​2010–2019
ເພິ່ນ​ບອກ​ພວກ​ເຈົ້າ​ເຮັດ​ອັນ​ໃດ, ຈົ່ງ​ເຮັດ​ຕາມ​ເດີ້
ເດືອນ​ເມສາ 2017


ເພິ່ນ​ບອກ​ພວກ​ເຈົ້າ​ເຮັດ​ອັນ​ໃດ, ຈົ່ງ​ເຮັດ​ຕາມ​ເດີ້

ເມື່ອ​ເຮົາ​ຕັດສິນ​ໃຈເຮັດ​ “ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ກ່າວ​ກັບ” ​ເຮົາ, ​ເຮົາ​ໄດ້​ສັນຍາ​ທີ່​ຈະ​ປະພຶດ​ຕົວ​ໃນ​ທຸກ​ວັນ ​ໃຫ້​ສອດຄ່ອງ​ກັບພຣະປະສົງ​ຂອງ​ພຣະ​ເຈົ້າ.

ພຣະຜູ້​ຊ່ວຍ​ໃຫ້​ລອດ ​ໄດ້​ເຮັດ​ການ​ມະຫັດ​ສະຈັນ​ເທື່ອ​ທຳ​ອິດ​ຂອງ​ພຣະອົງ ຊຶ່ງ​ຖືກ​ບັນທຶກ​ໄວ້ ​ແມ່ນ​ຢູ່​ໃນ​ງານ​ສົມຣົດທີ່​ບ້ານ​ກາ​ນາ​ແຫ່ງ​ຄາ​ລີ​ເລ. ນາງ​ມາຣີ, ມານ​ດາ​ຂອງ​ພຣະອົງ, ​ແລະ ສານຸສິດ​ຂອງ​ພຣະອົງ ກໍ​ຢູ່​ທີ່​ນັ້ນ​ເໝືອນ​ກັນ. ນາງ​ມາຣີ​ໄດ້​ຮູ້ສຶກ​ວ່າ ມັນ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ນາງ ທີ່​ຈະ​ເຮັດ​ໃຫ້​ງານ​ສົມ​ຣົດ ປະສົບ​ຄວາມ​ສຳ​ເລັດ. ລະຫວ່າງ​ພິທີສົມຣົດ, ບັນຫາ​ໄດ້​ເກີດຂຶ້ນ—​ເຫລົ້າຂອງ​ເຈົ້າພາບ​ໄດ້​ໝົດ​ໄປ. ນາງ​ມາຣີ​ເກີດ​ເປັນ​ຫ່ວງ ກໍ​ເລີຍ​ໄດ້​ໄປ​ຫາ​ພຣະ​ເຢຊູ. ທັງ​ສອງ​ໄດ້​ລົມ​ກັນ​ບຶດໜຶ່ງ, ​ແລ້ວ ນາງ​ມາຣີ ​ໄດ້​ບອກ​ພວກ​ຄົນ​ໃຊ້​ວ່າ:

“ເພິ່ນ​ບອກ​ພວກ​ເຈົ້າ​ເຮັດ​ອັນ​ໃດ, ຈົ່ງ​ເຮັດ​ຕາມ​ເດີ້.

“ໃນ​ບ່ອນ​ນັ້ນມີ​ອ່າງ​ຕັ້ງ​ໄວ້​ຢູ່​ຫົກ​ໜ່ວຍ … [ອ່າງ​ເຫລົ່າ​ນັ້ນ ບໍ່​ໄດ້​ຖືກ​ໃຊ້​ເກັບ​ນ້ຳ​ໄວ້​ກິນ ​ແຕ່​ໃຊ້​ສຳລັບ​ພິທີ​ຊຳລະລ້າງ ຕາມ​ກົດ​ຂອງ​ໂມ​ເຊ.]

“ພຣະ​ເຢຊູ​ໄດ້​ກ່າວ​ກັບ [ພວກ​ຄົນ​ໃຊ້] ວ່າ, ຈົ່ງ​ຕັກ​ນ້ຳ​ໃສ່​ອ່າງ​ເຫລົ່າ​ນັ້ນ​ໃຫ້​ເຕັມ. ​ແລ້ວ​ພວກ​ເຂົາ​ກໍ​ຕັກ​ນ້ຳ​ໃສ່​ອ່າງ​ເຫລົ່າ​ນັ້ນ​ເຕັມ​ພຽງ​ປາກ.

