​2010–2019
ການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະ​ເຈົ້າ
ເດືອນ​ເມສາ 2017


ການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະ​ເຈົ້າ

ພຣະ​ເຈົ້າອົງ​ເປັນ​ພຣະບິດາ ປະສົງ​ໃຫ້​ລູກໆ​ຂອງ​ພຣະອົງ​ກັບ​ຄືນ​ບ້ານ​ອີກ, ​ຢູ່​​ໃນຄອບຄົວ ​ແລະ ​ໃນ​ລັດສະໝີ​ພາບ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຍິນ​ດີ​ຫລາຍ ສຳລັບ​ໂອກາດ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ ​ໃນ​ຕອນ​ເລີ່​ມ​ຕົ້ນຂອງ​ພາກ​ນີ້ ຂອງ​ກອງ​ປະຊຸມ​ໃຫຍ່​ສາມັນ. ຂ້າພະ​ເຈົ້າຂໍ​ຕ້ອນຮັບ​ທ່ານ ດ້ວຍ​ຄວາມ​ອົບ​ອຸ່ນ​ທີ່​ສຸດ.

​ແຕ່​ໃດໆ​ມາ ກອງ​ປະຊຸມ​ໃຫຍ່​ສາມັນ ​ກໍເປັນ​ເວລາ​ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມາ​ເຕົ້າ​ໂຮມ​ກັນ. ພວກ​ເຮົາ​​ໄດ້​ຂະຫຍາຍ​ອອກ​ຢ່າງ​ກວ້າງ​ຂວາງ ບໍ່​ເໝືອນ​ສະ​ໄໝກ່ອນ​ ຕອນ​ໄດ້​ມາ​ຮ່ວມ​ກັນ​ຢູ່​ສະຖານ​ທີ່​ດຽວ, ​ແຕ່​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຈັດ​ຫາ​ທາງ​ ​ເພື່ອ​ໃຫ້​ພອນ​ແກ່​ກອງ​ປະຊຸມ​ໃຫຍ່​ສາມັນ ​ເພື່ອ​ຈະ​ໄດ້​ເອື້ອມ​ອອກ​ໄປ​ຫາ​ທ່ານ ບໍ່​ວ່າ​ທ່ານ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ. ​ເຖິງ​ແມ່ນ ມັນ​ເປັນ​ພາບ​ທີ່​ປະ​ທັບ​ໃຈ​ຫລາຍ ທີ່​ເຫັນ​ໄພ່​ພົນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ສູນ​ກາງ​ປະຊຸມ​ອັນ​ໃຫຍ່​ໂຕ​ນີ້, ​ແຕ່​ພວກ​ເຮົາ​ຜູ້​ທີ່​ຢືນ​ຢູ່​ເທິງ​ເວທີ ກໍ​ຍັງ​ວາດ​ພາບ​ເຫັນ​ຜູ້​ຄົນ​ຫລາຍ​ລ້ານ​ຄົນ ​ໄດ້ມາ​ເຕົ້າ​ໂຮມ​ກັນ ຕະຫລອດ​ທົ່ວ​ໂລກ ​ເພື່ອ​ຮັບ​ຊົມ​ຮັບ​ຟັງ​ກອງ​ປະຊຸມ. ຫລາຍ​ຄົນ​ໃນ​ພວກ​ທ່ານ​ກໍ​ເຕົ້າ​ໂຮມ​ຢູ່​ກັບ​ຄອບຄົວ; ບາງ​ຄົນ​ກໍ​​ເຕົ້າ​ໂຮມ​ກັບ​ໝູ່​ເພື່ອນ ຫລື ສະມາຊິກ​ດ້ວຍ​ກັນ​ຂອງ​ສາດສະໜາ​ຈັກ.

ບໍ່​ວ່າ​ທ່ານ​ຈະ​ຢູ່​ໄສ​ ​ແລະ ຮັບ​ຊົມ​ຮັບ​ຟັງ​ສຽງ​ຂອງ​ຂ້າພະ​ເຈົ້າ ​ໃນ​ທາງ​ໃດ​ກໍ​ຕາມ, ຂໍ​ຈົ່ງ​ຮູ້​ໄວ້​ວ່າ ​ເຖິງ​ແມ່ນ​ທ່ານ​ບໍ່​ໄດ້​ຢູ່​ກັບ​ພວກ​ເຮົາ​ດ້ວຍ​ຕົວ​ເອງ, ​ແຕ່​ພວກ​ເຮົາ​ຮູ້​ສຶກວ່າ ທ່ານ​ກໍ​ຢູ່​ກັບ​ພວກ​ເຮົາ​ທາງ​ວິນ​ຍານ. ພວກ​ເຮົາ​ຫວັງ​ວ່າ ທ່ານ​ທຸກ​ຄົນ​ຈະ​ຮູ້ສຶກ​ວ່າ ​​ໄດ້​ເປັນອັນ​ໜຶ່ງ​ດຽວ​ກັນ​ກັບ​ພວກ​ເຮົາ—ວ່າ​ທ່ານ​ຈະ​ຮູ້ສຶກ​​ເຖິງ​ພະລັງ​ທາງ​ວິນ​ຍານ ທີ່​ມາ​ເຖິງ​ເມື່ອ​ໃດ​ກໍ​ຕາມ​ ທີ່​ກຸ່ມ​ຂອງ​ຜູ້​ເຊື່ອ​ຖືມາ​ເຕົ້າ​ໂຮມ​ກັນ ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ.

ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ກ່າວ​ກັບ​ທ່ານ​ໃນ​ມື້​ນີ້ ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອີກ​​ແບບ​ໜຶ່ງ. ​ແບບ​ນີ້​ບໍ່​ໄດ້​ເກີດ​ຂຶ້ນພຽງ​​ໃນ​ທຸກ​ຫົກ​ເດືອນ, ​ຄື​ກັນ​ກັບ​ກອງ​ປະຊຸມ​ໃຫຍ່​ສາມັນ. ​ແຕ່​ມັນ​ເກີດ​ຂຶ້ນ​ເລື້ອຍໆ ນັບ​ຕັ້ງ​ແຕ່​ການ​ຟື້ນ​ຟູ​ໃນ​ລຸ້ນທຳ​ອິດຂອງ​ສາດ​ສະໜາ​ຈັກ, ​ແລະ ມັນ​ໄດ້​ເລັ່ງລັດຂຶ້ນ​ເລື້ອຍໆ ​​ເມື່ອ​ບໍ່​ຫລາຍ​ປີ​ມາ​ນີ້. ​ຂ້າພະ​ເຈົ້າໝາຍ​ເຖິງການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະ​ເຈົ້າ.

​ໃນ​ການ​ບັນຍາຍ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ນີ້, ອາດ​ເປັນ​ສິ່ງ​ດີ​ທີ່​ສຸດ ທີ່​ຈະ​ເລີ່ມຕົ້ນກ່ອນ​ເຮົາ​ໄດ້​ມາ​ເກີດ, ກ່ອນ​ສິ່ງ​ທີ່​ພຣະຄຣິສ​ຕະທຳ​ຄຳ​ພີ​ເອີ້ນ​ວ່າ “ຕອນ​ຕົ້ນ” (ປະຖົມ​ມະ​ການ 1:1). ​ໃນ​ເວລາ​ນັ້ນ, ​ເຮົາ​ໄດ້​ຢູ່​ກັບ​ພຣະບິດາ​ເທິງ​ສະຫວັນ ​ໃນ​ຖານະ​ເປັນ​ລູກທາງ​ວິນ​ຍານ​ຂອງ​ພຣະອົງ. ສິ່ງ​ນີ້​ເປັນຄວາມ​ຈິງ ກັບ​ທຸກ​ຄົນ​ທີ່​ໄດ້​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້.

