​2010–2019
ຢ່າ​ເບິ່ງ​ອ້ອມໆ, ​ໃຫ້​ເງີຍ​ໜ້າ​ເບິ່ງ!
ເດືອນ​ເມສາ 2017


ຢ່າ​ເບິ່ງ​ອ້ອມໆ, ​ໃຫ້​ເງີຍ​ໜ້າ​ເບິ່ງ!

ການ​ເຊື້ອ​ເຊີນ​ຄົນ​ອື່ນໆ​ໃຫ້​ມາສູ່ພຣະ​ຄຣິດ ​ແມ່ນ​ເປົ້າ​ໝາຍ​ຂອງ​ເຮົາ, ແລະ ​ເຮົາ​ສາ​ມາດ​ເຮັດ​ໃຫ້​ເປົ້າ​ໝາຍ​ນີ້​ສຳ​ເລັດ​ໄດ້​ ໂດຍ​ການ​ຫລຽວຂຶ້ນ​ຫາ​ພຣະ​ເຢ​ຊູ​ຄຣິ​ດ.

ເປົ້າ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ຄື “ເຊື້ອ​ເຊີນ​ຄົນ​ອື່ນໆ​ໃຫ້ມາ​ສູ່​ພຣະ​ຄຣິດ.”1 ນີ້​ແມ່ນ​ເປົ້າ​ໝາຍ​ຂອງ​ທ່ານ​ເໝືອນ​ກັນ. ​ເຮົາ​ສາ​ມາດ​ເຮັດ​ໃຫ້​ເປົ້າ​ໝາຍ​ນີ້​ສຳ​ເລັດ​ໄດ້​ ໂດຍ​ການ​ຫລຽວ​ຂຶ້ນ​ຫາ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ຄອບຄົວ​ຂອງ​ແອວ​ເດີ ​ໂຈຍ

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ​ກັບ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ ເມື່ອ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 16 ປີ. ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຊື່​ວ່າ ຄະ​ຢັງ ວັນ, ຊຶ່ງ​ມີ​ອາຍຸ 14 ປີ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ໂບດ​ໂດຍ​ທາງ​ພີ່​ນ້ອງ​ຂອງ​ແມ່ ທີ່​ຊື່ ຢັງ ຈິກ ລີ, ເພິ່ນ​ໄດ້​ເຊື້ອເຊີນ​ພວກ​ເຮົາ​ໃຫ້​ໄປ​ໂບດ​ຂອງ​ເພິ່ນ. ສະ​ມາ​ຊິກ​ທັງ 10 ຄົນ ແຕ່​ລະ​ຄົນ​ໃນ​ຄອບ​ຄົວ ແມ່ນ​ເປັນ​ສະ​ມາ​ຊິກ​ໂບດ​ຕ່າງ​ນິ​ກາຍ, ດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​ດີ​ໃຈ ທີ່​ພວກ​ເຮົາ​ໄດ້​ພົບ​ຄວາມ​ຈິງ ແລະ ພວກ​ເຮົາ​ຢາກ​ແບ່ງ​ປັນ​ຄວາມ​ສຸກ​ທີ່​ພວກ​ເຮົາ​ພົບ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຫລັງ​ຈາກ​ພວກ​ເຮົາ​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ.

ຮູບ​ພາບ
ພໍ່​ຂອງ​ແອວ​ເດີ​ ​ໂຈຍ ກັບ​ຄົນ​ອື່ນໆ

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ຕື່ນ​ເຕັ້ນ​ໃນ​ການ​ຮຽນ​ ແລະ​ ການ​ແບ່ງ​ປັນ​ຄວາມ​ຈິງ​ຫລາຍ​ກວ່າ​ທຸກ​ຄົນ​ໃນ​ຄອບ​ຄົວ. ເພິ່ນ​ເຄີຍ​ຕື່ນ​ແຕ່​ເຊົ້າ​ມາ​ຮຽນ​ພຣະ​ຄຳ​ພີ​ຫລາຍ​ກວ່າ​ສອງ​ຊົ່ວ​ໂມງ​ທຸກ​ມື້. ຫລັງ​ຈາກ​ເລີກ​ວຽກ​ ເພິ່ນ​ໄດ້​ອອກ​ໄປ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ເພື່ອ​ໄປ​ຢ້ຽມຢາມ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ເກືອບ​ທຸກ​ມື້. ເຈັດ​ເດືອນ​ຫລັງ​ຈາກ​ພວກ​ເຮົາ​ໄດ້​ຮັບ​ບັບຕິ​ສະມາ, 23 ຄົນ​ໃນ​ຄອບ​ຄົວ​ ແລະ ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ໂບດ. ຫລັງ​ຈາກ​ນັ້ນ​ມີ​ການ​ມະຫັດ​ສະ​ຈັນ​ຕາມ​ມາ ຄື​ພວກ​ເຮົາ​ໄດ້​ເຫັນ 130 ຄົນ​ຮັບ​ບັບຕິ​ສະມາ​ໃນ​ປີ​ຕໍ່​ມາ ນັ້ນ​ແມ່ນ​ຍ້ອນ​ການ​ເຮັດ​ວຽກງານ​ເຜີຍ​ແຜ່​ສາດ​ສະ​ໜາ​ຂອງ​ພໍ່​ຂ້າ​ພະ​ເຈົ້າ.