“ແລະ ພຣະອົງ​ໄດ້​ບອກ​ພວກ​ເຂົາ​ວ່າ, ບັດ​ນີ້ ຈົ່ງ​ຕັກ​ເອົາ​ໄປ​ໃຫ້​ເຈົ້າພະ​ນັກງານ​ຜູ້​ທີ່​ກຳກັບ​ງານ​ກິນ​ລ້ຽງ. ພວກ​ເຂົາ​ກໍ​ຕັກ​ໄປ​ໃຫ້.

“ເມື່ອ​ເຈົ້າພະ​ນັກງານ … ຊີມ​ນ້ຳທີ່​ກາຍ​ເປັນ​ເຫລົ້າ” ​ແລະ ມີ​ທ່າ​ທີ​ແປກ​ໃຈ ທີ່​ເຂົາ​ເຈົ້າ​ໄດ້​ເອົາ​ເຫລົ້າ​ຊະນິດ​ດີ​ທີ່​ສຸດມາ​ໃຫ້​ແຂກ​ດື່ມ ​ໃນ​ທ້າຍ​ງານ.1

ຕາມ​ປົກກະຕິ​ແລ້ວ ​ເຮົາ​ຈື່​ເຫດການ​ນີ້​ໄດ້ ​ເພາະ​ເປັນ​ເລື່ອງ​ທີ່ປ່ຽນ​ນ້ຳ​ເປັນ​ເຫລົ້າອະ​ງຸ່ນ ຊຶ່ງ​ເປັນການ​ສາທິດ​ຂອງ​ພຣະ​ເຈົ້າ—ມັນ​ເປັນ​ການ​ມະຫັດສະຈັນ. ນັ້ນ​ເປັນ​ຂ່າວສານ​ທີ່​ສຳຄັນ, ​ແຕ່​ມີ​ຂ່າວສານ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ອີກ ​ໃນ​ເລື່ອງ​ລາວ​ຂອງ​ໂຢຮັນ. ນາງ​ມາ​ຣີ​ເປັນ “​ພາຊະນະ​ທີ່​ປະ​ເສີດ ​ແລະ ຖືກ​ເລືອກ​ໄວ້​ແລ້ວ,”2 ​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ​ໃຫ້​ມີ​ລູກ, ບຳລຸງ, ​ແລະ ລ້ຽງ​ດູ ພຣະບຸດ​ຂອງ​ພຣະ​ເຈົ້າ. ນາງ​ຮູ້ຈັກ​ພຣະອົງ ຫລາຍ​ກວ່າ​ຄົນ​ໃດ​ຢູ່​ໃນ​ໂລກ​ນີ້. ນາງ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ການ​ກຳ​ເນີດຂອງ​ພຣະອົງທີ່​ໜ້າ​ອັດສະຈັນ​ໃຈ. ນາງ​ຮູ້​ວ່າ ພຣະອົງ​ບໍ່​ມີ​ບາບ ​ແລະ ວ່າ​ພຣະອົງ “ບໍ່​ໄດ້​ກ່າວ​ດັ່ງ​ມະນຸດ​ຄົນ​ອື່ນໆ, ທັງ​ພຣະອົງ​ບໍ່​ສາມາດ​ຮັບ​ການ​ສິດສອນ​ໄດ້; ​ເພາະ​ພຣະອົງ​ບໍ່​ຈຳ​ເປັນ​ໃຫ້​ມະນຸດ​ຄົນ​ໃດ​ມາ​ສອນ​ພຣະອົງ.”3 ນາງມາຣີ​ຮູ້​ເຖິງ​ຄວາມ​ສາມາດ​ທີ່​ພິ​ເສດ​ຂອງ​ພຣະອົງ ​ໃນ​ການ​ແກ້​ບັນຫາ, ຮ່ວມ​ທັງ​ແມ່ນ​ແຕ່​ ​ເລື່ອງ​ເຫລົ້າອະ​ງຸ່ນຢູ່​ໃນ​ງານ​ສົມຣົດ. ນາງ​ໄດ້​ມີຄວາມ​ໝັ້ນ​ໃຈ​ທີ່​ບໍ່​ຫວັ່ນ​ໄຫວ ​ໃນ​ພຣະອົງ ​ແລະ ​ໃນ​ອຳນາດ​ແຫ່ງ​ສະຫວັນ​ຂອງ​ພຣະອົງ. ຄຳແນະນຳ​ອັນ​ລຽບ​ງ່າຍ​ຂອງ​ນາງ ຕໍ່ພວກ​ຄົນ​ໃຊ້ ​ເປັນ​ແບບ​ບໍ່​ມີ​ຄຳ​ເຕືອນ, ບໍ່ມີ​ເງື່ອນ​ໄຂ, ບໍ່​ມີຂໍ້​ກຳນົດ ນັ້ນຄື: “ເພິ່ນ​ບອກ​ພວກ​ເຈົ້າ​ໃຫ້​ເຮັດ​ອັນ​ໃດ, ຈົ່ງ​ເຮັດ​ຕາມ​ເດີ້.”