ທ່ານ​ເຫັນ, ຄຳ​ວ່າ “ອ້າຍ​ນ້ອງ” ​ແລະ “ເອື້ອຍ​ນ້ອງ” ບໍ່​ແມ່ນ​ເປັນ​ພຽງ​ ຄຳ​ທັກ​ທາຍ​ທີ່​​ເປັນ​ມິດ​ ຫລື ​ເປັນ​ຄຳ​ຮັກ​ໄຄ່​ ສຳລັບ​ພວກ​ເຮົາ​ເທົ່າ​ນັ້ນ. ມັນ​ເປັນ​ຄຳ​ສະ​ແດງ​ອອກ ​ເຖິງ​ຄວາມ​ຈິງ​ນິລັນດອນ ທີ່​ວ່າ: ພຣະ​ເຈົ້າ​ເປັນ​ພຣະບິດາ​ແທ້ໆ​ ຂອງ​ມວນ​ມະນຸດ​ທັງ​ປວງ; ​ເຮົາ​ແຕ່ລະຄົນ​ໄດ້​ເປັນ​ສະມາຊິກ​ ໃນ​ຄອບຄົວ​ນິລັນດອນ​ຂອງ​ພຣະອົງ. ​ເພາະ​ພຣະ​ອົງ​ຮັກ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ດີພ້ອມ​ທຸກ​ຢ່າງ​ຂອງ​ພຣະອົງ, ພຣະອົງ​ຈຶ່ງ​ປະສົງ​ໃຫ້​ເຮົາ​ຈະ​ເລີ​ນ ​ແລະ ກ້າວໜ້າ ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ. ພຣະອົງ​ໄດ້​ຈັດຕັ້ງ​ແຜນ​ຂຶ້ນ ຊຶ່ງ​​ໃນ​ແຜນ​ນັ້ນ ​ເຮົາ​ຈະ​ມາສູ່​​ແຜ່ນດິນ​ໂລກ, ​ຢູ່​ໃ​ນຄອບຄົ​ວ, ​ແລະ ມີ​ປະສົບ​ການ ທີ່​ຕຽມ​ເຮົາ​ເພື່ອ​ກັບ​ຄືນ​ໄປ​ຫາ​ພຣະອົງ ​ແລະ ມີ​ຊີວິດ ​ເໝືອນ​ດັ່ງ​ພຣະອົງ.

ສ່ວນ​ສຳຄັນ​ຂອງ​ແຜນ​ນີ້ ​ແມ່ນ​ຄຳ​ສັນຍາ​ວ່າ ພຣະ​ເຢຊູ​ຄຣິດ ຈະ​ມອບ​ພຣະອົງ​ເອງ​ເປັນ​​ການ​ເສຍ​ສະລະ, ​ເພື່ອ​ກູ້​ເຮົາ​ຈາກ​ບາບ ​ແລະ ຄວາມ​ຕາຍ. ໜ້າ​ທີ່​ຂອງ​ເຮົາ​ຄື ຕ້ອງ​ຮັບ​ເອົາ​ການ​ເສຍ​ສະລະ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໂດຍ​ການ​ເຊື່ອ​ຟັງ​​ກົດ ​ແລະ ພິທີການ​ຂອງ​ພຣະກິດ​ຕິ​ຄຸນ. ທ່ານ ​ແລະ ຂ້າພະ​ເຈົ້າ ​ໄດ້​ຮັບ​ເອົາ​ແຜນ​ດັ່ງກ່າວ. ຕາມ​ຈິງ​ແລ້ວ, ເຮົາ​ໄດ້​ປິ​ຕິ​ຍິນ​ດີ​ຫລາຍ, ​ເຖິງ​ແມ່ນ​​ໝາຍ​ຄວາມ​ວ່າ ​ເຮົາ​ຕ້ອງ​ໄດ້​ຈາກ​ທີ່​ປະ​ທັບ​ຂອງ​ພຣະບິດາ​ຂອງ​ເຮົາ ​ແລະ ​ລືມ​ສິ່ງ​ທີ່​ເຮົາ​ເຄີຍປະສົບ​ການຢູ່​ທີ່​ນັ້ນ ກັບ​ພຣະອົງ.

​ແຕ່​ເຮົາ​ບໍ່​ໄດ້​ຖືກ​ສົ່ງ​ມາ​ນີ້ ​ໂດຍປາດ​ສະ​ຈາກ​ຄວາມ​ເຂົ້າ​ໃຈ. ​ເຮົາ​ແຕ່ລະຄົນ ​ໄດ້​ຮັບ​ຄວາມ​ຮູ້​ທາງ​ວິນ​ຍານພາກສ່ວນ​ໜຶ່ງ​ ​ເອີ້ນ​ວ່າ “ຄວາມ​ສະຫວ່າງ​ຂອງ​ພຣະຄຣິດ,” ​ເພື່ອ​ຊ່ວຍ​ເຮົາ ​ໃຫ້​ສາມາດ​ແຍກ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ, ຄວາມ​ຖືກຕ້ອງ ​ແລະ ຄວາມ​ຜິດ. ​ເພາະສະນັ້ນ ​ເຖິງ​ແມ່ນ​ຄົນ​ທີ່​ມີ​ຊີວິດ​ຢູ່ ​ໂດຍ​ທີ່ມີ​ຄວາມ​ຮູ້​ເລັກ​ນ້ອຍ ຫລື ບໍ່​ມີ​ເລີຍ ກ່ຽວ​ກັບ​ແຜນ​ຂອງ​ພຣະບິດາ ກໍ​ສາມາດ​ຮູ້ສຶກ​ໄດ້, ​ໃນ​ໃຈ​ຂອງ​ເຂົາ​ເຈົ້າ, ວ່າການ​ກະທຳ​ເຫລົ່ານັ້ນ​ທ່ຽງ​ທຳ ​ແລະ ມີ​ສິນ​ທຳ ​ໃນ​ຂະນະ​ທີ່​ການ​ກະທຳ​ອື່ນໆ ບໍ່​ທ່ຽງ​ທຳ​ ​ແລະ ບໍ່​ມີ​ສິນ​ທຳ.

