​2010–2019
ຄວາມ​ກະລຸນາ, ຄວາມ​​ໃຈ​ບຸນ, ​ແລະ ຄວາມ​ຮັກ
ເດືອນ​ເມສາ 2017


ຄວາມ​ກະລຸນາ, ຄວາມ​ໃຈ​ບຸນ, ​ແລະ ຄວາມ​ຮັກ

ຂໍ​ໃຫ້​ເຮົາ​ຈົ່ງ​ສຳ​ຫລວດ​ຊີວິດ​ຂອງ​ເຮົາ​ເອງ ​ແລະ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໂດຍ​ການ​ເປັນ​ຄົນທີ່​ກະລຸນາ, ມີ​ຄວາມ​ຮັກ, ​ແລະ ​ມີ​ໃຈ​ເພື່ອ​ແຜ່.

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າ​ໄດ້​ຮັບ​ກຽດ​ຢ່າງ​ຍິ່ງ ​ໂດຍ​ທີ່​ມີ​ໂອກາດ​ໃຫ້​ມາ​ກ່າວ​ກັບ​ທ່ານ ​ໃນ​ການ​ເຕົ້າໂຮມ​ທົ່ວ​ໂລກ ຂອງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ຊື່ສັດຂອງ​ພຣະ​ເຈົ້າ. ຄ່ຳ​ຄືນ​ນີ້ ຂ້າພະ​ເຈົ້າຢາກ​ກ່າວ​​ໃນ​ຫົວ​ຂໍ້​ທີ່​ຂ້າພະ​ເຈົ້າ​ເຄີຍ​ກ່າວ​ມາ​ແລ້ວ.

ສາດສະດາ​ມໍ​ມອນ​ໄດ້​ບັນຍາຍ​ເຖິງ​ຄວາມ​ສຳຄັນ​ຂອງ​ບຸກຄະ​ລິກລັກ​ສະນະ ຂອງ​ພຣະ​ຜູ້ຊ່ວຍ​ໃຫ້​ລອດ ​ແລະ ​ເປັນ​ສິ່ງ​ທີ່​ສານຸສິດ​ຂອງ​ພຣະອົງ​ຄວນ​ເອົາ​ແບບຢ່າງ. ພຣະອົງ​ໄດ້​ກ່າວ​ວ່າ:

“ຖ້າ​ຫາກ​ຜູ້​ໃດ​ອ່ອນ​ໂຍນ ​ແລະ ຕ່ຳ​ຕ້ອຍ​ໃນ​ໃຈ, ​ແລະ ສາລະພາບ​ໂດຍ​ອຳນາດ​ຂອງ​ພຣະວິນ​ຍານ​ບໍລິສຸດ​ວ່າ​ພຣະ​ເຢຊູ​ຄື ພຣະຄຣິດ, ຜູ້ນັ້ນ​ຕ້ອງ​ມີ​ຄວາມ​ໃຈ​ບຸນ, ​ເພາະ​ຖ້າ​ຫາກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ​ເຂົາ​ກໍ​ບໍ່​ເປັນ​ອັນ​ໃດ​ເລີຍ; ດັ່ງນັ້ນ ​ເຂົາ​ຕ້ອງ​ມີ​ຄວາມ​ໃຈ​ບຸນ.

“ແລະ ຄວາມ​ໃຈ​ບຸນ​ອົດທົນ​ໄດ້​ດົນ​ນານ, ​ແລະ ມີ​ຄວາມ​ເມດ​ຕາ, ​ແລະ ບໍ່​ອິດສາ​ບັງ​ບຽດ, ​ແລະ ບໍ່​ອວດອົ່ງ, ​ແລະ ບໍ່​ສະ​ແຫວງຫາ​ເພື່ອ​ຕົນ​ເອງ, ບໍ່​ຄຽດ​ງ່າຍ. …

“ດັ່ງນັ້ນ, ພີ່ນ້ອງ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ, ຖ້າ​ຫາກ​ທ່ານ​ບໍ່​ມີ​ຄວາມ​ໃຈ​ບຸນ, ທ່ານ​ກໍ​ບໍ່​ເປັນອັນ​ໃດ​ເລີຍ, ​ເພາະ​ຄວາມ​ໃຈ​ບຸນ​ດຳລົງ​ຢູ່​ຕະຫລອດ​ໄປ. ດັ່ງນັ້ນ, ຈົ່ງ​ຍຶດ​ໝັ້ນຢູ່​ກັບ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່ທີ່​ສຸດ​ໃນ​ທຸກ​ສິ່ງ, ​ເພາະວ່າ​ທຸກ​ສິ່ງ​ຕ້ອງ​ໝົດສິ້ນ​ໄປ—

“ແຕ່​ຄວາ​ມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະຄຣິດ, ​ແລະ ມັນ​ອົດທົນ​ຕະຫລອດ​ການ; ​ແລະ ຜູ້​ໃດ​ຖືກ​ພົບ​ວ່າ​ມີ​ມັນ​ໃນ​ວັນ​ສຸດ​ທ້າຍ, ຍ່ອມ​ຈະ​ເປັນ​ການ​ດີ​ກັບ​ຜູ້ນັ້ນ.”1

ອ້າຍ​ນ້ອງ​ທັງຫລາຍ, ​ເຮົາ​ບໍ່​ໃຫ້​ກຽດ​ແກ່​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ເຮົາ​ບໍ່​ມີ​ຄວາມ​ກະລຸນາ​ຕໍ່​ຄົນ​ອື່ນ.

