​2010–2019
​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ຢ່າ​ເອ່ນ​ອຽງ
ເດືອນ​ເມສາ 2017


​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ຢ່າ​ເອ່ນ​ອຽງ

ເຮົາ​ສາມາດ​ວາງ​ຊີວິດ​ຂອງ​​ເຮົາໄວ້​ຢ່າງ​ຊື່​ຕົງ ຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ມາ​ຮູ້ຈັກ​ພຣະອົງ, ​ແລະ ພຣະອົງ​ຈະ​ຊີ້​ນຳ​ທາງ​ຂອງ​ເຮົາ.

​ໃນ​ລະຫວ່າງ​ທີ່​ຂ້າພະ​ເຈົ້າ​ເດີນທາງ​ຢູ່​ໃນ​ອາຊີ, ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ ​ແລະ ໂອບ​ກອດ​ຂ້າພະ​ເຈົ້າ, ​ແລ້ວ ຖາມ​ວ່າ, “ທ່ານ​ຮູ້​ແທ້ໆ​ບໍ​ວ່າ ພຣະກິດ​ຕິ​ຄຸນ​ນີ້​ເປັນຄວາມ​ຈິງ?” ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າຮູ້​ວ່າ​ ມັນ​ເປັນຄວາມ​ຈິງ. ຂ້າພະ​ເຈົ້າ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ.

ໃນ ​ສຸພາ​ສິດ​ ບົດ​ທີ 3, ຂໍ້​ທີ 5 ​ເຖິງ 6, ​ເຮົາ​ອ່ານ ຄຳ​ແນະນຳ​ນີ້ວ່າ:

“ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ; ​ແລະ ຢ່າ​ເຊື່ອ​ໝັ້ນຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າຄິດ​ວ່າ​ເຈົ້າຮູ້.

“ຈົ່ງລະນຶກ​ເຖິງ​ພຣະ​ອົງ​ໃນ​ທຸກ​ສິ່ງ​ທີ່​ຈະ​ກະທຳ, ​ແລະ ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ທີ່​ຖືກຕ້ອງ.”

ຂໍ້​ພຣະຄຳ​ພີ​ນີ້ມີ​ທັງ​ຄຳ​ແນະນຳສອງ​ຢ່າງ, ຄຳ​ເຕືອນ, ​ແລະ ຄຳ​ສັນຍາ​ທີ່​ດີ​ເລີດ. ຄຳ​​ແນະນຳ​ສອງ​ຢ່າງແມ່ນ: “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ” ​ແລະ “ຈົ່ງລະນຶກ​ເຖິງ​ພຣະ​ອົງ​ໃນ​ທຸກ​ສິ່ງ​ທີ່​ຈະ​ກະທຳ.” ຄຳ​ເຕືອນ​ແມ່ນ: “ຢ່າ​ເຊື່ອ​ໝັ້ນຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າຄິດ​ວ່າ​ເຈົ້າຮູ້.” ​ແລະ ຄຳ​ສັນຍາ​ທີ່​ດີ​ເລີດ​ແມ່ນ: “ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ທີ່​ຖືກຕ້ອງ.”

​ທຳ​ອິດ ໃຫ້​ເຮົາ​ມາ​ສົນທະນາກ່ຽວ​ກັບ​ຄຳ​ເຕືອນ. ຮູບພາບ​ເຮັດ​ໃຫ້​ເຮົາ​ຕ້ອງ​ຄິດ​ໄຕ່ຕອງ​ຫລາຍ. ຄຳ​ເຕືອນ​ແມ່ນຢູ່​ໃນ​ຄຳ​ “ຢ່າ​ເຊື່ອ​ໝັ້ນ”—“ຢ່າ​ເຊື່ອ​ໝັ້ນຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າຄິດ​ວ່າ​ເຈົ້າຮູ້.” ​ໃນ​ພາ​ສາ​ອັງກິດ ຄຳ​ວ່າ ​ເຊື່ອ​ໝັ້ນ ມີ​ຄວາມ​ໝາຍ​ຕື່ມ​ວ່າ ການ​ເອ່ນ​ອຽງ​ຂອງ​ ຮ່າງກາຍ ຈາກ​ເບື້ອງ​ໜຶ່ງ ​ໄປຫາ​ອີກ​ເບື້ອງ​ໜຶ່ງ. ​ເມື່ອ​ເຮົາ​ເອ່ນ​ອຽງ​ຮ່າງກາຍ​ຈາກ​ເບື້ອງໜຶ່ງ ​ໄປ​ຫາ​ອີກ​ເບື້ອງ​ໜຶ່ງ, ​ເຮົາ​ຈະ​ບໍ່​ຊື່​ຕົງ, ​ເຮົາ​ກໍ​ບໍ່​ດຸນ​ດ່ຽງ, ​ແລະ ​ເຮົາ​ຈະລົ້ມລົງ. ​ເມື່ອ​ເຮົາ​ເອ່ນ​ອຽງ​ທາງ​ ວິນ​ຍານ ​ໄປ​ຫາ​ສິ່ງ​ທີ່​ເຮົາຄິດ​ວ່າ​ເຮົາຮູ້​, ໝາຍ​ຄວາມ​ວ່າ ​ເຮົາ​ໄດ້​ເອ່ນ​ອຽງ​ອອກ​ຈາກ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ຖ້າ​ຫາກ​ເຮົາ​ເອ່ນ​ອຽງ, ​ເຮົາ​ກໍ​ບໍ່​​ຊື່​ຕົງ; ​ເຮົາ​ບໍ່ດຸນ​ດ່ຽງ; ​ເຮົາ​ບໍ່​ເຈາະ​ຈົງ​ຢູ່​ທີ່​ພຣະ​ຄຣິດ.

