ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ເມ​ຊີ​ອາ


ພຣະ​ເມ​ຊີ​ອາ

ຄຳ​ສັບ​ພາ​ສາ​ອາຣັບ ແລະ ເຮັບເຣີ ຊຶ່ງ​ໝາຍ​ຄວາມ​ວ່າ “ຜູ້​ຖືກ​ເຈີມ​ໄວ້.” ໃນ​ພຣະ​ຄຳ​ພີ​ໃໝ່ ພຣະ​ເຢຊູ ຖືກ​ເອີ້ນ​ວ່າ ພຣະ​ຄຣິດ, ຊຶ່ງ​ເປັນ​ພາ​ສາ​ກຣີກ ທີ່​ເທົ່າ​ກັບ​ຄຳ​ວ່າ ພຣະ​ເມ​ຊີ​ອາ. ໝາຍ​ເຖິງ​ສາດ​ສະ​ດາ, ປະ​ໂລ​ຫິດ, ກະສັດ, ແລະ ຜູ້​ປົດ​ປ່ອຍ​ທີ່​ໄດ້​ຖືກ​ເຈີມ​ໄວ້ ຜູ້​ທີ່​ຊາວ​ຢິວ​ໄດ້​ຄອຍ​ຖ້າ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ.

ຊາວ​ຢິວ​ຫລາຍ​ຄົນ​ພຽງ​ແຕ່​ຊອກ​ຫາ​ຜູ້​ປົດ​ປ່ອຍ​ຈາກ​ອຳນາດ​ຂອງ​ຊາວ​ໂຣມ ແລະ ຊອກ​ຫາ​ຄວາມ​ຮຸ່ງ​ເຮືອງ​ຫລາຍ​ກວ່າ​ຂອງ​ປະເທດ​ຊາດ​ເທົ່າ​ນັ້ນ; ດັ່ງ​ນັ້ນ ເມື່ອ​ພຣະ​ເມ​ຊີ​ອາ​ສະ​ເດັດ​ມາ, ຜູ້​ນຳ ແລະ ຫລາຍ​ຄົນ​ໄດ້​ປະ​ຕິ​ເສດ​ພຣະ​ອົງ. ພຽງ​ແຕ່​ຄົນ​ທີ່​ຖ່ອມ​ຕົວ ແລະ ຊື່​ສັດ​ເທົ່າ​ນັ້ນ ທີ່​ສາ​ມາດ​ເຫັນ​ໃນ​ຕົວ​ພຣະ​ເຢຊູ​ແຫ່ງ​ນາ​ຊາ​ເຣັດ ວ່າ​ເປັນ​ພຣະ​ຄຣິດ​ທີ່​ແທ້​ຈິງ (ອຊຢ 53; ມທ 16:16; ຢຮ 4:25–26).