​2010–2019
ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ເປັນ​ທຸງ​ສັນ​ຍາລັກ​ໃຫ້​ປະ​ຊາ​ຊາດ
ເດືອນ​ເມສາ 2017


ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ເປັນ​ທຸງ​ສັນ​ຍາ​ລັກ​ໃຫ້​ປະ​ຊາ​ຊາດ

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ​ໃຫ້​ໂອ​ກາດ​ເຮົາ​ຢ່າງ​ຫລວງ​ຫລາຍ ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ ຈະ​ເປັນ​ພາກ​ສ່ວນ​ຂອງ​ທຸງ​ສັນ​ຍາລັກ​ສຳ​ຄັນ​ສຳ​ລັບ​ປະ​ເທດ​ຊາດ​ທັງ​ປວງ.

ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ຄູ​ສອນຫ້ອງ​ຮຽນ​ສາດ​ສະ​ໜາ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ ຂໍ​ໃຫ້​ນັກ​ຮຽນ​ຂອງ​ລາວ​ໄຕ່​ຕອງ​ຄຳ​ຖາມ​ ທີ່​ຕໍ່​ໄປ​ນີ້​ວ່າ: ຖ້າ​ຫາກ​ເຈົ້າ​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເປັນ​ເພາະ​ເຫດ​ໃດ​ເຈົ້າ​ຈຶ່ງ​ຄິດ​ວ່າ​ເຈົ້າ​ຈະ​ຕິດ​ຕາມ​ພຣະ​ອົງ ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ? ເຂົາ​ເຈົ້າ​ໄດ້​ໃຫ້​ຄວາມ​ສະຫລຸບ​ວ່າ ຜູ້​ຄົນ​ທີ່ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ວັນ​ເວ​ລາ​ປະ​ຈຸ​ບັນ​ນີ້ ແລະ ພະ​ຍາ​ຍາມ​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ ອາດ​ຄົງ​ໄດ້​ເຮັດ​ແບບ​ນັ້ນ​ຄື​ກັນ​ໃນ​ວັນ​ເວ​ລາ​ນັ້ນ.

ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ໄຕ່​ຕອງ​ຄຳ​ຖາມ ແລະ ຂໍ້​ສະ​ຫລຸບ​ນັ້ນ. ສ່ວນ​ຫລາຍ​ແລ້ວ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ສຶກ​ແນວ​ໃດ​ເມື່ອ​ໄດ້​ຍິນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ​ກ່າວ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ຄຳ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ​ດັ່ງ​ຕໍ່​ໄປ​ນີ້ ວ່າ:

“ພວກ​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ສຳ​ລັບ​ໂລກ​ນີ້. ເມືອງ​ຊຶ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ບໍ່​ໄດ້.

“ບໍ່​ຫ່ອນ​ມີ​ຜູ້​ໃດ​ເມື່ອ​ໄຕ້​ໂຄມ​ໄຟ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ກະ​ບຸງ, ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ທີ່​ສູງ ເພື່ອ​ໃຫ້​ສ່ອງ​ແຈ້ງ​ໃສ່​ທຸກໆ​ຄົນ​ທີ່​ຢູ່​ໃນ​ເຮຶອນ​ນັ້ນ.

“ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ພວກ​ເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນ​ງາມ​ຄວາມ​ດີ​ທີ່​ພວກ​ເຈົ້າ​ເຮັດ ແລະ ພວກ​ເຈົ້າ​ຈະ​ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ” (ມັດ​ທາຍ 5:14–16).

ທ່ານ​ວາດ​ພາບ​ເຫັນ​ໄດ້​ບໍ ວ່າ​ທ່ານ​ຈະ​ຮູ້​ສຶກ​ແນວ​ໃດ ທີ່​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ແທ້​ຈິງ​ແລ້ວ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ວາດ​ພາບ​ກໍ​ໄດ້. ມັນ​ໄດ້​ກາຍ​ເປັນ​ປະ​ສົບ​ການ​ທີ່​ສະ​ໝ່ຳ​ສະ​ເໝີ​ສຳ​ລັບ​ເຮົາ ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເພາະ​ວ່າ​ເມື່ອ​ເຮົາ​ໄດ້​ຍິນ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ.

