​2010–2019
​“ເຮົາ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ”
ເດືອນ​ເມສາ 2017


​“ເຮົາ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ”

ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ວ່າ ຈະ​ປະທານ​ສັນຕິ​ສຸກ​ໃຫ້​ແກ່​ສານຸສິດ​ຂອງ​ພຣະອົງ ​ໃນ​ຂະນະ​ທີ່​ພຣະອົງ​ຈະ​ຈາກ​​ເຂົາ​ເຈົ້າ​​ໄປ. ພຣະອົງ​ໄດ້​ສັນຍາ​ຢ່າງ​ດຽວ​ກັນນັ້ນກັບ​ເຮົາ.

​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ພວກ​ເຮົາ​ໄດ້​ຮັບ​ພອນ​ຫລາຍ​​ໃນ​ຄ່ຳ​ຄືນ​ນີ້ ໂດຍ​ພຣະວິນ​ຍານ​ຂອງ​ພຣະ​ເຈົ້າ. ຂ່າວສານ​ທີ່​ມີ​ພະລັງ​ຂອງ​​ເອື້ອຍ​ນ້ອງຜູ້ນຳສະຕີ ​ແລະ ​ເພງ ​​ກໍ​ໄດ້​ເສີມ​ສັດທາ​ ​ແລະ ​ເພີ່ມ​ຄວາມ​ປາດ​ຖະໜາ​ຂອງ​ເຮົາ ທີ່​ຈະ​ຮັກ​ສາ​ພັນທະ​ສັນຍາ​ອັນ​ສັກສິດ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບພຣະບິດາ​ເທິງ​ສະຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ​ພວກ​ເຮົາ​ໄດ້​ຮູ້ສຶກ​ເຖິງ ຄວາມ​ຮັກ​ທີ່​ພວກເຮົາ​ມີ​ຫລາຍຂຶ້ນຕໍ່ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ​ແລະ ຄວາມ​ຮູ້​ບຸນ​ຄຸນ​ສຳລັບ​ຂອງ​ປະທານ​ທີ່​ປະ​ເສີດ​ລ້ຳ ​ແຫ່ງ​ການ​​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະອົງ.

ຂ່າວສານ​ຂອງ​ຂ້າພະ​ເຈົ້າ​ໃນ​ຄ່ຳ​ຄືນ​ນີ້ ​ແມ່ນ​ລຽບ​ງ່າຍ. ​ເຮົາທຸກ​ຄົນຮູ້ສຶກ​ເຖິງ​​ສັນຕິ​ສຸກ​ໃນ​ຄ່ຳ​ຄືນ​ນີ້. ​ເຮົາ​ທຸກ​ຄົນຢາກ​ຮູ້ສຶກ​​ເຖິງ​ສັນຕິ​ສຸກ​ດັ່ງກ່າວເລື້ອຍໆ​ພາຍ​ໃນ​ຕົວ​ເຮົາ​ເອງ, ​ໃນ​ຄອບຄົວ, ​ແລະ ​​ກັບຜູ້​ຄົນ​ທີ່ຢູ່​ອ້ອມ​ຮອບ​ເຮົາ. ພຣະຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ວ່າ ຈະ​ປະທານ​ສັນຕິ​ສຸກ​ໃຫ້​ແກ່​ສານຸສິດ​ຂອງ​ພຣະອົງ ​ໃນ​ຂະນະ​ທີ່​ພຣະອົງ​ຈະ​ຈາກ​​ເຂົາ​ເຈົ້າ​​ໄປ. ພຣະອົງ​ໄດ້​ສັນຍາ​ຢ່າງ​ດຽວ​ກັນນັ້ນກັບ​ເຮົາ. ​ແຕ່​ພຣະອົງ​ໄດ້​ກ່າວ​ວ່າ ພຣະອົງ​ຈະ​ປະທານ​ສັນຕິ​ສຸກ ​ໃນ​ວິທີຂອງ​ພຣະອົງ​ເອງ, ບໍ່​ແມ່ນ​​ໃນ​ວິທີ​ຂອງ​ໂລກ. ພຣະອົງ​ໄດ້​ບັນຍາຍ​ເຖິງ​ວິທີ​ທີ່​ພຣະອົງ​ຈະ​ສົ່ງ​ສັນຕິ​ສຸກ​ມາ​ໃຫ້ ດັ່ງ​ນີ້:

“​ແຕ່​ພຣະຜູ້​ປອບ​ໂຍນ​ຄື ພຣະວິນ​ຍານ​ບໍລິສຸດ​ຍັງ​ຢູ່​ກັບ​ພວກ​ເຈົ້າ, ຜູ້​ທີ່​ພຣະບິດາ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ, ອົງ​ນັ້ນ​ແຫລະ ຈະ​ສິດສອນ​ພວກ​ເຈົ້າທຸກ​ສິ່ງ ​ແລະ ຈະ​ເຕືອນ​ໃຫ້​ພວກ​ເຈົ້າລະນຶກ​ເຖິງ​ທຸກ​ສິ່ງ, ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວນັ້ນ.

“​ເຮົາ​ມອບ​ສັນຕິ​ສຸກ​ໄວ້​ກັບ​ພວກ​ເຈົ້າ, ​ເປັນ​ສັນຕິ​ສຸກ​ຂອງ​ເຮົາ ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິ​ສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ຍວາຍ​ເປັນ​ທຸກ​ໃຈ ​ແລະ ຢ່າ​ສູ່​ຢ້ານ” (ໂຢຮັນ 14:26–27).

ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ຕ້ອງການ​ຂອງ​ປະທານ​ແຫ່ງ​ສັນຕິ​ສຸກ​ນັ້ນ ​ເມື່ອ​ເຂົາ​ເຈົ້າ​​ກຳລັງ​ຈະອອກ​ໄປ​​ສອນ​ສາດສະໜາ​ໃຫ້​ແກ່​ຊາວ​ເລ​ມັນ. ​ໂດຍ​ທີ່​ມີ​ຄວາມ​​ກັງວົນຫລາຍ​ສົມຄວນ ​ແລະ ຮູ້ສຶກ​ເຖິງ​ຄວາມ​ໜັກໜ່ວງຂອງ​ພາລະກິດ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າຈຶ່ງ​ໄດ້​ອະທິຖານ​ຂໍ​ຄວາມໝັ້ນ​ໃຈ. ​ແລະ “ພຣະຜູ້​ເປັນ​ເຈົ້າ​ໄດ້​ສະ​ເດັດ​ມາ​ຢ້ຽມຢາມ​ເຂົາ​ເຈົ້າ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະອົງ, ​ແລະ ​ໄດ້​ກ່າວ​ກັບ​ເຂົາ​ເຈົ້າດັ່ງ​ນີ້: ຈົ່ງ​ສະບາຍ​ໃຈ​ເຖີດ ​ແລະ ​ເຂົາ​ເຈົ້າກໍ​ສະບາຍ​ໃຈ” (ແອວ​ມາ 17:10; ​ເບິ່ງ ​ແອວ​ມາ 26:27 ນຳ​ອີກ).

ບາງ​ເທື່ອ, ທ່ານ​ກໍ​ຢາກ​ມີສັນຕິ​ສຸກ ​ໃນ​​ເວລາ​ທີ່​ທ່ານ​ປະ​ເຊີນ​ກັບ​ສິ່ງ​ທີ່​ບໍ່​ແນ່ນອນ ​ແລະ ​ເບິ່ງ​ຄື​ວ່າ ທ່ານ​ກຳລັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍ. ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ ​ໄດ້​ຮຽນ​ຮູ້​ບົດຮຽນ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ສອນ​ໂມ​ໂຣ​ໄນ. ມັນ​ເປັນ​ຄຳ​ແນະນຳ​ສຳລັບ​ເຮົາ​ທຸກ​ຄົນ. “ຖ້າ​ຫາກ​ມະນຸດ​ມາ​ຫາ​ເຮົາ, ​ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ຄວາ​ມອ່ອນ​ແອ​ຂອງ​ເຂົາ. ​ເຮົາ​ຈະ​ມອບ​ຄວາ​ມອ່ອນ​ແອ​ໃຫ້​ມະນຸດ ​ເພື່ອ​ເຂົາ​ຈະ​ໄດ້​ຖ່ອມຕົວ; ​ແລະ ພຣະຄຸນ​ຂອງ​ເຮົາ​ມີ​ພຽງພໍ​ສຳລັບ​ຄົນ​ທັງ​ປວງ​ທີ່​ຖ່ອມຕົວ​ຕໍ່ໜ້າ​ເຮົາ; ​ເພາະ​ຖ້າ​ຫາກ​ເຂົາ​ຖ່ອມຕົວ​ຕໍ່ໜ້າ​ເຮົາ, ​ແລະ ມີ​ສັດທາ​ໃນ​ເຮົາ, ​ເວລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ອ່ອນ​ແອນັ້ນກັບ​ມາ​ເຂັ້ມ​ແຂງ​ສຳລັບ​ເຂົາ” (ອີ​ເທີ 12:27).

​ໂມ​ໂຣ​ໄນ​ໄດ້​ກ່າວ​ວ່າ ​ເມື່ອ​ເພິ່ນ “​ໄດ້​ຍິນ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ,” ​ເພິ່ນ “ກໍ​ສະບາຍ​ໃຈຂຶ້ນ” (ອີ​ເທີ 12:29). ຄຳ​ນີ້ຈະ​ຊ່ວຍ​ໃຫ້​​ເຮົາ​ທຸກ​ຄົນສະບາຍ​​ໃຈຂຶ້ນ. ຜູ້​ຄົນ​ທີ່​ບໍ່​ສາມາດ​ເຫັນ​ຄວາມ​ອ່ອນ​ແອຂອງ​ຕົນ ຈະ​ບໍ່​ສາມາດ​ກ້າວໜ້າ. ຄວາມ​ຮັບ​ຮູ້​ຂອງ​ທ່ານ​ເຖິງຄວາມ​ອ່ອນ​ແອ​ຂອງ​ທ່ານກໍ​ເປັນ​ພອນ​ຢ່າງ​ໜຶ່ງ, ​ເມື່ອ​ມັນ​ຊ່ວຍ​ທ່ານ​ໃຫ້​ຖ່ອມຕົວ​ຕໍ່​ໄປ ​ແລະ ຊ່ວຍ​ທ່ານ​ຫັນ​ມາ​ຫາ​ພຣະຜູ້ຊ່ວຍ​ໃຫ້​ລອດ. ພຣະວິ​ນຍານ​ບໍ່​ພຽງ​ແຕ່​ປອບ​​ໂຍນ​ທ່ານ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນຕົວ​ແທນ​ນຳ​ອີກ ຊຶ່ງ​ໂດຍ​ທາງ​ພຣະອົງການ​ຊົດ​​ໃຊ້​ຈະ​ສາມາດ​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ທ່ານ​ໄດ້. ​ແລ້ວ​ສິ່ງ​ທີ່​ອ່ອນ​ແອ ຈະ​ກັບ​​ເຂັ້ມ​ແຂງ​.

