​2010–2019
ໄວ້​ວາງ​ໃຈ​​ໃນ​ພຣະ​ເຈົ້າ​ຢ່າງ​ບໍ່​ຫວັ່ນ​ໄຫວ
ເດືອນ​ເມສາ 2017


ໄວ້​ວາງ​ໃຈ​​ໃນ​ພຣະ​ເຈົ້າ​ຢ່າງ​ບໍ່​ຫວັ່ນ​ໄຫວ

ຖ້າ​ຫາກເຮົາ​ໝັ້ນ​ຄົງ​ ແລະ​ ບໍ່​ຫວັ່ນໄຫວ​ໃນ​ສັດ​ທາ​ຂອງ​ເຮົາ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ ​ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ໃນຊີ​ວິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ ຂ້າ​ພະ​ເຈົ້າ​ຢາກ​ເລີ່ມ​ຕົ້ນ​ມື້​ນີ້​ໂດຍ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ປະ​ຈຸ​ບັນ. ແລະ​ ທີ່​ປຶກ​ສາ​ຂອງ​ເພິ່ນ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ​ອັກ​ຄະ​ສາ​ວົກ​ສິບ​ສອງ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ​ຜູ້​ເປີດ​ເຜີຍ. ພວກ​ເພິ່ນ​ເປັນ​ຕົວ​ແທນຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ​ມີ​ສິດ​ທິ​ທີ່​ຈະ​ປະກາດ​ພຣະ​ດຳ​ລິ​ ແລະ ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ ຕາມ​ທີ່​ໄດ້​ເປີດ​ເຜີຍ​​ແກ່ພວກ​ເພິ່ນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມີ​ຄວາມ​ປອດ​ໄພ​ເມື່ອ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພວກ​ເພິ່ນ. ພຣະ​ຜູ້​ເປັນ​ເຈົ້າ​​ດົນ​ໃຈ​ພວກ​ເພິ່ນ ​ເພື່ອ​ເນັ້ນ​ການ​ເສີມ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ ແລະ ​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ​ ພຣະ​ເຢ​ຊູ​ຄຣິດ​ ແລະ​ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ເພື່ອ​ເຮົາ​ຈະ​ບໍ່​ຫວັ່ນ​ໄຫວ​ໃນ​ຂະ​ນະ​ທີ່​ເຮົາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ສະ​ໄໝ​ຂອງ​ເຮົາ.

ໃນ​ພຣະ​ຄຳ​ພີ​ມໍ​ມອນ ​ເຮົາ​ອ່ານ​ເລື່ອງ​ລາວກ່ຽວ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່ ອຳ​ໂມນ ທີ່​ໄດ້​​ຖືກສົ່ງ​ໄປ​ຈາກ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ ໄປ​ຫາ​ແຜ່ນ​ດິນ​ລີ​ໄຮ​-​ນີ​ໄຟ ເພື່ອ​ສືບ​ຖາມ​ກ່ຽວ​ກັບ​ພີ່​ນ້ອງ ​ຂອງ​​ເພິ່ນ. ຢູ່​ແຜ່ນ​ດິນ​ນັ້ນ​ ລາວ​ໄດ້​ພົບ​ກະ​ສັດ​ລິມ​ໄຮ ແລະ ​ຜູ້​ຄົນ​ຂອງ​ເພິ່ນ ທີ່​ພວກ​ນັ້ນ​ເປັນ​ຂ້ອຍ​ຂ້າ​ຂອງ​ຊາວ​ເລ​ມັນ. ກະ​ສັດ​ລິມ​ໄຮ​ໄດ້​ຮັບ​ກຳ​ລັງ​ໃຈ​ຈາກ​ສິ່ງ​ທີ່​ອຳ​ໂມນ​ໄດ້​ບອກ​ເພິ່ນ ກ່ຽວ​ກັບ​ຜູ້​ຄົນ​ຂອງ​ລາວ ທີ່​ຢູ່​ເມືອງ​ເຊ​ຣາ​ເຮັມ​ລາ. ຫົວ​ໃຈ​ຂອງ​​ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ແລະ​ ຄວາມ​ສຸກ​ຢ່າງ​ໃຫຍ່​ຫລວງ ຈົນ​ຂະ​ໜາດ​ທີ່​ເພິ່ນ​ໄດ້​ຮ່ວມ​ຜູ້​ຄົນ​ຂອງ​ເພິ່ນ​ຢູ່​ທີ່​ພຣະ​ວິ​ຫານ​ ແລະ​ ໄດ້​ກ່າວ​ວ່າ:

“ດັ່ງ​ນັ້ນ, ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເຖີດ ແລະ ​ປິ​ຕິ​ຍິນ​ດີ ແລະ​ ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ. …

“... ຖ້າ​ຫາກ​ພວກ​ທ່ານ​ຈະ​ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ, … ແລະ ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ພາກ​ພຽນ​ແຫ່ງຈິດ​ໃຈ, … ແລ້ວ​ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ທ່ານ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ ຕາມ​ພຣະ​ປະ​ສົງ​ ແລະ​ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ.”1

ຄຳ​ເວົ້າ​ຂອງ​ອຳ​ໂມນ​ໄດ້​ມີ​ຜົນ​ສະ​ທ້ອນ ກັບ​ສັດ​ທາ​ຂອງ​ຜູ້​ຄົນ​ຂອງ​ກະ​ສັດ​ລິມ​ໄຮ​ຢ່າງ​​ເລິກ​ຊຶ້ງ ຈົນ​ພວກ​ເຂົາ​ໄດ້​​ເຮັດພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ​ທີ່​ຈະຮັບ​ໃຊ້​ພຣະ​ອົງ ແລະ​ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ບໍ່​ວ່າ​ສະ​ພາບ​ການ​ຂອງ​ພວກ​ເຂົາ​ຈະ​ຍາກ​ກໍ​ຕາມ. ຍ້ອນ​ສັດ​ທາ​ຂອງ​ຕົນ, ພວກ​ເຂົາ​ຈຶ່ງ​ສາ​ມາດ​ສ້າງ​ແຜນ​ການ ​​ເພື່ອ ໜີ​ຈາກ​ຊາວ​ເລ​ມັນ​ໄດ້.2

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ພິ​ຈາ​ລະ​ນາ​ຄວາມ​ສຳ​ຄັນ​ຂອງ​ການ​ເຊື້ອ​ເຊີນ​ທີ່​ກະ​ສັດ​ລິມ​ໄຮ​ໄດ້​ໃຫ້​ແກ່​ຜູ້​ຄົນ​ຂອງ​ເພິ່ນ ພ້ອມ​ດ້ວຍ​ຄວາມ​ໝາຍ​ຂອງ​ມັນ​ຕໍ່​ເຮົາ. ເພິ່ນ​ໄດ້​ເວົ້າ​ວ່າ: “ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເຖີດ ແລະ ​ປິ​ຕິ​ຍິນ​ດີ ແລະ​ ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ.” ໃນ​ຄຳ​ເວົ້າ​ເຫລົ່າ​ນີ້ ລິມໄຮ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ເພິ່ນ​ ​ໃຫ້ມອງ​​ເບິ່ງ​ເລື່ອງ​ອະ​ນາ​ຄົດ ໂດຍ​ການ​ໃຊ້​ສັດ​ທາ; ເພື່ອ​ລົບ​ລ້າງ​ຄວາມ​ຢ້ານ​ກົວ​ຂອງ​ຕົນ​ ໂດຍ​ໃຊ້​ຄວາມ​ຫວັງ​ດີ​ທີ່​ເກີດ​ມາ​ຈາກ​ສັດ​ທາ; ແລະ ​ບໍ່​ຫວັ່ນ​​ໄຫວ​ໃນ​ການ​ວາງ​ສັດ​ທາ​ຂອງ​ຕົນ​ໃນ​ພຣະ​ເຈົ້າ ບໍ່​ວ່າ​ສະ​ພາບການ​ເປັນ​ຢ່າງ​ໃດ​ກໍ​ຕາມ.