ຮູບ​ພາບ
ການ​ເລີ່ມຕົ້ນ​ວຽກ​ງານເຜີຍ​ແຜ່
ຮູບ​ພາບ
ການ​ຂະຫຍາຍ​ວຽກ​ງານ​ເຜີຍ​ແຜ່

ການສືບ​ປະ​ຫວັດ​ຄອບ​ຄົວ​ກໍ​ເປັນ​ວຽກ​ງານສຳ​ຄັນ​ສຳ​ລັບ​ເພິ່ນ​ຄື​ກັນ, ເພິ່ນ​ໄດ້​ສຳ​ເລັດ​ວຽກ​ງານນັ້ນ​ເຖິງ​ແປດ​ລຸ້ນຄົນ ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ. ຈາກ​ໝາກ​ຜົນ​ຂອງ​ການ​ກັບ​ໃຈ​ຂອງ​ພວກ​ເຮົາ ທີ່​ເລີ່ມ​ຈາກ​ນ້ອງ​ຊາຍ​ອາ​ຍຸ 14 ປີ ຂອງ​ຂ້າ​ພະ​ເຈົ້າ ໝາກ​ຜົນ​ນັ້ນ​ໄດ້​ທະ​ວີ​ຂຶ້ນ​ຢ່າງ​ນັບ​ບໍ່​ຖ້ວນ ໃນ​ຫລາຍ​ທາງ ບໍ່​ພຽງ​ແຕ່​ໃນ​ທາງ​ຜູ້​ຍັງ​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ ແຕ່​ໃນ​ທາງ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ດ້ວຍ. ເມື່ອພວກ​ເຮົາ​ບວກວຽກ​ງານ​ຂອງ​ພໍ່​​ຂ້າ​ພະ​ເຈົ້າ​ ແລະ​ ຂອງ​ຄົນ​ອື່ນໆ​​ເຂົ້າ​ກັນ ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ​ໄດ້​ຂະ​ຫຍາຍ​ອອກ​ເປັນ 32 ລຸ້ນ​ຄົນ​ແລ້ວ ແລະ ​ດຽວ​ນີ້​ພວກ​ເຮົາ​ກໍ​ເຮັດ​ວຽກ​ງານຂອງພຣະ​ວິ​ຫານ​ສຳ​ເລັດ​ໃນ​ຫລາຍໆ​ເຊື້ອ​ສາຍ. ມື້​ນີ້ ຂ້າ​ພະ​ເຈົ້າ​ປາດ​ຫລາດ​ໃຈ ​ແລະ ດີ​ໃຈ​ຢ່າງສຸດ​ຊຶ້ງ ​ໃນ​ການ​ເຊື່ອມ​ໂຍງ​ບັນ​ພະ​ບຸ​ລຸດ​ ແລະ​ ເຊື້ອ​ສາຍ​ຂອງ​ພວກ​ເຮົາ.

