​2010–2019
ຕຽມ​ທາງ
ເດືອນ​ເມສາ 2017


ຕຽມ​ທາງ

ເຖິງ​ແມ່ນ​ວ່າ ​ແຕ່ລະ​ຖານະຈະ​ມີ​ພາລະກິດ ​ແລະ ສິດ​ອຳນາດ​ທີ່​ແຕກຕ່າງ​ກັນ, ​ແຕ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ​ເມນ​ຄີ​ເສ​ເດັກ ​ເປັນ​ຫຸ້ນ​ສ່ວນ​ທີ່​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ.

ຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 30 ​ປີ, ຂ້າພະ​ເຈົ້າ​ໄດ້​ເລີ່ມທຳ​ງານ​ນຳ​ບໍລິສັດ​ຂາຍຍ່ອຍ ຢູ່​ປະ​ເທດ​ຝະຣັ່ງ. ມື້ໜຶ່ງ ປະທານ​ບໍລິສັດ, ​ເປັນ​ຊາຍ​ທີ່​ດີ ຜູ້​ນັບຖື​ສາດສະໜາ​ໜຶ່ງ​ອີກ, ​ໄດ້​ເອີ້ນ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ຫ້ອງການ​ຂອງ​ເພິ່ນ. ​ເພິ່ນ​ໄດ້​ເລີ່ມຕົ້ນຖາມ​ຂ້າພະ​ເຈົ້າວ່າ: “ຂ້ອຍ​ຫາ​ກໍ​ໄດ້​ຍິນ​ມາ​ວ່າ ​ເຈົ້າ​​ເປັນ​ປະ​ໂລຫິດໃນ​ສາດສະໜາ​ຈັກຂອງ​ເຈົ້າ. ນັ້ນ​ເປັນຄວາມ​ຈິງ​ບໍ?”

ຂ້າພະ​ເຈົ້າຕອບ​ວ່າ, “ໂດຍ, ​ແມ່ນ​ແລ້ວ. ຂ້ານ້ອຍ​ດຳລົງ​ຖານະ​ປະ​ໂລຫິດ.”

ໂດຍ​ທີ່​ປະ​ທັບ​ໃຈ​ກັບ​ຄຳ​ຕອບ​ຂອງ​ຂ້າພະ​ເຈົ້າ, ​ເພິ່ນ​ໄດ້​ຖາມຕື່ມ​ວ່າ, “ແຕ່ເຈົ້າ​ໄດ້​ສຶກສາ​ພຣະຄຳ​ພີຢູ່​ໂຮງຮຽນ​ຫວະ?”

“ແມ່ນ​ແລ້ວ,” ຂ້າພະ​ເຈົ້າ​ໄດ້​ຕອບ​ໄປ, “ລະຫວ່າງ​ອາຍຸ 14 ປີ ​ເຖິງ 18 ປີ, ​ແລະ ຂ້ານ້ອຍ​ໄດ້​ສຶກສາພຣະຄຳ​ພີ​ເກືອບ​ທຸກ​ວັນ!” ​ເພິ່ນ​ເກືອບ​ຕົກ​ຕັ່ງ.

ຂ້າພະ​ເຈົ້າປະຫລາດ​ໃຈ​ຫລາຍ ​ເມື່ອ​ສອງ​ສາມ​ອາທິດ​ຈາກ​ນັ້ນ ​ເພິ່ນ​ໄດ້​ເອີ້ນ​ຂ້າພະ​ເຈົ້າ​ເຂົ້າ​ໄປ​ຫາ​ເພິ່ນ​ອີກ ​ແລະ ​ໄດ້​ສະ​ເໜີ​ໃຫ້​ຂ້າພະ​ເຈົ້າ​ເປັນ​ຜູ້ອຳນວຍການ​ຄວບ​ຄຸມ ​ໃນ​ສາຂາ​ໜຶ່ງ​ອີກ ຂອງ​ບໍລິສັດ​ເພິ່ນ. ຂ້າພະ​ເຈົ້າກໍ​ແປກ​ໃຈ​ຫລາຍ ​ແລະ ​ໄດ້​ບອກ​ເຖິງ​ຄວາມ​ກັງວົນ ທີ່​ຂ້າພະ​ເຈົ້າຍັງ​ໜຸ່ມ​ ​ແລະ ບໍ່​ມີ​ປະສົບ​ການ​ພໍ ສຳລັບ​ຕຳ​ແໜ່ງທີ່​ສຳຄັນ​ເຊັ່ນນັ້ນ. ດ້ວຍ​ຮອຍ​ຍິ້ມ​ທີ່​ອ່ອນ​ຫວານ, ​ເພິ່ນ​ໄດ້​ເວົ້າວ່າ, “ອາດ​ເປັນຄວາມ​ຈິງ, ​ແຕ່​ກໍ​ບໍ່​ສຳຄັນ. ຂ້ອຍ​ຮູ້ຈັກ​ຫລັກ​ທຳ​ຂອງ​ເຈົ້າ, ​ແລະ ຂ້ອຍ​ຮູ້​ວ່າ ​ເຈົ້າ​ໄດ້​ຮ່ຳຮຽນ​ມັນ​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ເຈົ້າ. ຂ້ອຍ​ຕ້ອງການ​ເຈົ້າ.”

