​2010–2019
ຕໍ່​ເພື່ອນ​ ແລະ ​ຜູ້​ສົນ​ໃຈ​ສາດ​ສະ​ໜາ​ຈັກ
ເດືອນ​ເມສາ 2017


ຕໍ່​ເພື່ອນ​ ແລະ ​ຜູ້​ສົນ​ໃຈ​ສາດ​ສະ​ໜາ​ຈັກ

ຖ້າ​ທ່ານ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ, ຖ່ອມ​ຕົວ, ອ່ານ, ອະ​ທິ​ຖານ, ແລະ​ ກັບ​ໃຈ, ແລ້ວ​ຟ້າ​ສະ​ຫວັນ​ຈະ​ເປີດ​ ແລະ ​ທ່ານ​ຈະ​ຮູ້​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຢ​ຊູ​ຄື ​ພຣະ​ຄຣິດ.

ໃນ​ບ່າຍ​ວັນ​ສຸກ​ມື້ໜຶ່ງ ວັນ​ທີ 16 ເດືອນ​ກັນຍາ, 1988, ຢູ່​ໃນ​ຫວອດ ວິ​ເຊັນ​ເຕ ໂລເປສ໌ ​ໃນເມືອງ​ບວຍ​ໂນສ໌ ໄອເຣສ໌, ປະ​ເທດ​ອາກຊັງ​ຕິນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເພື່ອນ​ສະ​ນິດ​ຊື່ ອະ​ລິນ ສະ​ແປັນ​ນອສ໌ ໄດ້​​ບັບ​ຕິ​ສະ​ມາ​ໃຫ້ຂ້າ​ພະ​ເຈົ້າ​ມື້​ນັ້ນ, ແລະ​ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ດີ​ໃຈ, ເບົາ​ຂຶ້ນ, ແລະ​ ຢາກ​ຮຽນ​ຕໍ່​ໄປ.

ຮູບ​ພາບ
ການ​ຮັບ​ບັບຕິ​ສະມາ​ຂອງ​ແອວ​ເດີ​ໂຄສ໌ຕາ

ມື້​ນີ້​ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ບົດຮຽນ​ບາງເລື່ອງ ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ໃນ​ເສັ້ນທາງ​ທີ່​ພາ​ໄປ​ສູ່​ການ​ຮັບ​ບັບຕິ​ສະມາ​ຂອງ​ຂ້າພະ​ເຈົ້າ​—ຊຶ່ງ​ເປັນ​ບົດ​ຮຽນ​ທີ່​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ຊ່ວຍ​ທ່ານ​ຜູ້​ທີ່​ຮັບ​ຊົມ​ຮັບຟັງ​ ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເທື່ອ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ຂໍ​ໃຫ້ພຣະ​ວິນ​ຍານ​​ປະ​ທັບ​ຢູ່​ໃນໃຈ​ຂອງ​ທ່ານ ເໝືອນ​ດັ່ງ​ທີ່​ເຄີຍ​ປະທັບ​ຢູ່​ໃນໃຈຂອງ​ຂ້າ​ພະ​ເຈົ້າ.

ທຳ​ອິດ, ການ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ

ເປັນ​ຫຍັງ​ຄົນ​ທີ່​ບໍ່​ໄດ້​ຮັບ​ການ​ທ້າ​ທາຍຫລາຍ, ບໍ່​ມີ​ຄວາມ​ຕ້ອງ​ການ, ​ຫລື​ ບໍ່​ມີຄຳ​ຖາມ ຈະ​ສົນ​ໃຈ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ​ແລະ ​ຟັງ​ບົດ​ຮຽນ​ຂອງ​ເຂົາ​ເຈົ້າ? ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ກໍ​ແມ່ນ​ຍ້ອນ​ຄວາມ​ຮັກ​—​ຄວາມ​ຮັກ​ໃຫ້​ຜູ້​ສາວ, ຊື່ ຣະເນ. ຂ້າ​ພະ​ເຈົ້າ​ຫລົງ​ຮັກ​ນາງ ແລະ​ ຢາກ​ແຕ່ງ​ງານ​ກັບ​ນາງ. ນາງ​ບໍ່​ຄື​ຄົນ​ອື່ນ ແລະ​ ມີ​ມາດ​ຕະ​ຖານ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ສາວ​ສ່ວນ​ຫລາຍ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ. ແຕ່​ຂ້າ​ພະ​ເຈົ້າ​ຫລົງ​ຮັກ​ແຮງ ແລະ​ ຂໍ​ໃຫ້​ນາງ​ແຕ່ງ​ງານ​ກັບ​ຂ້າ​ພະ​ເຈົ້າ​—​ແລະ​ ນາງ​ບອກ​ວ່າ ບໍ່​ໄດ້!