ໃນ​ປີ 1838, ຂ່າວ​ສານ​ທີ່​ຄ້າຍ​ຄື​ກັນ​ກັບ​ທີ່​ຖືກ​ມອບ​ໃຫ້​ຢູ່​ເທິງ​ໂນນ​ພູ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ປະ​ກາດ​ພຣະ​ຄຳ​ດັ່ງ​ຕໍ່​ໄປ​ນີ້​ຕໍ່ ໂຈ​ເຊັບ ສະ​ມິດ ວ່າ:

ໃນ​ຍຸກ​ສຸດ​ທ້າຍ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ທຸກ​ຄົນ​ທັງ​ຫລາຍ​ວ່າ ຈົ່ງ​ລຸກ​ຂຶ້ນ ແລະ ສ່ອງ​ແສງ​ອອກ​ໄປ, ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຂົາ​ຈະ​ເປັນ​ທຸງ​ສັນ​ຍາລັກ​ໃຫ້​ປະ​ຊາ​ຊາດ (ເບິ່ງ D&C 115:4–5).

ວັນ​ເວ​ລາ​ຂອງ​ເຮົາ​ນັ້ນ​ປະ​ເສີດ​ແທ້ ຈົນ​ວ່າ​ມັນ​ໄດ້​ຖືກ​ສະ​ແດງ​ໃຫ້​ເຫັນ​ໃນ​ພາບ​ນິ​ມິດ​ຕໍ່​ສາດ​ສະ​ດາ​ເອ​ຊາ​ຢາ; ເພິ່ນ​ກໍ​ໄດ້​ເຫັນ ແລະ ໄດ້​ພະ​ຍາ​ກອນ​ຄື​ກັນ ເຖິງ​ວັນ​ຂອງ​ການ​ຟື້ນ​ຟູ​ນີ້ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຈຸດ​ປະ​ສົງ​ຂອງ​ມັນ ໂດຍ​ກ່າວ​ວ່າ, “ພຣະອົງ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນ​ຍານ, ເພື່ອ​ສະ​ແດງ​ໃຫ້​ຊົນ​ຊາດ​ຕ່າງໆ​ຮູ້​ວ່າ ພຣະ​ອົງ​ກຳ​ລັງ​ເຕົ້າ​ໂຮມ​ປະ​ຊາ​ຊົນ​ຂອງ​ພຣະ​ອົງ​ເຂົ້າ​ກັນ, ຄື​ປະ​ຊາ​ຊົນ​ຂອງ​ອິດ​ສະ​ຣາ​ເອນ ແລະ ຢູ​ດາຍ​ທີ່​ກະ​ຈັດ​ກະ​ຈາຍ​ຢູ່​ຕາມສີ່ທິດ​ຂອງ​ໂລກ​ນັ້ນ​ໃຫ້​ກັບ​ຄືນ​ມາ” (ເອຊາ​ຢາ 11:12).

ໃນ​ຄວາມ​ໝາຍ​ຂອງ​ພຣະ​ຄຳ​ພີ, ທຸງສັນຍານ, ຫລື ທຸງ​ສັນ​ຍາລັກ, ຄື​ທຸງ​ທີ່​ຜູ້​ຄົນ​ຈະ​ເຕົ້າ​ໂຮມ​ອ້ອມ​ຮອບ​ເພື່ອ​ຈຸດ​ປະ​ສົງ​ທີ່​ເປັນ​ອັນ​ໜຶ່ງ​ດຽວ​ກັນ. ໃນ​ສະ​ໄໝ​ບູ​ຮານ, ທຸງ​ສັນ​ຍາລັກ​ໄດ້​ເປັນ​ເຄື່ອງ​ໝາຍ​ສຳ​ລັບ​ທະ​ຫານ​ທີ່​ຢູ່​ໃນ​ສະ​ໜາມ​ຮົບ. ເມື່ອ​ກ່າວ​ທາງ​ດ້ານ​ສັນ​ຍາ​ລັກ​ແລ້ວ, ພຣະ​ຄຳ​ພີ​ມໍ​ມອນ ແລະ ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ເປັນ​ທຸງ​ສັນ​ຍາລັກ​ໃຫ້​ແກ່​ປະ​ຊາ​ຊາດ​ທັງ​ປວງ. (ເບິ່ງ Guide to the Scriptures, “Ensign,” scriptures.lds.org.)

