​2010–2019
ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ
ເດືອນ​ເມສາ 2017


ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ

ເຖິງ​ແມ່ນ​ເມື່ອ​ຕົກ​ຢູ່​ໃນ​ເວ​ລາ​ທີ່​ຍາກ​ລຳ​ບາກ ແລະ ມືດ​ມົວ​ທີ່​ສຸດ, ມັນ​ກໍ​ຍັງ​ມີ​ຄວາມ​ສະ​ຫວ່າງ ແລະ ຄວາມ​ດີ​ງາມ​ຢູ່​ອ້ອມ​ຂ້າງ​ເຮົາ​ຢູ່.

ໂປ​ໂລ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ທີ່​ປະ​ເສີດ ເຖິງ​ຄວາມ​ຫວັງ​ກັບ​ຊາວ​ໂກ​ຣິນ​ໂທ ວ່າ:

“ພວກ​ເຮົາ​ຖືກ​ຄວາມ​ທຸກ​ລຳ​ບາກ​ຮອບ​ດ້ານ ແຕ່​ຍັງ​ບໍ່​ເຖິງ​ຂັ້ນ​ຂັດ​ສົນ; ຈົນ​ປັນ​ຍາ ແຕ່​ຍັງ​ບໍ່​ໝົດ​ທາງ​ອອກ.

“ຖືກ​ຂົ່ມ​ເຫັງ ແຕ່​ບໍ່​ຖືກ​ປະ​ຖິ້ມ; ຖືກ​ຕີ​ລົ້ມ​ລົງ ແຕ່​ຍັງ​ບໍ່​ເຖິງ​ຂັ້ນ​ເສຍ​ຊີ​ວິດ.”1

ແມ່ນ​ຫຍັງ​ຄື​ແຫລ່ງ​ແຫ່ງ​ຄວາມ​ຫວັງ​ຂອງ​ໂປ​ໂລ? ຂໍ​ໃຫ້​ຟັງ​ຄຳ​ອະທິບາຍຂອງ​ເພິ່ນ​ວ່າ: “ເພາະ​ພຣະ​ເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ ໃຫ້​ແສງ​ແຈ້ງ​ສ່ອງ​ອອກ​ຈາກ​ຄວາມ​ມືດ, ເປັນ​ພຣະ​ເຈົ້າ​ອົງ​ທີ່​ສ່ອງ​ແສງ​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ພວກ​ເຮົາ​ຮູ້​ຈັກ​ເຖິງ​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ເຈົ້າ ຊຶ່ງ​ສ່ອງ​ແສງ​ສະ​ຫວ່າງ​ໃນ​ພຣະພັກຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”2

ເຖິງ​ແມ່ນ​ເມື່ອ​ຕົກ​ຢູ່​ໃນ​ເວ​ລາ​ທີ່​ຍາກ​ລຳ​ບາກ ແລະ ມືດ​ມົວ​ທີ່​ສຸດ, ມັນ​ກໍ​ຍັງ​ມີ​ຄວາມ​ສະ​ຫວ່າງ ແລະ ຄວາມ​ດີ​ງາມ​ຢູ່​ອ້ອມ​ຂ້າງ​ເຮົາ​ຢູ່. ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ​ນີ້, ປະ​ທານດີ​ເດີ ​ແອັຟ ​ອຸກ​ດອບ ໄດ້​ເຕືອນ​ໃຈ​ເຮົາ​ວ່າ, “ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈທີ່​ສຸດ ຈົນ​ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ສິ່ງ​ທີ່​ເຮົາ​ມີ ຢູ່​ບໍ.”3

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜູ້​ປໍ​ລະ​ປັກ​ຢາກ​ໃຫ້​ເຮົາ​ເອົາ​ໃຈ​ໃສ່ “ໝອກ​ແຫ່ງ​ຄວາມ​ມືດ ... ທີ່​ເຮັດ​ໃຫ້​ຕາ​ບອດ, ... ເຮັດ​ໃຫ້ ... ໃຈ​ແຂງ​ກະ​ດ້າງ … , ແລະ... ນຳ​ພາ​ໄປ.”4

ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນ ເຖິງ​ການ​ທ້າ​ທາຍ​ຂອງ​ວັນ​ເວລາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ, ແລະ ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.”5

ເຮົາ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ. ການ​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ການ​ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ແລະ ການ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ ເປັນ​ສິ່ງ​ທີ່​ເຮົາ​ຖືກ​ສ້າງ​ຂຶ້ນ​ມາ​ໃຫ້​ເຮັດ. ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ, ເຮົາ​ໄດ້​ຕິດ​ຕາມ​ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ຕິດ​ຕາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ຂອງ​ພຣະ​ອົງ. ການ​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ​ກໍ​ເປັນ​ພາກ​ສ່ວນ​ຂອງ​ຄົນ​ທີ່​ເຮົາ​ເປັນ​ຢູ່​ທາງ​ວິນ​ຍານ.

ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄວາມ​ຈິງ​ນິ​ລັນ​ດອນ​ນີ້ ຖືກ​ສອນ​ຢ່າງ​ສວຍ​ງາມ​ຢູ່​ໃນ​ສະ​ຖານ​ທີ່​ ທີ່​ບໍ່​ໄດ້​ຄາດ​ຄິດ. ຕອນຂ້າພະ​ເຈົ້າ​ທຳ​ງານ​ໃຫ້​ແກ່​ທະ​ນາ​ຄານ​ໃຫຍ່​ແຫ່ງ​ໜຶ່ງ, ຂ້າ​ພະ​ເຈົ້າ​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ໃນ​ໂຄງ​ການ​ຜູ້​ບໍ​ລິ​ຫານ ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ລັດມີ​ຊິ​ກັນ. ລະ​ຫວ່າງ​ໂຄງ​ການ​ນັ້ນ, ອາ​ຈານ ຄິມ ແຄມ​ເມີ​ຣັນ ໄດ້​ສອນ​​ຄວາມ​ຄິດ​ຂອງ​ການ​ເປັນ​ຜູ້​ນຳ​ທີ່​ມອງ​ໂລກ​ໃນ​ທາງ​ບວກ ແລະ ຄວາມ​ເອົາ​ໃຈ​ໃສ່​ຕາມ​ທຳ​ມະ​ຊາດ​ທີ່​ຜູ້​ຄົນ​ມີ​ຕໍ່​ຜູ້​ນຳ​ຂອງ​ເຂົາ​ເຈົ້າ. ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ: “ສິ່ງ​ນີ້​ໝາຍ​ເຖິງ​ແນວ​ໂນ້ມ​ໃນ​ທຸກໆ​ລະ​ບົບ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ ທີ່​ຫັນ​ໄປ​ຫາ​ພະ​ລັງ​ບວກ [ຄວາມ​ສະ​ຫວ່າງ] ແລະ ໄປ​ຈາກ​ພະ​ລັງ​ລົບ [ຄວາມ​ມືດ]. ຈາກ​ສິ່ງ​ທີ່​ມີ​ຊີ​ວິດ​ດ້ວຍ​ຈຸ​ລັງ​ເມັດດຽວ ຈົນ​ໄປ​ເຖິງ​ລະ​ບົບ​ທີ່​ສັບ​ຊ້ອນ​ຂອງ​ມະ​ນຸດ, ທຸກໆ​ສິ່ງ​ທີ່​ມີ​ຊີ​ວິດ ມີ​ແນວ​ໂນ້ມ​ຕາມ​ທຳ​ມະ​ຊາດ ທີ່​ຈະ​ຫັນ​ໄປ​ຫາ​ສິ່ງ​ທີ່​ເປັນ​ທາງ​ບວກ ແລະ ໄປ​ຈາກ​ສິ່ງ​ທີ່​ເປັນ​ທາງ​ລົບ.”6