ນາງ​ມາຣີ​ເປັນ​ຍິງໜຸ່ມ ຕອນທູດ​ຄັບຣີ​ເອນ ​ໄດ້​ມາ​ປະກົດ​ຕໍ່​ນາງ. ທຳ​ອິດ​ນາງ​ກໍ​ “ຕົກ​ໃຈ” ​ໂດຍ​ທີ່​ຖືກ​ເອີ້ນ​ວ່າ “ເປັນ​ຜູ້​ຖືກ​ໂປດ​ປານ” ​ແລະ “ໄດ້​ຮັບພອນ … ຢ່າງ​ຫລວງຫລາຍ … ​ແລະ ນາງຈຶ່ງ​ໄດ້​ຄິດ​ພິຈາລະນາ ຄຳ​ທັກ​ທາຍ​ຂອງ​ເພິ່ນ​ນັ້ນ ໝາຍ​ຄວາມ​ວ່າ​ຢ່າງ​ໃດ.” ຄັບຣີ​ເອນ ​ໄດ້​​ເຮັດ​ໃຫ້​ນາງ​ສະບາຍ​ໃຈ​ໄດ້​ວ່າ ນາງ​ບໍ່​ຕ້ອງ​ຢ້ານ—ຂ່າວ​ທີ່​ເພິ່ນ​ນຳ​ມາ​ໃຫ້​ນາງ​ນັ້ນ ​ເປັນ​ຂ່າວ​ດີ. ນາງ​ຈະ “ຕັ້ງທ້ອງ … ພຣະບຸດ​ຂອງ​ພຣະ​ເຈົ້າອົງ​ສູງ​ສຸດ … ​ແລະ ​ເກີດ​ລູກ​ຊາຍ​ຜູ້​ໜຶ່ງ … ຜູ້​ທີ່​ຈະ​ປົກຄອງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ​ຕະຫລອດ​ໄປ.”

ນາງ​ມາຣີ ​ໄດ້​ເວົ້າອອກ​ມາ​ວ່າ, “ຂ້ານ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ຈັກ​ເທື່ອ ​ເຫດການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?”

ທູດ​ໄດ້​ອະທິບາຍ​ບຶດໜຶ່ງ, ຢືນຢັນ​ແກ່​ນາງ​ວ່າ “ດ້ວຍ​ວ່າ, ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້.”