​ເອື້ອຍ​ນ້ອງ​ທັງຫລາຍ, ຈົ່ງ​ຈື່​ຈຳ​ໄວ້​ວ່າ, ​ໃນຊີວິດ​ກ່ອນມະຕະ​ຂອງ​ເຮົາ, ​ເຮົາ​ໄດ້​ຢືນ​ຢູ່​ກັບ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເຮົາ​ໄດ້​ເຊື່ອ​ຖື​ພຣະ​ອົງ. ​ເຮົາ​ໄດ້​ສະໜັບ​ສະໜູນ​ແຜນ​ແຫ່ງ​ຄວາມສຸກ ດ້ວຍ​ຄວາມ​ກະຕື​ລືລົ້ນ ​ແລະ ດ້ວຍ​ຄວາມສຸກ ທີ່​ອະນຸ​ມັດ​ໂດຍ​ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ. ​ເຮົາ​ບໍ່​ໄດ້​ເອ່ນອຽງ. ​ເຮົາ​ໄດ້​ຕໍ່ສູ້​ດ້ວຍ​ປະຈັກ​ພະຍານ​ຂອງ​ເຮົາ ​ແລະ ​ເຂົ້າຮ່ວມ​ກຳລັງ​ພົນ​ຂອງ​ພຣະ​ເຈົ້າ, ​ແລະ ກຳລັງ​ພົນ​ດັ່ງກ່າວໄດ້​ຮັບ​ໄຊ​ຊະນະ.”1 ການ​ສູ້​ຮົບ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ ​ໄດ້​ຍ້າຍ​ມາສູ່​ໂລກ. ອີກ​ເທື່ອ​ໜຶ່ງ ​ເຮົາ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກສິດ ​ເພື່ອ​ໃຫ້ຢືນ​ເປັນ​ພະຍານ ​ແລະ ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ.

ເຮົາ​ແຕ່ລະຄົນ​ຄວນ​ຖາມ​ວ່າ: ​ເຮົາ​ຈະ​ຢືນ​ຢູ່​ຢ່າງ​ຊື່​ຕົງ ​ແລະ ບໍ່​ເອ່ນ​ອຽງ ​ໄດ້​ແນວ​ໃດ ​ໄປ​ຫາສິ່ງ​ທີ່​ເຮົາຄິດ​ວ່າ​ເຮົາຮູ້? ​ເຮົາ​ຈະ​ຮັບ​ຮູ້ ​ແລະ ​ເຮັດ​ຕາມ​ສຸລະສຽງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ແນວ​ໃດ ​ເມື່ອ​ສຽງ​ຂອງ​ໂລກ ​ເປັນຕາ​ໜ້າ​ເຊື່ອ​ແທ້ໆ? ​ເຮົາ​ຈະ​ພັດທະນາ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ແນວ​ໃດ?

ຂ້າພະ​ເຈົ້າຂໍ​ແນະນຳ​ສາມ​ຢ່າງ ​ໃນ​ການ​ເພີ່ມ​ຄວາມ​ຮູ້ ​ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ຈະ​ພົບ​ເຫັນ​ວ່າ ຫລັກ​ທຳ​ເຫລົ່າ​ນີ້ ບໍ່​ໄດ້​ເປັນ​ສິ່ງ​ໃໝ່​ອ່ຽມ, ​ແຕ່​ມັນ​ເປັນ​ຮາກ​ຖານ. ມັນຖືກ​ຮ້ອງ​ຢູ່​ໃນ​ຊັ້ນ​ປະຖົມ​ໄວ, ຖືກກ່າວ​ໃນ​ບົດຮຽນ​ຂອງ​ຊັ້ນ​ຍິງ​ໜຸ່ມ, ​ແລະ ​ເປັນ​ຄຳຕອບ​ຕໍ່ຄຳ​ຖາມ​ຂອງ​ສະມາ​ຄົມ​ສະຕີ​ສົງ​ເຄາະຫລາຍໆ​ຂໍ້. ມັນ​ເປັນ​ຫລັກ​ທຳ​ທີ່​—ຊື່​ຕົງ—​ແລະ ບໍ່​ເອ່ນ​ອຽງ.