ຮູບ​ພາບ
ການຂະຫຍາຍ​ປະຫວັດ​ຄອບຄົວ

ປະ​ທານ ກໍດອນ ບີ ຮິງ​ລີ ໄດ້​ບັນ​ທຶກ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ​ນີ້​ ໃນ​ພຣະ​ວິ​ຫານ​ ໂຄ​ລຳ​ບັສ ໂອ​ໄຮ​ໂອ ວ່າ:

“ເມື່ອ​ຫວນຄິດ​ເຖິງ​ຊີ​ວິດ​ຂອງ [ພໍ່​ຕູ້​ທວດ, ພໍ່​ຕູ້, ແລະ ພໍ່​ຂອງ​ຂ້າ​ພະ​ເຈົ້າ] ເມື່ອ​ຂ້າ​ພະ​ເຈົ້າ​ນັ່ງ​ຢູ່ໃນ​ພຣະ​ວິ​ຫານ, ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ, ແລ້ວ​ລູກ​ສາວ​ຂອງ​ນາງ, ... ແລະ ລູກ​ຂອງ​ຫລານ​ສາວ, ທີ່​ເປັນ​ເຫລນ​ຂອງ​ຂ້າ​ພະ​ເຈົ້າ​ເອງ ຂ້າ​ພະ​ເຈົ້າ​ສຳ​ນຶກ​ໄດ້​ວ່າ ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຢູ່​ເຄິ່ງ​ກາງ​ຂອງ​ຄົນ​ເຈັດ​ລຸ້ນ​ເຫລົ່າ​ນີ້—ຄື​ສາມ​ລຸ້ນ​ກ່ອນ​ຂ້າ​ພະ​ເຈົ້າ ແລະ​ ສາມ​ລຸ້ນ ຫລັງ​ຈາກຂ້າ​ພະ​ເຈົ້າ.

“ໃນ​ບ້ານ​ສັກ​ສິດ​ແຫ່ງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຫວນ​ຄິດເຖິງ​ພາ​ລະ​ອັນຍິ່ງ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ ຊຶ່ງ​ເປັນ​ມູນ​ມໍລະດົກທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈາກ​ປູ່​ຍ່າ​ຕາ​ຍາຍ ແລະ​ ຂ້າ​ພະ​ເຈົ້າ​ຕ້ອງ​ສືບ​ທອດ​ຕໍ່​ໄປ​ໃຫ້​ຄົນ​ລຸ້ນ​ຫລັງ.”2

ຮູບ​ພາບ
ຢູ່​ລະຫວ່າງ​ກາງ​ເຊື້ອສາຍ​ຂອງ​ພວກ​ເຮົາ

ເຮົາ​ທຸກ​ຄົນ ເປັນ​ພາກສ່ວນ​ໃນ​ຄອບ​ຄົວ​ນິ​ລັນ​ດອນ. ບົດ​ບາດ​ຂອງ​​ເຮົາ​ສາ​ມາດ​ເປັນ​ຈຸດ​ລ້ຽວ​ທີ່​ສາ​ມາດ​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ຢ່າງຫລວງ​ຫລາຍ​ໃນ​ທາງ​ບວກ​ ຫລື​ ໃນ​ທາງ​ລົບ​ກໍ​ໄດ້. ປະ​ທານຮິງ​ລີ ໄດ້​ກ່າວ​ຕໍ່​ໄປ​ວ່າ, “ຢ່າ ປ່ອຍ​ໃຫ້​ຕົນ​ ເປັນ​ສ່ວນ​ທີ່​ອ່ອນ​ແອ​ໃນ​ລຸ້ນ​ຂອງ​ທ່ານ.”3 ການ​ມີ​ສັດ​ທາ​ທ່ຽງ​ໝັ້ນ​ໃນ​ພຣະ​ກິດ​ຕິ​ຄຸນ ຈະ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ເຂັ້ມ​ແຂງ​ຂຶ້ນ. ເຮົາ​ຈະ​ແນ່​ໃຈ​ໄດ້​ແນວ​ໃດ​ວ່າ ເຮົາ​ຈະ​ເປັນ​ພາກສ່ວນ​ທີ່​ເຂັ້ມ​ແຂງ​ໃນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ເຮົາ​ໄດ້?