ຮູບ​ພາບ
ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ໂຄສ໌ຕາ

ຂ້າ​ພະ​ເຈົ້າ​ເກີດສັບ​ສົນ. ຂ້າ​ພະ​ເຈົ້າ​ຄິດວ່າ​ ຕົວ​ເອງ​ກໍ​ດີ​ພໍ! ຂ້າ​ພະ​ເຈົ້າ​ກໍ​ເຈົ້າຊູ້, ອາ​ຍຸ 24 ປີ, ໄດ້​ຈົບ​ປະລິນຍາ​ແລ້ວ ແລະ​ ເຮັດ​ການ​ດີ. ນາງ​ໄດ້​ເວົ້າ​ເຖິງ​ເປົ້າ​ໝາຍ​ຂອງ​ຕົນ—​ທີ່​ຈະ​ແຕ່ງ​ງານ​ ພຽງ​ແຕ່​ກັບ​ຄົນ​ທີ່​ສາ​ມາດ​ພາ​ນາງ​ໄປ​ພຣະ​ວິ​ຫານ ທີ່​ຈະ​ມີ​ຄອບ​ຄົວ​ນິ​ລັນ​ດອນ​ເທົ່າ​ນັ້ນ—​ແລ້ວ​ນາງ​ໄດ້​ປະ​ຕິ​ເສດ​ການ​ຂໍ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຢາກ​ມີ​ຄວາມສຳ​ພັນ​ກັບ​ນາງ​ຕໍ່​ໄປ ສະ​ນັ້ນ​ ຈຶ່ງໄດ້​ຕົກ​ລົງ​ທີ່​ຈະ​ຟັງ​ຜູ້​ສອນ​ສາດ​ສະ​ໜາ. ນີ້​ແມ່ນ​ເຫດ​ຜົນ​ດີ​ທີ່​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ບໍ? ​ແມ່ນ​ແລ້ວ, ສຳ​ລັບ​ຂ້າ​ພະ​ເຈົ້າ​ກໍ​ແມ່ນ​ເຫດ​ຜົນ​ດີ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ທຳ​ອິດ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຂົ້າ​ໃຈ​ຫລາຍ​ ​ໃນສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ, ຕາມ​ຈິງ​ແລ້ວ, ບາງ​ທີຂ້າ​ພະ​ເຈົ້າ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບເຂົາ​ເຈົ້າ​ຫລາຍ​ປານ​ໃດ. ຫົວ​ໃຈ​ຂອງຂ້າ​ພະ​ເຈົ້າ​ໄດ້​ຖືກ​ປິດ​ຕໍ່​ສາດ​ສະ​ໜາ​ໃໝ່. ຂ້າ​ພະ​ເຈົ້າ​ມີ​ແຕ່​ຢາກ​ພິ​ສູດ​ວ່າ ເຂົາ​ເຈົ້າ​ເວົ້າ​ຜິດ ແລະ​ ຢາກ​ໄດ້​ເວ​ລາ​ເພີ່ມ​ເຕີມ​ ເພື່ອ​ຊຸກ​ຍູ້ນາງ​ຣະເນ ໃຫ້​ແຕ່ງ​ງານ​ກັບຂ້າ​ພະ​ເຈົ້າ.