ຢ່າງ​ທຳ​ອິດ, ​ເຮົາ​ສາມາດ​ມາ​ຮູ້ຈັກ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເຊື່ອ​ຖືພຣະອົງ ​ເມື່ອ​ເຮົາ “ຊື່ນ​ຊົມ​ດ້ວຍ​ພຣະຄຳ​ຂອງ​ພຣະຄຣິດ; ​ເພາະ​ຈົ່ງ​ເບິ່ງ, ພຣະຄຳ​ຂອງ​ພຣະຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”2

​ເມື່ອຫລາຍ​ເດືອນ​ກ່ອນ, ພວກ​ເຮົາ​ໄດ້​ມີ​ການ​ສຶກສາ​ພຣະຄຳ​ພີ​ເປັນ​ຄອບຄົວ. ຫລານ​ຊາຍອາຍຸ​ສອງ​ປີ​ຂອງ​ຂ້າພະ​ເຈົ້າ ​ໄດ້​ນັ່ງ​ຢູ່​ຕັກຂອງ​ຂ້າພະ​ເຈົ້າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ອ່ານ. ​ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມສຸກ​ຫລາຍທີ່​ໄດ້​ເປັນ​ແມ່ຕູ້ຍ່າ, ດີ​ໃຈ​ທີ່​ລູກ​ຊາຍ ພາ​ຄອບຄົວ​ມາ​ຢາມ.

​ເມື່ອ​ການ​ສຶກສາ​ພຣະຄຳ​ພີ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ຂ້າພະ​ເຈົ້າກໍ​ໄດ້​ປິດ​ປຶ້ມ. ຫລານ​ຊາຍກໍ​ຮູ້​ວ່າ ບໍ່​ດົນ​ຈະ​ຕ້ອງ​ໄດ້​ເຂົ້ານອນ. ລາວ​ໄດ້​ຫລຽວ​ຂຶ້ນ ດ້ວຍ​ດວງ​ຕາ​ສີ​ຄາມ ​ແລະ ​ເວົ້າຄວາມ​ຈິງ​ນິລັນດອນ​ວ່າ: “ອ່ານ​ພຣະຄຳ​ພີ​ອີກ, ​ຕູ້ຍ່າ.”

ຮູບ​ພາບ
ຫລານ​ຊາຍ​ຂອງ​ຊິດ​ສະ​ເຕີ ຄໍດອນ

ລູກ​ຊາຍ​ທີ່​ດີ ​ແລະ ໝັ້ນຄົງ ຂອງ​ຂ້າພະ​ເຈົ້າ ​ໄດ້​ເຕືອນ​ຂ້າພະ​ເຈົ້າວ່າ, “​ແມ່​ເອີຍ, ຢ່າ​ໃຈ​ອ່ອນ​ເດີ້. ລາວ​ພະຍາຍາມ​ຫາ​ທາງ​ບໍ່​ເຂົ້ານອນ.”

​ແຕ່​ເມື່ອ​ຫລານ​ຊາຍ​ຂອງ​ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າອ່ານ​ພຣະຄຳ​ພີ​ອີກ, ພວກ​ເຮົາ​ຈຶ່ງ​ໄດ້​ອ່ານ​ຕື່ມ​ອີກ! ການ​ອ່ານ​ພຣະຄຳ​ພີ​ ຈະ​ເພີ່ມ​ຄວາມ​ຮູ້​ໃຫ້​ຈິດ​ໃຈ, ບຳລຸງ​ລ້ຽງ​ວິນ​ຍານ, ຕອບຄຳ​ຖາມ, ​ເພີ່ມ​ຄວາມ​ໄວ້​ວາງ​ໃຈ​ຂອງ​ເຮົາ ​ໃນ​ພຣະຜູ້​ເປັນ​ເຈົ້າ, ​ແລະ ຊ່ວຍ​ເຮົາ​ໃຫ້​ດຳລົງ​ຊີວິດ​ຢ່າງຊື່​ຕົງຕໍ່​ພຣະອົງ. “ຈື່​ຈຳ​ໄວ້​ເພື່ອ​ຈະ​ຄົ້ນຄວ້າ​ຫາ​ມັນ​ຢ່າງ​ພາກ​ພຽນ​ ເພື່ອ​ທ່ານຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ມັນ.”3

