​2010–2019
ການ​ກາຍ​ເປັນ​ສານຸສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າຂອງ​ເຮົາ
ເດືອນ​ເມສາ 2017


ການ​ກາຍ​ເປັນ​ສານຸສິດ​ຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າຂອງ​ເຮົາ

ບຸກຄະ​ລິກລັກສະນະ​​ເກີດ​ຈາກ ​ການ​ມີ​ສັດທາໃນ​ພຣະຄຣິດ ​ແມ່ນ​ຈຳ​ເປັນ​ຫລາຍ ຕໍ່​ການ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ​ຂອງ​ເຮົາ ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

ການ​ເປັນ​ສານຸສິດຂອງ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າໝາຍ​ຄວາມ​ວ່າ​ແນວ​ໃດ? ສານຸສິດຄື​ຜູ້​ທີ່​ໄດ້​ຮັບ​ບັບຕິ​ສະມາ ​ແລະ ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ແລະ ຕິດຕາມ​ພຣະອົງ. ສານຸສິດ​ຈະ​ພະຍາຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ ​ໂດຍ​ການ​ຮັກສາ​ພຣະບັນຍັດ​ຂອງ​ພຣະອົງ ​ໃນ​ຊ່ວງ​ມະຕະ, ຄື​ກັນ​ກັບ​ຜູ້​ເຝິກ​ງານ ທີ່​ຢາກ​ກາຍ​ເປັນ​ເໝືອນ​ດັ່ງ​ເຈົ້ານາຍ​ຂອງ​ຕົນ.

ຫລາຍ​ຄົນ​ໄດ້​ຍິນ​ຄຳ​ວ່າ ສານຸສິດ ​ແລະ ຄິດ​ວ່າ​ມັນ​ໝາຍ​ເຖິງ “ຜູ້​ຕິດຕາມ.” ​ແຕ່​ການ​ເປັນສານຸສິດ​ທີ່​ແທ້​ຈິງ ​ແມ່ນ​ສະພາບ​ຂອງ​ການ​ເປັນ​ຢູ່. ສິ່ງ​ນີ້​ແນະນຳ​​ເຖິງ ​ການ​ເຮັດ​ຫລາຍ​ກວ່າ​ ພຽງ​ແຕ່​ສຶກສາ ​ແລະ ນຳ​ໃຊ້​ຄຸນສົມບັດ​ບາງ​ຢ່າງ​ເທົ່າ​ນັ້ນ. ​ສານຸສິດຈະ​ໃຊ້​ຊີວິດ​ໃນ​ທາງ​ທີ່​ໃຫ້ ບຸກຄະ​ລິກ​ລັກ​ສະນະ​ຂອງ​ພຣະຄຣິດ ກ້ຽວ​ພັນ​ເຂົ້າກັບ​ຊີວິດ​ຂອງ​ຕົນ, ຄື​ກັນ​ກັບ​ການ​ຫຍິບ​ທັກ​ປັກ​ແສ່ວ​ທາງ​ວິນ​ຍານ.

ໃຫ້​ເຮົາ​ມາ​ຟັງ​ຄຳ​ເຊື້ອ​ເຊີນ​ຂອງ​ອັກຄະ​ສາວົກ ​ເປ​ໂຕ ​ໃນ​ການກາຍ​ເປັນ​ສານຸສິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ:

“ຈົ່ງ​ອົດສາ​ພະຍາຍາມ, ​ເພື່ອ​ຈະ​ເອົາ​ຄຸນນະ​ທຳ​ເພີ່ມ​ສັດທາ; ​ແລະ ​ເອົາ​ຄວາມ​ຮູ້​ເພີ່ມ​ຄຸນ​ນະ​ທຳ;

“ແລະ ​ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມ​ຮູ້; ​ແລະ ​ເອົາ​ຄວາມ​ອົດທົນ​ເພີ່ມ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ; ​ແລະ ​ເອົາ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ​ເພີ່ມ​ຄວາມ​ອົດທົນ;