ມື້​ໜຶ່ງ ຫລັງ​ຈາກ​ສອງ​ສາມ​ເດືອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສະ​ມາ​ຊິກ​ບາງ​ຄົນ​ໄດ້​ເວົ້າ​ໃຫ້​ກັນ​ຢູ່​ໃນ​ໂບດ. ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ຜິດ​ຫວັງ. ຂ້າ​ພະ​ເຈົ້າ​ໄດ້​ເມືອ​ບ້ານ ແລ້ວ​ບອກ​ພໍ່​ວ່າ ບາງ​ທີ​ລູກ​ບໍ່​ຄວນ​ໄປ​ໂບດ​ອີກ. ລູກ​ບໍ່​ສະ​ບາຍ​ໃຈ​ເມື່ອ​ເຫັນ​ສະ​ມາ​ຊິກ​ເວົ້າ​ໃຫ້​ກັນ​ແນວ​ນັ້ນ. ຫລັງ​ຈາກ​ພໍ່​ຂອງຂ້າ​ພະ​ເຈົ້າ​ຟັງ​ແລ້ວ ເພິ່ນ​ໄດ້​ສອນ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ຟື້ນ​ຟູ​ຄືນມາຢ່າງສົມ​ບູນ​ແລ້ວ ແຕ່​ສະ​ມາ​ຊິກ​ຫລາຍ​ຄົນ​ຍັງ​ບໍ່​ທັນ​ສົມ​ບູນ​ເທື່ອ, ເພິ່ນ​ ແລະ ​ຂ້າ​ພະ​ເຈົ້າ​ເອງ​ກໍ​ຄື​ກັນ. ເພິ່ນ​ໄດ້​ເວົ້າ​ຢ່າງ​ໜັກ​ແໜ້ນ​ວ່າ, “ຢ່າ​ເສຍ​ສັດ​ທາ​ຍ້ອນ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ລູກ, ແຕ່​ຈົ່ງ​ສ້າງ​ຄວາມ​ສຳ​ພັນ​ອັນ​ໝັ້ນ​ແກ່ນ​ກັບ​ພຣະ​ເຢ​ຊູຄຣິດ. ຢ່າ​ເບິ່ງ​ອ້ອມໆ, ໃຫ້​ເງີຍ​ໜ້າ​ເບິ່ງ!”

ຈົ່ງ​ຫລຽວ​ຂຶ້ນຫາພຣະ​ເຢ​ຊູ—ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ຂອງ​ພໍ່​ຂ້າ​ພະ​ເຈົ້າ​ນັ້ນ—ໄດ້​ເຮັດ​ໃຫ້​ສັດ​ທາ​ຂອງຂ້າ​ພະ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ ເມື່ອ​ຂ້າ​ພະ​ເຈົ້າ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃນ​ຊີ​ວິດ. ເພິ່ນ​ໄດ້​ສອນ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ. ພຣະອົງ​ໄດ້ບອກ​ເຮົາ ​ໃຫ້​ເບິ່ງ​ທີ່ພຣະອົງ​ໃນ​ຄວາມນຶກ​ຄິດ​ທຸກຢ່າງ​ຂອງເຮົາ, ບໍ່ໃຫ້​ສົງໄສ, ບໍ່​ໃຫ້​ຢ້ານ.4

ຮູບ​ພາບ
ຜູ້​ສອນ​ສາດສະໜາ ຢູ່​ທີ່​ພຣະວິຫານ​ຊີ່​ອາດ​ໂທ້ ວໍ​ຊິງ​ຕັນ

ຕອນ​ຂ້າ​ພະ​ເຈົ້າໄດ້ເປັນປະທານ​ເຜີຍ​ແຜ່ຢູ່​ເຂດວໍ​ຊິງ​ຕັນ ຊີ່​ອາດ​ໂທ້, ໃນ​ປີ​ໜຶ່ງ​ຝົນ​ຕົກ​ເປັນ​ຫລາຍໆ​ເທື່ອ. ແຕ່ຜູ້​ສອນ​ສາດ​ສະ​ໜາ​ທັງ​ຫລາຍ​ຖືກ​ສອນ​ວ່າ ໃຫ້​ອອກ​ໄປ​ເຮັດ​ວຽກງານ​ເຜີຍ​ແຜ່​ທ່າມ​ກາງ​ສາຍ​ຝົນ. ຂ້າ​ພະ​ເຈົ້າ​ເຄີຍ​ບອກ​ເຂົາ​ເຈົ້າ​ວ່າ “ຈົ່ງ​ອອກ​ໄປ​ກາງ​ສາຍ​ຝົນ, ເງີຍ​ໜ້າ​ຂຶ້ນ​ສະ​ຫວັນ, ແລ້ວ​ອ້າ​ປາກ, ດື່ມ​ນ້ຳ​ຝົນ​ນັ້ນ! ເມື່ອ​ທ່ານ​ເງີຍ​ໜ້າ​ຂຶ້ນ, ທ່ານ​ຈະ​ກ້າ​ເວົ້າ​ກັບ​ທຸກ​ຄົນ​ໂດຍ​ບໍ່​ຢ້ານ​ເລີຍ.” ນີ້​ເປັນ​ບົດ​ຮຽນ​ທີ່​ມີ​ສັນ​ຍາ​ລັກ​ໃຫ້​ເຂົາ​ເຈົ້າ ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ໄດ້​ເມື່ອ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ທ້າ​ທາຍ ແມ່ນແຕ່ຫລັງຈາກ​ການ​ຮັບ​ໃຊ້​ສອນ​ສາດ​ສະ​ໜາ. ແຕ່ຢ່າ​ເຮັດ​ແບບນີ້​ເດີ້ ຢູ່ໃນ​ບ່ອນທີ່​ອາກາດ​ເປິເປື້ອນ.

