​2010–2019
“ຈົ່ງ​ເດີນ​ໄປ​ກັບ​ເຮົາ”
ເດືອນ​ເມສາ 2017


“ຈົ່ງ​ເດີນ​ໄປ​ກັບ​ເຮົາ”

ການ​ແຕ່ງຕັ້ງ​ຂອງ​ເຮົາ​ສູ່​ຖາ​ນະ​ປະ​ໂລ​ຫິດ ເປັນ​ການ​ເຊື້ອ​ເຊີນ ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເດີນ​ໄປ​ກັບ​ພຣະ​ອົງ, ເຮັດ​ສິ່ງ​ທີ່​ພຣະ​ອົງ​ເຮັດ, ຮັບ​ໃຊ້​ໃນ​ວິ​ທີ​ທີ່​ພຣະ​ອົງ​ຮັບ​ໃຊ້.

ອ້າຍ​ນ້ອງ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ຄື​ການ​ທີ່​ຈະ​ໃຫ້​ທ່ານ​ໝັ້ນ​ໃຈ​ໄດ້ ແລະ ລາບ​ລື້ນ, ໃນ​ການ​ຮັບ​ໃຊ້​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ. ໃນ​ບາງ​ວິ​ທີ, ມັນ​ກໍຄ້າຍ​ຄືສິ່ງ​ທີ່​ຂ້າ​ພະ​ເຈົ້າ​ວາດ​ພາບ​ໄວ້​ກ່ຽວ​ກັບພຣະ​ອົງ​ ຕອນ​ພຣະ​ອົງ​ໄດ້​ພົບ​ກັບ​ເສດ​ຖີ​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄດ້​ຖາມ​ພຣະ​ອົງ​ວ່າ, “ຂ້າ​ນ້ອຍ​ຄວນ​ເຮັດ​ຄວາມ​ດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?” (ມັດ​ທາຍ 19:16). ບາງ​ທີ​ທ່ານ​ກໍ​ມີ​ຄວາມ​ຄິດ​ແບບ​ດຽວ​ກັນ​ນີ້, ດັ່ງ​ທີ່​ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ສົງ​ໄສ​ວ່າ​ການ​ຮັບ​ໃຊ້​ຂອງ​ທ່ານ ໄດ້​ຖືກ​ຮັບ​ຮອງ​ແລ້ວ​ບໍ. ແລະ ໃນ​ເວ​ລາ​ດຽວ​ກັນ, ທ່ານ​ອາດ​ຮູ້​ສຶກ​ວ່າ ມີ​ຫລາຍ​ສິ່ງ​ອື່ນ​ອີກ​ທີ່​ທ່ານ​ຈະ​ຕ້ອງ​ເຮັດ—ບາງ​ທີ ມີ​ຫລາຍ​ກວ່າ​ນັ້ນ! ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ຈະ​ສາ​ມາດ​ສື່​ສານ​ຄວາມ​ເຫັນ​ພ້ອມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຊົງ​ຮັກ ສຳ​ລັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ຜ່ານ​ມາ, ແລະ ໃຫ້​ກຳ​ລັງ​ກັບ​ສິ່ງ​ທີ່​ທ່ານ​ຈະ​ເຮັດ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ອົງ, ທ່ານ​ຈະ​ບັນ​ລຸ​ໃນ​ຖາ​ນະ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ເສດ​ຖີ​ໜຸ່ມ​ຄົນ​ນັ້ນ​ໄດ້​ຖືກ​ຂໍ​ໃຫ້ ໄປ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ ​ແລະ​ ​ແຈກ​ທານ​ໃຫ້​ແກ່​ຄົນ​ຍາກຈົນ ແລະ ມາ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ; ຄວາມ​ກ້າວ​ໜ້າ​ໃນ​ອະ​ນາ​ຄົດ​ຂອງ​ທ່ານ ອາດ​ບໍ່​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ເຊັ່ນ​ນັ້ນ, ແຕ່​ອາດ​ຖືກ​ຮຽກ​ຮ້ອງ​ໃຫ້​ເສຍ​ສະ​ລະ ໃນທາງ​ໃດ​ ຫລື​ ທາງໜຶ່ງ. ໃນ​ທາງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ ຈະ​ບໍ່​ເຮັດ​ໃຫ້​ທ່ານ “ອອກ [ໄປ] ດ້ວຍ​ຄວາມ​ໂສກ​ເສົ້າ” ຄື​ກັນ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ. (ເບິ່ງ ມັດ​ທາຍ 19:20–22.) ແຕ່, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະໄປ​ຕາມ​ທາງ​ຂອງ​ທ່ານ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ (ເບິ່ງ D&C 84:105) ເພາະ​ວ່າ​ທ່ານ​ຢາກ​ພັດ​ທະ​ນາ​ຕົນ ​ແລະ ທ່ານ​ຄິດ​ວ່າ ທ່ານ​ສາມາດ.

ເຖິງ​ແມ່ນ​ຈະ​ເປັນ​ແນວ​ນັ້ນ, ກໍ​ເປັນ​ເລື່ອງ​ທຳ​ມະ​ດາ ທີ່​​ຮູ້​ສຶກ​ບໍ່​ພຽບ​ພ້ອມ ເມື່ອ​ເຮົາ​ຄິດ​ເຖິງ​ສິ່ງ​ທີ່​ພຣະ​​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຮົາ​​ໃຫ້​ມາ​ເຮັດ. ຕາມ​ຈິງ​ແລ້ວ, ຖ້າ​ຫາກ​ທ່ານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ທ່ານ​ຮູ້​ສຶກ​ວ່າ ທ່ານ​ມີ​ຄວາມ​ສາ​ມາດຫລາຍ ທີ່​ຈະ​ບັນ​ລຸ​ໜ້າ​ທີ່​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ, ແຕ່​ຂ້າ​ພະ​ເຈົ້າ​ອາດ​ເປັນ​ຫ່ວງ​ວ່າ​ທ່ານ​ຍັງ​ບໍ່​ເຂົ້າ​ໃຈ​ມັນ​ເທື່ອ. ກົງ​ກັນ​ຂ້າມ, ຖ້າ​ຫາກ​ທ່ານ​ບອກ​ຂ້າ​ພະ​ເຈົ້າ​ວ່າ ທ່ານ​ຮູ້​ສຶກ​ຢາກ​ຍອມ​ແພ້ ເພາະ​ວ່າ​ໜ້າ​ທີ່​ນັ້ນ ແມ່ນ​ເກີນ​ກວ່າ​ຄວາມ​ສາ​ມາດ​ຂອງ​ທ່ານ, ແລ້ວ ຂ້າ​ພະ​ເຈົ້າ​ກໍ​ຢາກ​ຈະ​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂະ​ຫຍາຍ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ໃຫ້​ເຮັດ​ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.