“ແລະ ​ເອົາ​ຄວາມ​ຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ; ​ແລະ ​ເອົາ​ຄວາມ​ໃຈ​ບຸນ​ເພີ່ມ​ຄວາມ​ຮັກ​ພີ່ນ້ອງ.”1

ດັ່ງ​ທີ່​ທ່ານ​ສາມາດ​ເຫັນ, ການ​ຫຍິບ​ທັກ​ປັກ​ແສ່ວ​ທາງ​ວິນ​ຍານ ຂອງ​ການ​ເປັນ​ສານຸສິດ ຮຽກຮ້ອງ​ຫລາຍ​ກວ່າ​ດ້າຍ​ເສັ້ນດຽວ. ​ໃນ​ວັນ​ເວລາ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ມີ​ຫລາຍ​ຄົນ​ທີ່​ອ້າງ​ວ່າ​ຕົນ​ເປັນ​ຄົນ​ຊອບທຳ ​ໃນ ດ້ານ​​ໃດ​ດ້ານ​ໜຶ່ງ​ຂອງ​ຊີວິດ​ຂອງ​ຕົນ. ​ເຂົາ​ເຈົ້າ​ໄດ້​ເຝິກ​ສິ່ງ​ທີ່​ເອີ້ນ​ວ່າ ການ​ເຊື່ອ​ຟັງ​ບາງ​ຂໍ້. ຍົກ​ຕົວຢ່າງ, ​ເຂົາ​ເຈົ້າຮັກສາ​ພຣະບັນຍັດ​ທີ່​ຈະ​ຫລີກ​ເວັ້ນຈາກ​ການ​ທຳ​ງານ​ໃນ​ວັນ​ຊະບາ​ໂຕ ​ແຕ່​ໄດ້​ວິຈານ​ພຣະຜູ້​ຊ່ວຍ​ໃຫ້​ລອດ ທີ່​ໄດ້​ປິ່ນປົວ​ຄົນ​ໃນ​ວັນ​ສັກສິດ​ນັ້ນ.2 ​ເຂົາ​ເຈົ້າ​ໃຫ້​ທານ​ແກ່​ຄົນ​ຍາກຈົນ ​ແຕ່​ມອບ​ສິ່ງ​ທີ່​ເຫລືອ​ກິນ​ເຫລືອ​ໃຊ້​ໃຫ້—ສິ່ງ​ທີ່​ເຂົາ​ເຈົ້າບໍ່​ຕ້ອງການ​ສຳລັບ​ຕົນ​ເອງ.3 ​ເຂົາ​ເຈົ້າ​ໄດ້​ຖື​ສິນ​ອົດ​ເຂົ້າ ​ແຕ່​ເຮັດ​ໜ້າ​ໂສກ​ເສົ້າ.4 ​ເຂົາ​ເຈົ້າ​ໄດ້​ອະທິຖານ ​ແຕ່​​ເພື່ອຢາກ​ໃຫ້​ຄົນ​ເຫັນ​ເທົ່າ​ນັ້ນ.5 ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “ພວກ​ເຂົາ​ເຂົ້າ​ໃກ້​ເຮົາ​ແຕ່​ປາກ, ສ່ວນ​ໃຈ​ຂອງ​ພວກ​ເຂົາ​ຢູ່​ຫ່າງ​ໄກ​ຈາກ​ເຮົາ​.”6 ຊາຍ ​ແລະ ຍິງ​ເຊັ່ນ​ນັ້ນ ​ເອົາ​ໃຈ​ໃສ່​ກັບ​ການ​ບັນລຸ​ ຄຸນສົມບັດ​ບາງ​ຢ່າງ​ ຫລື ການ​ກະທຳ​ບາງ​ຢ່າງ​ເທົ່າ​ນັ້ນ, ​ແຕ່​ບໍ່​ກາຍ​ເປັນ​ດັ່ງ​ທີ່​ພຣະອົງ​ເປັນ ຢູ່​ໃນ​ໃຈ​ຂອງ​ເຂົາ​ເຈົ້າ.