ຂະ​ນະ​ທີ່​ຮັບ​ໃຊ້​ໃນ​ສະ​ໜາມ​ເຜີຍ​ແຜ່​ຊີ່​ອາດ​ໂທ້, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ລູກ​ຊາຍ​ກົກ​ຂອງ​ຂ້າ​ພະ​ເຈົ້າ ທ້າວ​ຊັນບີມ, ລາວ​ເປັນ​ນັກ​ຫລິ້ນ​ເປຍ​ອາໂນ. ລາວ​ເວົ້າ​ວ່າ​ ລາວ​ໄດ້​ຮັບກຽດ​ໃຫ້​ໄປ​ສະ​ແດງ​ຢູ່ ຕຶກ​ຄານີຈີ ໃນ​ເມືອງ​ນິວ​ຢ໊ອກ ເພາະ​ລາວ​ຊະ​ນະ​ການ​ແຂ່ງ​ຂັນ​ນາໆ​ຊາດ. ພວກ​ເຮົາ​ດີ​ໃຈ​ນຳ​ລູກ​ ແລະ​ ຕື່ນ​ເຕັ້ນ​ຫລາຍ. ແຕ່​ໃນ​ແລງ​ວັນ​ນັ້ນ​ ເມື່ອ​ພວກ​ເຮົາ​ອະ​ທິ​ຖານ​ຂອບ​ຄຸນ​ຢູ່ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ນຶກ​ໄດ້​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​ໄປ​ງານ​ສະ​ແດງ​ຂອງ​ລູກ​ໄດ້ ແລະ​ ນາງ​ໄດ້​ທູນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ວ່າ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເອີຍ ຂ້າ​ນ້ອຍ​ຂໍ​ຂອບ​ຄຸນ​ສຳ​ລັບ​ພອນ​ທີ່​ພຣະ​ອົງ​ໄດ້​ປະ​ທານໃຫ້​ແກ່ທ້າວ​ຊັນບີມ. ແຕ່​ຂ້າ​ນ້ອຍ​ເສຍ​ໃຈ​ທີ່​ໄປ​ບໍ່​ໄດ້. ຂ້າ​ນ້ອຍ​ຄົງ​ໄປ​ໄດ້​ ຖ້າ​ພຣະ​ອົງ​ປະ​ທານ​ພອນ​ນີ້​ ໃຫ້ກ່ອນ ຫລື​ ຫລັງ​ຈາກ​ການ​ຮັບ​ໃຊ້​ເຜີຍ​ແຜ່. ຂ້າ​ນ້ອຍ​ບໍ່​ໄດ້​ຈົ່ມ​ເລີຍ ແຕ່​ຂ້າ​ນ້ອຍ​ຮູ້​ສຶກ​ເສຍ​ໃຈ​ໜ້ອຍ​ໜຶ່ງ.”

ທັນທີ​ທີ່ນາງ​ອະທິ​ຖານຈົບ, ນາງ​ໄດ້ຍິນ​ສຽງຢ່າງ​ແຈ່ມແຈ້ງ ບອກວ່າ “ເພາະເຈົ້າ​ບໍ່​ສາມາດ​ໄປ, ລູກຊາຍ​ຂອງ​ເຈົ້າ ຈຶ່ງ​ໄດ້​ຮັບ​ໂອກາດ​ພິເສດ​ນີ້. ເຈົ້າຢາກ​ປ່ຽນ​ມັນ​ບໍ?”