ສະ​ໜັບ​ສະ​ໜູນ​ໂດຍ​ການ​ຄົ້ນ​ຄວ້າ​ຢ່າງ​ຫລວງ​ຫລາຍ, ເພິ່ນ​ໄດ້​ເອົາ​ໃຈ​ໃສ່​ສ່ວນ​ປະ​ກອບ​ສາມ​ຢ່າງ​ທີ່​ຈຳ​ເປັນ ເຖິງ​ວັດ​ທະ​ນະ​ທຳ​ໃນ​ສະ​ຖານ​ທີ່​ທຳ​ງານ​ທີ່​ມີ​ຜົນ​ສຳ​ເລັດ ດັ່ງ​ເຊັ່ນ: ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ໃຫ້​ອະ​ໄພ, ແລະ ຄວາມ​ກະ​ຕັນ​ຍູ.7 ມັນ​ກໍ​ຖືກ​ຕ້ອງ​ດີ​ທີ່ ເມື່ອ​ຜູ້​ຄົນ​ຫັນ​ໜ້າ​ໄປ​ຫາ​ສິ່ງ​ທີ່​ເປັນ​ທາງ​ບວກ [ຄວາມ​ສະ​ຫວ່າງ], ຊຶ່ງ​ເປັນ​ຄຸນ​ສົມ​ບັດ​ທີ່​ຄວາມ​ສະ​ຫວ່າງ​ຂອງ​ໂລກ, ພຣະ​ເຢ​ຊູ​ຄຣິດ ໄດ້​ສະ​ແດງ​ເປັນ​ຕົວ​ຢ່າງ​ທີ່​ສົມ​ບູນ​ແບບ​ໃຫ້​ເຮົາ​ເຫັນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ທ່ານ​ອຸ່ນ​ໃຈ​ໄດ້​ເລີຍ​ວ່າ ຄວາມ​ສະ​ຫວ່າງ​ນັ້ນ​ຍັງ​ມີ​ໄວ້​ໃຫ້​ເຮົາ​ຢູ່. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ສາມ​ຂອບ​ເຂດ ບ່ອນ​ທີ່​ເຮົາ​ຈະ​ພົບ​ເຫັນ​ຄວາມ​ສະ​ຫວ່າງ​ນັ້ນ ຢູ່​ສະ​ເໝີ:

1. ຄວາມ​ສະ​ຫວ່າງ​ຂອງ​ສາດ​ສະ​ໜາ​ຈັກ

ສາດ​ສະ​ໜາ​ຈັກ​ເປັນ​ແຫລ່ງ​ຂອງ​ຄວາມ​ຈິງ ແລະ ການ​ຊີ້​ນຳ​ສຳ​ລັບ​ໂລກ​ທີ່​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ຂຶ້ນ​ເລື້ອຍໆ. ວັນ​ເວ​ລາ​ນີ້​ເປັນ​ຊ່ວງ​ເວ​ລາ​ທີ່​ດີ​ເລີດ ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ! ສາດ​ສະ​ໜາ​ຈັກ​ກໍ​ເຂັ້ມ​ແຂງ​ຫລາຍ​ກວ່າ​ແຕ່​ກ່ອນ8 ແລະ ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ​ແຕ່​ລະ​ວັນ ຂະ​ນະ​ທີ່​ສະ​ມາ​ຊິກ​ຄົນ​ໃໝ່​ເຂົ້າ​ມາ​ຮ່ວມ​ກັບ​ເຮົາ, ສະ​ຖານ​ທີ່​ນະ​ມັດ​ສະ​ການ​ແຫ່ງ​ອື່ນ​ກໍ​ຖືກ​ສ້າງ​ຂຶ້ນ, ຜູ້​ສອນ​ສາດ​ສະ​ໜາ​ກໍ​ຖືກ​ເອີ້ນ, ແລະ ເຂດ​ແດນ​ໃໝ່​ກໍ​ຖືກ​ເປີດ​ເພື່ອ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ເຮົາ​ເຫັນ​ຜູ້​ຄົນ​ທີ່​ໄດ້​ເຊົາ​ມາ​ໂບດ​ເປັນ​ຊ່ວງ​ເວ​ລາ​ໜຶ່ງ ພາ​ກັນ​ກັບ​ຄືນ​ມາ​ຂະ​ນະ​ທີ່​ການ​ຊ່ວຍ​ກູ້ ທີ່​ປະ​ທານ​ທອມ​ມັສ ​ແອັສ ມອນ​ສັນ ໄດ້​ຄາດ​ເອົາ​ໄດ້​ກໍ​ນຳ​ສິ່ງ​ມະ​ຫັດ​ສະ​ຈັນ​ມາ​ສູ່​ເຮົາ​ທຸກໆ​ວັນ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ຊາວ​ໜຸ່ມ​ໃນ​ປະ​ເທດ ປາ​ຣາກວາຍ, ອູຣາກວາຍ, ຈີ​ເລ, ແລະ ອາກຊັງ​ຕິນ ລະ​ຫວ່າງ​ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ. ຊາຍ ແລະ ຍິງ​ໜຸ່ມ​ຫລາຍໆ​ພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ເປັນ​ເວ​ລາ​ໜຶ່ງ​ອາ​ທິດ ເພື່ອ​ເສີມ​ສ້າງ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ​ແລະ ແລ້ວ​ໄດ້​ພາ​ກັນ​ກັບ​ບ້ານ​ຫາ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ ສ່ອງ​ແສງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮັກ​ຂອງ​ພຣະ​ຄຣິດ.

ມັນ​ກໍ​ຈິງ​ແທ້ ທີ່​ສາດ​ສະ​ໜາ​ຈັກ​ຈະ​ມີ​ຜູ້​ຄົນ​ວິ​ຈານ​ຢູ່​ຕະ​ຫລອດ. ມັນ​ກໍ​ໄດ້​ເປັນ​ແບບ​ນີ້​ມາ​ຕັ້ງ​ແຕ່​ຕົ້ນ ແລະ ຈະ​ເປັນ​ແບບ​ນີ້​ຕໍ່​ໄປ​ຈົນ​ເຖິງ​ທີ່​ສຸດ. ​ແຕ່ເຮົາ​ຈະ​ປ່ອຍ​ໃຫ້​ຄວາມ​ວິ​ຈານ​ດັ່ງ​ກ່າວ ຫລຸດ​ຄວາມ​ຮູ້​ສຶກ​ໄວ​ຂອງ​ເຮົາ​ຕໍ່​ຄວາມ​ສະ​ຫວ່າງ​ທີ່​ມີ​ໄວ້​ໃຫ້​ເຮົາ​ບໍ່​ໄດ້​ເດີ. ການ​ຮັບ​ຮູ້​ຄວາມ​ສະ​ຫວ່າງ ແລະ ການ​ສະ​ແຫວງ​ຫາ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳ​ລັບ​ຄວາມ​ສະ​ຫວ່າງ​ນັ້ນ​ຫລາຍ​ຂຶ້ນ.

ໃນ​ໂລກ​ທີ່​ມືດ​ມົວ, ຄວາມ​ສະ​ຫວ່າງ​ຂອງ​ ສາດ​ສະ​ໜາ​ຈັກຈະ​ຮຸ່ງ​ແຈ້ງ ຫລາຍ​ຂຶ້ນ​ໄປ​ເລື້ອຍໆ ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.

2. ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ

ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຄື​ເສັ້ນ​ທາງ​ທີ່​ຈະ “ສ່ອງ​ແສງ​ເຫລື້ອມ​ໃສ​ຂຶ້ນ​ໄປ​ຈົນ​ກວ່າ​ກາງ​ເວັນ​ມາ​ຮອດ,”9 ແລະ ມັນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ທີ່​ສຸດ​ຢູ່​ໃນ​ຄອບ​ຄົວ​ຂອງ​ເຮົາ ແລະ ໃນ​ພຣະ​ວິ​ຫານ​ຕະ​ຫລອດ​ທົ່ວ​ໂລກ.