ກ່ຽວ​ກັບ​ເລື່ອງ​ນີ້, ພຣະ​ເຢຊູ​ໄດ້​ປະກາດ​ວ່າ:

“ຫລາຍ​ຄົນ​ຈະ​ເວົ້າກັບ​ເຮົາ​ໃນ​ວັນນັ້ນວ່າ, ພຣະອົງ​ເຈົ້າ, ພຣະອົງ​ເຈົ້າ, ພວກ​ຂ້ານ້ອຍ​ໄດ້​ປະກາດ​ຖ້ອຍ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ພຣະນາມ​ຂອງ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ຂັບ​ໄລ່​ຜີ​ມາ​ນຮ້າຍ​ອອກ ​ແລະ ​ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ພຣະນາມ​ຂອງ​ພຣະອົງ ​ບໍ່​ແມ່ນ​ບໍ?

“ແລະ ​ເມື່ອນັ້ນ​ ​ເຮົາ​ກໍ​ຈະ​ປະກາດ​ຕໍ່​ພວກ​ເຂົາ​ວ່າ ​ເຮົາ​ບໍ່​ເຄີຍ​ຮູ້ຈັກ​ພວກ​ເຈົ້າ: ຈົ່ງຖອຍໜີ​ໄປ​ຈາກ​ເຮົາ​ເສຍ, ພວກ​ເຈົ້າຄົນ​ທີ່​ເຮັດ​ການ​ຊົ່ວ​ຮ້າຍ​ເອີຍ.”7

ຄຸນສົມບັດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ທີ່​ເຮົາ​ເຫັນ, ບໍ່​ໄດ້​ຖືກ​ຂຽນ​ໄວ້​ເພື່ອ​ໃຫ້ເຮົາ​ເຮັດ​ຕາມ ຫລື ​ເປັນ​ລາຍການ​ທີ່​ເຮົາ​​ໃຊ້​ ເພື່ອ​ຈະ​ໄດ້​ໝາຍ​ໄວ້​ຫລັງ​ຈາກ​ເຮັດ​ສຳ​ເລັດ. ມັນ​ເປັນບຸກຄະ​ລິກລັກ​ສະນະທີ່​ກ້ຽວ​ພັນ​ເຂົ້າກັນ, ຕື່ມ​ແຕ່ລະ​ຢ່າງ​​ເຂົ້າກັນ, ​ຊຶ່ງພັດທະນາ​​ໃນ​ຕົວ​ເຮົາ ​ໃນ​ທາງ​ທີ່​ມີ​ປະຕິ​ກິລິຍາ​ຕໍ່​ກັນ. ​ໃນ​ອີກ​ຄຳ​ໜຶ່ງ, ​ເຮົາ​ບໍ່​ສາມາດ​ມີ​ບຸກຄະ​ລິກລັກ​ສະນະ​ຢ່າງໜຶ່ງ​ຂອງ​ພຣະຄຣິດ​ໄດ້ ປາດ​ສະ​ຈາກ​ການ​ມີ ​ແລະ ການ​ເປັນ​ອິດ​ທິພົນ​ຕໍ່ ບຸກຄະ​ລິກລັກສະນະ​ຢ່າງ​ອື່ນໆ. ​ເມື່ອ​ບຸກຄະ​ລິກລັກ​ສະນະ​ຢ່າງ​ໜຶ່ງ​ເຂັ້ມ​ແຂງ​ຂຶ້ນ, ຫລາຍ​ຢ່າງ​ກໍ​ເຂັ້ມ​ແຂງ​ຂຶ້ນຄື​ກັນ.