ນາງ​ມາຣີ​ໄດ້​ຕອບ​ຮັບ​ຢ່າງ​ຖ່ອມຕົວ ວ່າ​ນາງ​ຈະ​ເຮັດ​ຕາມ​ທີ່​ພຣະ​ເຈົ້າຂໍຮ້ອງ, ​ໂດຍ​ທີ່​ບໍ່​ໄດ້​ຖາມ​ເຈາະ​ຈົງ ​ແລະ ບອກ​ຄຳ​ສົງ​ໄສ ​ເຖິງ​ແມ່ນ​ນາງ​ມີ​ຄຳ​ຖາມ​ຢ່າງ​ຫລວງຫລາຍ ກ່ຽວ​ກັບ​ຜົນ​ສະທ້ອນ​ທີ່​ຈະ​ເກີດ​ກັບ​ຊີວິດ​ຂອງ​ນາງ. ນາງ​ໄດ້​ຍອມ​ເຮັດ​ໂດຍ​ທີ່​ບໍ່​ເຂົ້າ​ໃຈຄັກ​ວ່າ​ເປັນ​ຫຍັງ​ພຣະອົງ​ຈຶ່ງ​ຂໍ​ຮ້ອງ​ໃຫ້​ນາງ​ເຮັດ​ສິ່ງ​ນັ້ນ ຫລື ຜົນ​ຂອງ​ມັນ​ຈະ​ເປັນ​ແນວ​ໃດ. ນາງ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະ​ເຈົ້າຢ່າງ​ບໍ່​ມີ​ເງື່ອນ​ໄຂ ​ແລະ ​ເຮັດ​ລ່ວງ​ໜ້າ,4 ​ໂດຍ​ທີ່​ຮູ້ຈັກ​ໜ້ອຍ​ດຽວ ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ດ້ວຍ​ຄວາມ​ໄວ້​ວາງ​ໃຈໃນ​ພຣະ​ເຈົ້າ, ນາງ​ມາຣີ ຈຶ່ງ​ໄດ້​​ເວົ້າວ່າ, “ຂ້ານ້ອຍ​ເປັນ​ທາດ​ຍິງ​ຂອງ​ພຣະຜູ້​ເປັນ​ເຈົ້າ; ຂໍ​ໃຫ້​ເຫດການ​ນີ້​ເກີດ​ກັບ​ຂ້ານ້ອຍ​ ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ.”5

ເມື່ອ​ເຮົາ​ຕັດສິນ​ໃຈເຮັດ​ “ສິ່ງ​ໃດ​ກໍ​ຕາມ​ທີ່​ [ພຣະ​ເຈົ້າ] ​ໄດ້​ກ່າວ​ກັບ” ​ເຮົາ, ​ເຮົາ​ໄດ້​ສັນຍາ​ທີ່​ຈະ​ປະພຶດ​ຕົວ​ໃນ​ທຸກ​ວັນ ​ໃຫ້​ສອດຄ່ອງ​ກັບ​ພຣະປະສົງ​ຂອງ​ພຣະ​ເຈົ້າ. ການ​ກະທຳ​ທີ່​ລຽບ​ງ່າຍ​ແຫ່ງ​ສັດທາ​ນັ້ນ ດັ່ງ​ເຊັ່ນ​ ການ​ສຶກສາ​ພຣະຄຳ​ພີທຸກ​ວັນ, ການ​ຖື​ສິນ​ອົດ​ເຂົ້າ​ເປັນ​ປະຈຳ, ​ແລະ ການ​ອະທິຖານ​ດ້ວຍ​ໃຈ​ຈິງ ຈະ​​ເຮັດ​ໃຫ້​ຄວາມ​ສາມາດ​ທາງວິນ​ຍານ​ຂອງ​ເຮົາ​ເລິກ​ຊຶ້ງຫລາຍ​ຂຶ້ນ ​ເພື່ອ​ປະ​ເຊີນ​ກັບ​ຄວາມ​ຮຽກຮ້ອງ​ຂອງ​ຊ່ວງ​ຊີວິດ​ມະຕະ. ​ເມື່ອ​ເວລາ​ຜ່ານ​ໄປ, ນິ​ໄສ​ທີ່​ລຽບ​ງ່າຍ​ແຫ່ງ​ຄວາມ​ເຊື່ອ ຈະ​ກໍ່​ໃຫ້​ເກີດ​ການ​ມະຫັດ​ສະຈັນ. ມັນ​ປ່ຽນ​ສັດທາ​ຂອງ​ເຮົາ ຈາກ​ສິ່ງ​ເລັກ​ນ້ອຍ ​ແລ້ວ​ກາຍ​ເປັນ​ສິ່ງ​ທີ່​ມີ​ພະລັງ​ອັນ​ຍິ່ງ​ໃຫຍ່ ສຳລັບ​ຄວາມ​ດີ​ໃນ​ຊີວິດ​ຂອງ​ເຮົາ. ​ແລ້ວ, ​ເມື່ອ​ການ​ທ້າ​ທາຍ​ມາ​ເຖິງ, ຮາກ​ຖານຂອງ​ເຮົາ​ໃນ​ພຣະຄຣິດ ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາໝັ້ນຄົງ. ພຣະ​ເຈົ້າຈະ​ຄ້ຳຢັນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ​ເພີ່ມ​ຄວາມສຸກ​ໃຫ້​ເຮົາ, ​ແລະ ​“ເຮັດ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ​ສຳລັບ [ເຮົາ].”6