ຢ່າງ​ທີ​ສອງ, ​ເຮົາ​ສາມາດ​ມາ​ຮູ້ຈັກ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເຊື່ອ​ຖື​ພຣະອົງ ຜ່ານ​ການ​ອະທິຖານ. ຊ່າງ​ເປັນ​ພອນ​ຫລາຍ​ແທ້ໆ ທີ່​ສາມາດ​ອະທິຖານ​ຫາ​ພຣະ​ເຈົ້າຂອງ​ເຮົາ! “ຈົ່ງ​ອະທິຖານ​ຫາ​ພຣະບິດາ​ດ້ວຍ​ສຸດ​ພະລັງ​ແຫ່ງ​ໃຈ.”4

ຂ້າພະ​ເຈົ້າມີ​ຄວາມ​ຊົງ​ຈຳ​ທີ່​ຫວານ​ຊື່ນ ກ່ຽວ​ກັບ​ການ​ອະທິຖານ ຊຶ່ງ​ຂ້າພະ​ເຈົ້າ​ໄດ້​ທະນຸ​ຖະໜອມ.​ ໃນລະດູ​ແລ້ງຂອງ​ປີ​ໜຶ່ງ ຕອນ​ຂ້າພະ​ເຈົ້າສຶກສາ​ຢູ່​ມະຫາ​ວິທະຍາ​ໄລ, ຂ້າພະ​ເຈົ້າ​ໄດ້​ວຽກ​ເຮັດ​ຢູ່​​ໃນ​ລັດ​ເທັກ​ຊັສ. ຂ້າພະ​ເຈົ້າ​ໄດ້​ຂັບ​ລົດ​ເກົ່າໆຂອງ​ຂ້າພະ​ເຈົ້າ ເປັນ​ໄລຍະ​ຫລາຍ​ພັນ​ກິ​ໂລ​ແມັດ ​ຈາກ​ລັດ​ໄອ​ດາ​ໂຮ ​ໄປ​ຫາ​ລັດ​ເທັກ​ຊັສ, ຊຶ່ງ​ຂ້າພະ​ເຈົ້າ​ໄດ້ຕັ້ງຊື່​​ໃຫ້​ລົດດ້ວຍ​ຄວາມ​ຮັກ​ວ່າ ​ເວີນ. ​ເວີນ​ກໍ​ຖືກ​ຍັດ​ຈົນ​ເຕັມ, ​ແລະ ຂ້າພະ​ເຈົ້າກໍ​ພ້ອມ​ແລ້ວ ສຳລັບ​ການ​ພະ​ຈົນ​ໄພ​ຄັ້ງໃໝ່ນັ້ນ.

ກ່ອນ​ຍ່າງ​ອອກ​ຈາກ​​ເຮືອນ, ຂ້າພະ​ເຈົ້າກໍ​ໄດ້​ໂອບ​ກອດ​ແມ່ ​ແລະ ​ເພິ່ນ​ໄດ້​ເວົ້າວ່າ, “ໃຫ້​ພວກເຮົາ​ອະທິຖານ ​ກ່ອນລູກ​ອອກ​ໄປ.”

ພວກ​ເຮົາ​ໄດ້​ຄຸ​ເຂົ່າອະທິຖານ ​ແລະ ​ແມ່​ເປັນ​ຄົນ​ກ່າວ​. ​ເພິ່ນ​ໄດ້​ອ້ອນວອນ​ຂໍ​ໃຫ້​ພຣະບິດາ​ເທິງ​ສະຫວັນ​ດູ​ແລ​ຂ້າພະ​ເຈົ້າ. ​ເພິ່ນ​ໄດ້​ອະທິຖານ​ຂໍ​ໃຫ້​ລົດ​ຂອງ​ຂ້າພະ​ເຈົ້າ ທີ່​ບໍ່​ມີ​ແອ​ເຢັນ ​ທຳ​ງານ​ຕາມ​ທີ່​ຂ້າພະ​ເຈົ້າຕ້ອງການ. ​ເພິ່ນ​ໄດ້​ຂໍ​ໃຫ້​ທູດ​ສະຫວັນ​ຢູ່​ກັບ​ຂ້າພະ​ເຈົ້າ ​ໃນ​ລະ​ຫວ່າງ​ລະດູ​ແລ້ງ​ນັ້ນ. ​ເພິ່ນ​ໄດ້​ອະທິຖານ​ ​ແລະ ອະທິຖານ ​ແລະ ກໍ​ອະທິຖານ.

ຄວາມ​ສະຫງົບ​ທີ່​ມາ​ເຖິງ​ຈາກ​ການ​ອະທິຖານ ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າມີ​ຄວາມ​ກ້າຫານ ທີ່​ຈະ​ໄວ້​ວາງ​ໃຈ ​ໃນ​ພຣະຜູ້​ເປັນ​ເຈົ້າ ​ແລະ ບໍ່​ເອ່ນ​ອຽງ ​ໄປ​ຫາ​ສິ່ງ​ທີ່​ຂ້າພະ​ເຈົ້າຄິດ​ວ່າ​ຂ້າພະ​ເຈົ້າຮູ້. ພຣະຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ຫົນທາງ​ທີ່​ຖືກຕ້ອງ ​ໃນ​ການ​ຕັດສິນ​ໃຈ​ຫລາຍ​ຢ່າງ ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ໃນ​ລະດູ​ແລ້ງ​ນັ້ນ.