ບາງ​ເທື່ອ​ສັດທາ​ຂອງ​ທ່ານ​ຈະ​ຖືກ​ທ້າ​ທາຍ ​ໂດຍ​ຊາຕາ​ນ; ມັນ​ເກີດ​ຂຶ້ນກັບ​ສານຸສິດ​​ຂອງ​ພຣະ​ເຢຊູ​ຄຣິດທຸກ​ຄົນ. ສິ່ງ​ທີ່​ທ່ານ​ໃຊ້​ປ້ອງ​ກັນ​ການ​ໂຈມ​ຕີ​ເຫລົ່າ​ນີ້ ​ແມ່ນ​ການ​ຮັກສາ​ພຣະວິນ​ຍານ​ບໍລິສຸດ ​ໃຫ້​​ເປັນ​ເພື່ອນ​ຂອງ​ທ່ານ. ​ພຣະວິນ​ຍານ​ຈະ​ກ່າວ​ຄວາມສະຫງົບ​ຕໍ່​ຈິດ​ວິນ​ຍານ​ຂອງ​ທ່ານ. ພຣະອົງຈະ​ຊັກ​ຊວນ​ທ່ານ​​ໃຫ້ກ້າວ​ເດີນ​ໄປ​ໜ້າ​ດ້ວຍ​ສັດທາ. ​ແລະ ພຣະອົງ​ຈະ​ເຮັດ​ໃຫ້​ທ່ານ​ຈື່​ຈຳ​ເຖິງ​​ເວລາ​​ເຫລົ່ານັ້ນ ​ເມື່ອ​ທ່ານ​​ໄດ້ຮູ້ສຶກ​ເຖິງຄວາມ​ສະຫວ່າງ ​ແລະ ຄວາມ​ຮັກ​ຂອງ​ພຣະ​ເຢຊູ​ຄຣິດ.

ການ​ຈື່​ຈຳອາດ​ເປັນ​ຂອງ​ປະທານ​ຢ່າງ​ໜຶ່ງ​ທີ່​ມີຄ່າ​ທີ່​ສຸດ ທີ່​ພຣະວິນ​ຍານ​ສາມາດ​ປະທານ​ໃຫ້​ທ່ານ​ໄດ້. ພຣະອົງ​ຈະ “ເຕືອນ​ໃຫ້​​ທ່ານລະນຶກ​ເຖິງ​ທຸກ​ສິ່ງ, ບໍ່​ວ່າ​ອັນ​ໃດ​ກໍ​ຕາມທີ່ [ພຣະຜູ້​ເປັນ​ເຈົ້າ​ໄດ້] ກ່າວ​ກັບ​ທ່ານ” (ໂຢຮັນ 14:26). ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານອາດ​ເປັນຄວາມ​ຊົງ​ຈຳ, ອາດ​ເປັນ​ການ​ໄດ້​ຮັບພິທີການ​ຂອງ​ຖານະ​ປະ​ໂລຫິດ, ອາດ​ເປັນ​ການ​ຢືນຢັນ​​ແກ່ປະຈັກ​ພະຍານຂອງ​ທ່ານ, ຫລື ອາດ​ເປັນ​ເວລາທີ່ທ່ານ​​ເຫັນ​ພຣະຫັດ​ທີ່​ນຳພາຂອງ​ພຣະ​ເຈົ້າຢູ່​ໃນ​ຊີວິດ​ຂອງ​ທ່ານ. ບາງທີ ​ໃນ​ອະນາຄົດ ຕອນ​ທ່ານ​ຕ້ອງການ​ຄວາມ​ເຂັ້ມ​ແຂງ, ພຣະວິນ​ຍານ​ອາດ​ນຳ​ຄວາມ​ຊົງ​ຈຳກັບ​ຄືນ​ມາ​ສູ່ທ່ານ ​ຊຶ່ງ​ເປັນຄວາມຮູ້ສຶກ​ທີ່​ທ່ານ​ມີ​ ​ໃນ​ກອງປະຊຸມ​ນີ້. ຂ້າພະ​ເຈົ້າອະທິຖານ​ວ່າ ມັນ​ຈະ​ເປັນ​ແນວ​ນັ້ນ.