ມັນ​ກໍ​ເປັນ​ແບບ​ນັ້ນ​ໃນ​ການ​ເອີ້ນ​ຂອງ​ຂ້າ​ພະ​ເຈົ້າ ຄື​ກັນ​ກັບ​ໃນ​ການ​ເອີ້ນ​ຂອງ​ທ່ານ. ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຮົາ ສາ​ມາດ​ເຮັດ​ວຽກ​ງານ​ຂອງຖາ​ນະ​ປະ​ໂລ​ຫິດ​ໄດ້, ແລະ ເຮັດ​ໄດ້​ດີ​ທີ່​ສຸດ, ພຽງ​ແຕ່​ເພິ່ງ​ພາ​ສະ​ຕິ​ປັນ​ຍາ ແລະ ພອນ​ສະ​ຫວັນ​ຂອງ​ຕົນ​ເອງ. ເປັນ​ເພາະ​ວ່າ ວຽກ​ງານ​ນີ້ ບໍ່​ແມ່ນ​ຂອງ​ເຮົາ—ມັນ​ແມ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ສະ​ນັ້ນ ວິ​ທີ​ດຽວ​ທີ່​ຈະ​ບັນ​ລຸ​ມັນ​ໄດ້ ແມ່ນ​ຕ້ອງ​ເພິ່ງ​ອາ​ໄສ​ພຣະ​ອົງ, ບໍ່​ວ່າ​ທ່ານ​ເປັນ​ມັກ​ຄະ​ນາ​ຍົກ​ຄົນ​ໃໝ່ ຊຶ່ງ​ຖືກ​ມອບ​ໝາຍ​ໃຫ້​ນຳ​ສ່ວນ​ນ້ອຍ​ໜຶ່ງ​ຂອງ​ອຳ​ນາດ​ທາງ​ວິນ​ຍານ​ມາ​ສູ່​ພິ​ທີ​ການ​ຂອງ​ສິນ​ລະ​ລຶກ​ກໍ​ຕາມ; ຫລື ທ່ານ​ເປັນ​ຄູ​ສອນ​ປະ​ຈຳ​ບ້ານ​ໜຸ່ມ ທີ່​ຖືກ​ມອບ​ໝາຍ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ຮັກ ແລະ ປະ​ຕິ​ບັດ​ຕໍ່​ຄອບ​ຄົວ​ທີ່​ທ່ານ​ບໍ່​ຮູ້​ຈັກ ແລະ ຜູ້​ທີ່​ບໍ່​ຢາກ​ໄດ້​​ຄວາມ​ຮັກຂອງ​ທ່ານ ຫລື ການ​ປະ​ຕິ​ບັດ​ຈາກ​ທ່ານ; ຫລື ເປັນ​ພໍ່​ຜູ້​ຮູ້​ວ່າ ທ່ານ​ປົກ​ຄອງ​ຄອບ​ຄົວ​ຂອງ​ທ່ານ​ໄດ້​ດ້ວຍ​ຄວາມ​ຊອບ​ທຳ, ແຕ່​ບາງ​ທີ ທ່ານ​ບໍ່​ແນ່​ໃຈ​ວ່າ​ຈະ​ເຮັດ​ໃນ​ວິ​ທີ​ໃດ, ແລະ ເບິ່ງ​ຄື​ວ່າ ເວລາ​ກໍ​ມີ​ໜ້ອຍ, ເພາະ​ລູກໆ​ເຕີບ​ໃຫຍ່​ໄວ ແລະ ໂລກ​ກໍ​ເບິ່ງ​ຄື​ວ່າ ຮຸນ​ແຮງ ແລະ ບໍ່​ເປັນ​ມິດ.

ສະ​ນັ້ນ ຖ້າ​ຫາກ​ທ່ານ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ເລັກ​ນ້ອຍ, ໃຫ້​ຄິດ​ວ່າ​ມັນ​ເປັນ​ເຄື່ອງ​ໝາຍ​ທີ່​ດີ. ມັນ​ບອກ​ທ່ານ​ວ່າ ທ່ານ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ໄວ້​ວາງ​ໃຈ​ຢ່າງ​ໃຫຍ່​ຫລວງ ທີ່​ພຣະ​ເຈົ້າ​ມີ​ໃນ​ຕົວ​ທ່ານ. ມັນ​ໝາຍ​ຄວາມ​ວ່າ ທ່ານ​ມີ​ຄວາມ​ເຂົ້າ​ໃຈ​ເລັກ​ນ້ອຍ​ວ່າ ຖາ​ນະ​ປະ​ໂລ​ຫິດ​ຄື​ຫຍັງ.

ມີ​ຄົນ​ຈຳ​ນວນ​ໜ້ອຍ​ໜຶ່ງ​ຢູ່​ໃນ​ໂລກ​ນີ້ ທີ່​ເຂົ້າ​ໃຈ. ເຖິງ​ແມ່ນ​ບາງ​ຄົນ​ສາ​ມາດ​ທ່ອງ​ຂຶ້ນ​ໃຈ​ຄວາມ​ໝາຍ ອາດ​ຍັງ​ບໍ່​ເຂົ້າ​ໃຈ​ມັນ​ຄັກ​ເທື່ອ. ມີ​ບາງ​ຂໍ້​ໃນ​ພຣະ​ຄຳ​ພີ, ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ ທີ່​ເຂົາ​ເຈົ້າ​ມີ, ສາ​ມາດ​ຮູ້​ສຶກ​ຢ່າງ​ເລິກ​ຊຶ້ງ ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ທີ່​ໜ້າ​ງຶດ​ງໍ້. ຕໍ່​ໄປ​ນີ້​ແມ່ນ​ຂໍ້​ພຣະຄຳ​ພີບາງ​ຈຳ​ນວນ​ນັ້ນ:

ອຳ​ນາດ ແລະ ສິດ​ອຳ​ນາດ … ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ຄື​ທີ່​ຈະ​ຖື​ຂໍ​ກະ​ແຈ​ຂອງ​ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ—

ການ​ມີ​ສິດ​ທິ​ພິ​ເສ​ດ​ທີ່ຈະ​ຮັບ​ເອົາ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ສະ​ຫວັນ, ​ໃຫ້​ຟ້າ​ສະ​ຫວັນ​ເປີດ​ແກ່​ພວກ​ເຂົາ, ເພື່ອ​ຕິດ​ຕໍ່​ກັບ​ການ​ຊຸມ​ນຸມ​ໃຫຍ່ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ບຸດ​ຫົວ​ປີ, ແລະ ຊື່ນ​ຊົມ​ກັບ​ການ​ພົວ​ພັນ ແລະ ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ພຣະ​ເຢ​ຊູ​ຄຣິດ​ຜູ້​ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່.