ເພື່ອນ​ຮັກ ​ແລະ ​ເພື່ອນຮ່ວມ​ງານ​ຂອງ​ຂ້າພະ​ເຈົ້າຊື່ ແອວ​ເດີ ​ໂຈ​ເຊັບ ບີ ​ເວີ​ດລິນ ​​ເປັນ​ຄົນ​ທີ່​ມີ​ເມດ​ຕາ​ຫລາຍ. ​ເພິ່ນ​ໄດ້​ກ່າວ​ວ່າ:

“ຄວາມ​ກະລຸນາແມ່ນ​ຈຳ​ເປັນຫລາຍ​ ຂອງ​ຊີວິດ​ໃນ​ລະດັບ​ຊັ້ນສູງ. ຄວາມ​ກະລຸນາຄື​ການ​ປະພຶດ​ກັບ​ຄົນ​ອື່ນ ຢ່າງ​ພຣະຄຣິດ. ຄວາມ​ກະລຸນາ​ຄວນ​ເຕັມ​ຢູ່​ໃນ​ຄຳ​ວາຈາ ​ແລະ ການ​ກະທຳ​ຂອງ​ເຮົາ ຢູ່​ທີ່​ບ່ອນ​ທຳ​ງານ, ຢູ່​ທີ່ໂຮງຮຽນ, ຢູ່​ທີ່ໂບດ, ​ແລະ ​ໂດຍ​ສະ​ເພາະ ຢູ່ທີ່​ບ້ານ.

“ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ​ໄດ້​ເປັນ​ຕົວຢ່າງ​ທີ່​ດີ​​ເລີດ ​ເລື່ອງ​ຄວາມ​ກະລຸນາ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ.”2

ພຣະຄຳ​ພີ​ສອນ​ເຮົາ​ວ່າ ການ​ໃຊ້​ຖານະ​ປະ​ໂລຫິດ​ຢ່າງ​ຊອບ​ທຳ ​ແມ່ນ​ຂຶ້ນກັບ​ການ​ດຳລົງ​ຊີວິດ ຕາມ​ຫລັກ​ທຳ​ແຫ່ງ​ຄວາມ​ກະລຸນາ, ຄວາມ​ໃຈ​ບຸນ, ​ແລະ ຄວາມ​ຮັກ. ​ເຮົາ​ອ່ານ​ໃນ Doctrine and Covenants ວ່າ,

ບໍ່​ມີ​ອຳນາດ ຫລື ອິດ​ທິພົນ​ໃດ​ສາມາດ ຫລື ຈະ​ດຳລົງ​ຮັກສາ​ໄວ້​ໄດ້ ​ໂດຍ​ອາ​ໄສ​ຖານະ​ປະ​ໂລຫິດ, ນອກຈາກ​ໂດຍ​ການ​ຊັກ​ຊວນ, … ​ໂດຍ​ຄວາມ​ອ່ອນ​ໂຍນ ​ແລະ ​ໂດຍ​ຄວາມ​ອ່ອນ​ນ້ອມ, ​ແລະ ​ໂດຍ​ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ;

ໂດຍ​ຄວາມ​ກະລຸນາ, ​ແລະ ຄວາມ​ຮູ້​ອັນ​ບໍລິສຸດ, ຊຶ່ງ​ຈະ​ຂະ​ຫຍາຍຈິດ​ວິນ​ຍານ​ອອກ​ໄປ​ຢ່າງ​ກວ້າງຂວາງ ​ໂດຍ​ປາດ​ສະ​ຈາກ​ຄວາມ​ໜ້າ​ຊື່​ໃຈ​ຄົດ, ​ແລະ ປາດ​ສະ​ຈາກ​ອຸບາຍ.3

ອ້າຍ​ນ້ອງ​ທັງຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ສຳ​ຫລວດ​ຊີວິດ​ຂອງ​ເຮົາ​ເອງ ​ແລະ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໂດຍ​ການ​ເປັນ​ຄົນທີ່​ກະລຸນາ, ມີ​ຄວາມ​ຮັກ, ​ແລະ ​ມີ​ໃຈ​ເພື່ອ​ແຜ່. ​ແລະ ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ຢູ່​ໃນ​ຕຳ​ແໜ່ງທີ່​ດີກ​ວ່າ ​ເພື່ອ​ທູນ​ຂໍ​ອຳນາດ​​ແຫ່ງ​ສະຫວັນ ​ໃຫ້​ກັບ​ຕົວ​​ເອງ, ​ໃຫ້​ກັບ​ຄອບຄົວ, ​ແລະ ​ໃຫ້​ກັບ​ເພື່ອ​ນຮ່ວມ​ເດີນທາງ​ກັບ​ເຮົາ ​ໃນ​ເສັ້ນທາງ​ເດີນ ທີ່​ບາງ​ຄັ້ງກໍ​ຫຍຸ້ງຍາກ​ສັບສົນ ​ເພື່ອ​ກັບ​ໄປ​ຫາ​ບ້ານ​ໃນ​ສະຫວັນ​ຂອງ​ເຮົາ. ຂ້າພະ​ເຈົ້າກ່າວ​ມາ​ໃນ​ພຣະນາມ​ຂອງ​ອົງພຣະ​ເຢຊູ​ຄຣິດ​ເຈົ້າ, ອາແມນ.