ຄວາມ​ຊົງ​ຈຳ​ໜຶ່ງ​ທີ່​ພຣະວິນ​ຍານ​ມັກ​ນຳ​ມາສູ່​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ​ແມ່ນ ກອງ​ປະຊຸມ​ສິນ​ລະ​ລຶກ​ໃນ​ຄ່ຳ​ຄືນ​ໜຶ່ງ​ ​ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ໄດ້​ຖືກຈັດ​ຂຶ້ນຢູ່​ໃນ​​ສາງເຫລັກ ຫລັງ​ນ້ອຍ​ໆ ​ໃນ​​ເມືອງ​ອິນ​ສະບຣຸກ, ປະ​ເທດ ອໍ​ສະ​ເຕຣຍ. ສາງ​ນັ້ນຕັ້ງຢູ່​ກ້ອງ​​ເສັ້ນທາງ​ລົດ​ໄຟ.​ ມີ​ຜູ້​ຄົນ​ປະມານ​ສິບ​ປາຍ​ຄົນ​ເທົ່າ​ນັ້ນ ທີ່​ນັ່ງ​ຢູ່​ຕັ່ງ​ໄມ້. ສ່ວນ​ຫລາຍ​ແລ້ວ​ແມ່ນຜູ້ຍິງ, ບາງ​ຄົນ​ກໍ​ໜຸ່ມ ​ແລະ ບາງ​ຄົນ​ກໍ​ເຖົ້າ. ຂ້າພະ​ເຈົ້າ​ໄດ້​ເຫັນ​ນ້ຳຕາ​​ແຫ່ງ​ຄວາມ​ກະຕັນຍູ ລະຫວ່າງ​ການຢາຍສິນ​ລະ​ລຶກ ​ໃຫ້​ຜູ້​ມາ​ຮ່ວມ ກຸ່ມ​ນ້ອຍໆນັ້ນ. ​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ສຳລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ​ແລະ ​ເຂົາ​ເຈົ້າກໍ​ຮູ້ສຶກ​ຄື​ກັນ. ແຕ່​ການ​ມະ​ຫັດສະ​ຈັນ​ທີ່​ຂ້າພະ​ເຈົ້າຈື່​ໄດ້​ຢ່າງ​ແຈ່ມ​ແຈ້ງແມ່ນ ຄວາມ​ສະຫວ່າງ​ທີ່​​ເບິ່ງ​ຄື​ວ່າ ​ເຕັມຢູ່​ໃນ​ສາງ​ເຫລັກ​ບ່ອນ​ນັ້ນ ​ແລະ ຜູ້​ຄົນ​ເຕັມ​ໄປ​ດ້ວຍ​ສັນຕິ​ສຸກ. ມັນ​ເປັນ​ເວລາ​ກາງຄືນ ​ແລະ ບໍ່​ມີ​ປ່ອງຢ້ຽມ, ​​ແຕ່​ຫ້ອງ​ແຈ້ງ​ສະຫວ່າງ ຄື​ກັນ​ກັບຄວາມ​ແຈ້ງ​ຂອງ​ທ່ຽງ​ວັນ.

ຄວາມ​ສະຫວ່າງ​ຂອງ​ພຣະວິນ​ຍານສັກສິດ​ໄດ້​ຮຸ່ງ​ເຫລື້ອມ ​ແລະ ​ເຕັມ​ໄປ​ທົ່ວ ​ໃນ​ຄ່ຳ​ຄືນນັ້ນ. ​ແລະ ປ່ອງຢ້ຽມ​ທີ່​ເປີດ​ຮັບ​ຄວາມ​ສະຫວ່າງ ​ແມ່ນ​ໃຈ​ທີ່​ຖ່ອມຕົວ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເຫລົ່ານັ້ນ, ຜູ້​ໄດ້​ມາ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເພື່ອ​ສະ​ແຫວງຫາ​ການ​ໃຫ້ອະ​ໄພ​ບາບ​ຂອງ​ເຂົາ​ເຈົ້າ ​ແລະ ສັນຍາ​ທີ່​ຈະ​ລະນຶກ​ເຖິງ​ພຣະອົງ​ຕະຫລອດ​ເວລາ. ມັນ​ບໍ່​ຍາກ​ທີ່​ຈະ​ລະນຶກ​ເຖິງ​ພຣະອົງ ​ໃນ​ຕອນ​ນັ້ນ, ​ແລະ ຄວາມ​ຊົງ​ຈຳ​​ຂອງຂ້າພະ​ເຈົ້າ​ເຖິງ​ປະສົບ​ການ​ທີ່​ສັກສິດ​ນັ້ນ ໄດ້​ເຮັດ​ໃຫ້ມັນງ່າຍ​ຂຶ້ນສຳລັບ​ຂ້າພະ​ເຈົ້າ ທີ່​ຈະລະ​ນຶກ​ເຖິງ​ພຣະອົງ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ ​ໃນ​ຫລາຍ​ປີ​ຕໍ່​ມາ. ​ໃນ​ມື້ນັ້ນ ຄຳ​ສັນຍາ​ໃນ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ​ວ່າ ພຣະວິນ​ຍານ​ຈະ​ສະຖິດ​ຢູ່​ກັບ​ເຮົາ ​ໄດ້​ເຕັມ​ໄປ​ທົ່ວ ​ແລະ ນຳຄວາມ​ຮູ້ສຶກ​ເຖິງ​ຄວາມ​ສະຫວ່າງ ​ແລະ ສັນຕິ​ສຸກ ມາ​ໃຫ້​ພວກເຮົາ.

ຄື​ກັບ​ທ່ານ, ຂ້າພະ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ ສຳລັບ​ຫລາຍ​ວິທີ​ທາງ​ທີ່​ພຣະຜູ້​ເປັນ​ເຈົ້າ ​ໄດ້​ມາ​ຢ້ຽມຢາມ​ຂ້າພະ​ເຈົ້າ ​​ເວລາ​ຂ້າພະ​ເຈົ້າຕ້ອງການ​ສັນຕິ​ສຸກ. ​ແຕ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ເຮົາ ມີ​ຄວາມ​ເປັນ​ຫ່ວງ​ເປັນ​​ໃຍ ບໍ່​ພຽງ​ແຕ່ ກ່ຽວ​ກັບ​ຄວາມ​ສະບາຍ​ໃຈ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ຫລາຍ​ກວ່າ​ນັ້ນ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ເຮົາ​. “ພຣະຜູ້​ປອບ​ໂຍນ” ​ເປັນພຽງພຣະນາມ​ໜຶ່ງ​ໃນ​ຫລາຍໆ​ພຣະນາມ ທີ່​ພຣະວິນ​ຍານ​ບໍລິສຸດ ​ໄດ້​ຖືກບັນຍາຍ​ໄວ້ ຢູ່​ໃນ​ພຣະຄຳ​ພີ. ນີ້​ແມ່ນ​ອີກ​ອັນ​ໜຶ່ງ: ພຣະວິນ​ຍານ​ບໍ​ລິ​ສຸດ ​ໄດ້ຖືກ​ບັນຍາຍ​ອີກ​ວ່າ​ເປັນ​ພຣະວິນ​ຍານ ທີ່​ພາ​ໃຫ້​ເຮັດ​ຄວາມ​ດີ (ເບິ່ງ D&C 11:12). ສ່ວນ​ຫລາຍ​ແລ້ວ, ຄວາມ​ດີ​ທີ່​ພຣະອົງ ຈະ​ພາ​ທ່ານ​ໄປ​​ເຮັດ ​ແມ່ນ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ບາງ​ຄົນ ​ໃຫ້​ໄດ້​ຮັບ​ການ​ປອບ​ໂຍນ​ຈາກ​ພຣະ​ເຈົ້າ.