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ. ນາງ​ຮູ້​ວ່າ ລູກໆຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ພໍ່​ແມ່​ຂອງ​ພວກ​ເຂົາ ເມື່ອ​ພໍ່​ແມ່​ຮັບ​ໃຊ້​ຢ່າງ​ດຸ​ໝັ່ນ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ເປັນ​ເທື່ອ​ທຳ​ອິດ​ທີ່​ນາງ​ເຂົ້າ​ໃຈ​ບົດ​ບາດ​ຂອງ​ນາງ​ຢ່າງ​ແຈ່ມ​ແຈ້ງ. ນາງ​ໄດ້​ຕອບ​ພຣະ​ອົງທັນ​ທີ​ວ່າ. “ບໍ່, ບໍ່, ​ບໍ່​ເປັນ​ຫຍັງ​ ຖ້າ​ຂ້າ​ນ້ອຍ​ບໍ່​ໄປ. ຂໍ​ໃຫ້​ລູກ​ຊາຍ​ໄດ້​ຮັບ​ກຽດ​ນັ້ນ​ສາ.”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ມັນ​ບໍ່​ງ່າຍ​ສຳ​ລັບ​ພວກ​ເຮົາ​ເລີຍ ທີ່​ຈະ​ສຳ​ນຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້ ເມື່ອ​ພວກ​ເຮົາ​ເບິ່ງ​ອ້ອມ​ຮອບ​ດ້ວຍ​ສາຍ​ຕາ​ທາງ​ໂລກ​ຂອງ​ພວກ​ເຮົາ ຍ້ອນ​ເຮົາ​ມອງ​ເຫັນ​ແຕ່​ຄວາມ​ບໍ່​ສະ​ດວກ, ຄວາມ​ສູນ​ເສຍ, ພາ​ລະ, ຫລື ຄວາມ​ເປົ່າ​ປ່ຽວ​ກ່ອນ. ກົງກັນ​ຂ້າມ, ເຮົາ​ສາມາດ​ເຫັນ​ພອນ​ຫລາຍ​ກວ່າ​ນັ້ນ ເມື່ອ​ເຮົາ​ຫລຽວຂຶ້ນ. ພຣະຜູ້​ເປັນເຈົ້າ​ໄດ້​ເປີດ​ເຜີຍ​ວ່າ ເມື່ອເຮົາ​ໄດ້ຮັບ​ພອນ​ປະການ​ໃດ​ຈາກ​ພຣະເຈົ້າ, ຍ່ອມເປັນ​ໄປ​ເພາະ​ການ​ເຊື່ອຟັງ​ຕໍ່​ກົດ​ນັ້ນ ຊຶ່ງມັນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ.5 ຕໍ່​ທຸກ​ຄົນ​ທີ່ເຮັດ​ວຽກງານ​ການ​ຮັບໃຊ້​ ໃດໆ ຂອງ​ພຣະເຈົ້າ, ຈົ່ງ​ຮູ້ວ່າ ທ່ານ​ເປັນ​ບ້ວງ​ຕໍ່ທີ່​ໝັ້ນຄົງ ທີ່ຈະນຳ​ພອນ​ອັນຍິ່ງໃຫຍ່​ມາ​ສູ່ລຸ້ນ​ກ່ອນ​ທ່ານ ແລະ ສູ່ລຸ້ນ​ຫລັງ​ຈາກ​ທ່ານ.

ມື້​ນີ້, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະຕັນຍູ​ຫລາຍ ​ທີ່​ໄດ້​ເຫັນ​ຫລາຍ​ຄົນ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສັດ​ທາອັນ​ເຕັມ​ປ່ຽມ​ ໃນ​ພັນ​ທະ​ສັນ​ຍາ ​ແຕ່​ຂ້າພະ​ເຈົ້າຈະ​ເສົ້າ​ໃຈ​ ຖ້າ​ມີ​ຕັ່ງ​ນັ່ງ​ເປົ່າ​ວ່າງ​ຢູ່​ຂ້າງ​ພວກເຮົາ. ແອວ​ເດີ ເອັມ ຣະໂຊ ບາເລີດ ໄດ້​ກ່າວ​ວ່າ: “ຖ້າ​ທ່ານ​ເລືອກ​ທີ່​ຈະ​ເຊົາ​ມາ​ໂບດ ຫລື ໜີ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາໃໝ່ ແລ້ວ​ທ່ານ​ຈະ​ໄປ​ໃສ? ທ່ານ​ຈະ​ເຮັດ​ຫຍັງ? ການ​ຕັດ​ສິນ​ໃຈ​ທີ່​ຈະ​ບໍ່​ພົວ​ພັນ​ກັບ​ສະ​ມາ​ຊິກ​ໂບດ ​ແລະ​ ຜູ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຖືກ​ເລືອກ​ໄວ້ ຈະ​ມີ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​ ທີ່​ເຮົາ​ບໍ່​ສາ​ມາດ​ມອງ​ເຫັນ​ໄດ້​ໃນ​ປະຈຸ​ບັນ.”6 ປະ​ທານ ທອມ​ມັສ ແອັສ ມອນ​ສັນ ໄດ້​ຊຸກ​ຍູ້​ເຮົາວ່າ, “ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ສິ່ງ​ທີ່​ຖືກຕ້ອງ ​ເຖິງ​ແມ່ນ​ຈະຍາກ​ກວ່າ, ​ແທນ​ການ​ເລືອກ​ສິ່ງ​ທີ່ຜິດ ​ເຖິງ​ແມ່ນຈະ​ງ່າຍກວ່າ.”7