ເມື່ອ​ສອງ​ສາມ​ປີ​ກ່ອນ, ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ກັບ​ອະທິການ​ໜຸ່ມ​ຄົນ​ໜຶ່ງ ຜູ້​ໄດ້​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ ​ໃນ​ແຕ່​ລະອາ​ທິດ ​ເພື່ອ​​ໃຫ້​ຄຳ​ແນະນຳ​ສະມາຊິກ​ໃນ​ຫວອດ. ​ເພິ່ນໄດ້​​ໃຫ້​ຂໍ້​ສັງ​ເກດ​ທີ່​ດີ​ເລີດ. ກ່ຽວ​ກັບບັນຫາ​ທີ່​ສະມາຊິກ​ໃນ​ຫວອດ​ຂອງ​ເພິ່ນກຳລັງ​ປະ​ເຊີນ, ​ເພິ່ນໄດ້​ເວົ້າວ່າ, ມັນກໍ​ເໝືອນ​ກັນ​ກັບ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ ຢູ່​ທຸກ​ແຫ່ງ​ຫົນ—ບັນຫາ​ກ່ຽວ​ກັບ​ວິທີ​ທີ່​ຈະ​​ເຮັດ​ໃຫ້ການ​ແຕ່ງງານ​ມີ​ຄວາມສຸກ; ຊອກ​ຫາ​ທາງ​ທີ່​ຈະ​ໃຫ້​ວຽກ​ງານ​, ຄອບຄົວ, ​ແລະ ໜ້າ​ທີ່​ໃນ​ໂບດ ​ສົມ​ດູ​ນກັນ; ບັນຫາ​ເລື່ອງ​ພຣະວາຈາ​ແຫ່ງ​ປັນຍາ, ຫລື ​ເລື່ອງການ​ເບິ່ງ​ຮູບ​ພາບ​ລາ​ມົກ; ຫລື ​ບັນຫາ​ເລື່ອງ​ຢາກມີ​ຄວາມ​ສະຫງົບ​ໃຈ​ກ່ຽວ​ກັບ​ນະ​ໂຍບາຍ ຫລື ຄຳຖາມ​ກ່ຽວ​ກັບ​ປະຫວັດ​ສາດ​ຂອງ​ສາດ​ສະໜາ​ຈັກ ທີ່​ເຂົາ​ເຈົ້າບໍ່​ເຂົ້າ​ໃຈ.

ຄຳ​ແນະນຳ​ຂອງ​ເພິ່ນຕໍ່​ສະມາຊິກ​ຫວອດ ສ່ວນ​ຫລາຍ​ແມ່ນ​ແນະນຳ​ເຂົາ​ເຈົ້າ​ໃຫ້​ກັບ​ຄືນ​ສູ່ການ​ເຝິກ​ສັດທາ ​ດັ່ງເຊັ່ນ​: ການ​ສຶກສາ​ພຣະຄຳ​ພີ​ມໍ​ມອນ—ດັ່ງ​ທີ່​ເຮົາ​ໄດ້​ຖືກ​ແນະນຳ​ໂດຍ​ປະທານ​ທອມ​ມັສ ແອັສ ມອນ​ສັນ ​ໃຫ້​ເຮັດ—ການຈ່າຍ​ສ່ວນ​ສິບ, ​ແລະ ການ​ຮັບ​ໃຊ້​ສາດສະໜາ​ຈັກ​ດ້ວຍ​ຄວາມ​ອຸທິດ​ຕົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ່ວນ​ຫລາຍ​ແລ້ວ ຄຳ​ຕອບ​ຂອງ​ເຂົາ​ເຈົ້າ ຈະ​ເປັນ​ຄວາມ​ສົງ​ໄສດັ່ງ​ເຊັ່ນ: “ອະທິ​ການ, ຂ້ານ້ອຍບໍ່​ເຫັນ​ດ້ວຍ​ກັບ​ທ່ານ. ພວກ​ເຮົາ ທຸກ​ຄົນ ຮູ້​ວ່າ ທຸກ​ສິ່ງ​ເຫລົ່ານັ້ນດີ​ຫລາຍ. ພວກ​ເຮົາ​ເວົ້າລົມ​ກັນ​ກ່ຽວ​ກັບ​ສິ່ງ​ເຫລົ່ານັ້ນ ຕະຫລອດ​ເວລາ ຢູ່​ໃນ​ໂບດ. ​ແຕ່​ພວກ​ເຮົາ​ບໍ່​ແນ່​ໃຈ​ວ່າ ທ່ານ​ເຂົ້າ​ໃຈ​ພວກ​ເຮົາ. ການ​ເຮັດ​ສິ່ງ​ ເຫລົ່ານັ້ນ ມີ​ສ່ວນ​ກ່ຽວຂ້ອງ​ກັບ ບັນຫາ​ທີ່​ ຂ້ານ້ອຍ ​ປະ​ເຊີນ​ຢູ່​ແນວ​ໃດ?”

