ສິ່ງ​ຊ່ວຍ​ສຶກ​ສາ
ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ


ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ

ການ​ສະຖາ​ປະນາ​ຄວາມ​ຈິງ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຈົ້າ​ຄືນ​ມາ​ໃໝ່ ໃນ​ບັນ​ດາ​ມະນຸດ ຢູ່​ເທິງ​ໂລກ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ຖືກ​ສູນ​ເສຍ​ໄປ​ຈາກ​ແຜ່ນ​ດິນ​ໂລກ ຜ່ານ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ທີ່​ໄດ້​ເກີດ​ຂຶ້ນ ຫລັງ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຂອງ​ອັກຄະ​ສາວົກ​ຂອງ​ພຣະ​ຄຣິດ. ການ​ປະ​ຖິ້ມ​ຄວາມ​ເຊື່ອ​ນັ້ນ​ແມ່ນ​ຈຳ​ເປັນ​ຕໍ່​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ. ຜ່ານ​ພາບ​ນິມິດ, ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ແລະ ການ​ເປີດ​ເຜີຍ​ຕໍ່​ມະນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ພຣະ​ເຈົ້າ​ຈຶ່ງ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຄືນ​ມາ​ໃໝ່. ການ​ຟື້ນ​ຟູ​ໄດ້​ເລີ່ມ​ຕົ້ນ​ດ້ວຍ​ສາດ​ສະ​ດາ​ໂຈເຊັບ ສະມິດ (ຈສ—ປ 1; ຄພ 128:20–21) ແລະ ໄດ້​ສືບ​ຕໍ່​ມາ​ຈົນ​ເຖິງ​ປະ​ຈຸ​ບັນ ຜ່ານ​ວຽກ​ງານ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.