ຖ້າ​ຫາກ​ເຮົາ​ມີ​ນິ​ໄສ​ເຂົ້າຫາ​ພຣະບິດາ​ເທິງ​ສະຫວັນ​ໃນ​ຄຳ​ອະທິຖານ, ​ເຮົາ​ຈະ​ມາ​ຮູ້ຈັກ​ພຣະຜູ້​ຊ່ວຍ​ໃຫ້​ລອດ. ​ເຮົາ​ຈະ​ຮູ້ຈັກ​​ເຊື່ອ​ຖືພຣະອົງ. ຄວາມ​ປາດ​ຖະໜາ​ຂອງ​ເຮົາ​ຈະ​ກາຍ​ເປັນ​ຄື​ກັນ​ກັບ​ຂອງ​ພຣະອົງ. ​ເຮົາ​ຈະ​ສາມາດ​ແນ່​ໃຈ​ໄດ້​ສຳລັບ​ຕົວ​ເອງ ​ແລະ ສຳລັບ​ຄົນ​ອື່ນ ​ເຖິງ​ພອນ​ທີ່​ພຣະບິດາ​ເທິງ​ສະຫວັນ ພ້ອມ​ແລ້ວ​ທີ່​ຈະ​ປະທານ​ໃຫ້ ຖ້າ​ຫາກ​ເຮົາ​ ພຽງ​ແຕ່​ທູນ​ຂໍ​ດ້ວຍ​ສັດທາ.5

ຢ່າງ​ທີ​ສາມ, ​ເຮົາ​ສາມາດ​ມາ​ຮູ້ຈັກ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ເຊື່ອ​ຖືພຣະອົງ ​ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ. ຂ້າພະ​ເຈົ້າຂໍ​ແບ່ງປັນ​ເລື່ອງ​ລາວ​ດັ່ງ​ຕໍ່​ໄປ​ນີ້ ຈາກນາງ ​ເອມີ ​ວະໄຣ້, ຜູ້​ໄດ້​ເຂົ້າ​ໃຈ​ຫລັກ​ທຳ​ແຫ່ງ​ການ​ຮັບ​ໃຊ້ ​ແມ່ນ​ແຕ່​ໃນ​ທ່າມກາງ​ຄວາມ​ປ່ວຍ​ໂຊ ທີ່​ໜ້າ​ຢ້ານ​ກົວ ​ແລະ ອາດ​ເອົາ​ຊີວິດ​ບໍ່​ລອດ. ນາງ​ເອມີ ​ໄດ້​ຂຽນ​ວ່າ:

“ວັນ​ທີ 29 ​ເດືອນ​ຕຸລາ, 2015, ຂ້າພະ​ເຈົ້າ​ໄດ້​ຖືກ​ພົບ​ວ່າ ​ເປັນ​ໂຣກມະ​ເລັງ. ​ຂ້າພະ​ເຈົ້າມີ 17 ​ເປີ​ເຊັນ ທີ່​ຈະລອດ​ຊີວິດ ຈາກ​ໂຣກມະ​ເລັງ​ນັ້ນ. ​ໂອກາດ​ທີ່​ຈະ​ລອດ ​ແມ່ນ​ໜ້ອຍ​ທີ່​ສຸດ. ຂ້າພະ​ເຈົ້າຮູ້​ວ່າ ຂ້າພະ​ເຈົ້າຕ້ອງ​ສູ້​ຊົນ​ເພື່ອ​ຊີວິດ. ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ທຸກ​ສິ່ງ ບໍ່​ແມ່ນ​ເພື່ອ​ຕົວ​ຂ້າພະ​ເຈົ້າ​ເອງ, ​ແຕ່​ເພື່ອ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ. ​ໃນ​ເດືອນ​ທັນ​ວາ, ຂ້າພະ​ເຈົ້າ​ໄດ້​ເລີ່ມຕົ້ນ​ຮັບຢາ ຄີ​ໂມ. ຂ້າພະ​ເຈົ້າຮູ້​ດີ​ເຖິງ​ຜົນ​ຂ້າງຄຽງ​ຂອງ​ຢາ​ຂ້າ​ມະ​ເລັງ, ​ແຕ່​ຂ້າພະ​ເຈົ້າບໍ່​ຮູ້​ວ່າ ມັນ​ເປັນ​ໄປ​ໄດ້​ສຳລັບ​ບາງ​ຄົນ ທີ່​ປ່ວຍ​ໜັກ ​ແລະ ຍັງ​ມີ​ຊີວິດ​ຢູ່.

