ສິ່ງ​ຊ່ວຍ​ສຶກ​ສາ
ທຳນາຍ, ການ​ທຳນາຍ, ຄຳ​ທຳນາຍ


ທຳນາຍ, ການ​ທຳນາຍ, ຄຳ​ທຳນາຍ

ຄຳ​ທຳ​ນາຍ​ຮ່ວມ​ດ້ວຍ​ຄຳ​ດົນ​ໃຈ ຫລື ການ​ຂຽນ​ຈາກ​ສະຫວັນ, ຊຶ່ງ​ບຸກ​ຄົນ​ໄດ້​ຮັບ​ຜ່ານ​ທາງ​ການ​ເປີດ​ເຜີຍ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະຈັກ​ພະຍານ​ເຖິງ​ພຣະ​ເຢຊູ ເປັນ​ວິນ​ຍານ​ຂອງ​ການ​ທຳ​ນາຍ (ພນມ 19:10). ຄຳ​ທຳ​ນາຍ​ອາດ​ກ່ຽວ​ຂ້ອງ​ກັບ​ອະ​ດີດ, ປະ​ຈຸ​ບັນ, ຫລື ອະ​ນາ​ຄົດ. ເມື່ອ​ບຸກ​ຄົນ​ໃດ​ໜຶ່ງ​ກ່າວ​ຄຳ​ທຳ​ນາຍ, ເພິ່ນ​ຈະ​ກ່າວ ຫລື ຂຽນ​ສິ່ງ​ທີ່​ພຣະ​ເຈົ້າ​ປະສົງ​ໃຫ້​ເພິ່ນ​ຮູ້ ເພື່ອ​ເປັນ​ການ​ດີ​ສຳ​ລັບ​ເພິ່ນ ຫລື ເປັນ​ການ​ດີ​ສຳ​ລັບ​ຄົນ​ອື່ນໆ. ຜູ້​ຄົນ​ສາ​ມາດ​ຮັບ​ການ​ທຳ​ນາຍ ຫລື ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ຕົນ​ເອງ​ໄດ້.