຍານຂອງຂ້າພະເຈົ້າຈຶ່ງເບີກບານທີ່ຈະທຳນາຍກ່ຽວກັບພຣະອົງເພາະວ່າຂ້າພະເຈົ້າ ຈເຫັນວັນຂອງພຣະອົງແລ້ວ, ແລະ ໃຈຂອງຂ້າພະເຈົ້າເທີດທູນພຣະນາມອັນສັກສິດຂອງພຣະອົງ.
14 ແລະ ຈົ່ງເບິ່ງ ເຫດການຈະບັງເກີດຂຶ້ນຄື ຫລັງຈາກ ກພຣະເມຊີອາລຸກຂຶ້ນຈາກຄວາມຕາຍແລ້ວ, ແລະ ໄດ້ສະແດງພຣະອົງເອງໃຫ້ປະຈັກແກ່ຜູ້ຄົນຂອງພຣະອົງ, ແລະ ແກ່ຫລາຍຕໍ່ຫລາຍຄົນທີ່ຈະເຊື່ອໃນພຣະນາມຂອງພຣະອົງແລ້ວ, ຈົ່ງເບິ່ງ, ເຢຣູຊາເລັມຈະຖືກ ຂທຳລາຍອີກ; ເພາະວິບັດແກ່ຜູ້ທີ່ຕໍ່ສູ້ກັບພຣະເຈົ້າ ແລະ ຜູ້ຄົນຂອງສາດສະໜາຈັກຂອງພຣະອົງ.
15 ດັ່ງນັ້ນ, ກຊາວຢິວຈະ ຂກະຈັດກະຈາຍໄປໃນບັນດາປະຊາຊາດທັງປວງ; ແທ້ຈິງແລ້ວ, ຄບາບີໂລນຈະຖືກທຳລາຍຄືກັນ; ດັ່ງນັ້ນ, ຊາວຢິວຈະກະຈັດກະຈາຍໄປຍ້ອນປະຊາຊາດອື່ນໆ.
16 ແລະ ຫລັງຈາກພວກເຂົາຖືກກະຈັດກະຈາຍໄປແລ້ວ ແລະ ອົງພຣະຜູ້ເປັນເຈົ້າໄດ້ຂ້ຽນຕີພວກເຂົາໂດຍປະຊາຊາດອື່ນໆເປັນເວລາຫລາຍລຸ້ນຄົນ, ແທ້ຈິງແລ້ວ, ຈາກລຸ້ນສູ່ລຸ້ນ ຈົນວ່າພວກເຂົາຈະຖືກຊັກຊວນໃຫ້ ກເຊື່ອໃນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ແລະ ການຊົດໃຊ້ທີ່ບໍ່ມີຂອບເຂດເພື່ອມະນຸດຊາດທັງປວງ—ແລະ ມື້ນັ້ນຈະມາເຖິງ ເມື່ອພວກເຂົາຈະເຊື່ອໃນພຣະຄຣິດ, ແລະ ນະມັດສະການພຣະບິດາໃນພຣະນາມຂອງພຣະອົງດ້ວຍໃຈທີ່ບໍລິສຸດ ແລະ ມືທີ່ສະອາດ, ແລະ ບໍ່ຊອກຫາພຣະເມຊີອາອົງອື່ນອີກຕໍ່ໄປ, ເມື່ອໃນເວລານັ້ນ ມື້ຈະມາເຖິງທີ່ສົມຄວນເມື່ອພວກເຂົາຈະຕ້ອງເຊື່ອສິ່ງເຫລົ່ານີ້.
17 ແລະ ພຣະຜູ້ເປັນເຈົ້າຈະຍົກພຣະຫັດອີກເປັນຄັ້ງທີສອງເພື່ອ ກນຳເອົາຜູ້ຄົນຂອງພຣະອົງກັບຄືນມາຈາກການຫລົງທາງ ແລະ ສະພາບຂອງການຕົກ. ດັ່ງນັ້ນ, ພຣະອົງຈະ ຂເລີ່ມທຳງານແປກປະຫລາດ ແລະ ອັດສະຈັນ ໃນບັນດາລູກຫລານມະນຸດ.