“ໃນ​ຈຸດ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ປະກາດ​ວ່າ ການ​ໃຊ້​ຢາ​ຄີ​ໂມ ​ເປັນ​ການລະ​ເມີດ​ສິດທິຂອງ​ມະນຸດ. ຂ້າພະ​ເຈົ້າ​ໄດ້​ບອກ​ສາມີ​ວ່າ ຂ້າພະ​ເຈົ້າພໍ​ແລ້ວ. ຂ້າພະ​ເຈົ້າ​ຍອມ​ແພ້! ຂ້າພະ​ເຈົ້າຊິ​ບໍ່​ກັບ​ໄປ​ໂຮງ​ໝໍ​ອີກ. ​ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ລາວ, ສາມີ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຟັງ​ຢ່າງ​ມິດ​ງຽບ ​ແລະ ​ແລ້ວໄດ້​ເວົ້າວ່າ, ‘ຄັນຊັ້ນ ພວກ​ເຮົາ​ຕ້ອງ​ຊອກ​ຫາ​ຄົນ​ເພື່ອ​ຮັບ​ໃຊ້.’”

​ແມ່ນ​ຫຍັງຫວາ? ລາວ​ລືມ​ໄປ​ແລ້ວ​ບໍ​ວ່າ ​ເມຍ​ລາວ​ເປັນ​ໂຣກມະ​ເລັງ ​ແລະ ບໍ່​ສາມາດ​ທົນ​ກັບອາການ​ປຸ້ນທ້ອງ ​ແລະ ຄວາມ​ເຈັບ​ປວດ​ໄດ້​ອີກ​ຕໍ່​ໄປ?

ນາງ​ເອມີ​ໄດ້​ກ່າວ​ຕື່ມ​ວ່າ: “ອາການ​ຂອງ​ຂ້າພະ​ເຈົ້າ ​ໄດ້​ເລີ່​ມໜັກ​ຂຶ້ນ ຈົນ​ເຖິງ​ຂັ້ນທີ່​ ​ໃນ​ໜຶ່ງ​ເດືອນ ຂ້າພະ​ເຈົ້າຈະ​ມີສອງ​ສາມ​ມື້ ທີ່​ພໍ​ຢູ່ ທີ່​ພໍ​ຫາຍໃຈ​ໄດ້. ​ໃນ​ສອງ​ສາມ​ມື້ນັ້ນ ພວກ​ເຮົາ​ໄດ້​ຫາ​ວິທີ​ຮັບ​ໃຊ້.”

​ໃນ​ສອງ​ສາມ​ມື້ນັ້ນ, ຄອບຄົວ​ຂອງ​ນາງ​ເອມີ ​ໄດ້​ຢາຍວັດ​ສະດຸໃຫ້​ຜູ້​ປ່ວຍ​ເປັນ​ໂຣກ​ມະ​ເລັງ, ວັດ​ສະດຸທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ຂອງ​ທີ່ໃຫ້​ກຳລັງ​ໃຈ ​ແລະ ຊ່ວຍ​ບັນ​ເທົາ​ອາການ​ປ່ວຍ. ຕອນ​ນາງ​ເອມີ​ນອນ​ບໍ່​ຫລັບ, ນາງ​ໄດ້​ຄິດ​ຫາ​ທາງ​ເຮັດ​ໃຫ້​ບາງ​ຄົນ​ມີ​ຄວາມສຸກ. ບາງ​ຢ່າງ​ກໍ​ໃຫຍ່, ບາງ​ຢ່າງ​ກໍ​ເປັນ​ບັດ​ນ້ອຍໆ ຫລື ຂໍ້ຄວາມ​ທີ່​ສົ່ງ​ໄປ​ທາງ​ມື​ຖື ​ເພື່ອ​ໃຫ້​ກຳລັງ​ໃຈ ​ແລະ ຄວາມ​ຮັກ. ​ໃນ​ຄ່ຳ​ຄືນ​ເຫລົ່ານັ້ນ ​ເມື່ອ​ນາງ​ເຈັບ​ປວດ​ຫລາຍ ຈົນ​ນອນ​ບໍ່​ຫລັບ, ນາງ​ໄດ້​ນອນ​ຢູ່​ຕຽງ ​ໃຊ້ກະດານ​ມື​ຖື ຊອກ​ຫາ​ພິທີການ ທີ່​ຕ້ອງ​ເຮັດ​ສຳ​ເລັດ ​​ແທນ​ບັນພະບຸລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ນາງ. ​ຄວາມ​ເຈັບ​ປວດ​ຂອງ​ນາງ​ກໍ​ເບົາບາງ​ລົງຢ່າງ​ປະຕິ​ຫານ, ​ແລະ ນາງ​ກໍ​ສາມາດ​ອົດທົນ​ກັບ​ມັນ​ໄດ້.