ປຶ້ມ ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ກ່າວ​ວ່າ: “ຜ່າ​ນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄອບ​ຄົວ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ການ​ເຂົ້າ​ໃຈ​ຜິດ, ການ​ໂຕ້​ຖຽງ, ແລະ ການ​ທ້າ​ທາຍ. ຄອບ​ຄົວ​ທີ່​ໄດ້​ຖືກ​ແບ່ງ​ແຍກ​ຍ້ອນ​ການ​ບໍ່​ລົງ​ເອີ່ຍ​ກັນ ກໍ​ສາ​ມາດ​ຄືນ​ດີ​ໄດ້​ຜ່ານ​ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ແລະ ການ​ມີ​ສັດ​ທາ​ໃນ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.”10 ໃນ​ເວ​ລາ​ນີ້​ຫລາຍ​ກວ່າ​ໃນ​ເວ​ລາ​ອື່ນ​ໃດ, ຄອບ​ຄົວ​ຂອງ​ເຮົາ​ຕ້ອງ​ເປັນ​ແຫລ່ງ​ຂອງ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ຕໍ່​ທຸກໆ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ຄອບ​ຄົວ​ຈະ​ມີ​ຄວາມ​ສະ​ຫວ່າງ​ນັ້ນ​ຫລາຍ​ຂຶ້ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ສ້າງ​ຄອບ​ຄົວ​ທີ່​ມີ “ສັດ​ທາ, ... ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ຄວາມ​ນັບ​ຖື, ຄວາມ​ຮັກ, [ແລະ] ຄວາມ​​ເຫັນ​ອົກ​ເຫັນ​ໃຈ,”11 ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ມີ​ຫລາຍ​ຂຶ້ນ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕໍ່​ກັນ​ແລະ​ກັນ. ຄອບ​ຄົວ​ຈະ​ເຂັ້ມ​ແຂງ​ຂຶ້ນ, ແລະ ຄວາມ​ສະ​ຫວ່າງ​ທີ່​ຢູ່​ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ​ກໍ​ຈະ​ຮຸ່ງ​ແຈ້ງ​ຂຶ້ນ​ຫລາຍ.

ເຮົາ​​ອ່ານ​ໃນ​ວັດ​ຈະ​ນາ​ນຸ​ກົມ​ພຣະ​ຄຣິ​ສ​ຕະ​ທຳ​ຄຳ​ພີ​ວ່າ, “ມີ​ພຽງ​ແຕ່​ບ້ານ​ເທົ່າ​ນັ້ນ​ທີ່​ຈະ​ເທົ່າ​ທຽບ​ພຣະ​ວິ​ຫານ​ໄດ້​ໃນ​ຄວາມ​ສັກ​ສິດ.”12 ບັດ​ນີ້​ເຮົາ​ກໍ​ມີ​ພຣະ​ວິ​ຫານ 155 ແຫ່ງ​ທີ່​ເປີດ​ບໍ​ລິ​ການ ແລະ ຍັງ​ມີ​ຫລາຍ​ແຫ່ງ​ທີ່​ຈະ​ຖືກ​ສ້າງ​ຂື້ນ​ໃນ​ບໍ່​ດົນ​ນີ້. ຫລາຍໆຄອບ​ຄົວ​ກໍ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ສຳ​ລັບ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ. ສະ​ມາ​ຊິກ​ກໍ​ພາ​ກັນ​ສົ່ງ​ລາຍ​ຊື່​ຂອງ​ບັນ​ພະ​ບຸ​ລຸດ​ເຂົ້າ​ໄປ​ທີ່​ພຣະ​ວິ​ຫານ ເພື່ອ​ດຳ​ເນີນ​ພິ​ທີ​ການ​ທີ່​ຊ່ວຍ​ໃຫ້​ລອດ​ຕ່າງໆ. ເຮົາ​​ໄດ້​ເຫັນ​​ແທ້ໆເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ ແລະ ການ​ສະ​ຫລອງ​ຢ່າງ​ໃຫຍ່​ຫລວງ ທັງ​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ວິນ​ຍານ​ດ້ວຍ!

