​2010–2019
ພະລັງຂອງ​ພຣະຄຳ​ພີ​ມໍ​ມອນ
ເດືອນ​ເມສາ 2017


ພະລັງຂອງ​ພຣະຄຳ​ພີ​ມໍ​ມອນ

ຂ້າພະ​ເຈົ້າຂໍ​ຮ້ອງ​ທ່ານ​ແຕ່ລະຄົນໃຫ້​ສຶກສາ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະທິຖານ ທຸກ​ວັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ທັກ​ທາຍ​ທ່ານ ດ້ວຍ​ຄວາມ​ອົບ​ອຸ່ນ ​ເມື່ອ​ເຮົາ​ມາ​ພົບ​ກັນ​ອີກ ​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ​ທີ່​ໃຫຍ່​ໂຕ ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ກ່ອນ​ຂ້າພະ​ເຈົ້າຈະ​ເລີ່ມຕົ້ນການ​ປາ​ໄສ​​ໃນ​ມື້​ນີ້, ຂ້າພະ​ເຈົ້າຂໍ​ປະ​ກາດ​ກ່ຽວ​ກັບ​ພຣະວິຫານ​ໃໝ່​ຫ້າ​ແຫ່ງ ຊຶ່ງ​ຈະ​ຖືກ​ສ້າງ​ຂຶ້ນທີ່: ບຣາ​ຊີ​ເລຍ, ບຣາ​ຊິນ; ເຂດ​ເມືອງມະ​ນີ​ລາ, ຟີ​ລິບ​ປິນ, ໄນ​ໂຣ​ບີ, ເຄັນ​ຢາ; ໂພ​ກາ​ເທ​ໂລ, ໄອ​ດາ​ໂຮ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ; ແລະ ຊາ​ຣາ​ໂທ​ກາ ສະ​ປຣິງສ໌, ຢູ​ທາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ເຊົ້າມື້​ນີ້ ຂ້າພະ​ເຈົ້າຂໍ​ກ່າວ​ກ່ຽວ​ກັບ​ພຣະຄຳ​ພີ​ມໍ​ມອນ ​ແລະ ໃນ​ຖານະ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ ​ເຮົາ​ຈຳ​ເປັນ​ຕ້ອງສຶກສາ, ​ໄຕ່ຕອງ, ​ແລະ ນຳ​ໃຊ້​ຄຳ​ສອນ​ຂອງ​ມັນ​ ​ໃນ​ຊີວິດ​ຂອງ​ເຮົາ. ຄວາມ​ສຳຄັນ​ຂອງ​ການ​ມີ​ປະຈັກ​ພະຍານ​ທີ່​ໜັກ​ແໜ້ນ ​ແລະ ໝັ້ນຄົງ ຕໍ່​ພຣະຄຳ​ພີ​ມໍ​ມອນ ​ແມ່ນ​ຈຳ​ເປັນ​ຫລາຍ.

ເຮົາ​ມີ​ຊີວິດ​ຢູ່​ໃນ​ສະ​ໄໝ​ທີ່​ມີ​ບັນຫາ ​ແລະ ຄວາມ​ຊົ່ວ​ຮ້າຍ​ຢ່າງ​ຫລວງຫລາຍ. ​ແມ່ນ​ຫຍັງຈະ​ປົກ​ປ້ອງ​ເຮົາ​ຈາກ​ບາບ ​ແລະ ຄວາມ​ຊົ່ວ​ຮ້າຍ ທີ່​ແຜ່​ລາມ​ໄປ​ທົ່ວ​ໂລກ​ ໃນ​ທຸກວັນນີ້​ໄດ້? ຂ້າພະ​ເຈົ້າຂໍ​ປະກາດ​​ວ່າ ການ​ມີ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ ​ເຖິງພຣະຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ​ແລະ ​ເຖິງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ໄປ​ໄດ້​ຢ່າງ​ປອດ​ໄພ. ຖ້າ​ຫາກ​ທ່ານ​ບໍ່​ອ່ານ​ພຣະຄຳ​ພີ​ມໍ​ມອນ​ແຕ່​ລະ​ມື້, ກໍຂໍ​ໃຫ້​ເລີ່ມຕົ້ນ​ອ່ານ. ຖ້າ​ຫາກ​ທ່ານ​ຈະ​ອ່ານ​ມັນດ້ວຍ​ການ​ອະທິຖານ ​ແລະ ດ້ວຍ​ຄວາມ​ປາດ​ຖະໜາ​ອັນ​ແຮງ​ກ້າ ​ເພື່ອ​ຈະ​ໄດ້​ຮູ້​ຄວາມ​ຈິງ, ​ແລ້ວ​ພຣະວິນ​ຍານ​ບໍ​ລິ​ສຸດ ຈະ​ສະ​ແດງຄວາມ​ຈິງ​ໃຫ້​ປະຈັກ​ແກ່​ທ່ານ. ຖ້າ​ຫາກ​ມັນ​ເປັນ​ຄວາມ​ຈິງ—​ແລະ ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນ​ວ່າ ມັນ ເປັນຄວາມຈິງ​—​ແລ້ວ ​ໂຈ​ເຊັບ ສະ​ມິດ ກໍ​ເປັນ​ສາດສະດາ ຜູ້​ໄດ້​ເຫັນ​ພຣະບິດາອົງ​ເປັນ​ພຣະ​ເຈົ້າ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ.