ປາດ​ສະ​ຈາກ​ຄວາມ​ສົງ​ໄສ​ໃດໆ, ທຸງ​ສັນ​ຍາລັກ​ຂອງ​ວັນ​ເວ​ລາ​ສຸດ​ທ້າຍ​ກໍ​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ປະ​ເສີດ​ນີ້, ບ່ອນ​ທີ່​ວຽກ​ງານ ແລະ ແຜນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ (ເບິ່ງ Moses 1:39) ກໍ​ຍັງ​ຖືກ​ປະ​ກາດ​ຢູ່​ຕໍ່​ໄປ.

ການ​ມີ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຢູ່​ຢ່າງ​ຕໍ່​ເນື່ອງ​ນີ້​ກໍ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ຍິ່ງ​ໃຫຍ່​ຕໍ່​ຄວາມ​ຈິງ​ທີ່​ວ່າ ເຮົາ ໃນ​ຖາ​ນະ​ທີ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ “ເຊື່ອ​ທັງ​ໝົດ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ມາ, ທັງ​ໝົດ​ທີ່​ພຣະ​ອົງ​ເປີດ​ເຜີຍ​ຢູ່​ໃນ​ຂະ​ນະ​ນີ້ ແລະ ພວກ​ເຮົາ​ເຊື່ອ​ວ່າ ພຣະ​ອົງ​ຈະ​ເປີດ​ເຜີຍ​ເລື່ອງ​ສຳ​ຄັນ ແລະ ຍິ່ງ​ໃຫຍ່​ອີກ​ຫລາຍ​ເລື່ອງ​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ຫລັກ​ແຫ່ງ​ຄວາມ​ເຊື່ອ 1:9).

ແລ້ວ​ບັດ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຫຍັງ​ແດ່​ຜ່ານ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ທີ່​ເຮົາ​ຕ້ອງ​ເຮັດ​ຕາມ​ຕໍ່​ໄປ ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ເປັນ​ທຸງ​ສັນ​ຍາລັກສຳ​ລັບ​ປະ​ເທດ​ຊາດ​ທັງ​ປວງ​ໄດ້? ມີ​ຫຍັງ​ແດ່​ທີ່​ເປັນ​ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ເຮັດ ໃນ​ວັນ​ເວ​ລາ​ມະ​ຫັດ​ສະ​ຈັນ​ຂອງ​ການ​ສ້າງ​ຊີ​ໂອນ​ຂຶ້ນ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ນີ້?

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ​ສະ​ເໝີ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ” (2 ນີ​ໄຟ 28:30). ສະນັ້ນ, ເຮົາ​ບໍ່​ຄວນ​ຕົກ​ໃຈ​ໂດຍ​ສິ່ງ​ທີ່​ອາດ​ປະ​ກົດ​ວ່າ ເປັນ​ສິ່ງ​ເລັກໆ​ໜ້ອຍໆ ເພາະ​ທຳ​ມະ​ຊາດ​ທີ່​ລຽບ​ງ່າຍ ແລະ ຊ້ຳ​ຊາກ​ຂອງ​ມັນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ເຮົາ​ມາ​ແລ້ວ, ໂດຍ​ບອກ​ເຮົາ​ວ່າ “ຜູ້​ທີ່​ເຊື່ອ​ຟັງ​ກົດ​ເກນ​ຂອງ​ເຮົາ ແລະ ງ່ຽງ​ຫູ​ຟັງ​ຄຳ​ແນະ​ນຳ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຮຽນ​ຮູ້​ເຖິງ​ປັນ​ຍາ; ເມື່ອ​ເຂົາ​ຮັບ​ໄວ້ ເຮົາ​ຈະ​ໃຫ້​ເຂົາ​ອີກ” (2 ນີ​ໄຟ 28:30).