ໃນ​ໂລກ​ທີ່​ມືດ​ມົວ, ຄວາມ​ສະ​ຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.

3. ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ

ເຮົາ​ບໍ່​ສາ​ມາດ​ກ່າວ​ເຖິງ​ຄວາມ​ສະ​ຫວ່າງ ໃນ ໂລກ​ໄດ້​ປາດ​ສະ​ຈາກ​ການ​ກ່າວ​ເຖິງ ຄວາມ​ສະ​ຫວ່າງ ຂອງ ໂລກ, ນັ້ນ​ຄື​ພຣະ​ເຢ​ຊູ​ຄຣິດ. ການ​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ກໍ​ຄື​ວ່າ ທຸກໆ​ຄົນ​ທີ່​ໄດ້​ລົງ​ມາ​ສູ່​ໂລກ​ນີ້ ກໍ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກັບ​ບ້ານ. ປະ​ທານບອຍ ເຄ ແພ໊ກ​ເກີ ໄດ້​ສອນ​ວ່າ: “ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ​ກໍ​ມີ​ຢູ່​ສະ​ເໝີ. ... ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ນັ້ນ​ມີ​ຢູ່​ທົ່ວ​ໄປ​ເໝືອນ​ດັ່ງ​ແສງ​ແດດ​ນັ້ນ​ເອງ. ບ່ອນ​ໃດ​ກໍ​ຕາມ​ທີ່​ມີ​ມະ​ນຸດ, ບ່ອນ​ນັ້ນ​ກໍ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ.”13 ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ “ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ມະ​ນຸດ​ເຮັດ​ຄວາມ​ດີ​ຢູ່​ຕະ​ຫລອດ​ເວ​ລາ”14 ແລະ ຕຽມ​ທຸກ​ຄົນ​ທີ່​ສະ​ແຫວງ​ຫາ​ຄວາມ​ດີ​ງາມ ແລະ ຄວາມ​ຈິງ​ໃຫ້​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສອນ​ວ່າ ພຣະ​ອົງ​ຄື​ຄວາມ​ສະ​ຫວ່າງ​ທີ່ ເຮັດ​ໃຫ້​ດວງ​ຕາ​ຂອງ​ເຮົາ​ແຈ້ງ​ສະ​ຫວ່າງ, ໃຫ້​ຊີ​ວິດ​ຊີ​ວາ​ແກ່​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ, ແລະ ໃຫ້​ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ.15 ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຈະ​ຊ່ວຍ​ເຮົາ​ໃຫ້​ມອງ​ເຫັນ​ຄົນ​ອື່ນ​ເໝືອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຫັນ​ເຂົາ​ເຈົ້າ. ເຮົາ​ຈະ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ ແລະ ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ດິ້ນ​ລົນ​ຂອງ​ເຂົາ​ເຈົ້າ. ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ຫລາຍ​ຂຶ້ນ​ກັບ​ຜູ້​ຄົນ​ທີ່​ອາດ​ບໍ່​ນະ​ມັດ​ສະ​ການ ຫລື ຮັບ​ໃຊ້​ດັ່ງ​ທີ່​ເຮົາ​ເຮັດ. ມັນ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ນັ້ນ​ຢ່າງ​ສົມ​ບູນ ແລະ ເຫັນ​ວ່າ​ເຮົາ​ມີ​ພາກ​ສ່ວນ​ແນວ​ໃດ​ໃນ​ແຜນ​ທີ່​ຊົງ​ຮັກ​ນັ້ນ​ອັນ​ຍິ່ງ​ໃຫຍ່​ນັ້ນ. ມັນ​ຈະ​ໃຫ້​ຊີ​ວິດ, ຄວາມ​ໝາຍ, ແລະ ຈຸດ​ປະ​ສົງ​ຕໍ່​ທຸກໆ​ສິ່ງ​ທີ່​ເຮົາ​ເຮັດ. ບັດ​ນີ້, ພ້ອມ​ດ້ວຍ​ຄວາມ​ສຸກ​ທັງ​ໝົດ​ທີ່​ຈະ​ເຂົ້າ​ມາ​ສູ່​ຊີ​ວິດ​ເຮົາ ຂະ​ນະ​ທີ່​ເຮົາ​ເຂົ້າ​ໃຈ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ຢ່າງ​ເຕັມ​ທີ່, ມັນ​ຍັງ​ຈະ​ບໍ່​ເທົ່າ​ທຽບ​ກັບ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ເຮົາ​ຈະ​ຮູ້​ສຶກ ເມື່ອ​ເຮົາ​ເຫັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ເກີດ​ຜົນ​ດີ​ໃນ​ຊີ​ວິດ​ຂອງ​ຄົນ​ອື່ນ—ດັ່ງ​ເຊັ່ນ ຄົນ​ໃນ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ແມ່ນ​ແຕ່​ຄົນ​ແປກ​ໜ້າ​ກໍ​ຕາມ.