​ໃນຄວາມ​ສະຫລຽວ​ສະຫລາດຂອງ​ພຣະອົງ, ພຣະຜູ້​ເປັນ​ເຈົ້າ​ໄດ້ພາທ່ານ​ມາ​ຢູ່​​ໃນອົງການ ​ແລະ ​ໃນ​ຫ້ອງ​ຮຽນ ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ. ພຣະອົງ​ໄດ້​ເຮັດ​​ເຊັ່ນນີ້ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ຂອງ​ທ່ານ​ໃຫ້​ເຮັດ​ຄວາມ​ດີ. ​ໃນ​ອົງການ​ເຫລົ່າ​ນີ້, ທ່ານ​ມີໜ້າ​ທີ່​ສະ​ເພາະ ທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ​ແທນ​ພຣະອົງ. ຍົກ​ຕົວຢ່າງ, ຖ້າ​ເຈົ້າ​ເປັນຍິງ​ໜຸ່ມ, ​ອະທິການ​​ ຫລື ຜູ້ນຳ​ກຸ່ມ​ຍິງ​ໜຸ່ມ ອາດ​​ຂໍ​ໃຫ້​ເຈົ້າ ​ເອື້ອມ​ອອກ​ໄປ​ຫາ ຍິງ​ໜຸ່ມ​ໃນ​ຊັ້ນກຸນ​ລະສະ​ຕີ ຜູ້​ກາຍ​ເປັນ​ຄົນ​ທີ່ ບາງ​ເທື່ອ​ເຮົາ​ເອີ້ນ​ວ່າ “ບໍ່​ເຂັ້ມ​ແຂງ.” ​ເຈົ້າອາດ​ຮູ້ຈັກ​ນາງ​ດີກ​ວ່າ​ອະທິການ ຫລື ຜູ້ນຳ​ກຸ່ມ​ຍິງ​ໜຸ່ມຂອງ​ເຈົ້າ. ​ເຈົ້າອາດ​ຮູ້​ວ່າ ນາງ​ມີ​ບັນຫາ​ແນວ​ໃດ​ຢູ່​ບ້ານ ຫລື ຢູ່​ໂຮງຮຽນ ​ຫລື ບາງ​ທີ ຢູ່​ໃນ​ທັງ​ສອງ​ບ່ອນ. ຜູ້ນຳ​ຂອງ​ເຈົ້າ ອາດ​ບໍ່​ຮູ້​ວ່າ ​ເປັນ​ຫຍັງ​ເຂົາ​ເຈົ້າຈຶ່ງ​ຮູ້ສຶກ​ຂໍ​ໃຫ້​ເຈົ້າ ​ເອື້ອມ​ອອກ​ໄປ​ຫາ​ຍິງ​ໜຸ່ມ​ຄົນ​ນັ້ນ, ​ແຕ່​ພຣະຜູ້​ເປັນ​ເຈົ້າຮູ້​ຈັກ, ​ແລະ ພຣະອົງ​ນຳພາ​ວຽກ​ງານ​ນີ້ ຜ່ານ​ທາງ​ການ​ດົນ​ໃຈ​ຂອງ​ພຣະວິນ​ຍານ​ຂອງ​ພຣະອົງ.

ຄວາມ​ສຳ​ເລັດ​ໃນ​ຄວາມ​ພະຍາຍາມ​ຂອງ​ເຈົ້າ ຈະ​ເປັນ​ການ​ມະຫັດ​ສະ​ຈັນ ທີ່​ປ່ຽນ​ໃຈ​ຂອງ​ເຈົ້າ ​ແລະ ​ໃຈ​ຂອງ​ຍິງ​ໜຸ່ມຜູ້​ທີ່​ເຈົ້າຖືກ​ສົ່ງ​ໄປ​ກູ້—​ແລະ ສິ່ງ​ນັ້ນຮຽກຮ້ອງ​ການ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ພຣະວິນ​ຍານ​ສາມາດ​ເຮັດ​ໃຫ້​ເຈົ້າ​ເຫັນ​ ກຸນ​ລະສະ​ຕີ ຜູ້​ບໍ່​ເຂັ້ມ​ແຂງ ດັ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ເຫັນ​ນາງ. ພຣະຜູ້​ເປັນ​ເຈົ້າຮູ້ຈັກ​ໃຈ​ຂອງ​ນາງ ​ແລະ ​ໃຈ​ຂອງ​ເຈົ້າ, ​ແລະ ພຣະອົງ​ຮູ້​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໃຈ​ທີ່​ຈະ​ປ່ຽນ. ພຣະອົງສາ​ມາດ​ມາ​ຢ້ຽມຢາມ​​ພວກເຈົ້າທັງ​ສອງ ດ້ວຍພຣະ​ວິນ​ຍານ​ຂອງ​ພຣະອົງ ​ເພື່ອ​ດົນ​ໃຈ​ໃຫ້​ມີຄວາມ​ຖ່ອມຕົວ, ໃຫ້​ອະ​ໄພ, ​ແລະ ມີຄວາມ​ຮັກ.