ຄວາມ​ຮູ້ສຶກ​ຖືກ ​ແລະ ຜິດ ​ເບິ່ງ​ຄື​ວ່າ​ມີ​ພະລັງ​ຫລາຍ ​ໂດຍ​ສະ​ເພາະ​ຕອນ​ເຮົາ​ລ້ຽງ​ດູ​ລູກໆ. ພໍ່​ແມ່​ທຸກ​ຄົນ​ກໍ​ມີ​ຄວາມ​ປາດ​ຖະໜາ ທີ່​ຈະ​ສິດສອນ​ລູກໆ​ຂອງ​ຕົນ​ໃຫ້​ມີ​ຄຸນຄ່າ​ທາງ​ສິນ​ທຳ. ນີ້​ຄື​ພາກສ່ວນ​ຂອງ​ການ​ມະຫັດ​ສະຈັນ ​ໃນ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ. ພຣະອົງ​ປະສົງ​ໃຫ້​ລູກໆ​ຂອງ​ພຣະອົງ​ມາສູ່​ໂລກ ​ຢູ່​​ໃນ​ຄອບຄົວ, ​ເຮັດ​ຕາມ​ແບບ​ແຜນ​ຄອບຄົວ​ທີ່​ເຄີຍ​ມີ​ຢູ່​ໃນ​ສະຫວັນ. ຄອບຄົວ​ເປັນ​ໜ່ວຍ​ພື້ນຖານ​ທີ່​ຖືກ​ຈັດຕັ້ງຂຶ້ນ ​ໃນ​ຂອບ​ເຂດ​ນິລັນດອນ, ​ແລະ ສະນັ້ນ ພຣະອົງ​ຈຶ່ງ​ມີ​ເຈດ​ຕະນາ​ໃຫ້​ເຂົາ​ເຈົ້າ​ເປັນ​ໜ່ວຍ​ພື້ນຖານ​ຄື​ກັນ ຢູ່​ໃນ​ໂລກ. ​ເຖິງ​ແມ່ນ​ວ່າ ຄອບຄົວ​ຢູ່​ໃນ​ໂລກ​ໄກ​ຈາກ​ຄວາມ​ດີ​ພ້ອມ​ທຸກ​ຢ່າງ, ​ແຕ່ມັນ​ກໍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ ​ໄດ້​ຮັບ​ໂອກາດ​ທີ່​ດີ​ທີ່​ສຸດ ​ເພື່ອ​ຈະ​ໄດ້​ຖືກ​ຮັບ​ຕ້ອນ​ເຂົ້າສູ່​ໂລກ ດ້ວຍ​ຄວາມ​ຮັກ​ທີ່​ໃກ້​ຄຽງທີ່​ສຸດ ກັບ​ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ເຄີຍ​ຮູ້ສຶກ​ໃນ​ສະຫວັນ—ນັ້ນຄື ຄວາມ​ຮັກ​ຂອງ​ພໍ່​ແມ່. ຄອບຄົວ​ກໍ​ຍັງ​ເປັນ​ວິທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຮັກສາ ​ແລະ ສົ່ງ​ຕໍ່​ຄວາມ​ດີ​ທາງ​ສິນ​ທຳ ​ແລະ ຫລັກ​ທຳ​ທີ່​ແທ້​ຈິງ ຊຶ່ງ​ສ່ວນ​ຫລາຍ​ຈະ​ນຳພາ​ເຮົາ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.

ພຽງ​ແຕ່​ລູກໆ​ຂອງ​ພຣະ​ເຈົ້າ​ ຈຳນວນ​ໜ້ອຍ​ໜຶ່ງ​ຈະ​ໄດ້​ຮັບຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ຊຶ້ງ ​ເຖິງ​ແຜນ​ຂອງ​ພຣະ​ເຈົ້າ, ​ໃນຊ່ວງຊີວິດ​ນີ້, ພ້ອມ​ທັງ​ໄດ້​ຮັບ​ພິທີການ​ຂອງ​ຖານະ​ປະ​ໂລຫິດ ​ແລະ ​ໄດ້​ຮັບ​ພັນທະ​ສັນຍາ​ ຊຶ່ງ​ເຮັດ​ໃຫ້ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ ມີ​ພະລັງທີ່​ຈະ​ທຳ​ງານ​ຢ່າງ​ເຕັມ​ສ່ວນ ​ໃນ​ຊີວິດ​ຂອງ​ເຮົາ. ​ເຖິງ​ແມ່ນ​ຄົນ​ທີ່​ມີ​ພໍ່​ແມ່​ທີ່​ດີ​ທີ່​ສຸດ ອາດ​ດຳລົງ​ຊີວິດ​ຢ່າງ​ຊື່ສັດ ຕາມ​ຄວາມ​​ເຂົ້າ​ໃຈ​ທີ່​ເຂົາ​ເຈົ້າມີ ​ແຕ່​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ເຢຊູ​ຄຣິດ ​ແລະ ການ​ຊົດ​ໃຊ້​ຂອງ​ພຣະອົງ ຫລື ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ບັບຕິ​ສະມາ​ໃນ​ພຣະນາມ​ຂອງ​ພຣະອົງ. ສິ່ງ​ນີ້​ເປັນຄວາມ​ຈິງ ສຳລັບ​ອ້າຍ​ເອື້ອຍ​ນ້ອງ​ຫລາຍ​ລ້ານ​ຄົນ ຈົນ​ນັບ​ບໍ່​ຖ້ວນ ຕະຫລອດ​ທົ່ວ​ປະຫວັດ​ສາດ​ຂອງ​ໂລກ.

ບາງ​ຄົນ​ອາດ​ຄິດ​ວ່າ ສິ່ງ​ນີ້​ບໍ່​ຍຸດຕິ​ທຳ. ​ເຂົາ​ເຈົ້າອາດ​ຄິດ​ວ່າ ບໍ່​ມີ​ແຜນ, ບໍ່​ມີ​​ເງື່ອນ​ໄຂ​ສະ​ເພາະ ສຳລັບ​ຄວາມ​ລອດ—​ໂດຍ​ທີ່​ຮູ້ສຶກ​ວ່າ ພຣະ​ເຈົ້າທີ່​ທ່ຽງ​ທຳ ​ແລະ ຊົງ​ຮັກ ຄົງ​ບໍ່​​ໄດ້​ສ້າງ​ແຜນ​ຂຶ້ນມາ ສຳລັບ​ຜູ້​ຄົນ​ຈຳນວນ​ໜ້ອຍ​ໜຶ່ງ​ເທົ່າ​ນັ້ນ ​ໃນ​ບັນດາ​ລູກໆ​ຂອງ​ພຣະອົງ. ບາງ​ຄົນ​ອາດ​ສະຫລຸບ​ວ່າ ພຣະ​ເຈົ້າຄົງ​ໄດ້​ພິຈາ​ລະນາ​ໄວ້​ລ່ວງ​ໜ້າ​ແລ້ວ​ວ່າ ລູກໆ​ຂອງ​ພຣະອົງ​ຄົນ​ໃດ ທີ່​ພຣະອົງ​ຈະ​ຊ່ວຍ​ໃຫ້​ລອດ ​ແລະ ​ໃຫ້​ໄດ້​ຮັບ​ພຣະກິດ​ຕິ​ຄຸນ, ​ໃນ​ຂະນະ​ທີ່​ຄົນ​ອື່ນໆ​ ຜູ້​ບໍ່​ເຄີຍ​ໄດ້​ຍິນ​ພຣະກິດ​ຕິ​ຄຸນ ບໍ່ໄດ້​ “ຖືກ​ເລືອກ.”

