ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 13


ພາກ​ທີ 13

ເລື່ອງ​ລາວ​ທີ່​ຖືກ​ຄັດ​ລອກ​ເອົາ​ມາ​ຈາກ​ປະຫວັດ​ຂອງ​ໂຈເຊັບ ສະມິດ ບັນ​ຍາຍ​ເຖິງ​ພິ​ທີ​ການ​ແຕ່ງຕັ້ງ​ຂອງ​ສາດ​ສະ​ດາ ແລະ ອໍ​ລີ​ເວີ ຄາວ​ເດີຣີ ສູ່​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ ໃກ້​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ວັນທີ 15 ເດືອນ​ພຶດສະພາ, 1829. ພິ​ທີ​ການ​ແຕ່ງ​ຕັ້ງ​ຖືກ​ກະ​ທຳ​ໂດຍ​ມື​ຂອງ​ທູດ​ຜູ້​ປະ​ກາດ​ຕົວ​ເອງ​ວ່າ ເປັນ​ໂຢຮັນ, ຜູ້​ດຽວ​ກັນ​ກັບທີ່​ຖືກ​ເອີ້ນວ່າ ໂຢຮັນ ບັບຕິ​ສະໂຕ ໃນ​ພຣະ​ຄຳ​ພີ​ໃໝ່. ທູດ​ໄດ້​ອະ​ທິ​ບາຍ​ວ່າ ເພິ່ນ​ກະ​ທຳ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ, ອັກຄະ​ສາວົກ​ໃນ​ສະ​ໄໝ​ບູຮານ, ຜູ້​ຖື​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ຊັ້ນ​ສູງ, ຊຶ່ງ​ເອີ້ນ​ວ່າ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ໂຈເຊັບ ແລະ ອໍ​ລີ​ເວີ ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ເມື່ອ​ເຖິງ​ເວລາ ຖານະ​ປະ​ໂລ​ຫິດ​ຊັ້ນ​ສູງ​ນີ້​ຈະ​ຖືກ​ມອບ​ໃຫ້​ແກ່​ພວກ​ເພິ່ນ. (ເບິ່ງ ພາກ​ທີ 27:7–8, 12.)

ຂໍ​ກະແຈ ແລະ ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ໄດ້​ຖືກ​ຕັ້ງ​ໄວ້.

1 ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເມ​ຊີ​ອາ ຂ້າ​ພະ​ເຈົ້າ​ຂໍ ມອບ ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ, ຊຶ່ງ​ຖື​ຂໍ​ກະແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ ເຫລົ່າ​ທູດ, ແລະ ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ ການ​ກັບ​ໃຈ, ແລະ ຂອງ​ການ ບັບຕິ​ສະມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ; ແລະ ສິ່ງ​ນີ້ຈະ​ບໍ່​ຖືກ​ເອົາ​ໄປ​ຈາກ​ແຜ່ນ​ດິນ​ໂລກ​ອີກ​ຈັກ​ເທື່ອ, ຈົນ​ກວ່າ ພວກ​ບຸດ​ຂອງເລວີ​ຈະ​ຖວາຍ​ເຄື່ອງ​ບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ຄືນ​ອີກ​ໃນ ຄວາມ​ຊອບ​ທຳ.