ອຳ​ນາດ ແລະ ສິດ​ອຳ​ນາດ ... ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ, ຄື​ການ​ຖື​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ (ເບິ່ງ D&C 107:18–20).

ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ ສະ​ແດງ​ໃຫ້​ປະ​ຈັກ. …

ເພາະ​ປາດ​ສະ​ຈາກ​ສິ່ງ​ນີ້ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ໄດ້​ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິ​ດາ, ແລະ ມີ​ຊີ​ວິດ​ຢູ່ (ເບິ່ງ D&C 84:20, 22).

“ຖາ​ນະ​ປະ​ໂລ​ຫິດ​ສູງ​ນີ້ ເປັນ​ໄປ​ຕາມ​ລະ​ບຽບ​ຂອງ​ພຣະ​ບຸດ [ຂອງ​ພຣະ​ເຈົ້າ], ຊຶ່ງ​ລະ​ບຽບ​ນີ້​ເປັນ​ມາ​ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ; ຫລື ອີກ​ຄຳ​ໜຶ່ງ, ບໍ່​ມີ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ບ່ອນ​ຈົບ​ຂອງ​ປີ​ເລີຍ, ໂດຍ​ຖືກ​ຕຽມ​ໄວ້​ຈາກ​ຊົ່ວ​ນິ​ລັນ​ດອນ ເຖິງ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ​ ຕາມ​ຄວາມ​ຮູ້​ລ່ວງ​ໜ້າ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ພຣະ​ອົງ” (ແອວ​ມາ 13:7).

“ທຸກ​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຕາມ​ລະ​ບຽບ ແລະ ການ​ເອີ້ນ​ຈະ​ມີ​ພະ​ລັງ, ໂດຍ​ສັດ​ທາ, ເພື່ອ​ທຳ​ລາຍ​ພູ​ເຂົາ, ເພື່ອ​ແຍກ​ທະ​ເລ, ເພື່ອ​ເຮັດ​ໃຫ້​ນ້ຳ​ແຫ້ງ, ເພື່ອ​ປ່ຽນ​ສາຍ​ນ້ຳອອກ​ຈາກ​ເສັ້ນ​ທາງ​ເດີນ​ຂອງ​ມັນ;

“ເພື່ອ​ຕໍ່​ຕ້ານ​ບັນ​ດາ​ກອງ​ທັບ​ຂອງ​ປະ​ຊາ​ຊາດ, ເພື່ອ​ແຍກ​ແຜ່ນ​ດິນ​ໂລກ, ເພື່ອ​ຕັດ​ສາຍ​ຮັດ​ທຸກ​ເສັ້ນ, ເພື່ອ​ຢືນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ເພື່ອ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ອົງ, ປາບ​ເຂດ​ປົກ​ຄອງ ແລະ ອຳ​ນາດ​ທັງ​ຫລາຍ; ແລະ ສິ່ງ​ນີ້​ໂດຍ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ຊຶ່ງ​ດຳ​ລົງ​ຢູ່​ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ” (Joseph Smith Translation, Genesis 14:30–31 [in the Bible appendix]).

ວິ​ທີ​ໜຶ່ງ ທີ່​ຈະ​ຕອບ​ຮັບ​ກັບ​ຄຳ​ບັນ​ຍາຍ​ອັນ​ດົນ​ໃຈ​ທີ່​ໜ້າ​ງຶດ​ງໍ້​ນັ້ນ ຂອງ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ ຄື​ການ​ຄິດ​ວ່າ ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ຕົວ​ເຮົາ. ວິ​ທີ​ໜຶ່ງ​ອີກ​ທີ່​ຈະ​ຕອບ​ຮັບ​ແມ່ນ ການ​ຄິດ​ໄຕ່​ຕອງ​ກ່ຽວ​ກັບ​ຈິດ​ວິນ​ຍານ​ຂອງ​ເຮົາ, ທູນ​ຖາມ​ຢູ່​ໃນ​ໃຈ ເຊັ່ນ​ວ່າ: ເຮົາ​ເຄີຍ​ຮູ້​ສຶກ​ບໍ​ວ່າ ສະ​ຫວັນ​ໄດ້​ເປີດ​ໃຫ້​ແກ່​ເຮົາ? ມີ​ຄົນ​ໃຊ້​ຄຳ​ວ່າ “ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ” ຢູ່​ບໍ ເພື່ອ​ບັນ​ຍາຍ​ເຖິງ​ການ​ຮັບ​ໃຊ້​ແຫ່ງຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ? ເຮົາ​ໄດ້​ນຳ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ” ເຂົ້າ​ໄປ​ສູ່​ຊີ​ວິດ​ຂອງ​ຄົນ​ທີ່​ເຮົາ​ຮັບ​ໃຊ້​ບໍ? ເຮົາ​ເຄີຍ​ທຳ​ລາຍ​ພູ​ເຂົາ​ບໍ, ຕໍ່​ຕ້ານ​ກອງ​ທັບ, ຕັດ​ສາຍ​ຮັດ​ຂອງ​ບາງ​ຄົນ, ຫລື ປາບ​ອຳ​ນາດ​ຂອງ​ໂລກ​ບໍ—ເຖິງ​ແມ່ນ ມັນ​ເປັນ​ຄຳ​ປຽບ​ທຽບ​ກໍ​ຕາມ—ໃນ​ການ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ?