ມັນ​ເປັນ​ຄຳ​ຖາມ​ທີ່​ດີ. ​ເມື່ອ​ເວລາ​ຜ່ານ​ໄປ, ອະທິການ​ໜຸ່ມ​ຄົນນັ້ນ ​ແລະ ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ຜູ້​ຄົນ​ທີ່​ຕັ້ງ​ໃຈ​ເຮັດ​ສິ່ງ ​ທີ່​ເປັນ “ເລື່ອງ​ເລັກ​ນ້ອຍ ​ແລະ ງ່າຍໆ”7—ເຊື່ອ​ຟັງ​ໃນ​ສິ່ງ​ທີ່​ເບິ່ງ​ຄືວ່າ ​ເລັກ​ນ້ອຍ—​ໄດ້​ຮັບ​ພອນ​ດ້ວຍ​ການ​ມີ​ສັດທາ ​ແລະ ມີ​ຄວາມ​ເຂັ້ມ​ແຂງ ທີ່​ເກີນ​ກວ່າ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ເຊື່ອ​ຟັງ​ໃນ​ຕົວ ​ແລະ ຕາມ​ຈິງ​ແລ້ວ, ອາດ​ເບິ່ງ​ຄື​ວ່າ ບໍ່​ກ່ຽວ​ພັນ​ກັນ​ເລີຍ. ອາດ​ເບິ່ງ​ຄື​ວ່າ ມັນ​ເປັນສິ່ງ​ຍາກ​ທີ່​ຈະ​ຮັບ​ຮູ້​ເຖິງຄວາມ​ຜູກ​ພັນ​ລະຫວ່າງ​ການ​ກະທຳ​ແບບ​ງ່າຍໆ​ໃນ​ທຸກ​ວັນ ສາມາດ​ແກ້​ໄຂ​ບັນຫາ​ອັນ​ໃຫຍ່​ໂຕ ທີ່​ເຮົາ​ທຸກ​ຄົນ​ປະ​ເຊີນ​ໄດ້. ​ແຕ່​ມັນ​ ກ່ຽວຂ້ອງ​ກັນ. ​ໃນ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ, ການ​ເຮັດ​ນິ​ໄສ​ແຫ່ງ​ສັດທາໃຫ້​ຖືກຕ້ອງ​ໃນ​ທຸກ​ວັນ, ມັນ​ເປັນ​ວິທີ​ດຽວ ທີ່​ດີ​ທີ່​ສຸດ ​ໃນ​ການ​ປົກ​ປ້ອງ​ຕົວ​ເອງ ຈາກ​ບັນຫາ​ຂອງ​ຊີວິດ, ບໍ່​ວ່າ​ມັນ​ຈະ​ເປັນອັນ​ໃດ​ກໍ​ຕາມ. ການ​ເຮັດ​ສິ່ງ​ເລັກ​ນ້ອຍ​ດ້ວຍ​ສັດທາ, ​ເຖິງ​ແມ່ນ​​ເບິ່ງ​ຄື​ວ່າ​ ບໍ່ສຳຄັນ ຫລື ບໍ່​ກ່ຽວຂ້ອງ​ກັນ​ເລີຍ ຈາກ​ບັນຫາ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່ລົບ​ກວນ​ເຮົາ, ມັນຈະ​ເປັນ​ພອນ​ໃນ ທຸກ​ສິ່ງ ທີ່​ເຮົາ​ເຮັດ.