ປະ​ຈຸ​ບັນ​ນີ້​ລູກໆຂອງຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ ແລະ​ ກຳ​ລັງ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ແລະ​ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ສິ່ງ​ທີ່​ຊາຍ​ໜຸ່ມ ​ແລະ ຍິງ​ໜຸ່ມ​ເຫລົ່າ​ນີ້​ເສຍສະລະ ເພື່ອ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເສຍໃຈ​ທີ່​ບໍ່​ໄດ້​ເອົາ​ໃຈ​ໃສ່​ດີກ​ວ່າ​ນີ້ນຳ​ແອວ​ເດີ ຣິເຈີດສັນ, ແອວ​ເດີ ຟາເຣັລ໌, ແລະ​ ແອວ​ເດີ ໄຮແລນ​, ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ເລີດ ຜູ້ທີ່​ໄດ້​ສອນ​ຂ້າ​ພະ​ເຈົ້າ.

ດັ່ງ​ນັ້ນ​ຈາກ​ບົດ​ຮຽນ​ທຳ​ອິດ: ຂ້າ​ພະ​ເຈົ້າ​ກ່າວ​ຕໍ່​ທ່ານ​ຜູ້​ທີ່​ເປັນ​ເພື່ອນ ​ແລະ​ ຜູ້​ສົນ​ໃຈ​ສາດ​ສະ​ໜາ​ຈັກ: ເມື່ອ​ທ່ານ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ຂໍ​ໃຫ້​ທ່ານ​ຈົ່ງເອົາ​ຈິງ​ເອົາ​ຈັງ​ນຳ​ເຂົາ​ເຈົ້າ; ເຂົາ​ເຈົ້າ​ກຳ​ລັງ​ເສຍ​ສະລະ​ເວລາ​ທີ່​ສຳ​ຄັນ​ເພື່ອ​ທ່ານ.

ທີ​ສອງ, ການ​ໄປ​ໂບດ

ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໄປ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຂົ້າ​ໃຈ​ຫລາຍ​ຄຳ​ທີ່​ໄດ້​ຟັງ. ພວກ​ດາ​ລຸ​ນີ ແມ່ນ​ໃຜ​ແດ່? ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ຄື​ຫຍັງ? ແລ້ວ​ສະ​ມາ​ຄົມ​ສະ​ຕິ​ສົງ​ເຄາະ​ເດ້?

ຖ້າ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄປ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ແລະ​ ທ່ານ​ກຳ​ລັງ​ຮູ້​ສຶກ​ສັບ​ສົນ​ ຍ້ອນ​ບໍ່​ເຂົ້າ​ໃຈ, ບໍ່​ຕ້ອງ​ກັງ​ວົນ! ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ຄື​ກັນ. ແຕ່​ຂ້າ​ພະ​ເຈົ້າ​ຍັງ​ຈື່​ໄດ້​ຢູ່​ ​ເຖິງການ​ປະ​ທັບ​ໃຈ, ຄວາມ​ຮູ້​ສຶກ​ໃໝ່​ເຖິງ​ຄວາມ​ສະ​ຫງົບ​ ແລະ​ ຄວາມ​ປິ​ຕິ​ຍິນ​ດີ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ໄດ້ຮູ້, ແຕ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຊື່ມໃສ່​ຫູ​ ແລະ​ ຫົວ​ໃຈຂອງ​ຂ້າ​ພະ​ເຈົ້າ​ວ່າ, “ອັນ​ນີ້​ເປັນ​ຄວາມ​ຈິງ.”

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງບົດ​ຮຽນ​ນີ້​ເປັນ​ປະ​ໂຫຍກ​ດຽວ ກໍ​ຄື: ຖ້າ​ຫາກ​ທ່ານ​ສັບ​ສົນ ບໍ່​ຕ້ອງ​ກັງ​ວົນ—ໃຫ້​ຈື່​ຈຳ​ຄວາມ​ຮູ້​ສຶກ​ຂອງ​ທ່ານ; ມັນ​ມາ​ຈາກ​ພຣະ​ເຈົ້າ.

ທີ​ສາມ, ອ່ານ​ພຣະ​ຄຳ​ພີ​ມໍ​ມອນ

ຫລັງ​ຈາກ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຫລາຍ​ເທື່ອ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ້າວ​ໜ້າ​ເທົ່າ​ໃດ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື ຍັງ​ບໍ່​ໄດ້​ຮັບ​ການ​ຢືນ​ຢັນ ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ.