ຊີ​ວິດ​ມະ​ຕະ​ແມ່ນ​ຊ່ວງ​ໄລ​ຍະ​ເພື່ອ​ການ​ທົດ​ລອງ ທີ່​ເຮົາ​ສາ​ມາດ​ພິ​ສູດ​ວ່າ ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທີ່ອົງພຣະຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ຈະ​ບັນ​ຊາ.3 ເພື່ອ​ຈະ​ເຮັດ​ຈັ່ງ​ຊີ້ ​ເຮົາ​ຈະ​ຕ້ອງ​ມຸ້ງ​ໜ້າ​ໂດຍ​ມີ​ສັດ​ທາ​ຢ່າງ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ມີ​ພຣະ​ວິນ​ຍານ​ນຳ​ທາງ, ແລະ ​ຕ້ອງ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ເອົາ​ໃຈ​​ໃສ່ ຄວາມ​ຕ້ອງ​ການ​ຂອງ​ເຮົາ.4

ໃນ​ຕອນ​ທ້າຍຂອງ​ການ​ປະຕິບັດ​ສາດສະໜາ​ກິດໃນ​ໂລກ​ຂອງ​ພຣະ​ອົງ, ກ່ອນ​ພຣະ​ອົງ​ຖືກຈັບ​​ເຂົ້າຄຸກ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ: “ໂລກ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ທົນ​ທຸກ​ທໍ​ລະ​ມານ. ແຕ່​ຈົ່ງ​ມີ​ໃຈ​ກ້າ​ເຖີດ! ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”5

ໃຫ້​ເຮົາ​ມາພິ​ຈາ​ລະ​ນາ​ຈັກ​ໜ້ອຍ​ວ່າ​—​ພຣະ​ເຢ​ຊູ​ຄຣິດ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຈາກ​ພຣະ​ບິ​ດາ ໄດ້​ຊົງ​ພຣະ​ຊົນ​ໂດຍ​ບໍ່​ໄດ້​ເຮັດ​ບາບ​ເລີຍ ແລະ ​ໄດ້​ເອົາ​ຊະ​ນະ​ການ​ຫລອກ​ລວງ​, ຄວາມ​ເຈັບ​ປວດ​, ອຸບ​ປະ​ສັກ, ແລະ​ ຄວາມ​ທຸກ​ທັງ​ໝົດ​ຂອງ​ໂລກ. ພຣະ​ອົງ​ໄດ້​ຫລັ່ງໂລ​ຫິດ​ຢູ່​ສວນ​ເຄັດ​ເຊ​ມາ​ເນ; ພຣະ​ອົງ​ໄດ້​ທົນທຸກ​ທໍ​ລະ​ມານ​ກັບຄວາມ​ເຈັບ​ປວດ ຫລາຍ​ກວ່າ​ທີ່​ບັນ​ຍາຍ​ໄດ້. ພຣະ​ອົງ​ໄດ້​ຍອມ​ເອົາ​ຄວາມ​ເຈັບ​ປວດ​ ​ແລະ ຄວາມ​​ປ່ວຍ​ໄຂ້ທັງ​ໝົດ​ຂອງ​ເຮົາ. ພຣະ​ອົງ​ພ້ອມ​ແລ້ວ​ທີ່​ຈະຊ່ວຍ​—​ເພື່ອ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​—​ກັບ​ບັນ​ຫາ​ທຸກ​ຢ່າງ. ໂດຍ​ທາງ​ພຣະ​ຊົນ, ການ​ທຸກ​ທໍ​ລະ​ມານ, ການ​ສິ້ນ​ພຣະ​ຊົນ, ແລະ​ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​​ເອົາອຸບ​ປະ​ສັກ​ທຸກ​ຊະນິດ​ທີ່​ກີດ​ກັນ​ເຮົາ​ ຈາກ​ການ​ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ​ ການ​ພົບ​ຄວາມ​ສະ​ຫງົບ​ໃນ​ໂລກ​ນີ້ ອອກ​ໄປ​. ຜົນ​ສະ​ທ້ອນ​ຂອງ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ກໍ​ມີ​ໃຫ້​ທຸກ​ຄົນ​ ທີ່​ຍອມ​ຮັບ​ເອົາ​ພຣະ​ອົງ​ ແລະ ​ປະຕິ​ເສດຕົວ​ເອງ ແລະ​ ໃຫ້​ຄົນ​ທີ່​ແບກ​ເອົາ​​ໄມ້ກາງ​​ແຂນ​ຂອງ​ພຣະ​ອົງ ແລະ​ ຕິດ​ຕາມ​ພຣະ​ອົງ​ໄປ ​ໃນ​ຖາ​ນະທີ່​ເປັນ​ສາ​ນຸ​ສິດ​​ແທ້ໆ ຂອງ​ພຣະ​ອົງ.6 ສະ​ນັ້ນ​ ​ເມື່ອ​ເຮົາໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ ແລະ​ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈະ​​ເຂັ້ມ​ແຂງ​ຫລາຍ​ຂຶ້ນ, ພາ​ລະ​ຂອງ​ເຮົາ​ຈະ​ເບົາ​ບາງລົງ, ແລະ​ ໂດຍ​ທາງ​ພຣະ​ອົງ​ ເຮົາ​ຈະ​ເອົາ​ຊະ​ນະ​ໂລກ​ໄດ້.