ໃນ ​2 ເປ​ໂຕ ​ແລະ ​ໃນ Doctrine and Covenants ພາກ​ທີ 4, ​ເຮົາ​ໄດ້​ຮຽນ​ຮູ້​ວ່າ ສັດທາ​ໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ເປັນ​ຮາກ​ຖານ. ​ເຮົາ​ວັດ​ແທກ​ສັດທາ​ຂອງ​ເຮົາ ​ໂດຍ​ສິ່ງ​ທີ່​ພາ​​ເຮົາ​ລົງມື​ປະຕິບັດ—​ໂດຍ​ຄວາມ​ເຊື່ອ​ຟັງ​ຂອງ​ເຮົາ. “ຖ້າ​ຫາກ​ເຈົ້າມີ​ສັດທາ​ໃນ​ເຮົາ,” ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ, “ເຈົ້າຈະ​ມີ​ອຳນາດ​ເຮັດ​ສິ່ງ​ໃດ​ກໍ​ໄດ້ ຕາມ​ທີ່​ເຮົາ​ເຫັນ​ວ່າ​ສົມຄວນ.”8 ສັດທາ​ເປັນ​ສິ່ງ​ກໍ່​ໃຫ້​ເກີດ. ປາດ​ສະ​ຈາກ​ຜົນງານ, ປາດ​ສະ​ຈາກ​ການ​ດຳລົງ​ຊີວິດ​ໃນ​ຄຸນ​ນະ​ທຳ, ສັດທາ​ຂອງ​ເຮົາ​ກໍ​ປາດ​ສະ​ຈາກ​ພະລັງ ທີ່​ຈະ​ກະ​ຕຸ້ນ​ການ​ເປັນ​ສານຸສິດ. ຕາມ​ຈິງ​ແລ້ວ, ສັດທາ​ນັ້ນກໍຕາຍ​ແລ້ວ.9

ແລະ ສະນັ້ນ, ​ເປ​ໂຕ​ຈຶ່ງ​ອະທິບາຍ​ວ່າ, “ຈົ່ງ​ເອົາ​ຄຸນ​ນະ​ທຳ​​ເພີ່ມ​ສັດທາ.” ຄຸນ​ນະ​ທຳ​ນີ້ ​ແມ່ນ​ເກີນ​ກວ່າ ຄວາມ​ບໍລິສຸດ​ທາງ​ເພດ. ມັນ​ແມ່ນ​ຄວາມ​ສະອາດ ​ແລະ ຄວາມ​ສັກສິດ ​ໃນ​ຄວາມ​ນຶກ​ຄິດ ​ແລະ ​ໃນ​ຮ່າງກາຍ. ຄຸນ​ນະ​ທຳ​ກໍ​ເປັນ​ພະລັງ​ນຳ​ອີກ. ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ຢ່າງ​ຊື່ສັດ, ​ເຮົາ​ຈະ​ມີ​ພະລັງ​ທີ່​ຈະ​ມີ​ຄຸນ​ນະ​ທຳ​ໃນ​ທຸກ​ຄວາມ​ຄິດ, ທຸກ​ຄວາມ​ຮູ້ສຶກ, ​ແລະ ທຸ​ກການ​ກະທຳ. ຄວາມ​ນຶກ​ຄິດ​ຂອງ​ເຮົາ ຈະ​ສາມາດ​ຮັບ​ເອົາ​ການ​ດົນ​ໃຈ​ຂອງ​ພຣະວິນ​ຍານ​ບໍລິສຸດ ​ແລະ ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ ຫລາຍ​ຂຶ້ນ.10 ​ເຮົາຮ່ວມ​ພຣະຄຣິດຢູ່​ດ້ວຍ ບໍ່​ພຽງ​ແຕ່​​ໃນ​ສິ່ງ​ທີ່​ເຮົາ​ເວົ້າ​ ​ແລະ ​ເຮັດ​ເທົ່າ​ນັ້ນ, ​ແຕ່​ໃນ​ຜູ້​ທີ່​ເຮົາ​ເປັນນຳ​ອີກ.