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ ໂດຍ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ” ແລະ ໂດຍ​ການ​ເຊື່ອ​ຟັງ​ຄຳ​ແນະ​ນຳ​ຂອງ​ຜູ້​ນຳ​ຂອງ​ເຮົາ, ເຮົາ​ຈະ​ມີ​ນ້ຳ​ມັນ​ໃສ່​ຕະ​ກຽງ​ຂອງ​ເຮົາ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ມອບ​ຄວາມ​ສະ​ຫວ່າງ​ນັ້ນ​ໃຫ້​ແກ່​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຮົາ.

ໃນ​ຂະ​ນະ​ທີ່​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້ ​ເພື່ອ​ເປັນຄວາມ​ສະຫວ່າງ ​ແລະ ​ເປັນ​ທຸງ​ສັນຍານ​ໃຫ້​ແກ່ ຄົນ​ອື່ນ, ​ຂ້າ​ພະ​ເຈົ້າ​ຢາກ​ເຈາະ​ຈົງ​ໃສ່ກັບ​ສາມ​ຢ່າງ​ນີ້​ຄື: ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ; ການ​ເລັ່ງ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ຢູ່​ເທິງ​ໂລກ​ນີ້ ແລະ ໃນ​ໂລກ​ວິນ​ຍານ; ແລະ ການ​ສິດ​ສອນ​ໃນ​ວິ​ທີທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄວາມ​ສະ​ຫວ່າງ​ທີ່​ເຮົາ​ກ່າວ​ເຖິງ​ນັ້ນ ມາ​ຈາກ​ການ​ອຸ​ທິດ​ຕົນ​ທີ່​ເຮົາ​ມີ​ຕໍ່​ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ທັງ​ຢູ່​ທີ່​ໂບດ ແລະ ໃນ​ບ້ານ​ເຮືອນ; ມັນ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ສ່ອງ​ແຈ້ງ​ຂຶ້ນ​ຂະ​ນະ​ທີ່​ເຮົາ​ຮັກ​ສາ​ຕົນ​ເອງ​ໃຫ້​ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ; ມັນ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ມາ​ຈາກ​ການ​ຖວາຍ​ສິນ​ລະ​ລຶກ​ຂອງ​ເຮົາ​ໃນ​ວັນ​ສັກ​ສິດ​ຂອງ​ພຣະ​ອົງ ແລະ ຈາກ​ການ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ, ຊຶ່ງ​ທັງ​ໝົດ​ຈະ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ ທີ່​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ. ມັນ​ເປັນ​ຄວາມ​ສະ​ຫວ່າງ​ທີ່​ແຈ້ງ​ຂຶ້ນ ແລະ ເຫັນ​ໄດ້​ເມື່ອ​ເຮົາ​ກັບ​ຄືນ​ສູ່​ບ້ານ ດ້ວຍ​ຄວາມ​ຮູ້​ສຶກ​ຂອງ​ການ​ໃຫ້​ອະ​ໄພ ທີ່ ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ກ່າວ​ເຖິງ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເມື່ອ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ​ນີ້ ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ: “ໃນ​ບັນ​ດາ​ພອນ​ທັງ​ໝົດ​ທີ່​ເຮົາ​ສາ​ມາດ​ນັບ​ໄດ້, ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ແມ່ນ​ຄວາມ​ຮູ້​ສຶກ​ເຖິງ​ການ​ໃຫ້​ອະ​ໄພ ທີ່​ມາ​ເຖິງ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ເຮົາ​ຈະ​ຮູ້​ສຶກ​ເຖິງ​ພອນ​ອັນ​ຍິ່ງ​ໃຫຍ່ ແລະ ຮູ້​ບຸນ​ຄຸນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ ທີ່​ຈະ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ” (“Gratitude on the Sabbath Day, Liahona, Nov. 2016, 100).