18 ດັ່ງນັ້ນ, ພຣະອົງຈະນຳເອົາ ກພຣະຄຳຂອງພຣະອົງອອກມາໃຫ້ພວກເຂົາ, ຊຶ່ງພຣະຄຳນັ້ນຈະ ຂພິພາກສາພວກເຂົາໃນວັນສຸດທ້າຍ ເພາະຈະປະທານພຣະຄຳໃຫ້ພວກເຂົາດ້ວຍຈຸດປະສົງທີ່ຈະໃຫ້ພວກເຂົາ ຄຄຳນຶງເຖິງພຣະເມຊີອາອົງແທ້ຈິງ, ຜູ້ທີ່ຖືກພວກເຂົາປະຕິເສດ; ແລະ ເພື່ອໃຫ້ແນ່ໃຈຕໍ່ພວກເຂົາວ່າ ພວກເຂົາບໍ່ຈຳເປັນຕ້ອງຊອກຫາພຣະເມຊີອາທີ່ຈະສະເດັດມາຕໍ່ໄປອີກ, ເພາະຈະບໍ່ມີອົງໃດສະເດັດມານອກຈາກຈະເປັນ ງພຣະເມຊີອາປອມ; ຊຶ່ງຈະຫລອກລວງຜູ້ຄົນເພາະວ່າມີພຣະເມຊີອາອົງດຽວທີ່ສາດສະດາໄດ້ເວົ້າເຖິງ, ແລະ ພຣະເມຊີອາອົງນັ້ນຄື ພຣະອົງຈະຖືກຊາວຢິວປະຕິເສດ.
19 ເພາະຕາມຄຳຂອງສາດສະດາເວົ້າແລ້ວ ກພຣະເມຊີອາຈະສະເດັດມາພາຍໃນ ຂຫົກຮ້ອຍປີນັບແຕ່ເວລາທີ່ບິດາຂອງຂ້າພະເຈົ້າໄດ້ໜີອອກຈາກເຢຣູຊາເລັມມາ; ແລະ ຕາມຄຳເວົ້າຂອງສາດສະດາ ແລະ ຄຳເວົ້າຂອງ ຄທູດຂອງພຣະເຈົ້າຄືກັນ, ພຣະນາມຂອງພຣະອົງຈະເປັນພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ.
20 ແລະ ບັດນີ້, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າມາແລ້ວຢ່າງແຈ່ມແຈ້ງ ເພື່ອພວກທ່ານຈະເຂົ້າໃຈຜິດບໍ່ໄດ້, ແລະ ອົງພຣະຜູ້ເປັນເຈົ້າຊົງພຣະຊົນສັນໃດ ຜູ້ຊຶ່ງໄດ້ ກນຳພາອິດສະຣາເອນອອກຈາກແຜ່ນດິນເອຢິບ ແລະ ປະທານອຳນາດໃຫ້ໂມເຊ ເພື່ອເພິ່ນຈະ ຂປິ່ນປົວຜູ້ຄົນເວລາພວກເຂົາຖືກງູພິດຕອດ, ຖ້າພວກເຂົາຫລຽວເບິ່ງ ຄງູທີ່ຍົກຂຶ້ນຢູ່ຕໍ່ໜ້າເຂົາ ແລະ ປະທານອຳນາດໃຫ້ເພິ່ນອີກ ເພື່ອເພິ່ນຈະໄດ້ ງຕີຫີນ ແລະ ນ້ຳໄດ້ໄຫລອອກມາ; ແທ້ຈິງແລ້ວ, ຈົ່ງເບິ່ງ ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ຕາບໃດສິ່ງເຫລົ່ານີ້ເປັນຄວາມຈິງ ແລະ ຕາບໃດອົງພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ຈະບໍ່ມີ ຈນາມອື່ນໃດປະທານໃຫ້ພາຍໃຕ້ສະຫວັນສັນນັ້ນ ນອກຈາກຈະເປັນພຣະເຢຊູຄຣິດອົງນີ້, ອົງທີ່ຂ້າພະເຈົ້າໄດ້ເວົ້າມາແລ້ວ, ຊຶ່ງໂດຍພຣະນາມນີ້ມະນຸດຈະລອດໄດ້.
