ສິ່ງ​ຊ່ວຍ​ສຶກ​ສາ
ສະເຕກ


ສະເຕກ

ໜ່ວຍ​ງານ​ການ​ຈັດ​ຕັ້ງ ແລະ ໜ່ວຍ​ງານ​ບໍ​ລິ​ຫານ​ຢ່າງ​ໜຶ່ງ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ສະເຕກ​ປະກອບ​ດ້ວຍ​ຫວອດ ຫລື ສາຂາ​ຫລາຍ​ແຫ່ງ. ໂດຍ​ທົ່ວ​ໄປ​ແລ້ວ ມັນ​ຈະ​ມີ​ເຂດ​ແດນ ແລະ ເຮັດ​ເປັນ​ຄື​ພາບ​ຜ້າ​ເຕັ້ນ ທີ່​ຖືກ​ບັນ​ຍາຍ​ໄວ້​ໃນ ເອຊາ​ຢາ 54:2: ທີ່​ວ່າ “ຈົ່ງ​ຕໍ່​ເຊືອກ​ຜ້າ​ເຕັ້ນ​ຂອງ​ເຈົ້າ​ໃຫ້​ຍາວ; ແລະ ສຽບ​ຫລັກ​ຂອງ​ເຈົ້າ​ໃຫ້​ແໜ້ນ.” ແຕ່​ລະ​ສະເຕກ​ຂອງ​ຊີໂອນ ຈະ​ຄ້ຳ​ຊູ ແລະ ຊ່ວຍ​ເຫລືອ​ສາດ​ສະ​ໜາ​ຈັກ ໃນ​ວິ​ທີ​ທີ່​ຜ້າ​ເຕັ້ນ ຫລື ສະຖານ​ທີ່​ນະມັດ​ສະການ ຖືກ​ຄ້ຳ​ຊູ​ໄວ້​ດ້ວຍ​ຫລັກ. ສະເຕກ​ເປັນ​ສະຖານ​ທີ່​ເຕົ້າ​ໂຮມ​ສຳ​ລັບ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ອິດສະ​ຣາເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ (ຄພ 82:13–14; 101:17–21).