ພຣະວິນ​ຍານ​ນັ້ນ ສາມາດ​ດົນ​ໃຈ​​ໃຫ້​ກ່າວ​ຖ້ອຍ​ຄຳ, ​ປະຕິບັດ, ​ແລະ ມີ​ຄວາມ​ອົດທົນ ຊຶ່ງ​ຈຳ​ເປັນ​ຕໍ່​ເຈົ້າ ​ເພື່ອ​ຊັກ​ຊວນ​​ແກະ​ໃຫ້​ກັບ​ຄືນ​ມາ​ສູ່ຝູງ. ​ແລະ ພຣະອົງສາ​ມາດ​ສຳ​ພັດ​ໃຈ​ຂອງ​ຝູງ ​ໃນ​ຫ້ອງ​ຮຽນ​ກຸນ​ລະສະ​ຕີ ​ໃຫ້​ຮັກ ​ແລະ ຕ້ອນຮັບ​ແກະ​ທີ່​ໄດ້​ເສຍ​ໄປ, ​ເພື່ອ​ວ່າ ​ເມື່ອ​ນາງ​ກັບ​ຄືນ​ມາ, ນາງ​ຈະ​ຮູ້ສຶກ​ວ່າ ນາງ​ໄດ້​ກັບ​ຄືນ​ບ້ານ.

ຄວາມ​ສາມາດ​ຂອງ​​ທ່ານທີ່​ຈະ​ເຮັດ​ຄວາມ​ດີ​ໃນ​ລະດັບ​ທີ່​ສູງສົ່ງ ​​ໃນຖານະ​ເປັນ​ກຸ່ມ​ຂອງ​ທິດາ​ຂອງ​ພຣະ​ເຈົ້າ ​ແມ່ນ​ຂຶ້ນກັບ​ຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແລະ ຄວາມ​ຮັກ ທີ່​ມີ​ຢູ່​ໃນ​ກຸ່ມ​ຂອງ​ທ່ານ. ນີ້​ແມ່ນ​ຂອງ​ປະທານ​ອີກ​ຢ່າງ​ໜຶ່ງ ທີ່​ມາ​ເຖິງ​ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ.

​ແອວ​ມາ ​ໄດ້​ເຂົ້າ​ໃຈ​ເລື່ອງ​ນີ້. ສະນັ້ນ ​ເພິ່ນ​ຈຶ່ງ​ໄດ້​ຂໍ​ຮ້ອງ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ “ບໍ່​ຄວນ​ມີ​ການ​ຂັດ​ແຍ້​ງກັນ ​ແຕ່​ຄວນ​ມຸ້ງ​ຫາ​ດ້ວຍ​ຕາ​ດຽວ​ກັນ ​ໂດຍ​ມີ​ສັດທາ ​ແລະ ບັບຕິ​ສະມາ​ດຽວ, ​ໂດຍ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແລະ ​ໃນ​ຄວາມ​ຮັກ​ທີ່​ມີ​ຕໍ່​ກັນ” ​(ໂມ​ໄຊ​ຢາ 18:21).

ຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແມ່ນ​ຈຳ​ເປັນ​ສຳລັບ​ເຮົາ ທີ່​ຈະ​ມີ​ພຣະວິນ​ຍານ​ຢູ່​ໃນ​ຫ້ອງ​ຮຽນ ​ແລະ ຢູ່​ໃນ​ຄອບຄົວ​ຂອງ​ເຮົາ. ​ແຕ່​​ທ່ານຮູ້ຈາກ​ປະສົບ​ການ, ດັ່ງ​ທີ່​ຂ້າພະ​ເຈົ້າຮູ້, ວ່າຄວາມ​ຮັກ​ທີ່​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ເຊັ່ນນັ້ນ ​ແມ່ນ​ຍາກ​ທີ່​ຈະ​ຮັກສາ​ໄວ້. ຕ້ອງ​ມີ​ພຣະວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ ​​ເພື່ອ​ເປີດ​ຕາ ​ແລະ ກະ​ຕຸ້ນ​ໃຈ​ເຮົາ.

ຂ້າພະ​ເຈົ້າຈື່​ໄດ້ວ່າ ເທື່ອ​ໜຶ່ງ ລູກ​ຊາຍ ​ຜູ້​ອາຍຸ ​ເຈັດ ຫລື ​ແປດ​ປີ ຂອງ​ພວກ​​ເຮົາ​ໄດ້ເຕັ້ນຢູ່​ເທິງ​ຕຽງນອນ​ຂອງ​ລາວຢ່າງ​ແຮງ ຈົນ​ຂ້າພະ​ເຈົ້າຄິດ​ວ່າ ຕຽງ​ຊິ​​ເພ. ຂ້າພະ​ເຈົ້າຮູ້ສຶກ​ງຸດງິດ​ໃຈ ​ແລະ ​ໄດ້​ເລີ່​ມຈັດ​ບ້ານ​ເຮືອນ​ຂອງ​ຂ້າພະ​ເຈົ້າ​ໃຫ້​ເປັນ​ລະບຽບທັນທີ. ຂ້າພະ​ເຈົ້າ​ໄດ້​ຈັບ​ບ່າ​​ໄຫລ່​ນ້ອຍໆ​ຂອງລູກ​ຊາຍ​ ​ແລະ ຍົກ​ລາວ​ຂຶ້ນ ​ແລ້ວ​ຈ້ອງ​ຕາລາ​ວ.