ອ້າຍ​ເອື້ອຍ​ນ້ອງທັງຫລາຍ, ເມື່ອ​ເຮົາ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ເຂັ້ມ​ແຂງ ​ແລະ​ ຄວາມ​ຫວັງ ​ທີ່​ເຮົາ​ສາ​ມາດ​ຮັບ​ໄດ້​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈຶ່ງ​ມີ​ເຫດ​ຜົນ ທີ່​ຈະເງີຍ​ໜ້າ​ຂຶ້ນ,​ ປິ​ຕິ​ຍິນດີ, ແລະ ​ມຸ້ງ​ໜ້າ​ດ້ວຍ​ສັດທາ ໂດຍ​ບໍ່​ຫວັ່ນໄຫວ. ​“ເພາະຜູ້​ໃດ​ກໍ​ຕາມ​ທີ່​ສົງ​ໄສ ກໍ​ເປັນ​ດັ່ງ​ຟອງນ້ຳ​ທະ​ເລ​ທີ່​ຖືກ​ລົມ​ພັດ​ຊັດ​ໄປ​ມາ. ... ເພາະ​ເປັນ​ຄົນ​ສອງ​ໃຈ ​ແລະ ​ລັງ​ເລ​ໃຈ​ໃນ​ທຸກ​ສິ່ງ​ທີ່​ຕົນ​ກະ​ທຳ.”7

ກະ​ສັດ​ລິມ​ໄຮ​ກໍໄດ້​ຊຸກ​ຍູ້​ເໝືອນ​ກັນ​ວ່າ “ຈົ່ງ​ຫັນ​ຫາ​ພຣະຜູ້​ເປັນ​ເຈົ້າ ດ້ວຍ​ຈຸດປະສົງ​ທັງ​ໝົດ​​ແຫ່ງ​ໃຈ, ... ​ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ພາກ​ພຽນ ທັງ​ໝົດ ແຫ່ງ​ຈິດ​ໃຈ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້, ແລ້ວ​ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ທ່ານ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ ​ຕາມ​ພຣະ​ປະ​ສົງ​ ແລະ​ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ.”8

ໃຫ້​ເຮົາ​ມາຟັງ​ພຣະຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ທີ່ບອກ​ເຮົາ​ວ່າ:

“ຢ່າ​ເປັນ​ທຸກ ​ແລະ​ ກັງ​ວົນ​ໃຈ​ເລີຍ ຈົ່ງ​ເຊື່ອ​ໃນ​ພຣະ​ເຈົ້າ ​ແລະ ​ຈົ່ງ​ເຊື່ອ​ໃນ​ເຮົາ​ຄື​ກັນ. …

“ຖ້າ​ພວກ​ທ່ານ​ຮັກ​ເຮົາ, ພວກ​ທ່ານ​ກໍ​ຈະ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ. …

