ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 44


ພາກ​ທີ 44

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ທີ່​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ, ໃນ​ທ້າຍ​ເດືອນ​ກຸມພາ 1831. ເພື່ອ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ທີ່​ຕັ້ງ​ໄວ້​ໃນ​ນີ້, ສາດ​ສະ​ໜາ​ຈັກ​ໄດ້​ກຳ​ນົດ​ໃຫ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂຶ້ນ​ໃນ​ຕົ້ນ​ເດືອນ​ມິຖຸນາ​ທີ່​ຈະ​ມາ​ເຖິງ​ນັ້ນ.

1–3, ພວກ​ແອວເດີ​ຕ້ອງ​ໄປ​ຊຸມ​ນຸມ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່; 4–6, ເຂົາ​ເຈົ້າ​ຕ້ອງ​ວາງ​ລະບຽບ​ຕາມ​ກົດ​ໝາຍ​ຂອງ​ແຜ່ນ​ດິນ ແລະ ດູ​ແລ​ຄົນ​ຍາກ​ຈົນ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຈົ້າ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ດັ່ງ​ນີ້, ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຄວນ​ຖືກ​ເອີ້ນ​ໃຫ້​ມາ​ຮ່ວມ​ກັນ, ຈາກ​ທິດ​ຕາ​ເວັນ​ອອກ ແລະ ຈາກ​ທິດ​ຕາ​ເວັນ​ຕົກ, ແລະ ຈາກ​ທິດ​ເໜືອ ແລະ ຈາກ​ທິດ​ໃຕ້, ໂດຍ​ຈົດ​ໝາຍ ຫລື ໂດຍ​ວິ​ທີ​ອື່ນ.

2 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ, ແລະ ໃຊ້​ສັດທາ​ໃນ​ເຮົາ, ເຮົາ​ຈະ​ຖອກ​ເທ ພຣະ​ວິນ​ຍານ​ຂອງ​ເຮົາ​ລົງ​ມາ​ເທິງ​ພວກ​ເຂົາ​ໃນ​ວັນ​ທີ່​ພວກ​ເຂົາ​ມາ​ຮ່ວມ​ຊຸມ​ນຸມ​ກັນ.

3 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈະ​ອອກ​ໄປ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ, ແລະ ສັ່ງ​ສອນ​ເຖິງ​ການ​ກັບ​ໃຈ​ໃຫ້​ແກ່​ຜູ້​ຄົນ.

4 ແລະ ຫລາຍ​ຄົນ​ຈະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເຖິງ​ຂະ​ໜາດ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ສາ​ມາດ​ມາ​ຈັດ​ລະບຽບ​ຕົນ​ເອງ ຕາມ​ກົດ​ຂອງ​ມະນຸດ;

5 ເພື່ອ​ວ່າ ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ສາ​ມາດ​ເໜືອ​ພວກ​ເຈົ້າ; ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃນ​ທຸກ​ສິ່ງ​ທັງ​ປວງ; ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ສາ​ມາດ​ຮັກ​ສາ​ກົດ​ຂອງ​ເຮົາ; ເພື່ອ​ວ່າ​ພັນທະ​ທັງ​ໝົດ​ທີ່​ສັດ​ຕູ​ພະ​ຍາ​ຍາມ​ໃຊ້​ເພື່ອ​ທຳ​ລາຍ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຫລຸດ​ໄປ.

6 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຕ້ອງ​ໄປ ຢ້ຽມ​ຢາມ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ ແລະ ຊ່ວຍ​ສົງ​ເຄາະ​ເຂົາ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ການ​ດູ​ແລ ຈົນ​ກວ່າ​ທຸກ​ສິ່ງ​ຈະ​ຖືກ​ກະ​ທຳ​ຕາມ​ກົດ​ຂອງ​ເຮົາ ຊຶ່ງ​ພວກ​ເຈົ້າ​ໄດ້​ຮັບ. ອາແມນ.