ພຣະວິນ​ຍານ​ໄດ້​ເອົາຖ້ອຍຄຳ​ໃສ່​ໃນ​ຄວາມ​ນຶກ​ຄິດ​ຂອງ​ຂ້າພະ​ເຈົ້າ. ​ເບິ່ງ​ຄື​ວ່າ ​ເປັນ​ສຽງ​ແຜ່​ວ​ເບົາ ​ແຕ່​ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ຂ້າພະ​ເຈົ້າ. ​“​ເຈົ້າກຳລັງ​ຍົກ​ຄົນ​ດີ​ຂຶ້ນ.” ຂ້າພະ​ເຈົ້າ​ໄດ້​ຄ່ອຍໆວາງ​ລາວ​ລົງ​ ​ແລະ ຂໍ​ໂທດ.

ບັດ​ນີ້ ລາວ​ໄດ້​ກາຍ​ເປັນ​ຊາຍ​ທີ່​ດີ​ເລີດ ຜູ້​ທີ່​ພຣະວິນ​ຍານ​ບໍລິສຸດ ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ເຫັນ ​​ເມື່ອ 40 ປີ ກ່ອນ. ຂ້າພະ​ເຈົ້າມີ​ຄວາມ​ກະຕັນຍູ​ອັນ​ເປັນນິດ ທີ່​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຊ່ວຍ​ກູ້​ຂ້າພະ​ເຈົ້າ ຈາກ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ ​ໂດຍ​ການ​ສົ່ງ​ພຣະວິນ​ຍານ​ບໍລິສຸດມາ ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ເຫັນ ລູກ​ຄົນ​ໜຶ່ງ​ຂອງ​ພຣະ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຫັນ​ລາວ.

ຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ​ທີ່​ເຮົາ​ສະ​ແຫວ​ງຫາ ​ໃນ​ຄອບຄົວ​ຂອງ​ເຮົາ ​ແລະ ​ໃນ​ສາດສະໜາ​ຈັກ ຈະ​ມາ​ເຖິງ ​ເມື່ອ​ເຮົາ​ອະນຸຍາດ​ໃຫ້​ພຣະວິນ​ຍານ​ບໍລິສຸດ ມີ​ຜົນ​ກະທົບ​ຕໍ່​ສິ່ງ​ທີ່​ເຮົາ​ເຫັນ ​ເມື່ອ​ເຮົາ​ເບິ່ງ​ກັນ​ແລະ​ກັນ—​ແລະ ​ແມ່ນ​ແຕ່​ຕອນ​ເຮົາ​ຄິດ​ເຖິງກັນ​ແລະ​ກັນ ພຣະວິນ​ຍານ​ເຫັນ​ດ້ວຍ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ. ​ຈົ່ງ​ຟັງ​ຖ້ອຍ​ຄຳ​ຂອງ​ມໍ​ມອນ ທີ່​​ໃຊ້​ບັນຍາຍ​ກ່ຽວ​ກັບ​ຄວາມ​ໃຈ​ບຸນ. ​ໃຫ້​ຄິດ​ເຖິງ​​ເວລາ​ທີ່​ທ່ານ​​ໄດ້ຮູ້ສຶກ​ເຖິງ​ພຣະວິນ​ຍານ:

“ຄວາມ​ໃຈ​ບຸນ​ອົດທົນ​ໄດ້​ດົນ​ນານ, ​ແລະ ມີ​ຄວາມ​ເມດ​ຕາ, ​ແລະ ບໍ່​ອິດສາ​ບັງ​ບຽດ, ​ແລະ ບໍ່​ອວດອົ່ງ, ​ແລະ ບໍ່​ສະ​ແຫວ​ງຫາ​ເພື່ອ​ຕົນ​ເອງ, ບໍ່​ຄຽດ​ງ່າຍ, ບໍ່​ຄິດ​ຊົ່ວ, ​ແລະ ບໍ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊົ່ວ​ຮ້າຍ ​ແຕ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຈິງ, ທົນ​ແບກ​ຫາບ​ທຸກ​ສິ່ງ, ​ເຊື່ອ​ທຸກ​ສິ່ງ, ຫວັງ​ທຸກ​ສິ່ງ, ອົດທົນ​ທຸກ​ສິ່ງ.

“ດັ່ງນັ້ນ, ອ້າຍ​ນ້ອງ [ແລະ ຂ້າພະ​ເຈົ້າຕື່ມ ​ເອື້ອຍ​ນ້ອງ​ໃສ່​ນຳ] ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ໃຈ​ບຸນ, ທ່ານ​ກໍ​ບໍ່​ເປັນອັນ​ໃດ​ເລີຍ, ​ເພາະ​ຄວາມ​ໃຈ​ບຸນ​ດຳ​ລົງ​ຢູ່​ຕະຫລອດ​ໄປ. ດັ່ງນັ້ນ ຈົ່ງ​ຍຶດໝັ້ນຢູ່​ກັບ​ຄວາມ​ໃ​ຈບຸນ, ຊຶ່ງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ທຸກ​ສິ່ງ, ​ເພາະວ່າ​ທຸກ​ສິ່ງ​ຕ້ອງ​ໝົດ​ສິ້ນ​ໄປ—

“ແຕ່​ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ, ​ແລະ ມັນ​ອົດທົນ​ຕະຫລອດ​ການ; ​ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນ​ໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້ນັ້ນ.