“ພວກ​ທີ່​ມີ​ຂໍ້​ບັນ​ຍັດ​ຂອງ​ເຮົາ​ ແລະ ​ເຊື່ອ​ຟັງ​ຂໍ້​ບັນ​ຍັດ​ນັ້ນ, ເປັນ​ພວກ​ທີ່​ຮັກ​ເຮົາ. ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຮັກ​ພວກ​ທີ່​ຮັກ​ເຮົາ, ແລະ ​ເຮົາ​ຈະ​ຮັກ​ເຂົາ​ຄື​ກັນ​ ທັງ​ຈະ​ປະ​ກົດ​ຕົວ​ແກ່​ເຂົາ.”9

ພຣະ​ເຈົ້າ​ປະທານ​ພອນ​ໃຫ້​ແກ່​ເຮົາ​ຕາມ​ສັດ​ທາ​ຂອງ​ເຮົາ.10 ສັດ​ທາ​ກໍ​ແມ່ນ​ແຫ​ລ່ງ​ກຳ​ເນີດ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ ພ້ອມ​ດ້ວຍ​ທັດ​ສະ​ນະ​ນິ​ລັນ​ດອນ. ສັດທາ​ເປັນ​ຫລັກ​ທຳ​ທາງ​ພາກ​ປະຕິບັດ ຊຶ່ງ​ດົນ​ໃຈ​​ໃຫ້​ມີ​ຄວາມ​ພາກ​ພຽນ. ມັນ​ເປັນ​ອຳ​ນາດ​ທີ່​ຈຳ​ເປັນ ​ແລະ​ ມີ​ຊີ​ວິດ​ຢູ່ ທີ່​​ສະ​ແດງ​​ໃຫ້​ປະຈັກ​ໃນ​ທ່າ​ທີທາງ​ບວກ​ຂອງ​ເຮົາ ພ້ອມ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະເຮັດ​ທຸກ​ສິ່ງ ທີ່​ພຣະ​ເຈົ້າ ແລະ ​ພຣະ​ເຢ​ຊູ​ຄຣິດ​ ຂໍ​ຈາກ​ເຮົາ ດ້ວຍ​ຄວາມເຕັມ​ໃຈ​. ສັດທາ​ເຮັດ​ໃຫ້​ເຮົາ​ຄຸ​ເຂົ່າ​ລົງ​ເພື່ອ​ວິງ​ວອນ​ຫາພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຊົງ​ນຳ​ທາງ ແລ້ວ​ໃຫ້​ຢືນ​ຂຶ້ນ ​ແລະ​ ໄປ​ເຮັດ​ດ້ວຍ​ຄວາມ​ໝັ້ນ​ໃຈ ເພື່ອ​ສຳ​ເລັດໃນ​ເລື່ອງ​ທີ່​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ເມື່ອຫລາຍ​ປີ​ກ່ອນ ​ຕອນ​ທີ່​ເປັນ​ປະ​ທານ​ເຜີຍ​ແຜ່, ພໍ່​ແມ່​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ໄດ້​ໂທ​ຫາ​ຂ້າ​ພະ​ເຈົ້າ ເພື່ອ​ບອກ​ວ່າ​ນ້ອງ​ສາວ​ຂອງ​ລາວ​ໄດ້​ເສຍຊີ​ວິດ. ຂ້າ​ພະ​ເຈົ້າ​ຈື່​ວ່າ ໃນ​ຊ່ວງ​ທີ່​​ໜ້າ​ເຫັນ​ອົກ​ເຫັນ​ໃຈນັ້ນ ຜູ້​ສອນ​ສາດ​ສະ​ໜາ​ ​ແລະ ​ຂ້າ​ພະ​ເຈົ້າ​ໄດ້​ສົນ​ທະ​ນາ​ເລື່ອງ​ແຜນ​ແຫ່ງ​ຄວາມ​ລອດ​ ທີ່​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກ​ໆຂອງ​ພຣະ​ອົງ ແລະ ​ວິ​ທີ​ທີ່​ຄວາມ​ຮູ້​ນີ້​ຈະ​ປອບ​ໂຍນ​ລາວ.