ນາງ​ເອມີ ​ເປັນ​ພະຍານ​ວ່າ “ການ​ຮັບ​ໃຊ້, ​ໄດ້​ຊ່ວຍ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ໄວ້. ​ສິ່ງ​ທີ່​​ໃຫ້​ກຳລັງ​ແກ່​ຂ້າພະ​ເຈົ້າ ​ເພື່ອ​ກ້າວ​ເດີນ​ໄປ​ໜ້າ ​ແມ່ນ​ຄວາມສຸກ​ທີ່​ຂ້າພະ​ເຈົ້າພົບ​ເຫັນ ​ໃນ​ຄວາມ​ພະຍາຍາມ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຂອງຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້ຮ່ວມ​ເຮັດໂຄງການ​ຮັບ​ໃຊ້ ດ້ວຍ​ຄວາມ​ຊື່ນ​ຊົມ ​ແລະ ຕື່ນ​ເຕັ້ນ. ຈົນ​ເຖິງ​ທຸກ​ວັນ​ນີ້ ​ເບິ່ງ​ຄື​ວ່າ ​ມັນເປັນ​ສິ່ງ​ກົງກັນ​ຂ້າມທີ່​ແປກໆ. ທ່ານ​ຄົງ​ຄິດ​ວ່າ ຄົນ​ທີ່​ຜົມ​ຫລົ່ນ, ທີ່​ຖືກ​​ໃຊ້​ຢາ​ເບື່ອ, ​ແລະ ຢ້ານ​ຕາຍ ຄົງ​ເໝາະ​ສົມ​ທີ່​ຈະ​ຄິດ​ກ່ຽວ​ກັບວ່າ ‘​ເວລາ​ນີ້ ​ເປັນ​ເວລາ​ຂອງ​ເຮົາ.’ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ຕົວ​ເອງ, ກ່ຽວ​ກັບ​ສະພາບ​ຂອງ​ຕົວ​ເອງ, ກ່ຽວ​ກັບ​ຄວາມທຸກ​ທໍລະມານ ​ແລະ ຄວາມ​ເຈັບ​ປວດ, ​ໂລກ​ນີ້​ກັບກາຍມືດ​ດັບ ​ແລະ ໜ້າ​ໂສກ​ເສົ້າຫລາຍ. ​ເມື່ອ​ຂ້າພະ​ເຈົ້າສົນ​ໃຈ​ຊ່ວຍ​ເຫລືອ​ຄົນ​ອື່ນ, ​ແລ້ວ​ຈະ​ມີ​ຄວາມ​ສະຫວ່າງ, ຄວາມ​ຫວັງ, ຄວາມ​ເຂັ້ມ​ແຂງ, ຄວາມ​ກ້າຫານ, ​ແລະ ຄວາມສຸກ ​ເກີດ​ຂຶ້ນ. ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນ​ໄປ​ໄດ້ ​ເພາະ​ອຳນາດ​ທີ່​ຄ້ຳ​ຈູ​ນ, ປິ່ນປົວ, ​ແລະ ​ເຮັດ​ໃຫ້​ສາມາດ ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ.”

ນາງ​ເອມີ ​ໄດ້​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ ​ຂະນະ​ທີ່ນາງ​ມາ​ຮູ້ຈັກ​ພຣະອົງ. ຖ້າ​ຫາກ​ນາງ​ໄດ້​ເອ່ນ​ອຽງ ​ແມ່ນ​ແຕ່​ພຽງ​ໜ້ອຍ​ດຽວ ​ໄປ​ຫາ​ສິ່ງ​ທີ່​ນາງຄິດ​ວ່າ​ນາງຮູ້, ​ແລ້ວ​ນາງ​ອາດ​ປະຕິ​ເສດ​ແນວ​ຄິດ​ທີ່​ນາງ​ໄດ້​ຮັບ​ໃຊ້. ການ​ຮັບ​ໃຊ້​​ໄດ້ຊ່ວຍ​ໃຫ້​ນາງ​ສາມາດ​ອົດທົນ​ກັບ​ຄວາມ​ເຈັບ​ປວດ ​ແລະ ຄວາມທຸກ​ທໍລະມານ ​ແລະ ດຳ​ລົງ​ຊີວິດ​ຕາມ​ພຣະຄຳ​ພີ​ຂໍ້​ນີ້ ທີ່​ວ່າ: “ເມື່ອ​ພວກ​ທ່ານ​ຮັບ​ໃຊ້​ເພື່ອນ​ມະນຸດ​ດ້ວຍ​ກັນ ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າຂອງ​ພວກ​ທ່ານ​ນັ້ນ​ເອງ.”6

ພຣະ​ເຢຊູ​ຄຣິດ ​ໄດ້​ເອົາ​ຊະນະ​ໂລກ​ແລ້ວ. ​ແລະ ​ເປັນ​ເພາະ​ພຣະອົງ, ​ເປັນ​ເພາະ​ການ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​ພຣະອົງ, ​ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ເຫດຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ໄວ້​ວາງ​ໃຈ, ຮູ້​ວ່າ​ໃນ​ທີ່​ສຸດ ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ.