“ດັ່ງນັ້ນ,​ ອ້າຍ​ນ້ອງ [​ແລະ ​ເອື້ອຍ​ນ້ອງ] ​ທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ, ຈົ່ງ​ອະທິຖານ​ຫາ​ພຣະບິດາ​ດ້ວຍ​ສຸດ​ພະລັງ​ແຫ່ງ​ໃຈ, ​ເພື່ອ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະອົງ​ປະທານ​ໃຫ້​ທຸກ​ຄົນ​ ຊຶ່ງ​ເປັນ​ຜູ້​ຕິດຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະອົງ; ​ເພື່ອ​ທ່ານ​ຈະ​ໄດ້​ກາຍ​ເປັນ​ [ທິດາ] ຂອງ​ພຣະ​ເຈົ້າ; ​ເພື່ອ​ວ່າ​ເມື່ອ​ພຣະອົງ​ສະ​ເດັດ​ມາ ​ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະອົງ, ​ເພາະວ່າ​ເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ​ຢູ່​ນັ້ນ, ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ​ນີ້; ​ເພື່ອ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ​ຄື​ກັນ​ກັບ​ພຣະອົງ​ທີ່​ບໍລິສຸດ” (ໂມ​ໂຣ​ໄນ 7:45–48).

ນີ້​ຄື​ເປົ້າໝາຍ​ທີ່​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຂອງ​ທ່ານ ມີ​ໄວ້​ສຳລັບ​ທ່ານ, ທີ່​ເປັນ​ທິດາ​ຜູ້​ປະ​ເສີດ​ຂອງ​ພຣະອົງ. ມັນ​ອາດ​ເບິ່ງ​ຄື​ວ່າ ​ເປົ້າໝາຍນັ້ນຢູ່​ໄກຈາກ​ທ່ານ, ​ແຕ່​ຈາກ​ມຸມ​ມອງ​ຂອງ​ພຣະອົງ​ແລ້ວ, ທ່ານ​ບໍ່​ໄດ້​ຢູ່​ໄກ​ເລີຍ. ສະນັ້ນ ພຣະອົງ​ຈຶ່ງ​ມາ​ຢ້ຽມຢາມ​ທ່ານ​ດ້ວຍ​ພຣະວິນ​ຍານ​ຂອງ​ພຣະອົງ ​ເພື່ອ​ປອບ​ໃຈ​ທ່ານ, ​ໃຫ້​ກຳລັງ​ໃຈ​ທ່ານ, ​ແລະ ດົນ​ໃຈ​ທ່ານ ​ໃຫ້​ກ້າວ​ເດີນ​ຕໍ່​ໄປ.

ຂ້າພະ​ເຈົ້າຂໍ​ມອບພະຍານ​ທີ່ແນ່ນອນ​ໃຈ​​ໄວ້​ກັບ​ທ່ານວ່າ ພຣະບິດາ​ຮູ້ຈັກ​ທ່ານ, ຮູ້ຈັກ​ຄວາມ​ຕ້ອງການຂອງ​ທ່ານ ​ແລະ ຊື່​ຂອງ​ທ່ານ, ຮັກ​ທ່ານ, ​ແລະ ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ທ່ານ. ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ​ເຊື້ອ​ເຊີນ​ທ່ານ​ໃຫ້​ມາ​ຫາ​ພຣະອົງ. ​ແລະ ພວກ​ພຣະອົງ​ໄດ້​ສົ່ງພຣະວິນ​ຍານ​ບໍລິສຸດ​ມາສະຖິດ​ຢູ່​ກັບ​ທ່ານ ​​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານທີ່​ຈະ​ຮັບ​ໃຊ້​ຄົນ​ອື່ນ​ແທນ​ພວກ​ພຣະອົງ.

ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ, ການ​ເປັນ​ເພື່ອນ​ໃກ້ຊິດ​ຂອງ​ພຣະວິນ​ຍານ​ບໍລິສຸດ ຈະ​ມີ​ຜົນ​ໃນ​ການ​ຊຳລະ​ລ້າງ ​ແລະ ​ເຮັດ​ໃຫ້​ວິນ​ຍານ​ຂອງ​ທ່ານບໍລິສຸດ. ​ແລ້ວທ່ານ​ຈະ​ຮູ້ສຶກ​ມີ​ສັນຕິ​ສຸກ ທີ່​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ສັນຍາ​ວ່າ​ຈະ​ປະ​ໄວ້​​ໃຫ້​ສາ​ນຸສິດ​ຂອງ​ພຣະອົງ. ດ້ວຍ​ສັນຕິ​ສຸກ​ນັ້ນ ຄວາມ​ຫວັງ​ທີ່​ຮຸ່ງ​ແຈ້ງ​ຈະ​ມີ​ມາ ​ແລະ ຄວາມ​ຮູ້ສຶກ​ເຖິງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຮັກ​ຈາກ​ພຣະບິດາ ​ແລະ ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ຈະ​ມີ​ມາ, ອົງ​ທີ່ນຳພາ​ອານາຈັກ​ຂອງ​ພຣະອົງຢູ່​ເທິງ​ແຜ່ນດິນ​ໂລກ ຜ່ານ​ການ​ເປີດ​ເຜີຍ​ຕໍ່​ສາດສະດາ​ທີ່​ມີ​ຊີວິດ​ຢູ່ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເປັນ​ພະຍານ​ໃນ​ພຣະນາມ​ຂອງອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.