ເຖິງ​ແມ່ນ​ຄວາມ​ຫຍຸ້ງຍາກນັ້ນ​ໄດ້​ເຮັດ​ໃຫ້​ລາວ​ຕົກ​ໃຈ ​ແລະ​ ເສົ້າ​ໃຈ​ກໍ​ຕາມ, ​ແຕ່ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້​—​ພ້ອມ​ກັບ​ນ້ຳ​ຕາ ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ​—​ໄດ້​ປິ​ຕິ​ຍິນ​ດີ​ນຳ​ຊີ​ວິດ​ຂອງ​ນ້ອງ​ສາວ​ລາວ. ລາວ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ທີ່​ບໍ່​ຫວັ່ນ​ໄຫວ​ໃນ​ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໂດຍ​ຄວາມ​ຕັ້ງ​ໃຈ ລາວ​ບອກ​ຂ້າ​ພະ​ເຈົ້າ​ວ່າ ລາວ​ຈະ​ຍັງ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ຢ່າງ​ມີ​ສັດ​ທາ ​ແລະ ດ້ວຍ​ຄວາມ​ພາກ​ພຽນ​ທັງ​ໝົດ ເພື່ອ​ລາວ​ຈະ​​ເໝາະສົມ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ສັນ​ຍາ​ໄວ້​ສຳ​ລັບ​ລາວ​ ແລະ​ ຄອບ​ຄົວ​ຂອງ​ລາວ. ໃນ​ໄລ​ຍະ​ແຫ່ງ​ຄວາມ​ຕ້ອງ​ການ​ນີ້ ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ສັດ​ທາ​ຄົນ​ນັ້ນ ໄດ້​ຫັນ​ໄປ​ຫາ​ພຣະ​ເຈົ້າ, ໄດ້​ໄວ້​ວາງ​ໃຈ​ທັງ​ໝົດ​ໃນ​ພຣະ​ອົງ ແລະ​ ໄດ້​ຕັ້ງ​ໃຈ​ໃໝ່​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າດ້ວຍ​ສັດທາ ​ແລະ ດ້ວຍ​ສຸດ​ຄວາມ​ພາກ​ພຽນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຖ້າ​ຫາກ​ເຮົາ​ບໍ່​ມີ​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ໝັ້ນ​ຄົງ​ໃນ​ພຣະ​ອົງ ແລະ​ ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​, ປະ​ສົບ​​ການ​ຂອງ​ຊີ​ວິດ​ທີ່​ເຈັບ​ປວດ​ເຫລົ່າ​ນັ້ນ​ ອາດ​ຈະ​ເຮັດໃຫ້​ເຮົາ​ຮູ້​ສຶກ​ເໝືອນ​ມີ​ແອກ​ໜັກ, ແລ້ວ​ເຮົາ​ອາດ​ຈະ​ເສຍແຮງ​ກະ​ຕຸ້ນ ​ທີ່​ຈະດຳ​ລົງ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເຕັມ​ທີ່. ປາດ​ສະ​ຈາກ​ສັດ​ທາ, ເຮົາ​ຈະ​ສູນ​ເສຍ​ຄວາມ​ສາ​ມາດ​ ທີ່​ຈະເຫັນ​ຄຸນ​ຄ່າ​ຕໍ່​ແບບ​ແຜນ​ເຫລົ່ານັ້ນ​ຂອງ​ພຣະ​ເຈົ້າ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໆໄປ​ໃນ​ຊີ​ວິດ​ຂອງ​ເຮົາ.11

