ສິ່ງ​ຊ່ວຍ​ສຶກ​ສາ
ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ


ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ

ຖານະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ (ຮຣ 7:11–12; ຄພ 107:13–14). ຕຳ​ແໜ່ງ​ຂອງ​ຖານະ​ປະ​ໂລ​ຫິດ​ນີ້​ຄື ອະ​ທິ​ການ, ປະ​ໂລ​ຫິດ, ຄູ​ສອນ, ແລະ ມັກ​ຄະ​ນາ​ຍົກ (ຄພ 84:30; 107:10, 14–15, 87–88). ໃນ​ສະ​ໄໝ​ບູຮານ, ພາຍ​ໃຕ້​ກົດ​ຂອງ​ໂມເຊ, ມີ​ມະຫາ​ປະ​ໂລ​ຫິດ, ປະ​ໂລ​ຫິດ, ແລະ ຊາວ​ເລວີ. ເພາະ​ວ່າ​ຊາວ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ​ໄດ້​ກະ​ບົດ​ຕໍ່​ພຣະ​ເຈົ້າ, ໂມເຊ ແລະ ຖານະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ຈຶ່ງ​ຖືກ​ເອົາ​ໄປ​ຈາກ​ເຂົາ​ເຈົ້າ ແລະ ຖານະ​ປະ​ໂລ​ຫິດ​ທີ່​ຕ່ຳ​ກວ່າ​ໄດ້​ດຳ​ລົງ​ຢູ່​ຕໍ່​ໄປ. ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ແລະ ຮັບ​ເອົາ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ພິ​ທີ​ການ​ຂອງ​ມັນ (ຄພ 84:23–26). ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ກ່ຽວ​ພັນ​ກັບ​ພິ​ທີ​ການ​ທາງ​ໂລກ ແລະ ພາຍ​ນອກ​ຂອງ​ກົດ ແລະ ພຣະ​ກິດ​ຕິ​ຄຸນ (1 ຂຄ 23:27–32; ຄພ 84:26–27; 107:20). ມັນ​ມີ​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ, ຂອງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ, ແລະ ຂອງ​ການ​ບັບຕິ​ສະມາ (ຄພ 13). ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ສູ່​ແຜ່ນ​ດິນ​ໂລກ​ໃນ​ຍຸກ​ສະ​ໄໝ​ນີ້ ໃນ​ວັນທີ 15 ເດືອນ​ພຶດສະພາ ປີ 1829. ໂຢຮັນ​ບັບຕິ​ສະໂຕ​ໄດ້​ມອບ​ມັນ​ໃຫ້​ແກ່​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ, ໃກ້​ເມືອງ​ຮາມ​ໂມ​ນີ, ລັດ​ເພັນໂຊ​ເວເນຍ (ຄພ 13; ຈສ—ປ 1:68–73).