ມີ​ວັນ​ໜຶ່ງ​ນາງ​ຣະເນ​ ຖາມ​ວ່າ, “ອ້າຍອ່ານ​ພຣະ​ຄຳ​ພີ​ມໍ​ມອນຢູ່​ບໍ?”

ຂ້າ​ພະ​ເຈົ້າ​ຕອບ​ວ່າ, “ບໍ່​ໄດ້ອ່ານ.” ຂ້າ​ພະ​ເຈົ້າ​ໄດ້​ຟັງ​ຜູ້​ສອນ​ສາດ​ສະ​ໜາ​—​ນັ້ນ​ຍັງ​ບໍ່​ພຽງພໍບໍ?

ໂດຍ​ທີ່​ມີ​ນ້ຳ​ຕາ​ໄຫລ, ນາງ​ຣະເນ​ໄດ້​​ກ່າວ​ຢ່າງ​ໜັກ​ແໜ້ນກັບຂ້າ​ພະ​ເຈົ້າ​ວ່າ ນາງ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມຈິງ ແລ້ວ​ໄດ້​ອະທິບາຍ​ວ່າ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ​ມັນ​ເປັນ​ຄວາມຈິງ​ຫລື​ບໍ່, ມີ​ທາງ​ດຽວ​—ນັ້ນຄື​—ຕ້ອງ​ອ່ານ​ມັນ! ແລ້ວ​ຕ້ອງ​ຖາມ!

ຈົ່ງ​ອ່ານ, ໄຕ​ຕ່ອງ​ຢູ່​ໃນ​ໃຈ​ຂອງ​ທ່ານ, ແລ້ວ “ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ... ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ” (ໂມ​ໂຣ​ໄນ 10:4) ຖ້າ​ຫາກວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄວາມຈິງ​ຫລື​ບໍ່, ຖ້າ​ຫາກ​ວ່ານີ້​ແມ່ນ​ສາດ​ສະ​ໜາຈັກ​ທີ່​ແທ້​ຈິງ​ຫລື​ບໍ່.

ດັ່ງ​ນັ້ນ​ບົດ​ຮຽນ​ທີ​ສາມ, ​ໃນປະ​ໂຫຍກ​ດຽວ​ ກໍ​ຄື: ເມື່ອ​ທ່ານ​ໄດ້​ຮັບ​ສິ່ງ​ເຫລົ່າ​ນີ້​—​ພຣະ​ຄຳ​ພີ​ມໍ​ມອນ​—ແລະ ​ທ່ານ​ໄດ້​ຖືກ​ແນະ​ນຳ​ໃຫ້​ອ່ານ ​ແລະ ​ທູນ​ຖາມ​ພຣະ​ເຈົ້າ​ວ່າ​ມັນ​ເປັນ​ຄວາມຈິງ​ຫລື​ບໍ່, ໃຫ້​ເຮັດ​ໂລດ!

ສຸດ​ທ້າຍ, ການ​ກັບ​ໃຈ

ປະ​ສົບ​ການ​ສຸດ​ທ້າຍ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ກໍ​ກ່ຽວ​ກັບ​ການ​ກັບ​ໃຈ. ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ຈົບ​ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ແລ້ວ, ຂ້າ​ພະ​ເຈົ້າ​ຍັງ​ບໍ່​ຮູ້​ສຶກ​ທີ່​ຈະຕ້ອງ​ປ່ຽນ​ຊີ​ວິດ​ຂອງຂ້າ​ພະ​ເຈົ້າ. ແມ່ນ​ແອວ​ເດີ ຄັດ​ເລີ​ ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຸ່ມ​ແຕ່​ໝັ້ນ​ໃຈ ທີ່​ເວົ້າ​ພາ​ສາ​ສະ​ເປນ​ບໍ່​ເກັ່ງ​ປານ​ໃດ ຊຶ່ງ​ມື້​ໜຶ່ງ​ເວົ້າ​ວ່າ “ອ້າຍ​ວາຄີນ, ໃຫ້ພວກ​ເຮົາ​ອ່ານ ແອວ​ມາ ບົດ​ທີ 42 ນຳ​ກັນ, ແລະ ​ພວກເຮົາ​ຊິ​ໃຊ້​ຊື່​ຂອງ​ອ້າຍ ​ຂະ​ນະ​ທີ່​ພວກເຮົາ​ອ່ານ.”

ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ບ້າ​ໜ້ອຍ​ໜຶ່ງ, ແຕ່​ໄດ້​ເຮັດ​ຕາມ​ທີ່​ແອວ​ເດີ ຄັດ​ເລີ​ ​ໄດ້​ຂໍ ແລະ​ ໄດ້​ອ່ານ​ ຂໍ້​ທີ​ 1 ວ່າ: “ແລະ​ ບັດ​ນີ້ [ວາ​ຄີນ] ລູກ​ຂອງ​ພໍ່, ພໍ່​ເຫັນ​ວ່າ​ມັນ​ຍັງ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ລູກ​ກັງ​ວົນ​ຢູ່, ຊຶ່ງ​ລູກ​ບໍ່​ອາດ​ເຂົ້າ​ໃຈ​ໄດ້.” ​ໂອ້! ປື້ມ​ກຳລັງ​ເວົ້າ​ນຳ​ຂ້າ​ພະ​ເຈົ້າ.

ແລະ ພວກ​ເຮົາ​ໄດ້ອ່ານ ຂໍ້​ທີ 2 ວ່າ: “ບັດ​ນີ້​ຈົ່ງ​ເບິ່ງ [ວາ​ຄີນ] ລູກ​ຂອງ​ພໍ່, ພໍ່​ຈະ​ອະ​ທິ​ບາຍ​ເລື່ອງ​ນີ້​ແກ່​ລູກ,” ​ແລະ ແລ້ວ​ໄດ້​ອະ​ທິ​ບາຍ​ເລື່ອງການ​ຕົກ​ຂອງ​ອາ​ດາມ.

ແລະ​ ອີກ​ໃນ​ ຂໍ້​ທີ 4 ວ່າ: “ແລະ ​ພວກ​ເຮົາ​ຈຶ່ງ​ເຫັນວ່າ​ ມັນ​ມີ​ເວ​ລາ​ທີ່​ປະ​ທານ​ໃຫ້ [ວາ​ຄີນ] ເພື່ອ​ກັບ​ໃຈ.”

ພວກ​ເຮົາ​ໄດ້​ອ່ານ​ຊ້າໆ ຂໍ້​ແລ້ວ​ຂໍ້​ເລົ່າ ຈົນ​ຮອດ​ສາມ​ຂໍ້​ສຸດ​ທ້າຍ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ອິດ​ທິພົນອັນ​ແຮງ​ກ້າ. ປື້ມ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ ໂດຍ​ກົງ ແລະ​ ຂ້າ​ພະ​ເຈົ້າ​ເລີ່ມ​ຮ້ອງ​ໄຫ້​ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ວ່າ “ແລະ​ ບັດ​ນີ້ [ວາ​ຄີນ] ລູກ​ຂອງ​ພໍ່, ພໍ່​ບໍ່​ຢາກ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ກັງ​ວົນ​ໃຈ​ຕໍ່​ລູກ​ອີກ​ຕໍ່​ໄປ ແລະ ​ຂໍ​ໃຫ້​ບາບ​ຂອງ​ລູກ​ເທົ່າ​ນັ້ນ​ເປັນ​ສິ່ງ​ທີ່​ກັງ​ວົນ​ໃຈ​ລູກ, ດ້ວຍ​ຄວາມ​ກັງ​ວົນ​ໃຈ​ນັ້ນ ມັນ​ຈະ​ນຳ​ລູກ ... ​ໄປສູ່​ການ​ກັບ​ໃຈ” (ຂໍ້​ທີ 29).

ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໃນ​ທັນ​ໃດວ່າ ຂ້າ​ພະ​ເຈົ້າ​ຄິດ​ຢາກ​ໄດ້​ຮັບການ​ເປີດ​ເຜີຍ ​ແຕ່​ບໍ່​ຢາກເຮັດ​ສິ່ງ​ທີ່​ຈຳ​ເປັນ. ຈົນ​ເຖິງ​ບັດ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ເວົ້າ​ນຳ​ພຣະ​ເຈົ້າ​ຢ່າງ​ຈິງ​ຈັງ, ແລະ ​ຄວາມ​ຄິດ​ທີ່​ຈະເວົ້າ​ນຳຜູ້​ທີ່​ບໍ່ຢູ່​ທີ່​ນັ້ນ ກໍ​ເບິ່ງ​ຄື​ບ້າ. ຂ້າ​ພະ​ເຈົ້າ​ຕ້ອງ​ຖ່ອມ​ຕົວ​ລົງ ແລະ ​ເຮັດ​ສິ່ງ​ທີ່​ຖືກ​ຂໍ​ໃຫ້​ເຮັດ ເຖິງ​ແມ່ນ​ໃນ​ຄວາມ​ຄິດ​ແບບ​ມະ​ນຸດ​ຂອງ​ຂ້າ​ພະ​ເຈົ້າ, ມັນ​ຟັງ​ຄື​ບ້າ.

ໃນ​ວັນ​ນັ້ນ​ ຂ້າ​ພະ​ເຈົ້າ​ໄດ້​ເປີດ​ໃຈ​ຕໍ່​ພຣະ​ວິນ​ຍານ, ໄດ້​ປາດ​ຖະ​ໜາ​ທີ່ຈະ​ກັບ​ໃຈ, ແລະ ​ຢາກ​ຮັບ​ບັບ​ຕິ​ສະ​ມາ! ກ່ອນໜ້າ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ການ​ກັບ​ໃຈ​ ວ່າ​ເປັນ​ເລື່ອງ​ທາງ​ລົບ, ທີ່​ກ່ຽວ​ຂ້ອງ​ກັບ​ບາບ​ ແລະ​ ການ​ເຮັດ​ຜິດ​ເທົ່າ​ນັ້ນ, ແຕ່​ທັນ​ໃດ​ນັ້ນ ​ຂ້າ​ພະ​ເຈົ້າ​ເຫັນ​ອີກ​ແງ່​ໜຶ່ງ—​ເປັນ​ເລື່ອງ​ທາງ​ບວກ, ທີ່​ນຳ​​ໄປ​ສູ່​ການ​ເຕີບ​ໂຕ​ ແລະ​ ມີຄວາມ​ສຸກ.

ແອວ​ເດີ ຄັດເລີ​ ຢູ່​ທີ່​ນີ້​ໃນມື້​ນີ້ ແລະ​ ຂ້າ​ພະ​ເຈົ້າ​ຢາກ​ຂໍ​ຂອບ​ໃຈ​ນຳ​ເພິ່ນ​ ທີ່​ໄດ້​ເປີດ​ຕາ​ຂ້າ​ພະ​ເຈົ້າ. ການ​ເລືອກ​ທຸກ​ຢ່າງ​ໃນ​ຊີ​ວິດ​ຂອງຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ນັ້ນມາ ໄດ້​ຮັບ​ອິດ​ທິພົນ​ຈາກ​ຕອນ​ນັ້ນ ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖ່ອມ​ຕົວລົງ, ໄດ້​ອະ​ທິ​ຖານ​ເພື່ອ​ການ​ໃຫ້​ອະ​ໄພ, ແລະ​ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ ເພື່ອ​ຂ້າ​ພະ​ເຈົ້າ ໄດ້​ເປັນພາກ​ສ່ວນ​ໜຶ່ງໃນ​ຊີ​ວິດຂອງ​ຂ້າ​ພະ​ເຈົ້າ.

ດັ່ງ​ນັ້ນ ບົດ​ຮຽນ​ສຸດ​ທ້າຍ​ໃນ​ປະ​ໂຫຍກ​ດຽວ ກໍ​ຄື: ປະ​ສົບ​ກັບ​ການ​ກັບ​ໃຈ; ບໍ່​ມີ​ຫຍັງ​ອີກ​ທີ່​ສາມາດ​ພາທ່ານ​ໃຫ້​ເຂົ້າ​ໃກ້​ອົງພຣະ​ເຢ​ຊູ​ຄຣິດ​ເຈົ້າ ຫລາຍ​ໄປ​ກວ່າ​ຄວາມ​ປາດ​ຖະ​ໜາ​ທີ່ຈະ​ປ່ຽນ.