ໃຫ້​ເຮົາ​ມາ​ຄິດ​ໄຕ່ຕອງ​ກ່ຽວ​ກັບ​ນາ​ອາ​ມານ​, ທີ່ເປັນ “ຜູ້​ບັນຊາ​ການ​ກອງທັບ​ຊີ​ເຣຍ, ​ເປັນ​ຜູ້​ໜຶ່ງ ທີ່​ຜູ້ຄົນ​ນັບຖື​ຢ່າງ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍ,” ​ແລະ ​ເປັນ​ໂຣກຂີ້ທູດ. ສາວ​ໃຊ້​ຄົນ​ໜຶ່ງ ​ໄດ້​ບອກ​ເພິ່ນ​ວ່າ ມີ​ສາດສະດາ​ຄົນ​ໜຶ່ງ​ຢູ່​ປະ​ເທດ​ອິດສະຣາ​ເອນ ສາມາດ​ປິ່ນປົວ​ນາ​ອາ​ມານ​ໄດ້, ສະນັ້ນ ​ເພິ່ນ​ຈຶ່ງ​ອອກ​ເດີນທາງ ​ກັບ​ພວກ​ຄົນ​ໃຊ້, ກຸ່ມ​ທະຫານ, ​ພ້ອມ​ທັງ​ຂອງຂວັນ ​ໄປ​ປະ​ເທດ​ອິດສະຣາ​ເອນ, ​ແລ້ວ​ກໍ​ໄປ​ຮອດ​ເຮືອນ​ຂອງ​ເອລີ​ຊາ. ​ຄົນ​ໃຊ້​ຂອງເອລີ​ຊາ, ບໍ່​ແມ່ນ​ເອລີ​ຊາ​ເອງ, ​ໄດ້​ບອກ​ນາ​ອາ​ມານ​ວ່າ ພຣະຜູ້​ເປັນ​ເຈົ້າ ມີ​ຄຳ​ສັ່ງ​ແບບ​ງ່າຍ​ໆວ່າ “ໃຫ້​​ເພິ່ນໄປ​ອາບນ້ຳ​ໃນ ​[ແມ່ນ້ຳ] ຈໍ​ແດນ​ເຈັດ​ເທື່ອ​.” ສິ່ງ​ງ່າຍໆ. ບາງ​ທີ​ຢາ​ປິ່ນປົວ​ແບບ​ງ່າຍໆ​ນີ້ ​ເຮັດ​ໃຫ້​ນັກຮົບ​ຜູ້​ຍິ່ງ​ໃຫຍ່​ຄິດ​ວ່າ ​ເປັນ​ສິ່ງ​ທີ່ ບໍ່​ມີ​ເຫດຜົນ, ງ່າຍ​ເກີນ​ໄປ, ຫລື ຕ່ຳ​ຕ້ອຍ​ກວ່າ​ກຽດຕິຍົດ​ຂອງ​ເພິ່ນ ຈົນ​ວ່າ​ເພິ່ນ​ຮູ້ສຶກ​ຜິດ​ໃຈ. ພ້ອມ​ນີ້, ຄຳ​ແນະນຳ​ຂອງ​ເອລີ​ຊາ ກໍ​ບໍ່​ສົມ​ເຫດ​ສົມ​ຜົນ ຕໍ່​ນາ​ອາ​ມານ​ເລີຍ, ສະນັ້ນ ​ເພິ່ນ​ຈຶ່ງ “ໄດ້​ໜີ​ໄປ ພ້ອມ​ທັງ​ໃຈ​ຮ້າຍ​ໃຫຍ່.”