ເພິ່ນ​ເວົ້າຖືກ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຢູ່​ໃນ​ສາດສະໜາ​ຈັກ. ປີ​ຕໍ່ໆ​ໄປ​ຈາກ​ນັ້ນ ​ເປັນ​ປີ​ທີ່​ທ້າ​ທາຍ​ຫລາຍ. ​ແລະ ຂ້າພະ​ເຈົ້າ​ຮູ້​ວ່າ ຂ້າພະ​ເຈົ້າຄົງ​ບໍ່​ສາມາດ​ປະສົບ​ຄວາມ​ສຳ​ເລັດ​ໄດ້ ປາດ​ສະ​ຈາກ​ປະສົບ​ການທີ່​ຂ້າພະ​ເຈົ້າ​ມີ ​ໂດຍ​ການ​ຮັບ​ໃຊ້​ໃນສາດ​ສະໜາ​ຈັກ ຈາກ​ຕອນ​ທີ່​ຂ້າພະ​ເຈົ້າ​ຍັງນ້ອຍ.

ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ຫລາຍ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ສາຂາ​ນ້ອຍ. ​ເພາະ​ຈຳນວນ​ສະມາຊິກມີ​ໜ້ອຍ, ຊາວ​ໜຸ່ມ​ໄດ້​ຖືກ​ຂໍ​ໃຫ້​ຮ່ວມ​ເຮັດ​ກິດຈະກຳ​ຕ່າງໆ​ຂອງ​ສາດສະໜາ​ຈັກ. ຂ້າພະ​ເຈົ້າກໍ​ຫຍຸ້ງ​ຫລາຍ ​ແລະ ຮູ້ສຶກ​ດີ​ໃຈ ທີ່​ໄດ້​ຊ່ວຍ​ເຫລືອ. ​ໃນ​ວັນ​ອາທິດ ຂ້າພະ​ເຈົ້າ​ໄດ້​ຕຽມ​ໂຕະ​ສິນ​ລະ​ລຶກ, ​ໄດ້​ຮັບ​ໃຊ້​​ໃນ​ກຸ່ມ​ຖານະ​ປະ​ໂລຫິດ, ​​ແລະ ກໍ​ໄດ້​ຊ່ວຍ​ໃນ​ການ​ເອີ້ນ​ອື່ນໆ. ລະຫວ່າງ​ອາທິດ ຂ້າພະ​ເຈົ້າມັກ​ໄປ​ກັບ​ພໍ່ ​ແລະ ຜູ້ດຳລົງ​ຖານະ​ປະ​ໂລຫິດ ຄົນ​ອື່ນໆ ​ເພື່ອ​ຢ້ຽມຢາມ​ສະມາຊິກ, ປະຕິບັດ​ແກ່ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ຍາກຈົນ, ​ແລະ ຊ່ວຍ​ຄົນ​ຂັດ​ສົນ​ນຳ​ອີກ. ບໍ່​ມີ​ໃຜ​ຄິດ​ວ່າ ຂ້າພະ​ເຈົ້າ​ອາຍຸນ້ອຍ​ເກີນ​ໄປ ທີ່​ຈະ​ຮັບ​ໃຊ້ ຫລື ​ເປັນ​ຜູ້ນຳ. ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ມັນ​ເປັນ​ເລື່ອງ​ທຳ​ມະ​ດາສາມັນ.

ການ​ຮັບ​ໃຊ້​ທີ່​ຂ້າພະ​​ເຈົ້າ​ໄດ້​ເຮັດ​ໄປ ​ຕອນ​ເປັນ​ໄວ​ລຸ້ນ ​ໄດ້​ຊ່ວຍ​ຂ້າພະ​ເຈົ້າ ​ເສີມ​ສ້າງ​ປະຈັກ​ພະຍານ ​ແລະ ​ເປັນ​ຫລັກ​ໝັ້ນ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ໃນ​ພຣະກິດ​ຕິ​ຄຸນ. ຂ້າພະ​ເຈົ້າ​ອ້ອມ​ຮອບ​ໄປ​ດ້ວຍຜູ້​ຊາຍ​ທີ່​ດີ ​ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຜູ້​ເອົາ​ໃຈ​ໃສ່​ໃນ​ການ​ໃຊ້​ຖານະ​ປະ​ໂລຫິດ​ຂອງ​ຕົນ ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຄົນ​ອື່ນ. ຂ້າພະ​ເຈົ້າຢາກ​ເປັນ​ຄື​ກັນ​ກັບ​ພວກ​ເພິ່ນ. ​ເພາະ​ການ​ຮັບ​ໃຊ້​ຮ່ວມ​ກັບ​ພວກ​ເພິ່ນ, ຊຶ່ງ​ເກີນ​ກວ່າ​ທີ່​ຂ້າພະ​ເຈົ້າຄິດ​ໃນ​ເວລາ​ນັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້​ຮຽນຮູ້​ທີ່​ຈະ​ເປັນ​ຜູ້ນຳໃນ​ສາດສະໜາ​ຈັກ ​ແລະ ​ໃນ​ໂລກ.