ເປ​ໂຕ​ກ່າວ​ຕື່ມ​ວ່າ, “ຈົ່ງ​ເອົາ​ຄວາມ​ຮູ້​ເພີ່ມ​ຄຸນ​ນະ​ທຳ [ຂອງ​ທ່ານ].”​ ​ເມື່ອ​ເຮົາ​ດຳລົງ​ຊີວິດ​ໃນ​ຄຸນ​ນະ​ທຳ, ​ເຮົາ​ມາ​ຮູ້ຈັກ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ​ແລະ ພຣະບຸດ​ຂອງ​ພຣະອົງ ​ໃນ​ທາງ​ທີ່​ພິ​ເສດ. “ຜູ້​ໃດ​ທີ່​ເຕັມ​ໃຈ​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະ​ເຈົ້າ ຜູ້ນັ້ນກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ [ພຣະບິດາ] ຫລື​ ເຮົາ​ກ່າວ​ຕາມ​ໃຈ​ຂອງ​ເຮົາ​ເອງ.”11 ຄວາມ​ຮູ້​ນີ້ ​ເປັນ​ປະຈັກ​ພະຍານ​ສ່ວນ​ຕົວ, ກ່າວ​ຈາກ​ປະສົບ​ການ​ສ່ວນ​ຕົວ. ມັນ​ແມ່ນ​ຄວາມ​ຮູ້​ທີ່​ປ່ຽນ​ແປງ​ເຮົາ, ​ເພື່ອ​ວ່າຄວາມ​ສະຫວ່າງຂອງ​ເຮົາ ​ຈະ​ແນບ​ສະ​ນິດ​ຢູ່​ກັບ​ຄວາມ​ສະຫວ່າງ [ຂອງ​ພຣະອົງ] ​ແລະ ຄຸນ​ນະ​ທຳ​ຂອງ​ເຮົາ ຈະ​ຮັກ​ຄຸນ​ນະ​ທຳ [ຂອງ​ພຣະອົງ].”12 ​ໂດຍ​ການ​ດຳລົງ​ຊີວິດ​ໃນ​ຄຸນ​ນະ​ທຳ, ​ເຮົາ​ຈະ​ເຮັດ​ໃຫ້ການ​ເດີນທາງ​ຈາກ “​ເຮົາ​ເຊື່ອ” ​ໄປ​ສູ່​ຈຸດໝາຍ​ປາຍທາງ​ທີ່​ຮຸ່ງ​ເຫລື້ອມທີ່ວ່າ “ເຮົາ​ຮູ້.”

ເປ​ໂຕ​ ແນະນຳ​ເຮົາ​ໃຫ້ “ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມ​ຮູ້; ​ແລະ ​ເອົາ​ຄວາມ​ອົດທົນ​ເພີ່ມ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ.” ​ໂດຍ​ທີ່​ເປັນ​ສານຸສິດ​ທີ່​ຮູ້ຈັກ​ບັງຄັບ​ຕົນ, ​ເຮົາ​ດຳລົງ​ຊີວິດ​ໃນ​ທາງ​ທີ່​ສົມ​ດູນ ​ແລະ ໝັ້ນຄົງ. ​ເຮົາ​ບໍ່​ແລ່ນ​ໄວ​ກວ່າ​ກຳລັງ​ທີ່ [ເຮົາ​ມີ].”13 ​​ເຮົາ​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ໃນ​ແຕ່​ລະ​ວັນ, ຜ່ານ​ຂ້າມ​ການ​ທ້າ​ທາຍ​ທີ່​ຫລໍ່​ຫລອມ​ແຫ່ງ​ຄວາມ​ເປັນ​ມະຕະ.

