ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 12


ບົດ​ທີ 12

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ​ແກ່​ໂຈເຊັບ ໄນ້ ຜູ້ພໍ່, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນໂຊ​ເວເນຍ, ເດືອນ​ພຶດສະພາ 1829. ໂຈເຊັບ ໄນ້ ເຊື່ອ​ການ​ປະ​ກາດ​ຂອງ​ໂຈເຊັບ ສະມິດ ກ່ຽວ​ກັບ​ວ່າ​ເພິ່ນ​ມີ​ແຜ່ນ​ຈາລຶກ​ຂອງ​ພຣະ​ຄຳ​ພີ​ມໍມອນ ແລະ ວຽກ​ງານ​ການ​ແປ​ທີ່​ພວມ​ດຳ​ເນີນ​ຢູ່ ແລະ ໄດ້​ມອບ​ອຸ​ປະ​ກອນ​ຫລາຍ​ຢ່າງ​ໃຫ້​ໂຈເຊັບ ສະມິດ ແລະ ຜູ້​ຂຽນ​ຂອງ​ເພິ່ນ, ຊຶ່ງ​ຊ່ວຍ​ພວກ​ເພິ່ນ​ໃຫ້​ສາ​ມາດ​ແປ​ຕໍ່​ໄປ. ຕາມ​ການ​ຂໍ​ຮ້ອງ​ຂອງ​ໂຈເຊັບ ໄນ້, ສາດ​ສະ​ດາ ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ.

1–6, ຜູ້​ທຳ​ງານ​ໃນ​ສວນ​ອະງຸ່ນ​ຈະ​ໄດ້​ຮັບ​ຄວາມ​ລອດ; 7–9, ທຸກ​ຄົນ​ທີ່​ປາດ​ຖະ​ໜາ ແລະ ເໝາະ​ສົມ ສາ​ມາດ​ຮັບ​ໃຊ້​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

1 ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ພວມ​ຈະ​ອອກ​ມາ​ສູ່​ລູກ​ຫລານ​ມະນຸດ.

2 ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ, ຊຶ່ງ​ມີ​ຊີ​ວິດ ແລະ ມີ​ພະ​ລັງ, ແຫລມ​ຄົມ​ຫລາຍ​ກວ່າ​ດາບ​ສອງ​ຄົມ, ຊຶ່ງ​ຈະ​ແຍກ​ທັງ​ຂໍ້​ຕໍ່ ແລະ ໄຂ​ໃນ​ກະ​ດູກ​ອອກ​ຈາກ​ກັນ; ສະນັ້ນ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ຄຳ​ຂອງ​ເຮົາ.

3 ຈົ່ງ​ເບິ່ງ, ທົ່ງ​ກໍ​ຂາວ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ; ສະນັ້ນ, ຜູ້​ໃດ​ພ້ອມ​ແລ້ວ​ທີ່​ຈະ​ເກັບ​ກ່ຽວ, ກໍ​ໃຫ້​ເຂົາ​ເດ່​ກ່ຽວ​ຂອງ​ເຂົາ​ອອກ​ໄປ​ດ້ວຍ​ສຸດ​ພະ​ລັງ​ຂອງ​ເຂົາ, ແລະ ເກັບ​ກ່ຽວ​ໃນ​ຂະນະ​ທີ່​ຍັງ​ເວັນ​ຢູ່, ເພື່ອ​ເຂົາ​ຈະ​ໄດ້​ສະ​ສົມ​ຄວາມ​ລອດ​ອັນ​ເປັນ​ນິດ​ໄວ້​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

4 ແທ້​ຈິງ​ແລ້ວ, ຄົນ​ໃດ​ກໍ​ຕາມ​ທີ່​ຈະ​ເດ່​ກ່ຽວ​ຂອງ​ຕົນ​ອອກ​ໄປ ແລະ ເກັບ​ກ່ຽວ, ຄົນໆ​ນັ້ນ​ແມ່ນ​ຖືກ​ເອີ້ນ ຈາກ​ພຣະ​ເຈົ້າ.

5 ສະນັ້ນ, ຖ້າ​ຫາກ​ເຈົ້າ​ໝັ່ນ​ຂໍ​ຈາກ​ເຮົາ ເຈົ້າ​ກໍ​ຈະ​ໄດ້​ຮັບ; ຖ້າ​ເຈົ້າ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້​ເຈົ້າ.

6 ບັດ​ນີ້, ດັ່ງ​ທີ່​ເຈົ້າ​ໄດ້​ຂໍ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ສະແຫວງ​ຫາ​ທີ່​ຈະ​ນຳ​ອອກ​ມາ ແລະ ສະຖາ​ປະນາ​ອຸ​ດົມ​ການ​ຂອງ​ຊີໂອນ.

7 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ແລະ ກັບ​ທຸກ​ຄົນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ນຳ​ວຽກ​ງານ​ນີ້​ອອກ​ມາ ແລະ ສະຖາ​ປະນາ​ມັນ​ຂຶ້ນ;

8 ແລະ ບໍ່​ມີ​ໃຜ​ຈະ​ສາ​ມາດ​ຊ່ວຍ​ໃນ​ວຽກ​ງານ​ນີ້ ຍົກ​ເວັ້ນ​ແຕ່​ເຂົາ​ຈະ ຖ່ອມ​ຕົວ ແລະ ເຕັມ​ໄປ​ດ້ວຍ ຄວາມ​ຮັກ, ໂດຍ​ມີ ສັດທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ, ຢັບ​ຢັ້ງ​ຕົນ​ໃນ​ທຸກ​ສິ່ງ, ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ຈະ​ຝາກ​ຝັງ​ໄວ້​ໃນ​ການ​ດູ​ແລ​ຂອງ​ເຂົາ.

9 ຈົ່ງ​ເບິ່ງ, ເຮົາ​ເປັນ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ, ທີ່​ກ່າວ​ຄຳ​ເຫລົ່າ​ນີ້, ສະນັ້ນ​ຈົ່ງ​ເອົາ​ໃຈ​ໃສ່​ຈົນ​ສຸດ​ພະ​ລັງ​ຂອງ​ເຈົ້າ, ແລະ ຈາກ​ນັ້ນ ເຈົ້າ​ຈະ​ຖືກ​ເອີ້ນ. ອາແມນ.