ພວກເຮົາ​ມີ​ຊາວ​ໜຸ່ມ​ຈຳນວນ​ຫລວງຫລາຍ ທີ່​ໄດ້​ມາ​ຮ່ວມ​ກອງ​ປະຊຸມ​ໃນ​ຄ່ຳ​ຄືນ​ນີ້ ຊຶ່ງ​ເປັນຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ. ​ເມື່ອ​ຂ້າພະ​ເຈົ້າຫລຽວ​ເບິ່ງ​ຜູ້​ມາ​ຮ່ວມ, ຂ້າພະ​ເຈົ້າ​ເຫັນ​ຫລາຍ​ຄົນ​ໃນ​ພວກ​ເຈົ້າ ນັ່ງ​ຢູ່​ກັບຜູ້​ສູງ​ອາຍຸ​ກວ່າ, ບາງທີ​ອາດ​ເປັນ​ພໍ່, ​ພໍ່​ຕູ້, ອ້າຍ, ຫລື ຜູ້ນຳ​ຖານະ​ປະ​ໂລຫິດ​ຂອງ​ພວກ​ເຈົ້າ—ທຸກ​ຄົນ​ກໍ​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ທຸກ​ຄົນ​ກໍ​ຮັກ​ພວກ​ເຈົ້າ, ​ແລະ ສິ່ງ​ສຳຄັນ, ພວກ​ເພິ່ນ​ມາທີ່​ນີ້ ​ເພື່ອ​ຢູ່​ກັບ​ພວກ​ເຈົ້າ.

ການ​ເຕົ້າ​ໂຮມ​ຂອງ​ຫລາຍ​ລຸ້ນຄົນ​ນີ້ ​ເປັນ​ພາບ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ​ແຫ່ງ​ຄວາມ​ເປັນອັນ​ໜຶ່ງ​ດຽວ​ກັນ ​ແລະ ​ເຖິງ​ການ​ເປັນ​ອ້າຍ​ນ້ອງ​ກັນ ທີ່​ມີ​ຢູ່​ໃນ​ຖານະ​ປະ​ໂລຫິດ​ທັງສອງ​ຂອງ​ພຣະ​ເຈົ້າ. ​ເຖິງ​ແມ່ນ​ວ່າ ​ແຕ່ລະ​ຖານະຈະ​ມີ​ພາລະກິດ ​ແລະ ສິດ​ອຳນາດ​ທີ່​ແຕກຕ່າງ​ກັນ, ​ແຕ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ​ເມນ​ຄີ​ເສ​ເດັກ ​ເປັນ​ຫຸ້ນ​ສ່ວນ​ທີ່​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້ ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ. ທັງ​ສອງ​ຄຽງ​ຄູ່​ກັນ​ໄປ ​ແລະ ຕ້ອງ​ການ​ຊຶ່ງ​ກັນ​ແລະ​ກັນ.

ຕົວຢ່າງທີ່​ບໍລິບູນ ​ເຖິງ​ຄວາມ​ສຳພັນ​ອັນ​ໃກ້ຊິດ ລະຫວ່າງ​ຖານະ​ປະ​ໂລຫິດທັງ​ສອງ​ນີ້ ​ແມ່ນ​ພົບ​ເຫັນ​ຢູ່​ໃນ​ການ​ປະຕິບັດ​ຕໍ່​ກັນ ລະຫວ່າງ​ພຣະ​ເຢຊູ ກັບ​ໂຢຮັນ​ບັບຕິ​ສະ​ໂຕ. ມີ​ໃຜ​​ແດ່​ທີ່​​ສາມາດວາດ​ພາບ​ເຫັນ ​ໂຢຮັນ​ບັບຕິ​ສະ​ໂຕ ​ແຕ່​ບໍ່​ມີພຣະ​ເຢຊູຢູ່ນຳ? ພາລະກິດ​ຂອງພຣະຜູ້​ຊ່ວຍ​ໃຫ້​ລອດຈະ​ເປັນ​ຢ່າງ​ໃດ ຖ້າໂຢຮັນ​ບໍ່​ໄດ້​ຕຽມ​ທາງ​ໄວ້​ກ່ອນ?

ໂຢຮັນບັບຕິ​ສະ​ໂຕ ​ໄດ້​ຮັບ​ພາລະກິດ​ທີ່​ເປັນ​ກຽດ​ທີ່​ສຸ​ດ ທີ່​ເຄີຍ​ມີ​ມາ ນັ້ນຄື: “ເພື່ອ​ຕຽມ​ທາງ​ຂອງ​ພຣະຜູ້​ເປັນ​ເຈົ້າ,”1 ​ເພື່ອ​ໃຫ້​ບັບຕິ​ສະມາ​ແກ່​ພຣະອົງ​ດ້ວຍ​ນ້ຳ, ​ແລະ ​ເພື່ອ​ຕຽມ​ຜູ້​ຄົນ​ໃຫ້​ຕ້ອນຮັບ​ພຣະອົງ. ຊາຍ​ທີ່​ທ່ຽງ​ທຳ ​ແລະ ບໍລິສຸດ​ຄົນນີ້,2 ຜູ້​ໄດ້​ຖືກ​ແຕ່ງຕັ້ງຕໍ່​ຖານະ​ປະ​ໂລຫິດ​ທີ່​ຕ່ຳ​ກວ່າ, ໄດ້​ຮູ້ຈັກ​ດີ ​ເຖິງ​ຄວາມ​ສຳຄັນ ​ແລະ ຂອບ​ເຂດຂອງ​ພາລະກິດ​ ​ແລະ ສິດ​ອຳນາດ​ຂອງ​ເພິ່ນ.