ມັນ​ບໍ່​ຊ້າ​ເກີນ​ໄປ​ທີ່​ຈະ​ຫລຽວ​ຂຶ້ນຫາ​ພຣະ​ເຢ​ຊູ​ຄຣິດ.​ ​ແຂນ​ຂອງ​ພຣະອົງ​ໄດ້​ເດ່​ອອກ​ມາ​ຫາ​ທ່ານ​ຢູ່​ສະ​ເໝີ. ຄົນ​ລຸ້ນ​ກ່ອນ ແລະ ຄົນ​ລຸ້ນ​ຫລັງ ອາ​ໄສ​ພວກ​ເຮົາ​ໃນ​ການ​ເດີນ​ທາງ​ຕາມ​ພຣະ​ຄຣິດ ​ເພື່ອ​ວ່າພວກ​ເຮົາ​ຈະ​ສາ​ມາດ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ​ໄດ້.

ເມື່ອ​ຂ້າ​ພະ​ເຈົ້າ​ຖືກ​ປົດ​ຈາກ​ໜ້າ​ທີ່​ການ​ເປັນ​ປະ​ທານ​ສະ​ເຕກ​ແລ້ວ, ພວກ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຕື່ນ​ເຕັ້ນ​ທີ່​ຈະ​ມີ​ເວ​ລາ​ກັບ​ຂ້າ​ພະ​ເຈົ້າ. ແຕ່​ຫລັງ​ຈາກ​ນັ້ນ​ສາມ​ອາ​ທິດ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ສາ​ວົກ​ເຈັດ​ສິບ. ທຳ​ອິດ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າ​ຈະ​ຜິດ​ຫວັງ ແຕ່​ລູກ​ຊາຍ​ຫລ້າ​ໄດ້​ເວົ້າ​ຢ່າງ​ຖ່ອມ​ຕົວ​ວ່າ, “ພໍ່​ເອີຍ, ບໍ່​ຕ້ອງ​ຫ່ວງ​ດອກ. ພວກ​ເຮົາ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ.” ນັ້ນ​ແມ່ນ​ຄວາມ​ຈິງ​ ແລະ​ ແຈ່ມ​ແຈ້ງ​ແທ້ໆ! ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ໜ້ອຍ​ໜຶ່ງ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເບິ່ງ​ອ້ອມ​ຮອບ​ແຕ່​ໃນ​ຊີ​ວິດ​ມະ​ຕະ​ນີ້​ກ່ອນ, ແຕ່​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ດີ​ໃຈ​ ເພາະ​ວ່າ​ລາວ​ບໍ່​ໄດ້​ເບິ່ງ​ອ້ອມ​ຮອບ ແຕ່​ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ສູ່​ນິ​ລັນ​ດອນ ​ແລະ​ ຈຸດປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ມັນ​ບໍ່​ງ່າຍ​ສະ​ເໝີ​ໄປ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ໄດ້ ເມື່ອ​ພໍ່​ແມ່​ຂອງ​ທ່ານ​ຕໍ່​ຕ້ານ​ພຣະ​ກິດ​ຕິ​ຄຸນ, ເມື່ອ​ທ່ານ​ເປັນ​ສະ​ມາ​ຊິກ​ຂອງ​ໜ່ວຍໂບດ​ນ້ອຍໆ, ເມື່ອ​ຄູ່​ຄອງ​ຂອງ​ທ່ານ​ບໍ່​ເປັນ​ສະ​ມາ​ຊິກ, ເມື່ອ​ທ່ານ​ເປັນ​ໂສດ ເຖິງ​ວ່າ​ທ່ານ​ເຮັດ​ດີ​ທີ່​ສຸດ​ໃນ​ການ​ຫາ​ຄູ່​ຄອງ, ເມື່ອ​ທ່ານ​ມີ​ບັນ​ຫາ​ທາງ​ຮ່າງ​ກາຍ ແລະ​ ຈິດ​ໃຈ, ຫລື ເມື່ອ​ທ່ານ​ເປັນ​ຜູ້​ຮັບ​ເຄາະ​ໃນ​ໄພ​ພິ​ບັດ, ແລະ ອື່ນໆ. ​ຈົ່ງ​ຢຶດ​ໝັ້ນ​ໃນ​ສັດ​ທາ​ ໃນ​ເວ​ລາ​ລຳ​ບາກ. ຈົ່ງຫລຽວ​ຂຶ້ນຫາ​ພຣະ​ຄຣິດເພື່ອ​ຄວາມ​ເຂັ້ມ​ແຂງ, ເພື່ອ​ການ​ສົມ​ດຸນ, ແລະ ​ເພື່ອ​ການ​ປິ່ນ​ປົວ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ທຸກສິ່ງ​ທັງປວງ​ຈະ​ທຳງານ​ນຳກັນ​ໄປ ເພື່ອ​ຄວາມດີ​ຂອງທ່ານ.8

