ສິ່ງ​ຊ່ວຍ​ສຶກ​ສາ
ປ່ຽນ​ໃຈ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ


ປ່ຽນ​ໃຈ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ

ການ​ປ່ຽນ​ຄວາມ​ເຊື່ອ, ຫົວ​ໃຈ, ແລະ ຊີ​ວິດ​ຂອງ​ບຸກ​ຄົນ ເພື່ອ​ຍອມ​ຮັບ ແລະ ເຮັດ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ (ກຈກ 3:19).

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ລວມ​ທັງ​ການ​ຕັດ​ສິນ​ໃຈ​ຢ່າງ​ມີ​ສະ​ຕິ ເພື່ອ​ເຊົາ​ເຮັດ​ສິ່ງ​ທີ່​ຜ່ານ​ມາ ແລະ ປ່ຽນ​ແປງ ເພື່ອ​ກາຍ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ. ການ​ກັບ​ໃຈ, ການ​ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ, ການ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໂດຍ​ການ​ວາງ​ມື, ແລະ ມີ​ສັດທາ​ຕໍ່​ໄປ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢຊູ​ຄຣິດ ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ບໍ​ລິ​ບູນ. ມະນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ຈະ​ຖືກ​ປ່ຽນ​ແປງ​ເຮັດ​ໃຫ້​ບຸກ​ຄົນ​ກາຍ​ເປັນ​ຄົນ​ໃໝ່ ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ແລະ ສະອາດ, ເກີດ​ໃໝ່​ໃນ​ພຣະ​ຄຣິດ ພຣະ​ເຢຊູ (2 ກຣທ 5:17; ມຊຢ 3:19).