ຜູ້​ຄົນ​ໄດ້​ໄປ​ຫາ​ໂຢຮັນ ​ເພື່ອ​ຟັງ​ເພິ່ນ ​ແລະ ​ເພື່ອ​ຮັບ​ບັບຕິ​ສະມາ​ຈາກ​ເພິ່ນ. ​ເພິ່ນ​ໄດ້​ຮັບ​ກຽດ ​ແລະ ຖືກນັບຖືວ່າ ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ. ​ແຕ່​ເມື່ອ​ພຣະ​ເຢຊູ​ມາ​ປະກົດ, ​ໂຢຮັນ​ໄດ້​ຖ່ອມຕົວ​ລົງ ຍອມຮັບ​ຮູ້​ອົງ​ທີ່​ຍິ່ງ​ໃຫຍ່​ກວ່າ​ເພິ່ນ ​ແລະ ​ໄດ້​ປະກາດ​ວ່າ, “ເຮົາ​ໄດ້​ໃຫ້​ບັບຕິ​ສະມາ​ດ້ວຍ​ນ້ຳ: ​ແຕ່​ມີ​ຜູ້​ໜຶ່ງ​ຢືນ​ຢູ່​ທ່າມກາງ​ພວກ​ທ່ານ, … ຜູ້ນັ້ນ​ແຫລະ ມາ​ພາຍຫລັງ​ເຮົາ, ​ເຮົາ​ບໍ່​ສົມຄວນ​ຈະ​ແກ້​ແມ່ນ​ແຕ່​ສາຍຮັດ​ເກີ​ບຂອງ​ເພິ່ນ.”3

ສ່ວນ​ພຣະອົງ, ພຣະ​ເຢຊູ​ຄຣິດ, ພຣະອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະບິດາ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ສູງ​ກວ່າ, ພຣະອົງກໍ​ໄດ້​ຖ່ອມຕົວ​ລົງ ຮັບ​ຮູ້​ສິດ​ອຳນາດ​ຂອງ​ໂຢຮັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ເຖິງ​ເພິ່ນ​ວ່າ, “ໃນ​ບັນ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່​ມີ​ຜູ້​ໃດ​ໃຫຍ່​ກວ່າ​ໂຢຮັນ​ບັບຕິ​ສະ​ໂຕ.”4

ໃຫ້​ເຮົາ​ມາ​ຄິດ​ວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນຢູ່​ໃນ​ກຸ່ມ​ຖານະ​ປະ​ໂລຫິດ​ຂອງ​ເຮົາ ລະຫວ່າງ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ສອງ​ຢ່າງ ​ເມື່ອ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ແບບ​ແຜນ ທີ່​ຖືກຕັ້ງ​ໄວ້​ໂດຍ​ພຣະ​ເຢຊູ ​ແລະ ​ໂຢຮັນ​ບັບຕິ​ສະ​ໂຕ. ​ເພື່ອນ​ໜຸ່ມ​ທັງຫລາຍ​ຂອງຖານະ​ປະ​ໂລຫິດ​ແຫ່ງອາ​ໂຣນ ຂອງ​ຂ້າພະ​ເຈົ້າ, ​ເຊັ່ນ​ດຽວ​ກັບ​ໂຢຮັນ, ບົດບາດ​ຂອງ​ພວກ​ເຈົ້າ ​ແມ່ນ​ທີ່​ຈະຕຽມ​ທາງ5 ສຳລັບ​ວຽກ​ງານ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ພວກ​ເຈົ້າ​​ເຮັດ​ສິ່ງ​ນີ້ ​ໃນ​ຫລາຍ​ວິທີ​ທາງ. ພວກ​ເຈົ້າ​ປະຕິບັດ​ພິທີການ​ແຫ່ງ​ການ​ບັບຕິ​ສະມາ ​ແລະ ສິນລະ​ລຶກ. ພວກ​ເຈົ້າຕຽມ​ຜູ້​ຄົນ​ສຳລັບ​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ສັ່ງສອນ​ພຣະກິດ​ຕິ​ຄຸນ, ​ໂດຍ​ການ​ໄປ​ຢ້ຽມຢາມ​ບ້ານ​ເຮືອນ​ຂອງ​ສະມາຊິກ​ແຕ່ລະຄົນ,6 ​ແລະ ​ໂດຍ​ການ​ດູ​ແລ​ສາດສະໜາ​ຈັກ.7 ພວກ​ເຈົ້າ​ໃຫ້​ຄວາມ​ຊ່ວຍ​ເຫລືອຄົນ​ຍາກຈົນ ​ແລະ ຄົນ​ຂັດ​ສົນ ​ໂດຍ​ການ​ໄປ​ເກັບ​ເງິນ​ບໍລິຈາກ, ​ແລະ ພວກ​ເຈົ້າມີ​ສ່ວນ​ຮ່ວມ ​ໃນ​ການ​ດູ​ແລ​ຕຶກ​ໂບດ ​ແລະ ​ແຫລ່ງຊ່ວຍ​ເຫລືອ​ຕ່າງໆ​ທາງ​ໂລກ. ບົດບາດ​ຂອງ​ພວກ​ເຈົ້າ​ແມ່ນ​ສຳຄັນ, ​ຈຳ​ເປັນ​ຫລາຍ, ​ແລະ ສັກສິດ.