ເມື່ອ​ເຮົາ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ຈະ​ບໍ່​ພຽງ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ເທົ່າ​ນັ້ນ, ແຕ່​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ກໍ​ຈະ​ແຈ້ງ​ສະ​ຫວ່າງ​ຂຶ້ນ​ໄປ​ເລື້ອຍໆ.

ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ແຈ້ງ​ສະ​ຫວ່າງ​ຂຶ້ນ​ນຳ​ອີກ ເມື່ອ​ເຮົາ​ອຸ​ທິດ​ຕົນ ແລະ ຖວາຍ​ເວ​ລາ​ທີ່​ຈະ​ຄົ້ນ​ຫາ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ, ເອົາ​ຊື່​ຂອງ​ເຂົາ​ເຈົ້າ​ໄປ​ພຣະ​ວິ​ຫານ, ແລະ ສອນ​ຄອບ​ຄົວ​ຂອງ​ເຮົາ ແລະ ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ນັ້ນ​ເໝືອນ​ກັນ.

ວຽກ​ງານຂອງ​ພຣະ​ວິ​ຫານ ແລະ ການ​ສືບປະ​ຫວັດ​ຄອບ​ຄົວ​ທີ່​ສັກ​ສິດ​ນີ້ ທີ່​ເຮົາ​ແບ່ງ​ປັນ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທັງ​ໃນ​ໂລກ​ນີ້ ແລະ ໂລກ​ວິນ​ຍານ ຈະ​ກ້າວ​ໄປ​ໜ້າ​ຫລາຍ​ກວ່າ​ແຕ່​ກ່ອນ ຂະ​ນະ​ທີ່​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ. ເພາະ​ວ່າ​ພຣະ​ວິ​ຫານ​ມີ​ເວ​ລາ​ພິ​ເສດ​ສຳ​ລັບ​ກຸ່ມ​ຂອງ​ຄອບ​ຄົວ ຜູ້​ທີ່​ໄປ​ພຣະ​ວິ​ຫານ​ດ້ວຍ​ລາຍ​ຊື່​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຕົນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ທີ່​ຊື່ນ​ຊົມ ຂະ​ນະ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ໃນ​ພຣະ​ວິ​ຫານ​ນຳ​ກັນ​ກັບ​ລູກຫລານ​ຂອງ​ພວກ​ຂ້າ​ພະ​ເຈົ້າ.

ເມື່ອ​ເຮົາ​ຄົ້ນ​ຫາ ແລະ ນຳ​ເອົາ​ລາຍ​ຊື່​ໄປ​ພຣະ​ວິ​ຫານ ແລະ ສອນ​ຄົນ​ອື່ນ​ໃຫ້​ເຮັດ​ເໝືອນ​ກັນ, ເຮົາ​ກໍຊ່ວຍ​ກັນ​ເປັນ​ແສງ​ສ່ອງ​ແຈ້ງ ຄື​ກັນ​ກັບ​ທຸງ​ສັນຍານ​ ຫລື ທຸງ​ສັນຍາ​ລັກ.

ການ​ຮຽນ​ຮູ້​ທີ່​ຈະ​ສອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ກໍ​ເປັນ​ອີກ​ໜຶ່ງ​ວິ​ທີ​ທີ່​ເຮົາ​ຈະ​ລຸກ​ຂຶ້ນ ແລະ ສ່ອງ​ແສງ​ອອກ​ໄປ. ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ນຳ​ທຸກໆ​ຄົນ​ທີ່​ຮຽນ​ຮູ້​ວິ​ທີທີ່​ຈະ​ສອນ​ຕາມ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ອ່ານ​ຈາກ​ໜ້າ​ປົກ​ຂອງ​ປຶ້ມ​ຄູ່​ມື​ການ​ສອນ​ເຫລັ້ມ​ໃໝ່​ວ່າ: “ເປົ້າ​ໝາຍ​ຂອງ​ຄູ​ສອນ​ພຣະ​ກິດ​ຕິ​ຄຸນ​ທຸກ​ຄົນ ນັ້ນ​ຄື—ພໍ່​ແມ່​ທຸກ​ຄົນ, ຄູ​ທີ່​ຖືກ​ເອີ້ນ​ເປັນ​ທາງ​ການ​ທຸກໆ​ຄົນ, ຄຸ​ສອນ​ປະ​ຈຳ​ບ້ານ ແລະ ຄູ​ຢ້ຽມ​ສອນ​ທຸກໆ​ຄົນ, ແລະ ຜູ້​ຕິດ​ຕາມ​ພຣະ​ຄຣິດ​ທຸກໆ​ຄົນ—ຕ້ອງ​ສອນ​ຄຳ​ສອນ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ, ໂດຍ​ພຣະ​ວິນ​ຍານ, ... ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ສ້າງ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ” (Teaching in the Savior’s Way [2016]).