21 ດັ່ງນັ້ນ, ດ້ວຍເຫດນີ້ ອົງພຣະຜູ້ເປັນເຈົ້າຈຶ່ງສັນຍາກັບຂ້າພະເຈົ້າວ່າ ສິ່ງເຫລົ່ານີ້ທີ່ຂ້າພະເຈົ້າ ກບັນທຶກ ຈະຖືກເກັບມ້ຽນ ແລະ ຮັກສາໄວ້, ແລະ ມອບຕໍ່ໆກັນໄປໃຫ້ລູກຫລານຂອງຂ້າພະເຈົ້າຈາກລຸ້ນສູ່ລຸ້ນ, ເພື່ອຄຳສັນຍາຈະໄດ້ສຳເລັດກັບໂຢເຊັບຄື ລູກຫລານຂອງເພິ່ນຈະບໍ່ ຂຕາຍເລີຍຕາບໃດທີ່ແຜ່ນດິນໂລກຍັງຕັ້ງຢູ່.
22 ດັ່ງນັ້ນ, ສິ່ງເຫລົ່ານີ້ຈະໄປຈາກລຸ້ນສູ່ລຸ້ນ ຕາບໃດແຜ່ນດິນໂລກຍັງຕັ້ງຢູ່ ແລະ ຈະໄປຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະເຈົ້າ; ແລະ ປະຊາຊາດຜູ້ຈະໄດ້ເປັນເຈົ້າຂອງ ຈະໄດ້ຖືກ ກພິພາກສາຕາມຂໍ້ຄວາມທີ່ໄດ້ບັນທຶກໄວ້.
23 ເພາະພວກເຮົາເຮັດການຢ່າງພາກພຽນທີ່ຈະບັນທຶກ ແລະ ຈະ ກຊັກຊວນລູກຫລານຂອງພວກເຮົາ ແລະ ພີ່ນ້ອງຂອງພວກເຮົາອີກໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ ເພາະພວກເຮົາຮູ້ວ່າ ຫລັງຈາກພວກເຮົາ ຂເຮັດທຸກຢ່າງໄດ້ແລ້ວ ໂດຍ ຄພຣະຄຸນພວກເຮົາຈຶ່ງລອດ.
24 ແລະ ທັງທີ່ພວກເຮົາເຊື່ອຖືໃນພຣະຄຣິດ, ພວກເຮົາຍັງ ກຮັກສາກົດຂອງໂມເຊ ແລະ ລະນຶກຫາພຣະຄຣິດດ້ວຍຄວາມຕັ້ງໃຈຈົນກວ່າກົດຈະສຳເລັດ.
25 ເພາະວ່າ ກກົດປະທານໃຫ້ເພື່ອຈຸດມຸ້ງໝາຍນີ້; ດັ່ງນັ້ນ ກົດຈຶ່ງ ຂຕາຍສຳລັບພວກເຮົາ, ແລະ ພວກເຮົາຈະເຮັດໃຫ້ມີຊີວິດໃນພຣະຄຣິດເພາະສັດທາຂອງພວກເຮົາ; ພວກເຮົາກໍຍັງຮັກສາກົດໄວ້ ເພາະພຣະບັນຍັດ.