ການ​ເປັນ​ຄົນຮູ້​ຈັກ​ບັງຄັບ​ຕົນ ​ໃນ​ທາງ​ນີ້, ​ເຮົາ​ພັດທະນາ​ຄວາມ​ອົດທົນ ​ແລະ ຄວາມໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ. ​ເຮົາ​ສາມາດ​ເພິ່ງ​ອາ​ໄສ​ການ​ອອກ​ແບບ​ຂອງ​ພຣະອົງ​ສຳລັບ​ຊີວິດ​ຂອງ​ເຮົາ, ​ເຖິງ​ແມ່ນ​ວ່າ ​ເຮົາ​ບໍ່​ສາມາດ​ເຫັນ​ມັນ​ດ້ວຍ​ຕາທຳ​ມະ​ຊາດຂອງ​ເຮົາ​ເອງ.14 ສະນັ້ນ, ​ເຮົາ​ຈຶ່ງ​ສາມາດ​ສະຫງົບ ​ແລະ ຮູ້​ວ່າ​ພຣະອົງ​ເປັນ​ພຣະ​ເຈົ້າ.15 ​ເມື່ອ​ເຮົາ​ປະ​ເຊີນ​ກັບ​ມໍ​ລະ​ສຸມ​ແຫ່ງ​ຄວາມ​ລຳບາກ​ຍາກ​ແຄ້ນ, ​ເຮົາ​ຖາມ​ວ່າ, “ພຣະອົງ​ມີ​ສິ່ງ​ໃດ ​ໃຫ້​ຂ້ານ້ອຍ​ຮຽນ​ຈາກ​ປະສົບ​ການ​ນີ້?” ​ດ້ວຍ​ແຜນ ​ແລະ ຈຸດປະສົງ​ຂອງ​ພຣະອົງ​ ຢູ່​ໃນ​ໃຈ​ເຮົາ, ​ເຮົາ​ຈະ​ກ້າວ​ໄປ​ຂ້າງ​ໜ້າ ບໍ່ພຽງ​ແຕ່​ອົດທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ເທົ່າ​ນັ້ນ ​ແຕ່​ອົດທົນ​ກັບ​ມັນ​ໄດ້​ຍາວ​ນານ ​ແລະ ​ເຮັດ​ໄດ້​ດີ​ນຳ​ອີກ.16

ຄວາມ​ອົດທົນ​ນີ້, ​ເປ​ໂຕ​​ສອນ​ວ່າ ມັນ​ພາ​ເຮົາ​ໄປ​ສູ່ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ. ​ເຊັ່ນ​ດຽວ​ກັບ​ທີ່​ພຣະບິດາ​ມີ​ຄວາມ​ອົດທົນ​ກັບ​ເຮົາ, ລູກໆ​ຂອງ​ພຣະອົງ, ​ເຮົາ​ກໍ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ອົດທົນ​ຕໍ່ກັນ​ແລະ​ກັນ ​ແລະ ກັບ​ຕົວ​ເອງ. ​ເຮົາ​ຍິນ​ດີ​ກັບ​ອຳ​ເພີ​ໃຈ​ຂອງ​ຄົນ​ອື່ນ ​ແລະ ​ໂອກາດ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຕີບ​ໂຕ​ຂຶ້ນ ​ເທື່ອ​ລະ​ບັນທັດ,17 ຄວາມ​ສະຫວ່າງ​ນັ້ນ ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ ຈົນ​ເຖິງ​ວັນ​ທີ່​ສົມບູນ.18

ຈາກຄວາມ​ຮູ້ຈັກ​ບັງຄັບ​ຕົນ ​ໄປ​ສູ່​ຄວາມ​ອົດທົນ ​ແລະ ຈາກ​ຄວາມ​ອົດທົນ ​ໄປ​ສູ່ຄວາມ​ເຫລື້ອມ​ໃສ​ໃນ​ພຣະ​ເຈົ້າ, ທຳ​ມະ​ຊາດ​ຂອງ​ເຮົາ​ຈະ​ປ່ຽນ​ແປງ. ​ເຮົາ​ມີຄວາມ​ຮັກ​ພີ່ນ້ອງ ຊຶ່ງ​ນັ້ນຄື​ບຸກຄະ​ລິກລັກ​ສະນະ​ຂອງ​ສານຸສິດ​ທີ່​ແທ້ຈິງ​ທັງ​ໝົດ. ​ເຊັ່ນ​ດຽວ​ກັນກັບ ​ໄທ​ຊາ​ມາ​ເຣຍຜູ້​ໃຈດີ, ​ເຮົາ​ຍ່າງ​ຂ້າມ​ທາງ​ໄປ​ປະຕິບັດ​ຕໍ່​ໃຜ​ກໍ​ຕາມ ທີ່​ຂັດ​ສົນ, ​ເຖິງ​ແມ່ນ​ເຂົາ​ເຈົ້າບໍ່​ໄດ້​ເປັນ​ໝູ່​ເພື່ອນ​ຂອງ​ເຮົາ​ກໍ​ຕາມ.19 ​ເຮົາ​ໃຫ້​ພອນ​ຄົນ​ທີ່​ສາບ​ແຊ່ງ​ເຮົາ. ​ເຮົາ​ເຮັດ​ຄວາມ​ດີ​ກັບ​ຄົນ​ທີ່​ກຽດ​ຊັງ​ເຮົາ.20 ມີ​ຄຸນສົມບັດ​ອື່ນ​ໃດ​ອີກ​ບໍ ທີ່​ເປັນ​ຢ່າງ​ພຣະ​ເຈົ້າ ຫລື ​ເປັນ​ຢ່າງ​ພຣະຄຣິດ ຫລາຍ​ໄປ​ກວ່າ​ນີ້?