ຮູບ​ພາບ
ການ​ດັບ​ເພີງ​ຢູ່​ຕຶກ​ໂບດ

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ນັ້ນ​ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຍິນ ເລື່ອງ​ລາວ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ​ຄົນ​ດັບ​ເພີງ​ທີ່​ກ້າ​ຫານ ທີ່​ໄດ້​ສູ້​ກັບ​ໄຟ ເພື່ອ​ຊ່ວຍ​ດັບ​ໄຟ​ທີ່​ໄໝ້​ຕຶກ​ສະ​ເຕກ​ແຫ່ງ​ໜຶ່ງ​ຢູ່ ລັດ​ຄາ​ລີ​ຟໍເນຍ​ສຽງ​ໃຕ້ ເມື່ອ​ປີ 2015. ຂະ​ນະ​ທີ່​ໄຟ​ລາມ​ໄໝ້​ເຂົ້າ​ໄປ ຜູ້​ບັນ​ຊາ​ການ​ຂອງ​ກຸ່ມ​ໄດ້​ໂທ​ຫາ​ເພື່ອນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພື່ອ​ຖາມ​ວ່າ​ສິ່ງ​ຂອງ​ສັກ​ສິດ ແລະ ຈອກ​ນ້ຳ​ສິນ​ລະ​ລຶກ​ນັ້ນ​ຖືກ​ເກັບ​ໄວ້​ຢູ່​ບ່ອນ​ໃດ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄປ​ເກັບ​ມັນ​ໄວ້. ເພື່ອນ​ຂອງ​ລາວ​ໄດ້​ໃຫ້​ລາວ​ແນ່​ໃຈ​ວ່າ ບໍ່​ມີ​ສິ່ງ​ຂອງ​ສັກ​ສິດ​ໃດໆ ແລະ ວ່າ​ຈອກນ້ຳ​ສິນ​ລະ​ລຶກ​ນັ້ນ​ກໍ​ຫາ​ເອົາ​ໃໝ່​ໄດ້. ແຕ່​ຜູ້​ບັນ​ຊາ​ການ​ໄດ້​ຮູ້​ສຶກ​ວ່າ​ລາວ​ຄວນ​ຊ່ວຍ​ໃຫ້​ໄດ້​ຫລາຍ​ກວ່າ​ນັ້ນ, ສະ​ນັ້ນ​ລາວ​ຈຶ່ງ​ໄດ້​ສົ່ງ​ຜູ້​ດັບ​ເພີງ​ກັບ​ເຂົ້າ​ໄປ​ທີ່​ຕຶກ​ນັ້ນ​ອີກ ແລະ ດຶງ​ເອົາ​ຮູບ​ຂອງ​ພຣະ​ຄຣິດ​ທີ່ຢູ່​ເທິງ​ຝາ​ລົງ​ມາ ເພື່ອ​ວ່າ​ຈະ​ເກັບ​ຮັກ​ວາ​ມັນ​ໄວ້. ເຂົາ​ເຈົ້າ​ໄດ້​ເອົາ​ແຜ່ນ​ໜຶ່ງ​ໃສ່​ລົດ​ດັບ​ເພີງ​ໄວ້ ເພື່ອ​ວ່າ​ຜູ້​ດັບ​ເພີງ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ. ຄວາມ​ເມດ​ຕາ, ຄວາມ​ດີ​ງາມ, ແລະ ຄວາມ​ຮູ້​ສຶກ​ໄວ​ຂອງ​ຜູ້​ບັນ​ຊາ​ການ​ຄົນ​ນັ້ນ​ຕໍ່​ຄວາມ​ສະ​ຫວ່າງ (ພຣະ​ຄຣິດ) ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຊາບ​ຊຶ້ງ​ໃຈ​ຫລາຍ, ໃນ​ຊ່ວງ​ເວ​ລາ​ທີ່​ເປັນ​ອັນ​ຕະ​ລາຍ ແລະ ຍາກ​ລຳ​ບາກ.

