ສິ່ງ​ຊ່ວຍ​ສຶກ​ສາ
ກົດ​ຂອງ​ໂມເຊ


ກົດ​ຂອງ​ໂມເຊ

ພຣະ​ເຈົ້າ​ໄດ້​ປະທານ​ກົດ​ຜ່ານ​ທາງ​ໂມເຊ​ໃຫ້​ແກ່​ເຊື້ອ​ສາຍ​ອິດສະ​ຣາເອນ ເພື່ອ​ແທນ​ກົດ​ທີ່​ສູງ​ກວ່າ ອັນ​ທີ່​ພວກ​ເຂົາ​ບໍ່​ສາ​ມາດ​ຮັກ​ສາ (ອພຍ 34; ປຈສ, ອພຍ 34:1–2; ປຈສ, ພບຍ 10:2 [ພາກ​ຫ້ອຍ​ທ້າຍ]). ກົດ​ຂອງ​ໂມເຊ​ປະກອບ​ດ້ວຍ​ຫລັກ​ທຳ, ຂໍ້​ກຳ​ນົດ, ພິ​ທີ​ການ, ພິ​ທີ, ແລະ ເຄື່ອງ​ໝາຍ​ຫລາຍ​ຢ່າງ ເພື່ອ​ເຕືອນ​ຜູ້​ຄົນ​ກ່ຽວ​ກັບ​ໜ້າ​ທີ່ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຂົາ. ມັນ​ຍັງ​ປະກອບ​ດ້ວຍ​ກົດ​ກ່ຽວ​ກັບ​ສິນ​ທຳ, ສາດ​ສະ​ໜາ, ແລະ ພຣະ​ບັນ​ຍັດ ແລະ ການ​ປະ​ຕິ​ບັດ​ທາງ​ໂລກ—ລວມ​ທັງ​ການ​ເສຍ​ສະລະ (ລລວ 1–7)—ຊຶ່ງ​ມີ​ຈຸດ​ເປົ້າ​ໝາຍ​ໃຫ້​ເຕືອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ໜ້າ​ທີ່​ຂອງ​ພວກ​ເຂົາ​ຕໍ່​ພຣະ​ອົງ (ມຊຢ 13:30). ສັດທາ, ການ​ກັບ​ໃຈ, ການ​ບັບຕິ​ສະມາ​ໃນ​ນ້ຳ, ແລະ ການ​ປົດ​ບາບ ເປັນ​ພາກ​ສ່ວນ​ຂອງ​ກົດ, ເຊັ່ນ​ດຽວ​ກັບ​ພຣະ​ບັນ​ຍັດ​ສິບ​ປະ​ການ ແລະ ພຣະ​ບັນ​ຍັດ​ຂໍ້​ອື່ນໆ​ທີ່​ມີ​ຄ່າ​ສູງ​ກວ່າ​ທາງ​ສິນ​ທຳ. ກົດ​ສ່ວນ​ຫລາຍ​ຂອງ​ພິ​ທີ​ການ​ໄດ້​ສົມ​ບູນ​ໃນ​ລະຫວ່າງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢຊູ​ຄຣິດ, ຊຶ່ງ​ສິ້ນ​ສຸດ​ການ​ເສຍ​ສະລະ​ໂດຍ​ການ​ຫລັ່ງ​ໂລ​ຫິດ (ແອວ 34:13–14). ກົດ​ດັ່ງ​ກ່າວ​ໄດ້​ຖືກ​ປະ​ຕິ​ບັດ​ພາຍ​ໃຕ້ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ແລະ ເປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຕຽມ​ເພື່ອ​ການ​ຍຶດ​ໝັ້ນ​ຂອງ​ມັນ​ມາ​ສູ່​ພຣະ​ຄຣິດ.