ການ​ສຳ​ຫລວດ​ຕົນ​ເອງ​ເຊັ່ນ​ນັ້ນ ຈະ​ນຳ​ຄວາມ​ຮູ້​ສຶກ​ມາ​ໃຫ້​ສະ​ເໝີ​ວ່າ ເຮົາ​ສາ​ມາດ​ເຮັດ​ໄດ້​ຫລາຍ​ກວ່າ​ເກົ່າ ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ມັນ​ຈະ​ນຳ​ຄວາມ​ຮູ້​ສຶກ​ທີ່​ທ່ານ​ ຢາກ ເຮັດ​ຫລາຍ​ກວ່າ​ເກົ່າ ມາ​ສູ່​ທ່ານ—ຢາກ​ມີ​ພາກ​ສ່ວນ​ຫລາຍ​ຂຶ້ນ ໃນ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ ເປັນ​ຂັ້ນ​ຕອນ​ທຳ​ອິດ ສຳ​ລັບ​ການ​ກາຍ​ເປັນ​ຄົນ​ທີ່​​ຄວນ​ເປັນ ໃນການ​ຮັບ​ໃຊ້​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ.

ຂັ້ນ​ຕອນ​ຕໍ່​ໄປ ມີ​ບັນ​ຍາຍ​ໃນ​ການ​ສົນ​ທະ​ນາ​ລະ​ຫວ່າງ​ພຣະ​ເຢ​ໂຮ​ວາ ກັບ ເອ​ນົກ. ເຮົາ​ຮູ້​ວ່າ ເອ​ນົກ ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່ ຜູ້​ໄດ້​ສ້າງ​ເມືອງ​ຊີ​ໂອນ ໃນ​ໄລ​ຍະ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ທີ່​ສຸດ. ແຕ່​ກ່ອນ​ເພິ່ນ​ໄດ້​ມາ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່, ເອ​ນົກ​ໄດ້​ເຫັນ​ຕົວ​ເອງ​ວ່າ​ເປັນພຽງ​ຄົນ​ໜຸ່ມ, … ເວົ້າ​ຜ່ຳ, ແລະ ທຸກ​ຄົນ​ກຽດ​ຊັງເພິ່ນ (ເບິ່ງ Moses 6:31). ໃຫ້​ເຮົາ​ມາ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ກ່າວ​ໃຫ້​ກຳ​ລັງ​ໃຈ​ເອນົກ. ​ພຣະ​ຄຳ​ຂອງ​ພຣະ​ອົງ​ແມ່ນສຳ​ລັບ​ທ່ານ​ນຳ​ອີກ ຜູ້​ໄດ້​ຖືກ​ເອີ້ນ​ໃຫ້​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ ໃນ​ຖາ​ນະ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ:

ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ອອກ​ໄປ ແລະ ເຮັດ​ດັ່ງ​ທີ່​ເຮົາ​ບັນ​ຊາ​ເຈົ້າ, ແລະ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ສຽບ​ແທງ​ເຈົ້າ. ຈົ່ງ​ເປີດ​ປາກ​ຂອງ​ເຈົ້າ, ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເຕັມ, ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເອີ່ຍ​ປາກ, ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ, ແລະ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ເຫັນ​ວ່າ​ດີ. ...

ຈົ່ງ​ເບິ່ງ ພຣະ​ວິນ​ຍານ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ, ດັ່ງ​ນັ້ນ ຖ້ອຍ​ຄຳ​ຂອງ​ເຈົ້າ​ທັງ​ໝົດ​ເຮົາ​ຈະ​ຮັບ​ຮອງ; ແລະ ພູ​ເຂົາ​ຈະ​ຫລົບ​ໜີ​ໄປ​ຕໍ່​ໜ້າ​ເຈົ້າ, ແລະ ແມ່​ນ້ຳ​ຈະ​ໄຫລ​ຫັນ​ໜີ​ຈາກ​ເສັ້ນ​ທາງ​ຂອງ​ມັນ; ແລະ ເຈົ້າ​ຈະ​ສະ​ໜິດ​ຢູ່​ໃນ​ເຮົາ, ແລະ ເຮົາ​ຈະ​ສະ​ໜິດ​ຢູ່​ໃນ​ເຈົ້າ; ສະ​ນັ້ນ​ຈົ່ງ​ເດີນ​ໄປ​ກັບ​ເຮົາ (ເບິ່ງ Moses 6:32, 34).

ອ້າຍ​ນ້ອງ​ທັງ​ຫລາຍ, ​ການ​ແຕ່ງຕັ້ງ​ຂອງ​ເຮົາ​ສູ່​ຖາ​ນະ​ປະ​ໂລ​ຫິດ ເປັນ​ການ​ເຊື້ອ​ເຊີນ ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ເດີນ​ໄປ​ກັບ​ພຣະ​ອົງ. ແລະ ການ​ເດີນ​ໄປ​ກັບ​ພຣະ​ອົງ ໝາຍ​ຄວາມ​ວ່າ​ແນວ​ໃດ? ມັນ​ໝາຍ​ຄວາມ​ວ່າ ເຮັດ​ສິ່ງ​ທີ່​ພຣະ​ອົງ​ເຮັດ, ຮັບ​ໃຊ້​ໃນ​ວິ​ທີ​ທີ່​ພຣະ​ອົງ​ຮັບ​ໃຊ້. ພຣະ​ອົງ​ໄດ້​ເສຍ​ສະ​ລະ​ຄວາມສຸກ​ສະ​ບາຍ​ຂອງ​ພຣະ​ອົງ​ເອງ ເພື່ອ​ໃຫ້​ພອນ​ແກ່​ຄົນ​ທີ່​ຂັດ​ສົນ, ນັ້ນ​ຄື​ສິ່ງ​ທີ່​ເຮົາ​ພະ​ຍາ​ຍາມ​ເຮັດ. ພຣະ​ອົງ​ມັກ​ສັງ​ເກດ​ເຫັນ​ຜູ້​ຄົນ​ທີ່​ຖືກ​ມອງ​ຂ້າມ ແລະ ແມ່ນ​ແຕ່​ຖືກ​ສັງ​ຄົມ​ລັງ​ກຽດ, ນັ້ນ​ຄື​ສິ່ງ​ທີ່​ເຮົາ​ພະ​ຍາ​ຍາມ​ເຮັດ​ຄື​ກັນ. ພຣະ​ອົງ​ໄດ້​ເປັນ​ພະ​ຍານ​ຢ່າງ​ກ້າ​ຫານ ແຕ່​ດ້ວຍ​ຄວາມ​ຮັກ ເຖິງ​ຄຳ​ສອນ​ທີ່​ເປັນ​ຄວາມ​ຈິງ ຊຶ່ງ​ພຣະ​ອົງ​ໄດ້​ຮັບ​ມາ​ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ຈະ​ບໍ່​ຖືກ​ນິ​ຍົມ​ກໍ​ຕາມ, ແລະ ສິ່ງນັ້ນ​ເຮົາ​ກໍ​ຕ້ອງ​ເຮັດ​ຄື​ກັນ. ພຣະ​ອົງ​ໄດ້​ກ່າວ​ກັບ​ທຸກ​ຄົນ​ວ່າ, “ຈົ່ງ​ມາ​ຫາ​ເຮົາ” (ມັດ​ທາຍ 11:28), ​ແລະ ພວກ​ເຮົາ​ກ່າວ​ກັບ​ທຸກ​ຄົນ​ວ່າ, “ຈົ່ງ​ມາ​ຫາ​ພຣະອົງ.” ໃນ​ຖາ​ນະ​ທີ່​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ, ເຮົາ​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ. ເຮົາ​ບໍ່​ໄດ້​ເຮັດ​ເພື່ອ​ຕົວ​ເອງ ແຕ່​ເພື່ອ​ພຣະ​ອົງ. ເຮົາ​ບໍ່​ໄດ້​ກ່າວ​ດ້ວຍ​ຖ້ອຍ​ຄຳ​ຂອງ​ເຮົາ​ເອງ ແຕ່​ດ້ວຍພຣະ​ຄຳ​ຂອງ​ພຣະ​ອົງ. ຜູ້​ຄົນ​ທີ່​ເຮົາ​ຮັບ​ໃຊ້ ຈະ​ມາ​ຮູ້​ຈັກ​ພຣະ​ອົງ​ດີ​ຂຶ້ນ ເພາະ​ການ​ຮັບ​ໃຊ້​ຂອງ​ເຮົາ.