​ແຕ່​ທ່ານ ​ແລະ ຂ້າພະ​ເຈົ້າຮູ້, ​ເພາະ​ຄວາມ​ຈິງ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດສະດາ​ໂຈ​ເຊັບ ສະ​ມິດ, ​ສະນັ້ນ ​ແຜນ​ຂອງ​ພຣະ​ເຈົ້າ ຈຶ່ງ​ເປັນຕາ​ຮັກ ​ແລະ ທ່ຽງ​ທຳ​ຫລາຍ​ກວ່າ​ນັ້ນ. ພຣະບິດາ​ເທິງ​ສະຫວັນ​ຂອງ​ເຮົາ ຮີບ​ຮ້ອນ​ທີ່​ຈະ​ເຕົ້າ​ໂຮມ ​ແລະ ​ໃຫ້​ພອນ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ພຣະອົງ. ​ໂດຍ​ທີ່​ຮູ້​ວ່າ ບໍ່​ແມ່ນ​ທຸກ​ຄົນ​ຈະ​ເລືອກ​ເຂົ້າຮ່ວມ​ການ​ເຕົ້າ​ໂຮມ, ​ແຜນ​ຂອງ​ພຣະອົງ​ຈຶ່ງ​ໃຫ້​​ໂອກາດ​ແກ່ລູກ​ທຸກ​ຄົນ​ຂອງ​ພຣະອົງ ​ເພື່ອ​ຮັບ​ເອົາ ຫລື ປະຕິ​ເສດ ການ​ເຊື້ອ​ເຊີນ​ຂອງ​ພຣະອົງ. ​ແລະ ຄອບຄົວ​ກໍ​ເປັນ​ຈຸດ​ໃຫຍ່​ໃຈກາງ​ຂອງ​ແຜນ​ນີ້.

ຫລາຍ​ສັດ​ຕະວັດ​ມາ​ແລ້ວ, ສາດສະດາ ມາລາ​ກີ ​ໄດ້​ກ່າວ​ວ່າ ​ໃນ​ອະນາຄົດ, ພຣະ​ເຈົ້າຈະ​ສົ່ງ​ເອລີ​ຢາ​ມາ ​ເພື່ອ “ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ​ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່” (ມາລາ​ກີ 4:6).

ຄຳ​ທຳນາຍ​ນັ້ນ​ແມ່ນ​ສຳຄັນ​ຫລາຍ, ສະນັ້ນ ພຣະຜູ້​ຊ່ວຍ​ໃຫ້​ລອດ ຈຶ່ງ​ໄດ້​ກ່າວ​ເຖິງ​ມັນ ຕອນ​ພຣະອົງ​ໄປ​ຢ້ຽມຢາມ​ອາ​ເມຣິກາ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະຊົນ​ຂອງ​ພຣະອົງ (ເບິ່ງ 3 ນີ​ໄຟ 25:5–6). ​ແລະ ​ຕອນ​ທູດ​ໂມ​ໂຣ​ໄນ ​ໄດ້​ມາ​ຢ້ຽມຢາມ​ສາດສະດາ​ໂຈ​ເຊັບ ສະ​ມິດ, ​ເພິ່ນ​ກໍ​ໄດ້​ກ່າວ​ເຖິງ​ຄຳ​ທຳນາຍ​ກ່ຽວ​ກັບ ​ເອລີ​ຢາ ​ແລະ ​ໃຈ, ບັນພະ​ບຸລຸດ, ​ແລະ ລູກ​ຫລານ (ເບິ່ງ Joseph Smith—History 1:36–39).

ມື້​ນີ້​ແມ່ນ​ວັນ​ທີ 1 ເດືອນ​ເມສາ. ສອງ​ມື້​ຈາກ​ນີ້, ​ໃນ​ວັນ​ທີ 3 ເດືອນ​ເມສາ, ຈະ​ເປັນ​ວັນ​ຄົບຮອບ 181 ປີ ຈາກ​ມື້​ທີ່​ຄຳ​ທຳນາຍ​ຂອງ​ມາລາ​ກີ ​ໄດ້​ເກີດ​ເປັນ​ຈິງ. ​ໃນ​ວັນນັ້ນ, ​ເອລີ​ຢາ ​ໄດ້​ມາ, ​ແລະ ​ໄດ້​ມອບ​ອຳນາດ​ແຫ່ງ​ຖານະ​ປະ​ໂລຫິດ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ​ເພື່ອຜະ​ນຶກ​ຄອບຄົວ​ເຂົ້າກັນ​ຊົ່ວ​ນິລັນດອນ (ເບິ່ງ D&C 110:13–16).

ຈາກ​ມື້ນັ້ນ ຈົນ​ເຖິງ​ມື້​ນີ້, ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ ທີ່​ຈະ​ຊອກ​ຫາ​ປະຫວັດ​ຄອບຄົວ​ຂອງ​ຕົນ ​ໄດ້​ທະວີ​ຂຶ້ນຢ່າງ​ວ່ອງ​ໄວ. ຜູ້​ຄົນ​ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ຫລາຍ​ກັບ​ບັນພະ​ບຸລຸດຂອງ​ເຂົາ​ເຈົ້າ ຫລາຍ​ກວ່າ​ພຽງ​ແຕ່ ຢາກ​ຮູ້​ຢາກ​ເຫັນ​ເທົ່າ​ນັ້ນ. ຫໍສະໝຸດ​ບັນທຶກ​ລຳດັບ​ເຊື້ອສາຍ, ສະມາຄົມ, ​ແລະ ​ເທັກ​ໂນ​ໂລ​ຈີ ​ໄດ້​ຖືກ​ສ້າງ​ຂຶ້ນ ຕະຫລອດ​ທົ່ວ​ໂລກ ​ເພື່ອ​ສົ່ງ​ເສີມ​ຄວາມ​ສົນ​ໃຈ​ນີ້. ພະລັງ​ຂອງ​ອິນ​ເຕີ​ເນັດ​ ​ເພື່ອ​ຍົກ​ລະດັບ​ການ​ສື່ສານ ​ໄດ້​ຊ່ວຍ​ໃຫ້​ຄອບຄົວ​ເຮັດ​ວຽກ​ງານ​ນຳ​ກັນ​ໄດ້ ​ໃນ​ການ​ຄົ້ນຄວ້າ​ປະຫວັດ​ຄອບຄົວ ດ້ວຍ​ຄວາມ​ໄວ ​ແລະ ຄວາມ​ຖືກຕ້ອງ ຊຶ່ງ​ເມື່ອ​ກ່ອນ​ເປັນ​ໄປ​ບໍ່​ໄດ້.

​ເປັນ​ຫຍັງ​ທັງ​ໝົດ​ນີ້​ຈຶ່ງ​ເກີດ​ຂຶ້ນ? ​ໂດຍ​ທີ່​ບໍ່​ຮູ້​ວ່າ ຈະ​​ໃຊ້​ສັບ​ໃດ, ພວກ​ເຮົາ​ຈຶ່ງ​ເອີ້ນ​ມັນ​ວ່າ “ວິນ​ຍານຂອງ​ເອລີ​ຢາ.” ​ເຮົາ​ກໍ​ຍັງ​ເອີ້ນ​ມັນອີກ​ວ່າ ການ​ບັນລຸ​ຄຳ​ທຳນາຍ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ​ເອລີ​ຢາ ​ໄດ້​ມາ. ​ໃຈ​ຂອງ​ລູກ—ຂອງ​ທ່ານ ​ແລະ ​ຂ້າພະ​ເຈົ້າ—​ໄດ້​ຫັນ​ໄປ​ຫາ​ພໍ່, ບັນ​ພະ​ບຸລຸດ​ຂອງ​ເຮົາ. ຄວາມ​ຮັກທີ່​ທ່ານ​ຮູ້ສຶກ​ສຳລັບ​ບັນພະ​ບຸລຸດ​ຂອງ​ທ່ານ ​ແມ່ນ​ພາກສ່ວນ​ຂອງ​ການ​ບັນລຸ​ຄຳທຳ​ນາຍ​ນັ້ນ. ມັນ​ຂຶ້ນກັບ​ຄວາມ​ຮູ້ສຶກ​ຢ່າງ​ເລິກ​ຊຶ້ງວ່າ ທ່ານ​ເປັນ​ໃຜ. ​ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ ພຽງ​ແຕ່​ເປັນ​ສາຍ​ເລືອດ​ດຽວ​ກັນ​ເທົ່າ​ນັ້ນ.