ຮູບ​ພາບ
ການ​ຮັກສາ​ຮູບ​ແຕ້ມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ຈາກ​ໄຟ
ຮູບ​ພາບ
ຄົນ​ດັບ​ເພີງ​ພ້ອມ​ກັບ​ຮູບ​ແຕ້ມ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ

ໃນ​ໂລກ​ທີ່​ມືດ​ມົວ, ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.

ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຊ້ຳ​ຖ້ອຍ​ຄຳ​ຂອງ​ໂປ​ໂລ ອີກ​ທີ່​ວ່າ: “ຈົ່ງ​ປະ​ກອບ​ຕົວ​ດ້ວຍ​ອາ​ວຸດ​ແຫ່ງ​ຄວາມ​ສະ​ຫວ່າງ.”16 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ພຣະ​ອົງ​ຄື​ຄວາມ​ສະ​ຫວ່າງ​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ຄວາມ​ສະ​ຫວ່າງ​ທີ່​ມີ​ໄວ້​ໃຫ້​ເຮົາ ຜ່ານ​ການ​ມີ​ພາກ​ສ່ວນ​ຫລາຍ​ຂຶ້ນ​ໃນ​ສາດ​ສະ​ໜາ​ຈັກ ແລະ ການ​ນຳ​ໃຊ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຂຶ້ນ​ໃນ​ຄອບ​ຄົວ​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ໄດ້​ເຫັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ໃນ​ຕົວ​ຄົນ​ອື່ນ​ຢູ່​ສະ​ເໝີ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ມັນ​ຢູ່​ໃນ​ຕົວ​ເຂົາ​ເຈົ້າ​ເອງ. ເມື່ອ​ເຮົາ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ນັ້ນ, ເຮົາ​ຈະ​ໄດ້​ຮັບ​ພອນ​ເພີ່ມ​ອີກ ດ້ວຍ​ຄວາມ​ສະ​ຫວ່າງ​ທີ່​ມີ​ຫລາຍ​ຂຶ້ນ, ແມ່ນ​ແຕ່​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ ເມື່ອ​ເຮົາ​ຈະ​ເຫັນ “ພຣະ​ບິ​ດາ​ແຫ່ງ​ຄວາມ​ສະ​ຫວ່າງ,”17 ອີກ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ຄວາມ​ສະ​ຫວ່າງ​ຂອງ​ໂລກ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ອາແມນ.