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ​ແລະ ​ພຣະ​ຜູ້​ໄຖ່​ຂອງເຮົາ. ເມື່ອ​ເຮົາ​ເຮັດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ຄື​ປະ​ທານ​ທອມມັສ ແອັສ ມອນ​ສັນ, ເຮົາ​ຫລຽວ​ຂຶ້ນຫາ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ອະ​ທິ​ຖານ​ ແລະ​ ສຶກ​ສາ​ພຣະ​ຄຳ​ພີ​ທຸກໆ​ມື້ ແລະ​ ຮັບ​ສ່ວນ​ສິນ​ລະ​ລຶກ ​ດ້ວຍ​ໃຈ​ບໍ​ລິ​ສຸດ​ທຸກ​ອາ​ທິດ​, ແລ້ວເຮົາ​ຈະ​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ​ເມື່ອ​ເຮົາ​ຫລຽວຂຶ້ນ​ຫາ​ພຣະ​ອົງ​ ສະ​ເໝີ. ຂ້າ​ພະ​ເຈົ້າ​ດີ​ໃຈ ທີ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ແລະ​ ເປັນພາກ​ສ່ວນ​ໃນ​ຄອບ​ຄົວ​ນິ​ລັນ​ດອນ. ຂ້າ​ພະ​ເຈົ້າ​ມັກ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ທີ່​ຍິ່ງ​ໃຫຍ່​ນີ້​ກັບ​ຄົນ​ອື່ນ. ການ​ເຊື້ອ​ເຊີນ​ຄົນ​ອື່ນໆ​ໃຫ້​ມາ​ສູ່​ພຣະ​ຄຣິດ ​ແມ່ນ​ເປົ້າ​ໝາຍ​ຂອງ​ເຮົາ, ແລະ ​ເຮົາ​ສາ​ມາດ​ເຮັດ​ໃຫ້​ເປົ້າ​ໝາຍ​ນີ້​ສຳ​ເລັດ​ໄດ້​ ໂດຍ​ການ​ຫລຽວ​ຂຶ້ນຫາ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ສິ່ງ​ເຫລົ່າ​ນີ້​ ດ້ວຍ​ຄວາມ​ຖ່ອມ​ຕົວ ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ຈົ່ງ​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 1.

  2. Teachings of Presidents of the Church: Gordon B. Hinckley (2016), 82.

  3. Gordon B. Hinckley, “Keep the Chain Unbroken” (Brigham Young University devotional, Nov. 30, 1999), 3, speeches.byu.edu; emphasis added.

  4. ເບິ່ງ Doctrine and Covenants 6:36.

  5. ເບິ່ງ Doctrine and Covenants 130:21.

  6. M. Russell Ballard, “To Whom Shall We Go? Liahona, Nov. 2016, 91.

  7. Thomas S. Monson, “Choices,” Liahona, May 2016, 86.

  8. ເບິ່ງ Doctrine and Covenants 100:15.