ເມື່ອ​ເຮົາ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ຈະ “ເດີນ​ໄປ​ກັບ​ພຣະ​ອົງ,” ໄວ​ຂຶ້ນ​ເທົ່າ​ໃດ, ສະ​ພາບ​ຂອງ​ການ​ຮັບ​ໃຊ້​ແຫ່ງຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ ຈະ​ປ່ຽນ​ແປງ​ໄວ​ຂຶ້ນ​ເທົ່າ​ນັ້ນ. ທຸກ​ສິ່ງ​ຈະ​ມີ​ລະ​ດັບ​ສູງ​ກວ່າ ແລະ ມີ​ກຽດ​ກວ່າ ແລະ ປະ​ສົບ​ຄວາມ​ສຳ​ເລັດ​ຫລາຍ​ກວ່າ, ເພາະ​ເຮົາ​ຮູ້​ວ່າ ເຮົາ​ບໍ່​ໄດ້​ຢູ່​ຕາມ​ລຳ​ພັງ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພະ​ລັງ​ທີ່​ຍິ່ງ​ໃຫຍ່​ນີ້ ເມື່ອ​ປະ​ທານ​ທອມມັສ ແອັສ ມອນ​ສັນ ໄດ້​ວາງ​ມື​ຂອງ​ເພິ່ນ ໃສ່​ຫົວ​ຂອງ​ຂ້າ​ພະ​ເຈົ້າ​ເມື່ອ​ເກົ້າ​ປີ​ກ່ອນ ແລະ ມອບ​ພອນ​ໃຫ້​ຂ້າ​ພະ​ເຈົ້າ ໃນ​ຕອນ​ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້ ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ເອີ້ນ​ປະ​ຈຸ​ບັນ​ນີ້. ໃນ​ພອນ​ນັ້ນ, ເພິ່ນ​ໄດ້​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ: ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ເອົາ​ທ່ານ, ທີ່​ນັ້ນ​ພຣະ​ອົງ​ຈະ​ຢູ່​ນຳ​ຄື​ກັນ, ເພາະ​ພຣະ​ອົງ​ຈະ​ອອກ​ໜ້າ​ທ່ານ. ພຣະ​ອົງ​ຈະ​ຢູ່​ທາງ​ເບື້ອງ​ຂວາ​ມື​ທ່ານ ແລະ ທາງ​ຊ້າຍ​ທ່ານ, ແລະ ​ພຣະວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ທ່ານ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ອ້ອມ​ຮອບ​ທ່ານ​ໄວ້, ເພື່ອ​ຄ້ຳ​ຊູ​ທ່ານ (ເບິ່ງ D&C 84:88).

ຂ້າ​ພະ​ເຈົ້າ​ໄດ້​ເພິ່ງ​ອາ​ໄສ​ຄຳ​ສັນ​ຍາ​ນັ້ນ​ຫລາຍ​ເທື່ອ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເປັນ​ຄວາມຈິງ ໃນ​ຫລາຍ​ວິ​ທີ​ທາງ ຕະ​ຫລອດ 72 ປີ ຂອງ​ການ​ຮັບ​ໃຊ້​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ໄດ້​ເກີດ​ຂຶ້ນ ຕອນ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຄົນ​ໃໝ່ ໂດຍ​ຖືກ​ມອບ​ໝາຍ​ໃຫ້​ຢາຍ​ສິນ​ລະ​ລຶກ. ໂດຍ​ທີ່​ຢ້ານ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ຜິດ, ຂ້າ​ພະ​ເຈົ້າ​ຈຶ່ງໄດ້​ອອກ​ໄປ​ນອກ​ຕຶກ​ໂບດ ກ່ອນ​ກອງ​ປະ​ຊຸມ ເພື່ອ​ອະ​ທິ​ຖານ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ. ຄຳ​ຕອບ​ໄດ້​ມາ​ເຖິງ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ກັບ​ຂ້າ​ພະ​ເຈົ້າ. ຂ້າພະ​ເຈົ້າຮູ້ສຶກ​ວ່າ ພຣະອົງ​ໝັ້ນ​ໃຈ​ໃນຂ້າພະ​ເຈົ້າ, ​ແລະ ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໝັ້ນ​ໃຈ​ໃນ​ພາກສ່ວນ​ຂອງ​ຂ້າພະ​ເຈົ້າ ​ໃນ​ວຽກ​ງານ​ຂອງ​ພຣະອົງ.