​ເອື້ອຍ​ນ້ອງ​ທັງຫລາຍ, ​ເຮົາ​ແຕ່​ລະຄົນ​ສາມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ບໍ່​ ເອ່ນ​ອຽງ. ​ເຮົາ​ສາມາດ​ວາງ​ຊີວິດ​ຂອງ​ເຮົາໄວ້​ຢ່າງ​ຊື່​ຕົງ ຢູ່​ກັບ​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ມາ​ຮູ້ຈັກ​ພຣະອົງ, ​ແລະ ພຣະອົງ​ຈະ​ຊີ້​ນຳ​ທາງຂອງ​ເຮົາ.

​ເຮົາ​ມາສູ່​ໂລກ​ນີ້ ​ເພື່ອ​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ອັນ​ດຽວ​ກັນນັ້ນ ​ໃນ​ ພຣະອົງ ທີ່​ໃຫ້​ເຮົາ​ຢືນ​ຢູ່​ກັບ​ພຣະ​ເຢຊູ​ຄຣິດ ຕອນ​ພຣະອົງ​ໄດ້​ປະກາດ​ວ່າ, “ຂ້າພຣະອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າພຣະອົງ​ໄປ​ເຖີດ.”7

ຮູບ​ພາບ
ພຣະຄຣິດ ​ແລະ ການ​ສ້າງ

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ປະທານ​ທອມມັສ ​ແອັສ ມອນ​ສັນ ​ໄດ້​ເປັນ​ພະຍານ​ວ່າ “ພອນ​ທີ່​ສັນຍາ​ໄວ້​ແມ່ນ​ເກີນ​ກວ່າ​ທີ່​ຈະ​ວັດ​ແທກ​ໄດ້. ​ເຖິງ​ແມ່ນ​ມໍ​ລະ​ສຸມ​ຈະ​ຫລັ່ງ​ໄຫລ​ມາ, ​ເຖິງ​ແມ່ນ​ຟ້າ​ຝົນ​ຈະ​ຖອກ​ເທ​ລົງ​ມາ, ​ແຕ່​ຄວາມ​ຮູ້​ຂອງ​ເຮົາ​ເຖິງ​ພຣະກິດ​ຕິ​ຄຸນ ​ແລະ ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະຜູ້​ຊ່ວຍ​ໃຫ້​ລອດ ຈະ​ຄ້ຳຊູເຮົາ … ​ໃນ​ຂະນະ​ທີ່​ເຮົາ​ເດີນ​ໄປ​ຢ່າງ​ຊື່​ຕົງ. … ບໍ່​ມີ​ສິ່ງ​ໃດ​ຢູ່​ໃນ​ໂລກ​ນີ້​ຈະ​ສາມາດ​ເອົາ​ຊະນະ​ເຮົາ​ໄດ້.”8

ຂ້າພະ​ເຈົ້າຂໍ​ຕື່ມ​ປະຈັກ​ພະຍານ​ຂອງ​ຂ້າພະ​ເຈົ້າ​ ໃສ່​ກັບ​ຂອງ​ສາດສະດາ​ທີ່​ຮັກ​ແພງ. ຖ້າ​ຫາກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະບິດາ​ເທິງ​ສະຫວັນ ​ແລະ ​ໃນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ​ແລະ ບໍ່ເຊື່ອ​ໝັ້ນຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຮົາຄິດ​ວ່າ​ເຮົາຮູ້, ​ແລ້ວ​ພວກ​ພຣະອົງຈະ​ໃຫ້​ເຮົາ​ເຫັນ​ຫົນທາງ​ທີ່​ຖືກຕ້ອງ​ ແລະ ຈະ​ເດ່​ແຂນ​ແຫ່ງຄວາມ​​ເມດ​ຕາ​ອອກ​ມາ​ຫາ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ໝາຍ​ເຫດ: ວັນ​ທີ 1 ​ເດືອນ​ເມສາ, 2017, ຊິດ​ສະ​ເຕີ ຄໍ​ດອນ ​ໄດ້​ຖືກ​ປົດ​ຈາກ​ຕຳ​ແໜ່ງ​ທີ່​ປຶກສາ​ທີ​ສອງ ​ໃນ​ຝ່າຍ​ປະທານ​ອົງການ​ປະຖົມ​ໄວ​ສາມັນ ​ແລະ ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ທີ່​ປຶກສາ​ທີ​ໜຶ່ງ.