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ຄວາມ​ພະຍາຍາມຂອງ​ເຮົາ ທີ່​ຈະ​ກາຍ​ເປັນ​ສານຸສິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ຖືກ​ເອົາ​ມາ​ຕື່ມ​ໃສ່ ຈົນ​ກວ່າ​ເຮົາ​ຈະ “ໄດ້​ຮັບ” ຄວາມ​ຮັກ​ຂອງ​ພຣະອົງ.21 ຄວາມ​ຮັກ​ນີ້ ຄື​ບຸກຄະ​ລິກລັກ​ສະນະ​ ອັນ​ແທ້​ຈິງ​ຂອງ​ສາ​ນຸສິດ​ຂອງ​ພຣະຄຣິດ ທີ່​ວ່າ:

“ເຖິງ​ແມ່ນ​ເຮົາ​ເວົ້າພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ຂອງ​ທູດ​ກໍ​ຕາມ, ​ແຕ່​ບໍ່​ມີ​ຄວາມ​​ໃຈ​ບຸນ, ການ​ເວົ້າຂອງ​ເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ ​ແລະ ສຽງ​ແຊ່ງ ທີ່​ດັງ​ອຶກ​ກະ​ທຶກ.

“ແລະ ​ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້, ​ແລະ ​ເຂົ້າ​ໃຈ​ໃນ​ຂໍ້​ລັບ​ເລິກ​ທັງ​ປວງ ​ແລະ ມີ​ຄວາມ​ຮູ້​ທັງ​ສິ້ນ ​ແລະ ມີສັດທາ​ຢ່າງ​ຄົບ​ຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນ​ທີ່​ໄປ​ໄດ້, ​ແຕ່​ບໍ່​ມີ​ຄວາມ​ໃຈ​ບຸນ ​ເຮົາ​ກໍ​ບໍ່​ມີຄ່າ​ອັນ​ໃດ.”22

ມັນ​ແມ່ນ​ສັດທາ, ຄວາມ​ຫວັງ, ​ແລະ ຄວາມ​ໃຈ​ບຸນ ທີ່​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ຕໍ່​ວຽກງານ​ຂອງ​ພຣະ​ເຈົ້າ.23 “ແລະ ຍັງ​ຕັ້ງຢູ່​ … ສາມ​ສິ່ງ​; ​ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມ​ໃຈ​ບຸນ.”24

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຍິ່ງ​ກວ່າ​ຜ່ານ​ມາ, ​ເຮົາ​ຈະ​ເປັນ​ “ສານຸສິດ​ພຽງ​ເຄິ່ງດຽວ” ບໍ່​ໄດ້! ​ເຮົາ​ຈະ​ເປັນ​ສານຸສິດ​ພຽງ​ຂໍ້​ໃດ​ຂໍ້​ໜຶ່ງ​ຂອງ​ຄຳ​ສອນ​ບໍ່​ໄດ້. ບຸກຄະ​ລິກລັກ​ສະນະ​ເກີດ​ຈາກ ​ການ​ມີ​ສັດທາໃນ​ພຣະຄຣິດ—​ແມ່ນ​ຮ່ວມ​ທັງ ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ໃນ​ມື້​ນີ້—​ມັນຈຳ​ເປັນ​ຫລາຍ ຕໍ່​ການ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ​ຂອງ​ເຮົາ ​ໃນ​ຍຸກ​ສຸດ​ທ້າຍ​ນີ້.