ມັນ​ໄດ້​ເກີດ​ຂຶ້ນ​ອີກ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ອະ​ທິ​ການ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ ຜູ້​ໄດ້​ເຮັດ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ ແລະ ບັດ​ນີ້ ຕ້ອງ​ຕັດສິນ​ໃຈ​ເຮັດສິ່ງ​ທີ່​ຍາກ ​ແລະ ປ່ຽນ​ແປງ​ຊີວິດ. ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ລົມ​ກັບ​ນາງ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຄຳ​ຕອບ ໃຫ້​ກັບ​ບັນ​ຫາ​ຂອງ​ນາງ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ ​ບໍ່​ຄວນ​ບອກ​ນາງ—ນາງ​ຕ້ອງ​ໄດ້​ຮັບ​ຄຳ​ຕອບ​ດ້ວຍ​ຕົວ​ເອງ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ນາງ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ພຣະ​ເຈົ້າ​ຈະ​ບອກ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ທູນ​ຖາມ​ພຣະ​ອົງ.” ຕໍ່​ມາ ນາງ​ໄດ້​ບອກ​ວ່າ ນາງ​ໄດ້​ທູນ​ຖາມ​ພຣະ​ອົງ, ແລະ ພຣະ​ອົງ​ກໍ​ໄດ້​ບອກ​ນາງ.

ມີ​ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ ຕອນ​ຂ້າພະ​ເຈົ້າ​ເປັນ​ອະທິການ—ເທື່ອ​ນີ້​ແມ່ນ​ຈາກ​ຕຳ​ຫລວດ. ລາວ​ບອກ​ວ່າ ມີຄົນ​ໜຶ່ງ​ເມົາ​ເຫລົ້າ ​ແລະ ໄດ້​ຂັບ​ລົດທະລຸ​ຝາ​ແກ້ວ ​ພຸ່ງ​ເຂົ້າ​ໃສ່ຫ້ອງ​ຮັບ​ແຂກ​ຂອງ​ທະ​ນາ​ຄານ. ເມື່ອ​ຜູ້​ຂັບ​ລົດ​ທີ່​ງົງ​ງັນ ຫລຽວ​ເຫັນ​ເຈົ້າ​ໜ້າ​ທີ່​ພ້ອມ​ດ້ວຍ​ອາ​ວຸດ, ລາວ​ຮ້ອງ​ຂຶ້ນ​ວ່າ, “ຢ່າ​ຍິງ! ຂ້ອຍ​ແມ່ນ​ຄົນມໍ​ມອນ!”

ຜູ້​ຂັບ​ລົດ​ທີ່​ເມົາ​ເຫລົ້າ​ຄົນ​ນັ້ນ ຖືກ​ພົບ​ວ່າ​ເປັນ​ສະ​ມາ​ຊິກ​ໃນ​ຫວອດ​ຂອງ​ຂ້າ​ພະ​ເຈົ້າ, ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ລໍ​ຖ້າ ເພື່ອ​ເວົ້າ​ລົມ​ກັບ​ລາວ ຢູ່​ໃນ​ຫ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ວ່າ ຈະ​ເວົ້າ​ແນວ​ໃດ​ກັບ​ລາວ ເພື່ອ​ໃຫ້​ລາວ​ຮູ້​ສຶກ​ເສຍ​ໃຈ​ກັບ​ການ​ລະ​ເມີດ​ພັນ​ທະ​ສັນ​ຍາ​ຂອງ​ລາວ ແລະ ນຳ​ຄວາມ​ອັບ​ອາຍ​ມາ​ໃຫ້​ສາດ​ສະ​ໜາ​ຈັກ. ແຕ່​ຂະ​ນະ​​ທີ່​ຂ້າ​ພະ​ເຈົ້າ​ຫລຽວ​ເບິ່ງ​ໜ້າ​ລາວ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຢູ່​ໃນ​ໃຈ, ​ແຈ່ມ​ແຈ້ງ​ຄື​​ມີ​ຄົນ​ເວົ້າກັບ​ຂ້າພະ​ເຈົ້າວ່າ, “ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ລາວ ດັ່ງ​ທີ່​ເຮົາ​ເຫັນ​ລາວ.” ແລະ ແລ້ວ, ບຶດ​ໜຶ່ງ, ລັກ​ສະ​ນະ​ຂອງ​ລາວ​ໄດ້​ປ່ຽນ​ໄປຢູ່​ຕໍ່ໜ້າ​ຂ້າພະ​ເຈົ້າ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ຊາຍ​ໜຸ່ມ​ທີ່​ສັບ​ສົນ, ແຕ່​ໄດ້​ເຫັນ​ລາວ​ເປັນ​ຄົນສະຫລາດ ແລະ ເປັນ​ບຸດ​ທີ່​ມີ​ກຽດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ມີ​ຕໍ່​ລາວ. ພາບ​ນັ້ນ ໄດ້​ປ່ຽນ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ. ມັນ​ໄດ້​ປ່ຽນ​ຂ້າ​ພະ​ເຈົ້າ​ນຳ​ອີກ.