ເພາະ​ພຣະຄຳ​ພີ​ມໍ​ມອນ​ເປັນຄວາມ​ຈິງ, ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈຶ່ງ​ມີ​ຢູ່​​ເທິງ​ແຜ່ນດິນ​ໂລກ, ​ແລະ ຖານະ​ປະ​ໂລຫິດ​ທີ່ສັກສິດ​ຂອງ​ພຣະ​ເຈົ້າ ຈຶ່ງ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ​ເພື່ອ​ຜົນປະ​ໂຫຍດ ​ແລະ ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະອົງ.

ຖ້າ​ຫາກ​ທ່ານ​ບໍ່​ມີ​ປະຈັກ​ພະຍານ​ທີ່​ໜັກ​ແໜ້ນ​ເຖິງ​ສິ່ງ​ເຫລົ່າ​ນີ້, ຈົ່ງ​ເຮັດ​ສິ່ງ​ທີ່​ຈຳ​ເປັນ ​ເພື່ອ​ຈະ​ມີ​ມັນ. ມັນ​ຈຳ​ເປັນ​ສຳລັບ​ທ່ານ​ທີ່​ຈະ​ມີ​ປະຈັກ​ພະຍານ​ຂອງ​ຕົວ​ເອງ ​ໃນ​ວັນ​ເວລາ​ທີ່​ຫຍຸ້ງຍາກ​ນີ້, ​ເພາະວ່າທ່ານ​ສາມາດ​ເພິ່ງ​ອາ​ໄສ​ປະຈັກ​ພະຍານ​ຂອງ​ຄົນອື່ນ​​ໄດ້​ພຽງ​ຊົ່ວ​ຄູ້​ຊົ່ວຄາວ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເມື່ອ​ມີ​ມັນ​ແລ້ວ, ປະຈັກ​ພະຍານ​ຕ້ອງ​ຖືກ​ຮັກສາ​ໄວ້​ຢ່າງ​ມີ​ຊີວິດ​ຊີວາ ຜ່ານ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າຕໍ່​ໄປ ​ແລະ ຜ່ານ​ການ​ອະທິຖານ ​ແລະ ການ​ອ່ານ​ພຣະຄຳ​ພີ​ທຸກ​ວັນ.

ເພື່ອນ​ຮ່ວມ​ງານ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ ​ໃນ​ວຽກ​ງານ​ຂອງ​ພຣະຜູ້​ເປັນ​ເຈົ້າ, ຂ້າພະ​ເຈົ້າຂໍ​ຮ້ອງ​ທ່ານ​ແຕ່ລະຄົນໃຫ້​ສຶກສາ ​ແລະ ​ໄຕ່ຕອງ​ພຣະຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະທິຖານ ທຸກ​ວັນ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ສາມາດ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະວິນ​ຍານ, ​ເພື່ອ​ຕ້ານທານ​ກັບ​ການ​ລໍ້​ລວງ, ​ເພື່ອ​ເອົາ​ຊະນະ​ຄວາມ​ສົງ​ໄສ ​ແລະ ຄວາມ​ຢ້ານ​ກົວ, ​ແລະ ​ເພື່ອຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະຫວັນ ​ໃນ​ຊີວິດ​ຂອງ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ດ້ວຍ​ສຸດ​ໃຈ​ຂອງ​ຂ້າພະ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.