ໃນ​ເວ​ລາ​ນີ້, ຄູ​ສອນ​ທີ່​ຊື່​ສັດ​ຫລາຍໆ​ພັນ​ຄົນ​ກໍ​ຍົກ​ຄວາມ​ສະ​ຫວ່າງ​ຂຶ້ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ວິ​ທີ​ທີ່​ຈະ​ສອນ​ຕາມ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃນ​ຄວາມ​ໝາຍ​ນີ້, ການ​ປະ​ຊຸມ​ສະ​ພາ​ສຳ​ລັບ​ຄູ​ສອນ​ຄົນ​ໃໝ່ ເປັນ​ວິ​ທີ​ທີ່​ຈະ​ລຸກ​ຂຶ້ນ ແລະ ສ່ອງ​ແຈ້ງ​ອອກ​ໄປ ຂະ​ນະ​ທີ່​ນັກ​ຮຽນ​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ທຸງ​ສັນ​ຍາລັກ ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ເພາະ “ຈຸດ​ສຳ​ຄັນ​ຂອງ​ການ​ສອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ ຄື​ການ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ດຳ​ລົງ​ຊີວິດ” (Teaching in the Savior’s Way, 4).

ເມື່ອ​ເຮົາ​ສອນ ແລະ ຮຽນ​ຮູ້​ໃນ​ວິ​ທີ​ທາງ​ ຂອງ​ພຣະ​ອົງ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ສ່ອງ​ແສງ​ແຈ້ງ​ຂຶ້ນ ແລະ ຈະ​ບໍ່​ຖືກ​ປິດ​ປັງ ແລະ ຈະ​ກາຍ​ເປັນ​ທຸງ​ສັນ​ຍາລັກ​ໃຫ້​ແກ່​ຜູ້​ທີ່​ຊອກ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ບໍ່​ຄວນ ແລະ ບໍ່​ຕ້ອງ​ປິດ​ບັງ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ບັນ​ຊາ​ເຮົາ ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ສ່ອງ​ແສງ​ອອກ​ໄປ ດັ່ງ​ເຊັ່ນ​ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ພູ ຫລື ຄວາມ​ສະ​ຫວ່າງ​ທີ່​ມາ​ຈາກ​ແສງ​ທຽນ. ເມື່ອ​ເຮົາ​ເຮັດ​ດັ່ງ​ນີ້, ເຮົາ​ຈະ​ຖວາຍ​ລັດ​ສະ​ໝີ​ພາບ​ໃຫ້​ແດ່​ພຣະ​ບິ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ອົງ​ ໃຫ້​ໂອ​ກາດ​ເຮົາ​ຢ່າງ​ຫລວງ​ຫລາຍ ເພື່ອ​ວ່າ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ ຈະ​ເປັນ​ພາກ​ສ່ວນ​ຂອງ​ທຸງ​ສັນ​ຍາລັກສຳ​ຄັນ​ສຳ​ລັບ​ປະ​ເທດ​ຊາດ​ທັງ​ປວງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ຄວາມ​ສະ​ຫວ່າງ​ທີ່​ເຮົາ​ຕ້ອງ​ສະ​ທ້ອນ​ແສງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.