26 ແລະ ພວກເຮົາ ກເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາ ຂທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ ເພື່ອ ຄລູກຫລານຂອງພວກເຮົາ ຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອ ງການປົດບາບຂອງພວກເຂົາ.
27 ດັ່ງນັ້ນ, ພວກເຮົາຈຶ່ງເວົ້າກ່ຽວກັບກົດ ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ຈັກຄວາມຕາຍຂອງກົດ ແລະ ພວກເຂົາໂດຍທີ່ຮູ້ຈັກຄວາມຕາຍຂອງກົດແລ້ວ, ຈຶ່ງໄດ້ມຸ້ງຫາຊີວິດນັ້ນຊຶ່ງມີຢູ່ໃນພຣະຄຣິດ ແລະ ຮູ້ວ່າມີກົດເພື່ອຈຸດມຸ້ງໝາຍອັນໃດ ແລະ ເພື່ອພວກເຂົາບໍ່ຄວນຈະເຮັດໃຈແຂງກະດ້າງຕໍ່ພຣະອົງ ເມື່ອຄວນຈະຍົກເລີກກົດຫລັງຈາກກົດສຳເລັດໃນພຣະຄຣິດແລ້ວ.
28 ແລະ ບັດນີ້ຈົ່ງເບິ່ງ, ຜູ້ຄົນຂອງຂ້າພະເຈົ້າ, ພວກທ່ານເປັນຄົນ ກແຂງຄໍ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເວົ້າກັບພວກທ່ານຢ່າງແຈ່ມແຈ້ງເພື່ອພວກທ່ານຈະເຂົ້າໃຈຜິດບໍ່ໄດ້. ແລະ ຂໍ້ຄວາມຊຶ່ງຂ້າພະເຈົ້າໄດ້ເວົ້າໄວ້ຈະຢືນເປັນ ຂປະຈັກພະຍານກ່າວໂທດພວກທ່ານ; ເພາະວ່າມັນພຽງພໍທີ່ຈະ ຄສິດສອນທາງທີ່ຖືກຕ້ອງໃຫ້ຜູ້ໃດຜູ້ໜຶ່ງເພາະທາງທີ່ຖືກຕ້ອງຄື ເຊື່ອໃນພຣະຄຣິດ ແລະ ບໍ່ປະຕິເສດພຣະອົງ; ເພາະໂດຍການປະຕິເສດພຣະອົງ ພວກທ່ານກໍປະຕິເສດສາດສະດາ ແລະ ກົດນຳອີກ.
29 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຂໍເວົ້າກັບພວກທ່ານວ່າ ທາງທີ່ຖືກຕ້ອງຄື ເຊື່ອໃນພຣະຄຣິດ ແລະ ບໍ່ປະຕິເສດພຣະອົງ; ແລະ ພຣະຄຣິດຄື ພຣະຜູ້ບໍລິສຸດຂອງອິດສະຣາເອນ; ດັ່ງນັ້ນ ພວກທ່ານຈຶ່ງຕ້ອງກາບລົງຕໍ່ພຣະພັກຂອງພຣະອົງ ແລະ ນະມັດສະການພຣະອົງດ້ວຍສຸດ ກພະລັງ, ຄວາມຄິດ, ແລະ ກຳລັງຂອງພວກທ່ານ, ແລະ ທັງຈິດວິນຍານຂອງພວກທ່ານ, ແລະ ຖ້າຫາກພວກທ່ານເຮັດແບບນີ້; ພວກທ່ານຈະບໍ່ມີທາງຖືກຂັບໄລ່ອອກໄປ.
30 ແລະ ຕາບໃດທີ່ມັນຍັງສົມຄວນ, ພວກທ່ານຕ້ອງຮັກສາການປະຕິບັດ ແລະ ກພິທີການຕ່າງໆຂອງພຣະເຈົ້າຈົນກວ່າກົດທີ່ປະທານໃຫ້ໂມເຊຈະສຳເລັດ.