ໃນ​​ໄລຍະ​ການ​ທົດ​ລອງ​ດັ່ງ​ກ່າວ​ນີ້ ຜູ້​ກົງ​ກັນ​ຂ້າມ—​ຜູ້​ທີ່​ລໍ​ໂອ​ກາດ​ຢູ່​ຕະ​ຫລອດ—​ພະ​ຍາ​ຍາມ​ໃຊ້​ເຫດ​ຜົນ ​ແລະ​ ຫາ​ທາງທີ່ຈະ​ຕ້ານ​ເຮົາ. ມັນພະ​ຍາ​ຍາມ​ໃຫ້​ເຮົາ​ເຊື່ອ​ວ່າ ບໍ່​ມີ​ປະ​ໂຫຍດ​ໃນ​ການ​ດຳ​ລົງ​ຊີວິດ​ຕາມຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ. ຈົ່ງຈື່​ຈຳ​ວ່າ ເຫດ​ຜົນ​ຂອງ​ມະ​ນຸດ​ທີ່​ມີ​ຈິດໃຈ​ທຳ​ມະ​ດາ “ຮັບ​ຂອງ​ປະ​ທານ​ທີ່​ມາ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າກໍ​ບໍ່​ໄດ້ ລາວ​ເຫັນ​ວ່າ​ເປັນ​ເລື່ອງ​ໂງ່​ສຳ​ລັບ​ຕົນ.”12 ຈົ່ງ​ຈື່​ຈຳ​ວ່າ ຊາ​ຕານ “ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ ແລະ [ມັນ] ຕໍ່​ສູ້​ກັບ​ພຣະ​ອົງ​ຢູ່​ຕະ​ຫລອດ​ເວ​ລາ ແລະ ​ຊັກ​ຊວນ ແລະ​ ຊັກ​ຈູງ [ເຮົາ] ໃຫ້​ເຮັດ​ບາບ ແລະ​ ເຮັດ​ຄວາມ​ຊົ່ວ​ຢູ່​ຕະ​ຫລອດ​ເວ​ລາ.”13 ເຮົາ​ຕ້ອງ​ບໍ່​ຍອມ​ໃຫ້​ມານ​ຫລອກ​ເຮົາ​ໄດ້; ເພາະ​ເມື່ອ​ເຮົາ​ຍອມ, ເຮົາ​ກໍ​ຫວັ່ນ​ໄຫວ​ໃນ​ສັດ​ທາ​ຂອງ​ເຮົາ ແລະ ​ສູນ​ເສຍອຳ​ນາດ​ ທີ່​ຈະໄດ້​ຮັບ​ພອນ​ຂອງ​ພຣະ​ເຈົ້າ.

ຖ້າ​ຫາກເຮົາ​ໝັ້ນ​ຄົງ​ ແລະ​ ບໍ່​ຫວັ່ນໄຫວ​ໃນ​ສັດ​ທາ​ຂອງ​ເຮົາ ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ ​ທີ່​ຈະ​ເອົາ​ຊະ​ນະ​ການ​ທ້າ​ທາຍ​​ໃນຊີ​ວິດ. ເຮົາ​ຈະ​ສາ​ມາດ​ປາບ​ປາມ​ແຮງ​ກະ​ຕຸ້ນ​ທີ່​ບໍ່​ດີ ແລະ ​ເຮົາ​ຈະ​ພັດ​ທະ​ນາ​ຄວາມ​ສາ​ມາດ​ ທີ່​ຈະເອົາ​ຊະ​ນະ​ອຸບ​ປະ​ສັກ​ໄດ້ ແມ່ນ​ແຕ່​ ເບິ່ງ​ຄື​ວ່າ ຫລາຍ​ເກີນ​ໄປກໍ​ຕາມ. ນີ້​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ກະ​ສັດ​ລິມ​ໄຮ ສາ​ມາດ​ປົບ​ໜີ​ຢ່າງ​ຕື່ນ​ຕາ​ຕື່ນ​ໃຈ​ ໄປ​ຈາກ​ການ​ເປັນ​ຂ້າທາດ​ຂອງ​ຊາວ​ເລ​ມັນ.