ຍົກ​ຕົວຢ່າງ, ​ເມື່ອ​ທ່ານ​ເຮັດ​ຕາມ​ການ​ດົນ​ໃຈ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ສືບ​ປະຫວັດ​ຄອບຄົວ, ທ່ານ​ອາດ​ຄົ້ນພົບ​ວ່າ ຍາດ​ພີ່ນ້ອງ​ທີ່​ຫ່າງ​ໄກ ​ມີ​ໃບໜ້າ​ຄ້າຍຄື​ທ່ານ ຫລື ມັກ​ອ່ານ​ປຶ້ມ ຫລື ຮ້ອງ​ເພງ​ຄື​ກັນ. ​ເລື່ອງນີ້​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ​ແລະ ​ແມ່ນ​ແຕ່​ໃຫ້​ຄວາມ​ຮູ້. ​ແຕ່​ຖ້າ​ຫາກ​ທ່ານ​ຢຸດ​ການ​ຄົ້ນຄວ້າ​ໄວ້​ພຽງ​​ເທົ່າ​ນັ້ນ, ​ແລ້ວ​ທ່ານ​ຈະ​ຮູ້ສຶກ​ວ່າ ມີ​ບາງ​ສິ່ງ​ຂາດ​ໄປ. ມັນ​ເປັນ​ເພາະວ່າ ​ໃນ​ການ​ເຕົ້າ​ໂຮມ ​ແລະ ການ​ນຳ​ຄອບຄົວ​ຂອງ​ພຣະ​ເຈົ້າ ​ເຂົ້າ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແມ່ນ​ເກີນ​ກວ່າ​ການ​ພຽງ​ແຕ່​ຮູ້ສຶກ​ຮັກ​ແພງ​ເຂົາ​ເຈົ້າ​ເທົ່າ​ນັ້ນ. ມັນ​ຮຽກ​ຮ້ອງ​ການ​ເຮັດ​ພັນ​ທະ​ສັນຍາ​ທີ່​ສັກສິດ ​ໃນ​ການ​ຜູກ​ມັດ ດ້ວຍ​ພິທີການ​ຂອງ​ຖານະ​ປະ​ໂລຫິດ.

ບັນພະບຸລຸດ​ຂອງ​ທ່ານ​ຫລາຍ​ຄົນ ບໍ່​ໄດ້​ຮັບ​ພິທີການ​ເຫລົ່ານັ້ນ. ​ແຕ່​ໃນ​ການຈັດ​ຕຽມ​​ຂອງ​ພຣະ​ເຈົ້າ, ທ່ານ​ໄດ້​ເຮັດ​ແທນ. ​ແລະ ພຣະ​ເຈົ້າຮູ້​ວ່າ ທ່ານ​ຈະ​ຮູ້ສຶກ​ເຂົ້າ​ໃກ້ຊິດ​ກັບ​ບັນພະ​ບຸລຸດ​ຂອງ​ທ່ານ ​ໃນ​ຄວາມ​ຮັກ ​ແລະ ວ່າ​ທ່ານ​ຈະ​ມີ​ເທັກ​ໂນ​ໂລ​ຈີ ​ເພື່ອ​ຊອກ​ຫາ​ເຂົາ​ເຈົ້າ. ພຣະອົງ​ຍັງ​ຮູ້​ວ່າ ທ່ານ​ຈະ​ມີ​ຊີວິດ​ຢູ່​ໃນ​ວັນ​ເວລາ ຕອນ​ທີ່​ສາມາດ​ເຂົ້າ​ໄປ​ໃນ​ພຣະວິຫານ​ທີ່​ສັກສິດ​ໄດ້, ບ່ອນ​ທີ່​ສາມາດ​ເຮັດ​ພິທີການ, ຊຶ່ງຈະ​ກ້າວ​ໜ້າ​ກວ່າ ທີ່​ເຄີຍ​ເປັນ​ມາ​ໃນ​ປະຫວັດ​ສາດ. ​ແລະ ພຣະອົງ​ຮູ້​ວ່າ ພຣະອົງ​ສາ​ມາດ​ໄວ້​ວາງ​ໃຈ​ທ່ານ ​ໃນ​ການ​ບັນລຸ​ວຽກ​ງານ​ນີ້ ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ.

​ແນ່ນອນ, ​ເຮົາ​ທຸກ​ຄົນ​ກໍ​ມີໜ້າ​ທີ່​ຮັບ​ຜິດ​ຊອບ ດ່ວນ ​ແລະ ສຳຄັນ ອັນ​ທີ່​ຕ້ອງ​ເຮັດ​ໃຫ້​ແລ້ວ​ທັນ​ເວລາ. ​ເຮົາ​ທຸກ​ຄົນ​ຈະ​ພົບ​ເຫັນ​ສິ່ງ​ທີ່ ພຣະຜູ້​ເປັນ​ເຈົ້າຄາດ​ຫວັງ​ໃຫ້​ເຮົາ​ເຮັດ ​ຊຶ່ງ​ເກີນ​ກວ່າ​ຄວາມ​ສາມາດ​ຂອງ​ເຮົາ. ​ໂຊກ​ດີ​ແຕ່ ພຣະ​ເຈົ້າ​ໄດ້​ຈັດ​ຫາ​ວິທີ​ທີ່​ເຮົາ​ແຕ່ລະຄົນ ຈະ​ມີ​ຄວາມ​ໝັ້ນ​ໃຈ ​ແລະ ຄວາມ​ເພິ່ງ​ພໍ​ໃຈ ກັບ​ການ​ຮັບ​ໃຊ້​ທັງ​ໝົດ​ຂອງ​ເຮົາ, ຮ່ວມ​ທັງ​ການ​ຮັບ​ໃຊ້​ໃນ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ. ​ເຮົາ​ໄດ້​ຮັບ​ພະລັງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ຂໍ​ຮ້ອງ ຜ່ານ​ທາງ​ສັດທາ​ຂອງ​ເຮົາ ວ່າ​ພຣະຜູ້​ຊ່ວຍ​ໃຫ້​ລອດ ຈະ​ບໍ່​ບັນຊາ “ນອກຈາກ​ພຣະອົງ​ຈະ​ຕຽມ​ທາງ​ໄວ້​ໃຫ້​ເຂົາ ​ເພື່ອ​ເຂົາ​ຈະ​ໄດ້​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະອົງ​ບັນຊາ​ເຂົາ” (1 ນີ​ໄຟ 3:7).