ອ້າຍ​ນ້ອງ​ຜູ້​​ໃຫຍ່​ຂອງ​ຂ້າພະ​ເຈົ້າ, ບໍ່​ວ່າ​ທ່ານ​ເປັນ​ພໍ່, ​ເປັນ​ອະທິ​ການ, ຜູ້​ໃຫ້​ຄຳ​ແນະນຳ​ຂອງ​ກຸ່ມ​ຊາຍ​ໜຸ່ມ, ຫລື ພຽງ​ແຕ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ທ່ານ​ສາມາດ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ໄດ້ ​ໂດຍ​ການ​ຫັນ​ໄປ​ຫາ​ພວກ​ນ້ອງ​ຊາຍ​ຂອງ​ທ່ານ ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ທີ່​ຕ່ຳ​ກວ່າ ​ແລະ ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ອອກ​ແຮງ​ຮ່ວມ​ກັບ​ທ່ານ. ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​, ການ​ເຊື້ອ​ເຊີນ​ນີ້ ມາ​ຈາກພຣະຜູ້​ເປັນ​ເຈົ້າ​ເອງ. ພຣະອົງ​ໄດ້​ກ່າວ​ວ່າ ​ໃຫ້​ເອົາ​ຄົນ​ເຫລົ່ານັ້ນທີ່​ໄດ້​ຮັບ​ການ​ແຕ່ງຕັ້ງສູ່​ຖານະ​ປະ​ໂລຫິດ​ທີ່​ຕ່ຳກວ່າ​ໄປ​ກັບ​ທ່ານ, ​ແລະ ສົ່ງ​ເຂົາ​ເຈົ້າ​ໄປ​ກ່ອນ​​ທ່ານ​ເພື່ອ​ນັດ​ໝາຍ, ​ແລະ ​ເພື່ອ​ຕຽມ​ທາງ, ​ແລະ ​ເພື່ອ​ໄປ​ຕາມ​ນັດ​ໝາຍ​ທີ່​ຕົວ​ທ່ານ​ເອງ​ບໍ່​ສາມາດ​ໄປ.”8

ເມື່ອ​ທ່ານ​ເຊື້ອ​ເຊີນ​ພວກ​ນ້ອງ​ຊາຍ​ຂອງ​ທ່ານ​ໃຫ້​ຕຽມ​ທາງ, ທ່ານ​ກໍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮັບ​ຮູ້ ​ແລະ ​ໃຫ້​ກຽດ​ແກ່​ສິດ​ອຳນາດ​ທີ່​ສັກສິດ ທີ່​ເຂົາ​ເຈົ້າດຳລົງ​ຢູ່. ​ໂດຍ​ການ​ເຮັດ​ສິ່ງ​ນີ້, ທ່ານ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຕຽມ​ທາງ​ຂອງ​ຕົນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າຕຽມ​ສຳລັບ​ວັນ​ທີ່​ເຂົາ​ເຈົ້າຈະ​ໄດ້​ຮັບ ​ແລະ ​ໃຊ້​ຖານະ​ປະ​ໂລຫິດ​ທີ່​ສູງ​ກວ່າ.

ຂ້າພະ​ເຈົ້າຂໍ​ເລົ່າ​ເລື່ອງ​ໜຶ່ງ​ທີ່​ເປັນຄວາມ​ຈິງ ກ່ຽວ​ກັບ​ທ້າວ​ອາ​ເລັກສ໌, ​ຊຶ່ງ​ເປັນ​ປະ​ໂລຫິດ​ໜຸ່ມ​ ທີ່​ງຽບໆ, ​ຮູ້ຈັກ​ຄວາມ, ​ແລະ ສະຫລາດ ຄົນ​ໜຶ່ງ. ວັນ​ອາທິດ​ມື້ໜຶ່ງ ອະທິການ​ຂອງທ້າວ​ອາ​ເລັກສ໌ ​ໄດ້​ເຫັນ​ລາວ​ຢູ່​ໃນ​ຫ້ອງ​ຮຽນ​ຄົນ​ດຽວ ​ໃນ​ສະພາບ​ທີ່​ໂສກ​ເສົ້າ. ຊາຍ​ໜຸ່ມ​ຄົນ​ນີ້ ​ໄດ້​ບອກ​ວ່າ ມັນ​ຍາກ​ສຳລັບ​ລາວ​ຫລາຍ​ທີ່​ສຸດ ທີ່​ຈະ​ມາ​ໂບດ ​ໂດຍ​ບໍ່ມີ​ພໍ່​ມາ​ນຳ, ​ເພາະພໍ່​ບໍ່​ໄດ້​ເປັນ​ສະມາຊິກ. ​ແລ້ວ​ລາວ​ໄດ້​ເວົ້າດ້ວຍ​ນ້ຳຕາວ່າ ມັນອາດ​ດີກວ່າ ຖ້າ​ຫາກ​ລາວ​ເຊົາ​ມາ​ໂບດ.