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ໄວ້​ວາງ​ໃຈ​ທັງ​ໝົດ​ໃນ​ພຣະ​​ເຈົ້າ ແລະ​ ໃນ​ການ​ສິດສອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​​ເຊື້ອເຊີນ​ທ່ານ​ໃຫ້​ຕໍ່​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໃໝ່ ເພື່ອ​ຮັບ​ໃຊ້​ພຣະ​ອົງ​ໂດຍ​ສຸດ​ຈິດ​ສຸດ​ໃຈ ບໍ່​ວ່າ​ຊີ​ວິດ​ຈະ​ຫຍຸ້ງ​ຍາກ​ເທົ່າ​ໃດ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ໂດຍ​ທາງ​ອຳ​ນາດ​​ແຫ່ງສັດ​ທາ​ທີ່​ບໍ່​ຫວັ່ນ​​ໄຫວ​ຂອງ​ທ່ານ​ໃນ​ພຣະ​ຄຣິດ, ທ່ານ​ຈະ​ເປັນ​ອິດ​ສະ​ລະ​ຈາກ​ບາບ, ຈາກ​ຄວາມ​ສົງ​ໄສ, ຈາກ​ຄວາມ​ບໍ່​ເຊື່ອ, ຈາກ​ຄວາມ​ໝອງ​ເສົ້າ, ຈາກ​ການ​ເປັນ​ທຸກ; ແລະ​ ທ່ານ​ຈະ​ໄດ້​ຮັບ​ພອນ​ທີ່​ສັນ​ຍາ​ໄວ້​ທຸກ​ຢ່າງ​ ຈາກ​ພຣະ​ບິ​ດາ​​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ມີ​ຈິງ. ພຣະ​ອົງ​ຊົງ​ພຣະ​ຊົນຢູ່. ພຣະອົງຮັກ​ເຮົາ. ພຣະ​ອົງ​ຮັບຟັງ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ຕອນ​ທີ່​ເຮົາ​ມີ​ຄວາມ​ສຸກ ແລະ ​ຕອນ​ທີ່​ເຮົາ​ມີ​ຄວາມ​ສົງ​ໄສ​, ຄວາມ​ເສົ້າ​ໃຈ​, ແລະ​ ຄວາມ​ໝົດ​ຫວັງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ໂລກ. ພຣະອົງ​ເປັນພຣະ​ຜູ້​ໄຖ່​.

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ຄຳ​ປາ​ໄສມື້​ນີ້​ ໂດຍ​ການອ່ານ​ຂໍ້​ຄວາມ​ຈາກ​ເພງ​ສວດ “Not Now but in the Coming Years,” ທີ່​ມີ​ໃນ​ປື້ມ​ເພງ​ສວດ​ ພາ​ສາ​ປອກຕຸຍການ ທີ່​ວ່າ:

ຖ້າ​ມີ​ເມກ​ລົງ​ເຮັດ​ເງົາ ​ປົກ​ໃຈ​ເຮົາ,

ຖ້າ​ຄວາມ​ເຈັບ​ປວດ​ທໍ​ລະ​ມານ, ຊ່າງ​ມັນ; ອີກ​ຈັກ​ນ້ອຍ​ເຮົາ​ຈະ​ຮູ້​ຈັກ​ພຣະ​ອົງ.

ພຣະ​ເຢ​ຊູ​ຊົງ​ນຳ​ເຮົາ​ໂດຍ​ພຣະ​ຫັດ, ແລະ ​ພຣະ​ອົງ​ຈະ​ອະ​ທິ​ບາຍ;

ຖ້າ​ຫາກ​ຈະ​ຟັງ​ພຣະ​ສຸ​ລະ​ສຽງ, ພຣະ​ອົງ​ຈະ​ເລົ່າ​ໃຫ້​ຮູ້​ຕໍ່​ໄປ.

ໄວ້​ວາງ​ໃຈ​ນຳ​ພຣະ​ເຈົ້າ​ຢ່າງ​ບໍ່​ຫວັ່ນ​ໄຫວ, ໃຫ້​ພຣະ​ອົງ​ລ້ຽງ​ເຮົາ​ໄວ້;

ຮ້ອງ​ສັນ​ລະ​ເສີນ​ລັດ​ສະ​ໝີ​ຕະ​ຫລອດ, ໃນ​ທີ່​ສຸດ​ພຣະ​ອົງ​ຈະ​​ບັນ​ຍາຍ.14

ຂ້າ​ພະ​ເຈົ້າ​ກ່າວ​ສິ່ງ​ນີ້​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.