ຂ້າພະ​ເຈົ້າຮູ້​ວ່າ ສິ່ງ​ນີ້​ເປັນຄວາມ​ຈິງ​ຈາກ​ປະສົບ​ການ. ​ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ເປັນ​ນັກ​ສຶກສາ​ຢູ່​ມະຫາ​ວິທະຍາ​ໄລ, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ ທີ່​ໄດ້​ທຳ​ງານ​ໃຫ້​ບໍລິສັດ​ຄອມ​ພິວ​ເຕີ​ແຫ່ງ​ໃຫຍ່. ຕອນ​ນັ້ນ​ຄອມ​ພິວ​ເຕີຫາ​ກໍ​ເລີ່​ມຕົ້ນ, ​ແລະ ບັງ​ເອີນ​ ບໍລິສັດ​ຂອງ​ລາວ ​ໄດ້​ສົ່ງ​ລາວ​ມາ​ຂາຍ​ຄອມ​ພິວ​ເຕີ​ໃຫ້ ສາດ​ສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຕາມ​ທີ່​ຂ້າພະ​ເຈົ້າຮູ້ຈັກ, ຊາຍ​ຄົນ​ນີ້​ບໍ່​ນັບຖື​ສາດສະໜາ. ​ແຕ່​ລາວ​ໄດ້​ເວົ້າດ້ວຍ​ຄວາມ​ປະຫລາດ​ໃຈ ​ແລະ ດ້ວຍ​ຄວາມ​ຕື່ນ​ເຕັ້ນວ່າ, “​ໃນ​ສາດສະໜາ​ຈັກ​ນີ້ ​ເຂົາ​ເຈົ້າ​ເຮັດ​ບາງ​ສິ່ງ​ທີ່​ເອີ້ນ​ວ່າ ‘ການ​ສືບ​ລຳດັບ​ເຊື້ອສາຍ,’ ຄົ້ນຫາ​ລາຍ​ຊື່​ຂອງ​ຜູ້​ຄົນ​ທີ່​ໄດ້​ຕາຍ​​ໄປ​ແລ້ວ, ພະຍາຍາມ​ຊອກ​ຫາ​ບັນ​ພະ​ບຸລຸດ​ຂອງ​ເຂົາ​ເຈົ້າ. ຜູ້​ຄົນ, ​ໂດຍ​ສະ​ເພາະ​ຜູ້ຍິງ, ​ໄດ້​ແລ່ນ​ໄປ​ຫາ​ຕູ້​ເກັບ​ລາຍ​ຊື່ ບ່ອນ​ນັ້ນບ່ອນ​ນີ້, ຊອກ​ຫາ​ຂໍ້​ມູນ​ໃນ​ເຈ້ຍ​ແຜ່ນ​ນ້ອຍໆ.” ຕາມ​ທີ່ຂ້າພະ​ເຈົ້າຈື່​ໄດ້, ​ລາວ​ເວົ້າວ່າ ພວກ​ຜູ້ຍິງ​ໄດ້​ໃສ່​ເກີບ​ຕີ​ເທັນ​ນິດ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ແລ່ນ​ໄວ​ຂຶ້ນ. ຊາຍ​ຄົນ​ນັ້ນ​ໄດ້​​ເວົ້າຕື່ມ​ວ່າ, “​ເມື່ອ​ຂ້າພະ​ເຈົ້າ​ເຫັນ​ຄວາມ​ສຳຄັນ​ຂອງ​ສິ່ງ​ທີ່​ເຂົາ​ເຈົ້າພະຍາຍາມ​ເຮັດ, ຂ້າພະ​ເຈົ້າຈຶ່ງ​ຄິດ​ເຫັນ​ເຫດຜົນ​ສຳລັບ​ການສ້າງ​ຄອມ​ພິວ​ເຕີ​ຂຶ້ນມາ.”

ລາວ​ກໍ​ເວົ້າຖືກ​ເປັນ​ບາງ​ສ່ວນ. ຄອມ​ພິວ​ເຕີ​ຈະ​ເປັນ​ພາກສ່ວນ​ສຳຄັນ​ໃນ​ອະນາຄົດ​ຂອງ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ—​ແຕ່​ບໍ່​ແມ່ນ​ຄອມ​ພິວ​ເຕີ ທີ່​ລາວ​ພະຍາຍາມ​ຂາຍ. ຜູ້ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ຂອງ​ສາດ​ສະໜາ​ຈັກ ບໍ່​ໄດ້​ຊື້​ຄອມ​ພິວ​ເຕີ​ຂອງ​ລາວ. ສາດສະໜາ​ຈັກ​ໄດ້​ລໍຖ້າ​ເທັກ​ໂນ​ໂລ​ຈີ ທີ່​ໃນ​ເວລາ​ນັ້ນ ຍັງ​ບໍ່​ເກີດ​ເທື່ອ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ຫລາຍ​ປີ ນັບ​​ແຕ່​ນັ້ນມາ ​ເຖິງ​ແມ່ນ​ເທັກ​ໂນ​ໂລ​ຈີ​ທີ່​ດີ​ທີ່​ສຸດ ກໍ​ບໍ່​ສາມາດ​ມາ​ທົດ​ແທນ​ການ​ເປີດ​ເຜີຍ​ຈາກ​ສະຫວັນ​ໄດ້, ຊຶ່ງ​ຜູ້ນຳ​ຂອງ​ສາດ​ສະໜາ​ຈັກ​ໄດ້​ຮັບ. ນີ້​ແມ່ນ​ວຽກ​ງານ​ທາງ​ວິນ​ຍານ, ​ແລະ ພຣະຜູ້​ເປັນ​ເຈົ້າ​ເປັນ​ຜູ້ນຳ​ພາ ຜ່ານ​ທາງ​ພຣະວິນ​ຍານ​ບໍລິສຸດ.

ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້, ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ ​ໂດຍ​ມີ​ຜູ້​ປຶກສາ​ຢູ່​ທາງ​ຂ້າງ ​ແລະ ມີ​ອີກ​ຜູ້​ໜຶ່ງ​ຊ່ວຍ​ເຫລືອ​ທາງ​ໂທລະສັບ. ຢູ່​ໃນ​ຈໍ​ຄອມ​ພິວ​ເຕີ ຢູ່​ຕໍ່ໜ້າ​ຂ້າພະ​ເຈົ້າ ມີ​ບັນຫາ ທີ່​ເກີນ​ກວ່າ​ຂ້າພະ​ເຈົ້າຈະ​ແກ້​ໄຂ​ໄດ້. ຂ້າພະ​ເຈົ້າ​ໄດ້​ເຫັນ​ສອງ​ຊື່, ຖືກ​ສົ່ງ​ມາ​ໃຫ້​ຂ້າພະ​ເຈົ້າ ​ໂດຍ​ທາງ​ເທັກ​ໂນ​ໂລ​ຈີ​ ທີ່​ໜ້າ​ອັດສະຈັນ​ໃຈ, ຊຶ່ງ​ເປັນ​ບຸກຄົນ​ທີ່​ອາດ​ລໍຖ້າ​ພິທີການ​​ໃນ​ພຣະວິຫານ. ​ແຕ່​ບັນຫາ​ແມ່ນ​ຢູ່​ທີ່​ວ່າ ມີ​ຊື່​ແຕກ​ຕ່າງ​ກັນ, ​ແຕ່​ມີ​ເຫດຜົນ​ທີ່​ເຊື່ອ​ວ່າ ອາດ​ເປັນ​ຄົນດຽວ​ກັນ. ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າ ​ແມ່ນ​ຕ້ອງ​ຊອກ​ຫາ​ຄວາມ​ຈິງ.