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ ຈາກ​ປະ​ສົບ​ການ ທີ່​ໄດ້​ເດີນ​ໄປ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ກັບ​ທ່ານ​ສາມ​ຢ່າງ. ​ຢ່າງ​ທີ​ໜຶ່ງ ພຣະ​ເຈົ້າ​ຮູ້ ແລະ ຈະ​ສະ​ໜັບ​ສະ​ໜູນ ແມ່ນ​ແຕ່​ມັກ​ຄະ​ນາ​ຍົກ​ຄົນ​ໃໝ່. ທ່ານ​ບໍ່​ຕ້ອງ​ຮູ້​ສຶກ​ວ່າ ທ່ານ​ຕ່ຳ​ຕ້ອຍ ຫລື ບໍ່​ສຳ​ຄັນ​ຕໍ່​ພຣະ​ອົງ ພໍ​ທີ່​ພຣະ​ອົງ​ຈະ​ມາ​ສົນ​ໃຈ​ກັບ​ທ່ານ ແລະ ສົນ​ໃຈ​ກັບ​ການ​ຮັບ​ໃຊ້ ທີ່​ທ່ານ​ໄດ້​ເຮັດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ຢ່າງ​ທີ​ສອງ ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ແກ້​ໄຂ​ບັນ​ຫາ​ເທົ່າ​ນັ້ນ; ມັນ​ແມ່ນ​ເພື່ອ​ການ​​ເສີມສ້າງ​ຜູ້​ຄົນ. ສະ​ນັ້ນ ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ໄປ​ກັບ​ພຣະ​ອົງ ໃນ​ການ​ຮັບ​ໃຊ້​ແຫ່ງຖາ​ນະ​ປະ​ໂລ​ຫິດ, ທ່ານ​ອາດ​ພົບ​ວ່າ ບາງ​ເທື່ອ ສິ່ງ​ທີ່​ເບິ່ງ​ຄື່​ວ່າ ເປັນ​ການ​ແກ້​ໄຂ​ທີ່​ເໝາະ​ສົມ​ແລ້ວ ແຕ່​ມັນ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ເລືອກ​ເຮັດ ເພາະ​ມັນ​ບໍ່​ຊ່ວຍ​ໃຫ້​ຜູ້​ຄົນ​ເຕີບ​ໂຕ. ຖ້າ​ຫາກ​ທ່ານ​ເຊື່ອ​ຟັງ, ພຣະ​ອົງ​ຈະ​ສອນ​ທ່ານ​ເຖິງ​ວິ​ທີ​ຂອງ​ພຣະ​ອົງ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ບໍ​ລິ​ຫານ​ໂຄງ​ການ​ໃຫ້​ມີ​ປະ​ສິດ​ທິ​ພາບ​ເທົ່າ​ນັ້ນ; ມັນ​ແມ່ນເພື່ອ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ (ເບິ່ງ Moses 1:39). ເພາະ​ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ປະ​ທານ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ໃຫ້​ແກ່​ມະ​ນຸດ​ທີ່​ຂາດ​ຕົກ​ບົກ​ພ່ອງ​ດັ່ງ​ທ່ານ ແລະ ຂ້າ​ພະ​ເຈົ້າ ແລະ ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ຄວາມ​ກ້າວ​ໜ້າ​ຂອງ​ເຮົາ ຄື ວຽກ​ງານ​ຂອງ​ພຣະ​ອົງ!

ບັດ​ນີ້ ບົດ​ຮຽນ​ຢ່າງ​ທີ​ສາມ: ການ​ເດີນ​ໄປ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ການ​ຮັບ​ໃຊ້​ແຫ່ງຖາ​ນະ​ປະ​ໂລ​ຫິດ ຈະ​ປ່ຽນ​ວິ​ທີ​ທີ່​ທ່ານ​ເບິ່ງ​ຄົນ​ອື່ນ. ພຣະ​ອົງ​ຈະ​ສິດ​ສອນ​ທ່ານ ໃຫ້​ເຫັນ​ເຂົາ​ເຈົ້າ ຜ່ານ​ພຣະ​ເນດ​ຂອງ​ພຣະ​ອົງ, ຊຶ່ງ​ໝາຍ​ຄວາມ​ວ່າ ການ​ມອງ​ຂ້າມ​ລັກ​ສະ​ນະພາຍ​ນອກ ແລະ ​ເບິ່ງເຂົ້າ​ໄປ​ໃນ​ຫົວ​ໃຈ (ເບິ່ງ 1 ຊາ​ມູ​ເອນ 16:7). ນີ້​ຄື​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ເຫັນ​ຊີ​ໂມນ ບໍ່​ພຽງ​ແຕ່​ເປັນ​ນັກ​ປະ​ມຸງ​ເທົ່າ​ນັ້ນ ແຕ່​ເປັນ​ເປໂຕ, ເປັນ​ຜູ້​ນຳ​ທີ່​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ (ເບິ່ງ ລູກາ 5:1–11). ນີ້​ຄື​ວິ​ທີ​ທີ່​ພຣະ​ອົງ​ສາ​ມາດ​ເຫັນ​ຊັກ​ຂ່າຍ ບໍ່​ພຽງ​ແຕ່​ເປັນ​ນາຍ​ດ່ານ​ພາ​ສີ​ທີ່​ສໍ້​ໂກງ ດັ່ງ​ທີ່​ຄົນ​ອື່ນ​ຄິດ​ເທົ່າ​ນັ້ນ ແຕ່​ເປັນ​ຄົນ​ຊື່​ສັດ, ເປັນ​ລູກ​ຫລານ​ທີ່​ດີ​ຂອງ​ອັບ​ຣາ​ຮາມ​ຄົນ​ໜຶ່ງ (ເບິ່ງ ລູກາ 19:1–9). ຖ້າ​ຫາກ​ທ່ານ​ເດີນ​ໄປ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດົນ​ພໍ, ທ່ານ​ຈະ​ຮູ້​ຈັກ​ວິ​ທີ​ເບິ່ງ​ຄົນ​ອື່ນ ວ່າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ​ອັນ​ບໍ່​ມີ​ຂອບ​ເຂດ, ບໍ່​ວ່າ​ອະ​ດີດ​ຂອງ​ເຂົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ແລະ ຖ້າ​ຫາກ​ທ່ານ​ສືບ​ຕໍ່​ເດີນ​ໄປ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ຈະ​ພັດ​ທະ​ນາ​ຂອງ​ປະ​ທານ​ອີກ​ຢ່າງ​ໜຶ່ງ ທີ່​ພຣະ​ອົງ​ມີ—ຄື​ຄວາມ​ສາ​ມາດ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ເຫັນ ສັກ​ກະ​ຍະ​ພາບ​ທີ່​ຢູ່​ໃນ​ຕົວ​ຂອງ​ເຂົາ​ເອງ ແລະ ກັບ​ໃຈ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ຫລາຍ​ວິ​ທີ​ທາງ, ເຮົາ​ກໍ​ເປັນ​ເໝືອນ​ດັ່ງ​ສາ​ນຸ​ສິດ​ສອງ​ຄົນ ທີ່​ໄດ້​ເດີນ​ຕາມ​ທາງ​ໄປ​ເມືອງ​ເອ​ມາ​ອູດ ໃນ​ວັນ​ອາ​ທິດ​ຂອງ​ວັນ​ອິດ​ສະ​ເຕີ ເທື່ອ​ທຳ​ອິດ​ນັ້ນ. ມັນ​ເປັນ​ມື້​ແຫ່ງ​ການ​ຟື້ນ​ຄືນ​ພຣະ​ຊົນ, ແຕ່​ພວກ​ເພິ່ນ​ບໍ່​ແນ່​ໃຈ​ວ່າ ມັນ​ມີ​ການ​ຟື້ນ​ຄືນ​ພຣະ​ຊົນ ຫລື ຮູ້​ຈັກ​ວ່າ ການ​ຟື້ນ​ຄືນ​ພຣະ​ຊົນ​ຄື​ຫຍັງ. ພວກ​ເພິ່ນ “ຫວັງ​ວ່າ [ພຣະ​ເຢ​ຊູ​ແຫ່ງ​ນາ​ຊາ​ເຣັດ] ຈະ​ປົດ​ປ່ອຍ​ຊາວ​ອິດ​ສະ​ຣາ​ເອນ,” ແຕ່​ພວກ​ເພິ່ນ “ມີ​ໃຈ​ເສີຍ​ຊ້າ” ຕໍ່​ທຸກ​ສິ່ງ​ທີ່​ພຣະ​ຄຳ​ພີ ໄດ້​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ. ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ເດີນ​ໄປ ແລະ ໃຫ້​ເຫດ​ຜົນ​ກ່ຽວ​ກັບ​ເລື່ອງ​ນີ້, “ພຣະ​ເຢ​ຊູ​ກໍ​ສະ​ເດັດ​ມາ​ໃກ້, ແລະ ຮ່ວມ​ເດີນ​ທາງ​ໄປ​ກັບ​ພວກ​ເພິ່ນ. ແຕ່​ມີ​ສິ່ງ​ປິດ​ບັງ​ບໍ່​ໃຫ້​ພວກ​ເພິ່ນ​ຈື່​ພຣະ​ອົງ​ໄດ້.” (ເບິ່ງ ລູກາ 24:13–32.)