ຜູ້​ສົນ​ໃຈ, ໝູ່ເພື່ອນ​ຂອງ​ສາດ​ສະ​ໜາ​ຈັກ, ຖ້າ​ຫາກທ່ານ​ກຳ​ລັງ​ຟັງ​ຢູ່​ມື້​ນີ້, ທ່ານ​ກໍ​ໃກ້​ທີ່​ຈະ​ໄດ້​ຮັບ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ແລ້ວ. ທ່ານ​ຢູ່​ໃກ້ໆ!

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອເຊີນ​ທ່ານ ໂດຍ​ສຸດ​ຈິດ​ສຸດ​ໃຈ​ຂອງຂ້າ​ພະ​ເຈົ້າ, ແລະ ​ຈາກ​ສ່ວນ​ເລິກຂອງ​ຈິດ​ວິນ​ຍານຂອງ​ຂ້າ​ພະ​ເຈົ້າວ່າ: ຈົ່ງ​ໄປ ​ແລະ ​ຮັບ​ບັບ​ຕິ​ສະ​ມາ! ມັນ​ເປັນ​ສິ່ງທີ່​ດີ​ທີ່​ສຸດ​ສຳລັບ​ທ່ານ. ມັນ​ຈະ​ບໍ່​ປ່ຽນ​ແຕ່​ຊີ​ວິດ​ຂອງ​ທ່ານ​ເທົ່າ​ນັ້ນ, ແຕ່​ຈະ​ປ່ຽນຊີ​ວິດ​ຂອງ​ລູກຫລານ​ຂອງ​ທ່ານ​ນຳ​ອີກ.

ຮູບ​ພາບ
ວັນ​ແຕ່ງງານ​ຂອງ​ແອວ​ເດີ ​ແລະ ຊິດ​ສະ​ເຕີ ​ໂຄສ໌ຕາ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ຂ້າ​ພະ​ເຈົ້າ​ຄື​ ມີ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ​ນຳ​ນາງ​ຣະ​ເນ ແລະ​ ພວກ​ເຮົາ​ມີ​ລູກ​ຈົບງາມ ສີ່​ຄົນ. ແລະ ​ເປັນ​ຍ້ອນ​ການ​ຮັບບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງສາ​ມາດ​ເຮັດ​ໄດ້ ​ເໝືອນ​ດັ່ງ ລີໄຮ ສາດ​ສະ​ດາ​ໃນ​ສະ​ໄໝ​ບູຮານ, ແລະ​ ​ເຊື້ອເຊີນ​ລູກ​ຫລານ​ໃຫ້​ມາ​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ຊຶ່ງ​ແມ່ນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ (ເບິ່ງ 1 ນີ​ໄຟ 8:15; 11:25). ຂ້າ​ພະ​ເຈົ້າ​ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ມາ​ສູ່​ພຣະ​ຄຣິດ.

ດັ່ງ​ນັ້ນ ຂໍ​ໃຫ້​ພິ​ຈາ​ລະ​ນາ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ, ແລະ (1) ເອົາ​ຈິງ​ເອົາ​ຈັງ​ນຳ​ຜູ້​ສອນ​ສາດ​ສະ​ໜາ (2) ໄປ​ໂບດ​ ແລະ​ ຈື່​ຈຳ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ, (3) ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ ແລະ​ ທູນຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ມັນ​ເປັນ​ຄວາມ​ຈິງ​ຫລື​ບໍ່, ແລະ (4) ປະ​ສົບ​ກັບການ​ກັບ​ໃຈ ​ແລະ ​ຮັບ​ບັບ​ຕິ​ສະ​ມາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ເມື່ອ​ທ່ານ​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ເອົາ​ການ​ເປີດ​ເຜີຍ, ຖ່ອມ​ຕົວ, ອ່ານ, ອະ​ທິ​ຖານ, ແລະ​ ກັບ​ໃຈ, ແລ້ວ​ຟ້າ​ສະ​ຫວັນ​ຈະ​ເປີດ​ ແລະ ​ທ່ານ​ຈະ​ຮູ້​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຢ​ຊູ​ຄື ​​ພຣະ​ຄຣິດ, ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ ແລະ​ ຂອງ​ທ່ານ​ດ້ວຍ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.