ສິ່ງ​ຊ່ວຍ​ສຶກ​ສາ
ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ


ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ

ໜັງ​ສື​ທີ່​ອາດາມ​ໄດ້​ເລີ່ມ​ຂຽນ ຊຶ່ງ​ໄດ້​ບັນ​ທຶກ​ວຽກ​ງານ​ຂອງ​ລູກ​ຫລານ​ຂອງ​ເພິ່ນ​ໄວ້; ມີ​ບັນ​ທຶກ​ອື່ນ​ອີກ​ທີ່​ຄ້າຍ​ຄື​ກັນ​ນີ້​ທີ່​ຖືກ​ຮັກ​ສາ​ໄວ້​ໂດຍ​ສາດ​ສະ​ດາ ແລະ ສະມາ​ຊິກ​ທີ່​ຊື່​ສັດ​ນັບ​ແຕ່​ເວລາ​ນັ້ນ​ມາ. ອາດາມ ແລະ ລູກ​ຫລານ​ຂອງ​ເພິ່ນ​ໄດ້​ຮັກ​ສາ​ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ, ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ໄດ້​ຂຽນ​ດ້ວຍ​ວິນ​ຍານ​ແຫ່ງ​ການ​ດົນ​ໃຈ, ແລະ ໜັງ​ສື​ຂອງ​ຄົນ​ລຸ້ນ​ຕ່າງໆ, ຊຶ່ງ​ບັນ​ທຶກ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ (ມຊ 6:5, 8). ບັນ​ທຶກ​ເຊັ່ນ​ນີ້​ອາດ​ມີ​ສ່ວນ​ໃນ​ການ​ພິ​ຈາ​ລະ​ນາ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ຂອງ​ເຮົາ.