ດ້ວຍ​ຄວາມ​ເປັນ​ຫ່ວງ​ທີ່​ຈິງ​ໃຈ​ສຳລັບ​ຊາຍ​ໜຸ່ມ​ຄົນ​ນີ້, ອະທິການ​ຈຶ່ງ​ໄດ້​​ເອີ້ນ​ປະຊຸມ​ສະພາ​ຫວອດ​ທັນທີ ​ເພື່ອ​ຊ່ວຍ​ທ້າວ​ອາ​ເລັກສ໌. ​ແຜນ​ຂອງ​ເພິ່ນ​ແມ່ນ​ງ່າຍໆ: ​ໃນ​ການ​ທີ່​ຈະ​ຊ່ວຍ​ໃຫ້​ທ້າວ​ອາ​ເລັກສ໌​ ເຂັ້ມ​ແຂງ ​ແລະ ພັດທະນາ​ປະຈັກ​ພະຍານ​ຂອງ​ລາວ​ເຖິງ​ພຣະກິດ​ຕິ​ຄຸນ, ​ພວກ​ເພິ່ນ​ໄດ້ “ໃຫ້​ລາວ​ມີ​ໝູ່​ເພື່ອນ​ທີ່​ດີ ​ແລະ ຫາ​ສິ່ງ​ທີ່​ສຳຄັນ​ໃຫ້​ລາວ​ເຮັດ.”

ບໍ່​ດົນ ອ້າຍ​ນ້ອງ​ໃນ​ຖານະ​ປະ​ໂລຫິດ ​ແລະ ສະມາຊິກ​ໂບດ ກໍ​ໄດ້​ເອົາ​ໃຈ​ໃສ່​ຫລາຍ​ຂຶ້ນກັບ​ທ້າວ​ອາ​ເລັກສ໌ ​ແລະ ສະ​ແດງ​ຄວາມ​ຮັກ ​ແລະ ​ໃຫ້​ກຳລັງ​ໃຈ. ຜູ້ນຳ​ກຸ່ມ​ມະຫາ​ປະ​ໂລຫິດ, ຊຶ່ງ​ເປັນ​ຊາຍ​ທີ່​ມີ​ສັດທາ​ອັນເຂັ້ມ​ແຂງ ​ແລະ ມີ​ຄວາມ​ຮັກ​ຫລາຍ, ​ຖືກ​ເລືອກ​ໃຫ້​ເປັນ​ຄູ່​ສອນ​ປະຈຳ​ບ້ານ​ກັບ​ລາວ. ຝ່າຍ​ອະທິການ​ກໍ​ເອົາ​ໃຈ​ໃສ່​ກັບ​ລາວ​ເປັນ​ພິ​ເສດ ​ແລະ ​ໃຫ້​ລາວ​ເປັນ​ບຸກຄົນ​ໃກ້ຊິດ​ກັບ​ພວກ​ເພິ່ນ.

ອະທິການ​ໄດ້​ເວົ້າວ່າ: “ພວກ​ເຮົາ​ໄດ້​ຫາ​ສິ່ງ​ໃຫ້​ທ້າວ​ອາ​ເລັກສ໌ ​ເຮັດ. ລາວ​ໄດ້​ຊ່ວຍ​ໃນ​ງານ​ດອງ, ​ໃນ​ງານ​ສົ່ງສະການ, ​ໃນ​ສະຖານ​ທີ່​ອຸທິດ​ຫລຸມ​ຝັງ​ສົບ, ​ໃຫ້​ບັບຕິ​ສະມາ​ແກ່​ສະມາຊິກ​ໃໝ່​ຫລາຍ​ຄົນ, ​ແຕ່ງຕັ້ງຊາຍ​ໜຸ່ມຫລາຍ​ຄົນ​ສູ່​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ​ສອນ​ບົດຮຽນ​​ໃນ​ຫ້ອງ​ຊາວ​ໜຸ່ມ, ​ໄປ​ສອນ​ກັບ​ຜູ້​ສອນ​ສາດສະໜາ, ​ເປີດ​ຕຶກ​ໂບດ​ສຳລັບ​ກອງ​ປະຊຸມ​ໃຫຍ່, ​ແລະ ​ປິດຕຶກ​ໂບດ​ໃນ​ຕອນ​ແລງ ຫລັງ​ຈາກ​ກອງ​ປະຊຸມ​. ລາວ​ໄດ້​ຮັບ​ໃຊ້​ໃນ​ຫລາຍ​ໂຄງການ, ​ໄປ​ກັບ​ຂ້າພະ​ເຈົ້າ ​ເພື່ອ​ຢ້ຽມຢາມ​ຜູ້​ອາວຸ​ໂສ ຢູ່​ໂຮງໝໍ​ສຳລັບ​ຄົນ​ເຈັບ​ໜັກ, ກ່າວ​ຄຳ​ປາ​ໄສ​ຢູ່​ກອງ​ປະຊຸມ​ສິນ​ລະ​ລຶກ, ​ເອົາ​ສິນ​ລະ​ລຶກ​ໄປ​ໃຫ້​ຄົນ​ປ່ວຍ​ຢູ່​ໂຮງໝໍ ຫລື ຢູ່​ເຮືອນ​ຂອງ​ເຂົາ​ເຈົ້າ, ​ແລະ ​ກາຍ​ເປັນ​ຜູ້​ໜຶ່ງ​ໃນ​ຈຳນວນ​ ສອງ​ສາມ​ຄົນ​ທີ່​ຂ້າພະ​ເຈົ້າ​ເພິ່ງ​ອາ​ໄສ​ໄດ້​ຫລາຍ​ທີ່​ສຸດ ​ໃນ​ຖານະ​ທີ່ຂ້າພະ​ເຈົ້າ​ເປັນ​ອະທິການ.”