​ຂ້າພະ​ເຈົ້າ​​ໄດ້​ຂໍ​ໃຫ້​ຜູ້​ປຶກສາຂອງ​ຂ້າພະ​ເຈົ້າບອກ​ຂ້າພະ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ເວົ້າວ່າ, “ບໍ່, ທ່ານຕ້ອງ​ເລືອກ.” ​ແລະ ​ເຂົາ​ເຈົ້າກໍ​ແນ່​ໃຈ​ວ່າ ຂ້າພະ​ເຈົ້າຈະ​ພົບ​​ຄວາມ​ຈິງ. ຄອມ​ພິວ​ເຕີ, ດ້ວຍ​ສຸດ​ຄວາມ​ສາມາດ​ ​ແລະ ດ້ວຍຂໍ້​ມູນ​ທັງ​ໝົດ​ຂອງ​ມັນ, ​ໄດ້​ປະ​ໃຫ້​ຂ້າພະ​ເຈົ້ານັ່ງ​ຈ້ອງ​ມອງ​ເບິ່ງຊື່​ເຫລົ່ານັ້ນ ຢູ່​ຈໍ​ຄອມ​ພິວ​ເຕີ, ປະເມີນ​ເບິ່ງ​ຄວາມ​ເປັນ​ຈິງ​ຂອງ​ຂໍ້​ມູນ, ຊອກ​ຫາ​ການຄົ້ນ​ຄວ້າ​ອື່ນໆ, ອະທິຖານ​ຢູ່​ໃນ​ໃຈ, ​ແລະ ຄົ້ນຫາ​ຄວາມ​ຈິງ. ​ເມື່ອ​ຂ້າພະ​ເຈົ້າ​ອະທິຖານ, ຂ້າພະ​ເຈົ້າຮູ້​ຢ່າງ​ແນ່​ນອນວ່າ ຄວນ​​ເຮັດ​ສິ່ງ​ໃດ—ດັ່ງ​ທີ່​ ຂ້າພະ​ເຈົ້າ​ເຄີຍ​ໄດ້​ເຮັດ​ໃນ​ສະຖາ​ນະ​ການ​ອື່ນ ຕອນ​ຂ້າພະ​ເຈົ້າຕ້ອງ​ເພິ່ງ​ອາ​ໄສ​ສະຫວັນ​ ເພື່ອ​ຊ່ວຍ​ແກ້​ບັນຫາ.

​ເຮົາ​ບໍ່​ຮູ້​ວ່າ​ພຣະ​ເຈົ້າຈະ​ທຳ​ການ​ມະຫັດສະ​ຈັນ​ຢ່າງ​ໃດ​ ​ເພື່ອ​ດົນ​ໃຈ​ຜູ້​ຄົນ ​ໃຫ້​ສ້າງ​ສິ່ງ​ຊ່ວຍ​ເຫລືອ ​ໃນ​ວຽກ​ງານ​ຂອງ​ພຣະອົງ ​ເລື່ອງ​ການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະອົງ. ​​ເຖິງ​ແມ່ນ ຈະ​ມີ​ການ​ປະດິດ​ຄິດ​ສ້າງ​ອັນ​ໃດ​ກໍ​ຕາມ, ການ​ໃຊ້​ມັນ ຈະ​ຮຽກຮ້ອງ​ໃຫ້​ມີ​ພຣະວິນ​ຍານ​ໃນ​ຜູ້​ຄົນ ດັ່ງ​ເຊັ່ນທ່ານ ​ແລະ ຂ້າພະ​ເຈົ້າ. ​ເຮົາ​ບໍ່​ຄວນ​ແປກ​ໃຈ​ໃນ​ສິ່ງ​ນີ້. ​ເພາະ​ຕາມ​ຄວາມ​ຈິງ​ແລ້ວ, ​ບຸກຄົນ​ເຫລົ່ານັ້ນ​ເປັນ​ບຸດ ​ແລະ ທິດາ​ທີ່​ຮັກ​ຂອງ​ພຣະເຈົ້າ. ພຣະອົງ​ຈະ​ສົ່ງ​ການ​ດົນ​ໃຈອັນ​ໃດ​ກໍ​ຕາມທີ່​ຕ້ອງການ ​ເພື່ອ​ໃຫ້​ໂອກາດ​ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ຫາ​ພຣະອົງ.

ເມື່ອສອງ​ສາມ​ປີ​ກ່ອນ, ຊາວ​ໜຸ່ມຂອງ​ສາດສະໜາ​ຈັກ ​ໄດ້​​ຕອບ​ຮັບ ຕໍ່​ວິນ​ຍານ​ຂອງ​ເອລີ​ຢາ ​ໃນວິທີ​ທາງ​ທີ່​​ໄດ້​ຮັບ​ການ​ດົນ​ໃຈ. ບັດ​ນີ້ ຫລາຍ​ຄົນ​ກໍ​ໄດ້​ຮັບ​ໃບຮັບ​ຮອງ​ເຂົ້າພຣະ​ວິຫານ​ແບບ​ຈຳກັດ​ເປັນ​ຂອງ​ຕົວ​ເອງ ​ແລະ ​ໃຊ້​ມັນ​ເລື້ອຍໆ. ການ​ບັບຕິ​ສະມາ​ໃນ​ພຣະວິຫານ ​ແມ່ນ​ຫຍຸ້ງ​ຫລາຍ​ກວ່າ​ທີ່​ຜ່ານ​ມາ; ພຣະວິຫານ​ບາງ​ແຫ່ງ ຕ້ອງ​ໄດ້​ຈັດ​​ເວລາ​ເພີ່ມ ​ເພື່ອ​ສະໜອງ​ຈຳນວນ​ຊາວ​ໜຸ່ມ​ທີ່​ໄປ​ທຳ​ການ​ບັບຕິ​ສະມາ.

​ສະ​ໄໝກ່ອນ​ ຊາວ​ໜຸ່ມ​ສ່ວນ​ຫລາຍ​ບໍ່​ໄດ້​ເອົາ​ຊື່​ຂອງ​ບັນພະ​ບຸລຸດ​ຂອງ​ເຂົາ​ເຈົ້າມາ​ພຣະວິຫານ. ຕອນ​ນີ້ ມັນ​ເປັນ​ເລື່ອງ​ທຳ​ມະ​ດາ, ​ແລະ ສ່ວນ​ຫລາຍ​ແມ່ນ​ຊາວ​ໜຸ່ມ​ເຫລົ່ານັ້ນ​ເອງ ທີ່​ພົບ​ເຫັນ​ບັນພະ​ບຸລຸດ​ຂອງ​ເຂົາ​ເຈົ້າ.

ນອກ​ເໜືອ​ຈາກ​ນີ້, ຊາວ​ໜຸ່ມ​ຫລາຍ​ຄົນ​ໄດ້​ພົບ​ເຫັນ​ວ່າ ການ​ເສຍສະ​ລະ​ເວລາ​ຂອງ​ເຂົ​າ​ເຈົ້າ ​ໃນ​ການ​ເຮັດ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ ​ແລະ ວຽກ​ງານ​ພຣະວິຫານ ​ໄດ້​ເຮັດ​ໃຫ້​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ ​ເລິກ​ຊຶ້ງ​ຫລາຍ​ຂຶ້ນ ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ມັນ​ໄດ້​ເພີ່ມ​ອິດ​ທິພົນ​ຂອງ​ພຣະວິນ​ຍານ ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ແລະ ກຳຈັດ​ອິດ​ທິພົນ​ຂອງ​ຜູ້​ປໍ​ລະ​ປັກ​ໃຫ້​ໜ້ອຍ​ລົງ. ມັນ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້ສຶກ​ເຂົ້າ​ໃກ້​ໃຊ້​ຄອບຄົວ​ຂອງ​ເຂົາ​ເຈົ້າ ​ແລະ ອົງພຣະ​ເຢຊູ​ຄຣິດ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ວຽກ​ງານ​ນີ້ ບໍ່​ພຽງ​ແຕ່​ຊ່ວຍ​ຄົນ​ຕາຍ​ໃຫ້​ລອດ​ເທົ່າ​ນັ້ນ; ມັນ​ຍັງ​ຊ່ວຍ​ເຮົາ​ທຸກ​ຄົນ​ໃຫ້​ລອດນຳ​ອີກ (ເບິ່ງ D&C 128:18).