ເມື່ອ​ເຮົາ​ພະຍາຍາມ​ເປັນ​ສານຸສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ, ບຸກຄະ​ລິກລັກ​ສະນະ​ເຫລົ່າ​ນີ້ ຈະ​ກ້ຽວ​ພັນ​ເຂົ້າກັນ, ຕື່ມ​ໃສ່​ກັນ, ​ແລະ ​ໃຫ້​ຄວາມ​ໝັ້ນຄົງ​ໃນ​ຕົວ​ເຮົາ. ມັນ​ຈະ​ບໍ່​ມີ​ຄວາມ​ແຕກ​ຕ່າງລະຫວ່າງ​ຄວາມ​ກະລຸນາ​ ທີ່​ເຮົາ​ສະ​ແດງ​ຕໍ່​ສັດຕູ​ຂອງ​ເຮົາ ​ແລະ ຄວາມ​ກະລຸນາ​ທີ່​ເຮົາ​ສະ​ແດງ​ຕໍ່​ໝູ່​ເພື່ອນ​ຂອງ​ເຮົາ. ​ເຮົາ​ຈະ​ຊື່ສັດ​ໃນ​ເວລາ​ທີ່​ຜູ້​ອື່ນ​ບໍ່​ສັງ​ເກດ ​ແລະ ຊື່ສັດ​ໃນ​ເວລາ​ທີ່​ຜູ້​ຄົນ​ຫລຽວ​ເບິ່ງ. ​ເຮົາ​ຈະ​ອຸທິດ​ຕົນ​ຕໍ່​ພຣະ​ເຈົ້າ ​ຢູ່​ໃນ​ສະຖານ​ທີ່​ສາທາ​ລະນະ ​ແລະ ຢູ່​ໃນ​ສະຖານ​ທີ່​ສ່ວນ​ຕົວ​ຂອງ​ເຮົາ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ທຸກ​ຄົນ​ສາມາດ​ເປັນ​ສານຸສິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ການ​ເປັນ​ສານຸສິດ​ບໍ່​ຈຳກັດ​ອາຍຸ, ຊົນ​ຊາດ​ຊົນ​ເຜົ່າ, ຫລື ການ​ເອີ້ນ. ​ໂດຍ​ຜ່ານ​ການ​ເປັນ​ສານຸສິດ​ຂອງ​ເຮົາ, ​ເຮົາ, ຜູ້​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ໄດ້​ຮ່ວມ​ພະລັງ ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ຕະຫລອດ​ທົ່ວ​ໂລກ. ນີ້​ແມ່ນ​ເວລາ​ທີ່​ຈະ​ໃຫ້ສັນຍາ​ກັບ​ຕົວ​ເອງ​ຄືນ​ໃໝ່ ທີ່​ຈະ​ເປັນ​ສານຸສິດ​ຂອງ​ພຣະອົງ ດ້ວຍຄວາມ​ພາກ​ພຽນ​ທັງ​ໝົດ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ທຸກ​ຄົນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ສານຸສິດ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ຂໍ​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້​ເປັນ​ໂອກາດ​ຂອງ​ທ່ານ ທີ່​ຈະ “​ເລີ່​ມຕົ້ນ​ຄື​ກັນ​ກັບ​ໃນ​ຄາວ​ກ່ອນ, ​ແລະ ມາ​ຫາ​ [ພຣະອົງ] ດ້ວຍ​ສຸດ​ໃຈ.”25 ນີ້​ຄື​ສາດສະໜາ​ຈັກ​ຂອງ​ພຣະອົງ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານພິ​ເສດ​ວ່າ ພຣະອົງ​ຊົງ​ພຣະຊົນ​ຢູ່. ຂໍ​ໃຫ້​ພຣະອົງ​ປະທານ​ພອນ​ໃຫ້​ເຮົາ ​ໃນ​ການສະ​ແຫວງຫາ ​ເພື່ອ​ຈະ​ໄດ້​ກາຍ​ເປັນສານຸສິດ​ທີ່​ອຸທິດ​ຕົນ ​ແລະ ກ້າ​ຫານ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.