ຮູບ​ພາບ
ອາ​ເລັກສ໌ ​ແລະ ອະທິການ​ຂອງ​ລາວ

ເທື່ອ​ລະ​ເລັກ ​ເທື່ອ​ລະ​ໜ້ອຍ, ທ້າວ​ອາ​ເລັກສ໌ ​ໄດ້​ປ່ຽນ​ໄປ. ສັດທາ​ຂອງ​ລາວ​ໃນ​ພຣະຜູ້​ເປັນ​ເຈົ້າ ​ກໍເຂັ້ມ​ແຂງ​ຫລາຍ​ຂຶ້ນ. ລາວ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ ​ແລະ ​ໃນ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ທີ່​ລາວ​ດຳລົງ​ຢູ່. ອະທິການ​ໄດ້​ສະຫລຸບ​ວ່າ: “ທ້າວ​ອາ​ເລັກສ໌ ​ເຄີຍ​ໄດ້​ເປັນ ​ແລະ ຈະ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ ​ໃນຊ່ວງ​ເວລາ​ທີ່​ຂ້າພະ​ເຈົ້າ​ເປັນ​ອະທິການ. ຊ່າງ​ເປັນ​ສິດທິ​ພິ​ເສດ​ແທ້ໆ ທີ່​ໄດ້​ຜູກ​ພັນ​ກັບ​ລາວ. ຂ້າພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ຄົງ​ບໍ່​ມີ​ຊາຍ​ໜຸ່ມ​ຄົນ​ໃດ ທີ່​ເຂົ້າ​ໄປ​ໃນ​ສະໜາມ​ເຜີຍ​ແຜ່ ຕຽມ​ພ້ອມ​ຫລາຍ​ກວ່າ​ນີ້ ​ໂດຍ​ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຂອງ​ລາວ.”9

ອະທິການ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ຢູ່​ໃນ​ພິທີການ​ແຕ່ງຕັ້ງທ່ານ​ເປັນທາງ​ການ ​ໃຫ້​ເປັນ​ອະທິການ​ຂອງ​ຫວອດ​ທ່ານ, ທ່ານ​ໄດ້​ຮັບ​ການ​ເອີ້ນ​ທີ່​ສັກສິດ ​ໃຫ້​ຮັບ​ໃຊ້ ​ໃນ​ຖານະ​ເປັນ​ປະທານ​ຂອງ​ກຸ່ມຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ຂອງ​ກຸ່ມປະ​ໂລຫິດ. ຂ້າພະ​ເຈົ້າຮູ້​ວ່າ ມັນ​ເປັນ​ພາລະ​ອັນ​ໜັກໜ່ວງ​ທີ່​ທ່ານ​ຕ້ອງ​ແບກ​ຫາບ, ​ແຕ່​ທ່ານຄວນ​ເຮັດ​ໃຫ້​ໜ້າ​ທີ່​ດູ​ແລ​ກຸ່ມ​ຊາຍ​ໜຸ່ມ ຢູ່ໃນ​ອັນ​ດັບ​ສູງ​ສຸດ. ທ່ານ​ຈະລະ​ເລີຍ​ຈາກ​ໜ້າ​ທີ່​ນີ້​ ຫລື ມອບ​ໝາຍ​ບົດບາດ​ຂອງ​ທ່ານ​ໃຫ້​ກັບ​ຄົນ​ອື່ນບໍ່​ໄດ້.

ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ໄຕ່ຕອງ​ກ່ຽວ​ກັບ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງອາ​ໂຣນທຸກ​ຄົນ ຢູ່​ໃນ​ຫວອດ​ຂອງ​ທ່ານ. ຢ່າ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຮູ້ສຶກ​ຖືກ​ເມີນ​ເສີຍ ຫລື ​ໃຊ້​ການ​ບໍ່​ໄດ້. ມີ​ຊາຍ​ໜຸ່ມ​ຄົນ​ໃດ​ບໍ ທີ່​ທ່ານ ​ແລະ ອ້າຍ​ນ້ອງ​ໃນຖານະ​ປະ​ໂລຫິດ ສາມາດ​ຊ່ວຍ​ເຫລືອ? ​ໃຫ້​ເຊື້ອ​ເຊີນ​ລາວ​ມາ​ຮັບ​ໃຊ້​ຮ່ວມ​ກັບ​ທ່ານ. ສ່ວນ​ຫລາຍ​ເຮົາ​ມັກ​ຈະ​ຫາຄວາມ​ສຳລານ​ໃຫ້​ແກ່ກຸ່ມ​ຊາຍ​ໜຸ່ມ​ ​ແລະ ​ໃຫ້​ເຂົາ​ເຈົ້າ​​ເປັນ​ແຂກ​ນັ່ງ​ຊົມ ​ໃນ​ເວລາ​ທີ່​ສັດທາ ​ແລະ ຄວາມ​ຮັກ​ຕໍ່​ພຣະກິດ​ຕິ​ຄຸນ ສາມາດ​ພັດທະນາ​ໄດ້​ດີ​ທີ່​ສຸດ ​ໂດຍ​ການ​ຂະ​ຫຍາຍການ​ເອີ້ນ​ໃນ​ຖານະ​ປະ​ໂລຫິດ​ຂອງ​ເຂົາ​ເຈົ້າ. ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ແຂງ​ຂັນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ, ​ເຂົາ​ເຈົ້າຈະ​ຜູກ​ພັນກັບ​ສະຫວັນ ​ແລະ ​ເຂົາ​ເຈົ້າຈະ​ຮູ້​ເຖິງ​ສັກກະ​ຍະ​ພາບ​ແຫ່ງ​ສະຫວັນ​ຂອງ​ເຂົາ​ເຈົ້າ.

ຖານະປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແມ່ນ​ເກີນ​ກວ່າ​ພຽງ​ແຕ່​ເປັນ​ກຸ່ມໆ​ຕາມ​ໄວ​ຂອງ​ອາຍຸ​ເທົ່າ​ນັ້ນ, ຫລື ​ແມ່ນ​ແຕ່ເປັນ​ໂຄງການ​ສິດສອນ ຫລື ​ການເຮັດ​ກິດຈະກຳ, ຫລື ​ເປັນ​ຄຳ​ທີ່​ໃຊ້​ກຳນົດ​ກຸ່ມ​ຜູ້​ຊາຍ​ຂອງ​ສາດສະໜາ​ຈັກ​ເທົ່າ​ນັ້ນ. ​ແຕ່​ມັນ​ຄື​ອຳນາດ​ ​ແລະ ສິດ​ອຳນາດ ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ​ແຫ່ງ​ການ​ຊ່ວຍ​ກູ້​ຈິດ​ວິນ​ຍານ—ທັງ​ຈິດ​ວິນ​ຍານ​ຂອງ​ຊາຍ​ໜຸ່ມ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ ​ແລະ ຈິດ​ວິນ​ຍານ​ຂອງ​ຜູ້​ທີ່​ເຂົາ​ເຈົ້າຮັບ​ໃຊ້. ຂໍ​ໃຫ້​ເຮົາ​ຈັດ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ໄວ້​ໃນ​ບ່ອນ​ທີ່​ເໝາະ​ສົມ​ຂອງ​ມັນ, ​ເປັນ​ບ່ອນພິ​ເສດ—​ເປັນບ່ອນ​ຮັບ​ໃຊ້, ​ເປັນ​ບ່ອນຕຽມ, ​ແລະ ​ເປັນ​ບ່ອນ​ບັນລຸ​ຄວາມ​ສຳ​ເລັດ ​ຂອງ​ຊາຍໜຸ່ມ​ທຸກ​ຄົນ ຂອງ​ສາດສະໜາ​ຈັກ.

ອ້າຍ​ນ້ອງ​ທີ່​ຮັກ​ແພງໃນ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າຂໍ​ເຊື້ອ​ເຊີນ​ທ່ານ ​ໃຫ້​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ຂໍ້​ຕໍ່​ທີ່ຈຳ​ເປັນ ​ໃນ​ການ​ເຮັດ​ໃຫ້​ຖານະ​ປະ​ໂລຫິດ​ທັງ​ສອງ​ຂອງ​ພຣະ​ເຈົ້າ ​ເປັນ​ອັນໜຶ່ງ​ດຽວ​ກັນ. ຈົ່ງ​ຂະຫຍາຍ​ພະລັງ​ຊາຍ​ໜຸ່ມ​ຂອງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ຂອງ​ທ່ານ ​​ເພື່ອໃຫ້​ຕຽມ​ທາງ​ໄວ້​ກ່ອນ​ທ່ານ. ຈົ່ງ​ບອກ​ເຂົາ​ເຈົ້າດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ທ່ານ​ຕ້ອງການ​ເຂົາ​ເຈົ້າ. ສ່ວນ​ພວກ​ເຈົ້າ ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ, ຂ້າພະ​ເຈົ້າຫວັງ​ວ່າ ​ໃນ​ຂະນະ​ທີ່ພວກ​ເຈົ້າ​ຮັບ​ໃຊ້ ອ້າຍ​ນ້ອງ​ຜູ້​ອາຍຸ​ສູງ​ກວ່າ, ພວກ​ເຈົ້າຈະ​ໄດ້​ຍິນ​ສຸລະ​ສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ ບອກ​ພວກ​ເຈົ້າວ່າ ພວກ​ເຈົ້າເປັນ​ສຸກ​ແລ້ວ ​ເພາະ​ພວກ​ເຈົ້າຈະ​ເຮັດ​ສິ່ງ​ອັນ​ຍິ່ງ​ໃຫຍ່. ພວກ​ເຈົ້າ​ໄດ້​ຖືກ​ສົ່ງ​ອອກ​ໄປ, ​ແມ່ນ​ແຕ່​ເໝືອນ​ດັ່ງ​ໂຢຮັນ, ​ເພື່ອ​ຕຽມ​ທາງ​ໄວ້​ກ່ອນ​ພຣະອົງ.”10 ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.