ຊາວ​ໜຸ່ມ​ໄດ້​ເຫັນ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ນີ້; ບັດ​ນີ້ ພໍ່​ແມ່​ຂອງ​ເຂົາ​ເຈົ້າຕ້ອງ​ຕິດຕາມ. ຕອນ​ນີ້ ມີ​ຫລາຍ​ຄົນ​ໄດ້​ຮັບ​ບັບຕິ​ສະມາ​ຢູ່​ໃນ​ໂລກ​ວິນ​ຍານ, ​ເພາະ​ວຽກ​ງານ​ທີ່​ຊາວ​ໜຸ່ມ​ໄດ້​ເຮັດ​ໄປ​ນັ້ນ, ​ແລະ ​ເຂົາ​ເຈົ້າກຳລັງ​ລໍຖ້າ​ພິທີການ​ອື່ນໆ ຊຶ່ງ​ພຽງ​ແຕ່​ຜູ້​ໃຫຍ່​ສາມາດ​ກະທຳ​ຢູ່​ໃນ​ພຣະວິຫານຢູ່​ໃນ​ໂລກ​ນີ້. ວຽກ​ງານ​ແຫ່ງ​ການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະບິດາ​ເທິງ​ສະຫວັນ ບໍ່​ແມ່ນ​ສຳລັບ​ຊາວ​ໜຸ່ມ​ເທົ່າ​ນັ້ນ, ​ແລະ ບໍ່​ແມ່ນ​ພຽງ​ແຕ່​ສຳລັບ​ປູ່ຍ່າ​ຕາ​ຍາຍ​​ເທົ່າ​ນັ້ນ. ມັນ​ແມ່ນ​ສຳລັບ​ທຸກ​ຄົນ. ​ເຮົາ​ທຸກ​ຄົນ​ເປັນ​ຜູ້​ຊ່ວຍ​ເຕົ້າ​ໂຮມ.

ນີ້​ແມ່ນ​ວຽກ​ງານ​ຂອງ​ລຸ້ນ​ເຮົາ, ຊຶ່ງ​ອັກຄະ​ສາວົກ​ໂປ​ໂລ ​ໄດ້​ເອີ້ນ​ວ່າ “ເວລາ​ກຳນົດ​ຄົບ​ບໍລິບູນ,” ​ເມື່ອ​ພຣະ​ເຈົ້າຈະ “ຮວບຮວມສິ່ງ​ສາລະພັດ ທັງ​ມີ​ຢູ່​ໃນ​ຟ້າ​ສະຫວັນ ​ແລະ ​ແຜ່ນດິນ​ໂລກ​ໄວ້​ໃນ​ພຣະຄຣິດ” (ເອ​ເຟ​ໂຊ 1:10). ສິ່ງ​ນີ້​ເຮັດ​ໃຫ້​ເປັນ​ໄປ​ໄດ້ ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ​​ເປັນ​ເພາະ​ພຣະອົງ, ສະ​ມາຊິກ​ໃນ​ຄອບຄົວ​ຂອງ​ເຮົາ “ຜູ້​ເຄີຍ​ຢູ່​ຫ່າງ​ໄກ ​ໄດ້​ຫຍັບ​ເຂົ້າມາ​ໃກ້​ ໂດຍ​​ໂລຫິດ​ຂອງ​ພຣະຄຣິດ. ​ເພາະວ່າ​ພຣະອົງ​ ເປັນ​ອົງ​ສັນຕິ​ສຸກ ​ຂອງ​ເຮົາ​ທັງຫລາຍ, ຄື​ເປັນ​ຜູ້​ກະທຳ​ ໃຫ້​ທັງ​ສອງ​ຝ່າຍ ​ເຂົ້າ​ເປັນ​ພວກ​ດຽວ​ກັນ” ​(ເອ​ເຟ​ໂຊ 2:13–14). ທ່ານ​ໄດ້​ຮູ້ສຶກ​ສິ່ງ​ນີ້, ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ, ​ເມື່ອ​ທ່ານ​ມີ​ຄວາມ​ຮັກ​ຫລາຍ​ຂຶ້ນ ​ເມື່ອ​ທ່ານ​ຫລຽວ​ເບິ່ງ​ຮູບ​ຂອງ​ບັນພະ​ບຸລຸດ​ຄົນ​ໜຶ່ງ. ທ່ານ​ໄດ້​ຮູ້ສຶກ​​ຢູ່​ໃນ​ພຣະວິຫານ, ​ເມື່ອ​ຊື່​ຢູ່​ໃນ​ບັດ ​ເບິ່ງ​ຄື​ວ່າ​ເກີນ​ກວ່າ​ພຽງ​ແຕ່​ລາຍ​ຊື່​ເທົ່າ​ນັ້ນ, ​ແລະ ທ່ານຫລີກ​ລ້ຽງ​ບໍ່​ໄດ້ ຈາກ​ຄວາມ​ຮູ້ສຶກ​ວ່າ ບຸກຄົນ​ນັ້ນ ຮູ້ຈັກ​ທ່ານ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ທ່ານ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າອົງ​ເປັນ​ພຣະບິດາ ປະສົງ​ໃຫ້​ລູກໆ​ຂອງ​ພຣະອົງ​ກັບ​ຄືນ​ບ້ານ​ອີກ, ​ຢູ່​ໃນ​ຄອບຄົວ ​ແລະ ​ໃນ​ລັດສະໝີ​ພາບ. ພຣະຜູ້​ເປັນ​ເຈົ້າຊົງ​ພຣະຊົນ​ຢູ່. ພຣະອົງ​ນຳພາ​ ​ແລະ ອວຍ​ພອນ​ວຽກ​ງານ​ນີ້, ​ແລະ ພຣະອົງ​ກໍ​ດູ​ແລ ​ແລະ ນຳພາ​ເຮົາ. ພຣະອົງ​ຂອບ​ໃຈ​ທ່ານ ສຳລັບ​ການ​ຮັບ​ໃຊ້​ທີ່​ຊື່ສັດ​ຂອງ​ທ່ານ ​ໃນ​ການ​ເຕົ້າ​ໂຮມ​ຄອບຄົວ​ຂອງ​ພຣະບິດາ​ຂອງ​ພຣະອົງ, ​ແລະ ຂ້າພະ​ເຈົ້າ​ສັນຍາ​ກັບ​ທ່ານ​ວ່າ ທ່ານ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ທີ່​ດົນ​ໃຈ ​ທີ່​ທ່ານ​ສະ​ແຫວງຫາ ​ແລະ ຕ້ອງການ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.