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ການ​ຮັບ​ໃຊ້​ແຫ່ງຖາ​ນະ​ປະ​ໂລ​ຫິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ຈະ​ໄປ​ກັບ​ເຮົາ, ເພາະ​ມັນ​ເປັນ​ເສັ້ນ​ທາງ​ຂອງ​ພຣະ​ອົງ, ເປັນ​ວິ​ທີ​ຂອງ​ພຣະ​ອົງ. ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ຈະ​ອອກ​ໜ້າ​ເຮົາ, ແລະ ເຫລົ່າ​ທູດ​ຈະ​ອ້ອມ​ຮອບ​ເຮົາ. ເຮົາ​ອາດ​ບໍ່​ເຂົ້າ​ໃຈ​ທັງ​ໝົດ​ກ່ຽວ​ກັບ​ວ່າ ຖາ​ນະ​ປະ​ໂລ​ຫິດ​ຄື​ຫຍັງ ຫລື ຈະ​ໃຊ້​ມັນ​ແນວ​ໃດ ດັ່ງ​ທີ່​ພຣະ​ອົງ​ເຮັດ. ແຕ່​ຖ້າ​ຫາກ​ເຮົາ​ເອົາ​ໃຈ​ໃສ່​ກັບ​ເວ​ລາ​ນັ້ນ ຕອນ​ທີ່​ໃຈ​ຂອງ​ເຮົາ “ຮ້ອນ​ຮົນ” (ລູກາ 24:32), ແລ້ວ​ຕາ​ຂອງ​ເຮົາ​ຈະ​ເປີດ, ແລະ ເຮົາ​ຈະ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ ແລະ ໃນ​ການ​ຮັບ​ໃຊ້​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ຮູ້​ຈັກ​ພຣະ​ອົງ​ໄດ້​ດີ​ທີ່​ສຸດ ໂດຍ​ການ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພຣະ​ອົງ ແລະ ຮັບ​ໃຊ້​ພຣະ​ອົງ ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ໃນ​ການ​ນຳ​ຄວາມ​ລອດ​ມາ​ສູ່​ລູກໆ​ຂອງ​ພຣະ​ເຈົ້າ. “ເພາະ​ແມ່ນ​ໃຜ​ຈະ​ຮູ້​ຈັກ​ນາຍ​ຜູ້​ເຂົາ​ບໍ່​ເຄີຍ​ຮັບ​ໃຊ້ ແລະ ຊຶ່ງ​ເປັນ​ຄົນ​ແປກ​ໜ້າ​ສຳ​ລັບ​ເຂົາ, ແລະ ຢູ່​ໄກ​ຈາກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ​ເຂົາ?” (ໂມ​ໄຊ​ຢາ 5:13). ພຣະ​ເຢ​ຊູ​ຄຣິດ​ຄື ພຣະ​ອາ​ຈານ​ຂອງ​ເຮົາ. ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ມັນ​ແມ່ນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ ທີ່​ເຮົາ​ດຳ​ລົງ​ຢູ່. ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ ຈົ່ງ​ເລືອກ​ທີ່​ຈະ​ເດີນ​ໄປ​ກັບ​ພຣະ​ອົງ ແລະ ຮັບ​ຮູ້​ວິ​ທີ​ທີ່​ພຣະ​ອົງ​ເດີນ​ໄປ​ກັບ​ເຮົາ.

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ພຣະ​ເຢ​ຊູ​ຄື ພຣະ​ຄຣິດ, ຄື​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ພຣະ​ຊົນ​ແລ້ວ ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ວ່າ ຖາ​ນະ​ປະ​ໂລ​ຫິດ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ແກ່​ເຮົາ ແມ່ນ​ອຳ​ນາດ ເພື່ອ​ໃຫ້​ກ່າວ ແລະ ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ເຮົາ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ຊົງ​ຮັກ, ຜູ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ແລະ ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ເຮົາ ໃນ​ໜ້າ​ທີ່​ຕ່າງໆ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ເຮົາ​ໄດ້​ຮັບ. ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ພຣະ​ບິ​ດາ ແລະ ພຣະ​ບຸດ. ເພິ່ນ​ໄດ້​ຮັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ໄດ້​ຖືກ​ສົ່ງ​ຕໍ່​ມາ​ ເຖິງ​ປະທານ​ທອມມັສ ແອັສ ​ມອນສັນ, ຜູ້​ໃຊ້​ມັນ​ໃນ​ທຸກ​ວັນ​ນີ້. ຂ້າພະ​ເຈົ້າ​ເປັນ​ພະຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.