ແຕ່​ພວກ​ຄົນ​ໃຊ້​ຂອງ​ນາ​ອາ​ມານ​ໄດ້​ເຂົ້າຫາ​ເພິ່ນ​ແບບ​ອ່ອນ​ໂຍນ ​ແລະ ຮູ້​ວ່າ​ເພິ່ນ​ຈະ​ເຮັດ “ບາງ​ສິ່ງ​ທີ່​ຍາກ” ກວ່າ​ນັ້ນ ຖ້າ​ຫາກ​ເອລີ​ຊາ​ໄດ້​ຂໍ​ໃຫ້​ເພິ່ນ​ເຮັດ. ​ເຂົາ​ເຈົ້າ​ໄດ້​ອະທິບາຍ​ວ່າ ​ໃນ​ເມື່ອ​ເພິ່ນ​ຖືກ​ຂໍ​ໃຫ້​ເຮັດ​ສິ່ງ​​ເລັກ​ນ້ອຍ, ​ເພິ່ນ​ບໍ່​ຄວນ​ເຮັດ​ບໍ, ​ເຖິງ​ແມ່ນ​ເພິ່ນ​ບໍ່​ເຂົ້າ​ໃຈ​ກໍ​ຕາມ? ນາ​ອາ​ມານ ​ໄດ້​ຄິດ​​ໄຕ່ຕອງ​ກ່ຽວ​ກັບ​ການ​ປະພຶດຂອງ​ເພິ່ນ ​ແລະ ບາງ​ທີ ກ່ຽວ​ກັບ​ຄວາມ​ສົງ​ໄສ​ຂອງ​ເພິ່ນ, ​ແຕ່​ກໍ​ໄດ້​ເຊື່ອ​ຟັງ, “ຈຶ່ງ​ລົງ … ​ໄປ​ໃນ​ນ້ຳ, ​ແລະ ຈຸ່ມ​ຕົວ​ລົງ​ໄປ​ທີ່​ແມ່ນ້ຳຈໍ​ແດນ​ເຈັດ​ເທື່ອ” ​ແລະ ກໍ​ໄດ້​ຫາຍ​ດີ​ຢ່າງ​ມະຫັດ​ສະຈັນ.8

ລາງ​ວັນ​ບາງ​ຢ່າງ​ຈະ​ມີ​ມາ​ຢ່າງ​ໄວ; ບາງ​ຢ່າງ​ກໍ​ມີ​ມາ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ທົດ​ສອບ​ແລ້ວ. ​ໃນ​ພຣະຄຳ​ພີ ​ໄຂ່​ມຸກ​ອັນ​ລ້ຳຄ້າ, ​ເຮົາ​ອ່ານ​ກ່ຽວ​ກັບ​ຄວາມ​ພາກ​ພຽນ​ຢ່າງ​ບໍ່​ເມື່ອຍ​ລ້າຂອງ​ອາ​ດາມ ​ໃນ​ການ​ຮັກສາ​ພຣະບັນຍັດ ທີ່​ຈະ​ຖວາຍ​ເຄື່ອງບູຊາ. ເມື່ອ​ທູດ​ຖາມ​ວ່າ​ເປັນ​ຫຍັງ​ອາ​ດາມ​ຈຶ່ງ​ຖວາຍ​ເຄື່ອງ​ບູຊາ, ​ເພິ່ນ​ຕອບ​ວ່າ, ​ເພິ່ນ​ບໍ່​ຮູ້, ​ເພິ່ນ​ພຽງ​ເຮັດ​ຕາມ​ພຣະ​ບັນຊາ​ຂອງ​ພຣະຜູ້​ເປັນ​ເຈົ້າ. ທູດ​ໄດ້​ອະທິບາຍ​ວ່າ ການ​ຖວາຍ​ເຄື່ອງ​ບູຊາ ​ເປັນ​ລັກສະນະ​ດຽວ​ກັນ​ກັບ​ການ​ເສຍ​ສະລະ​ຂອງ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດຂອງ​ພຣະບິດາ. ​ແຕ່​ຄຳ​ຕອບ​ນັ້ນ ​ໄດ້​ມີ​ມາ ຫລັງ​ຈາກ​ອາ​ດາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຊື່ອ​ຟັງ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ເປັນ​ເວລາ​ນານ ​ໂດຍ​ທີ່​ບໍ່​ຮູ້​ວ່າ ເປັນ​ຫຍັງ ​ເພິ່ນ​ຈຶ່ງ​ຄວນ​ຖະຫວາຍ​ເຄື່ອງ​ບູຊາ.9

ພຣະ​ເຈົ້າຈະ​ປະທານ​ພອນ​ໃຫ້​ເຮົາ​ສະ​ເໝີ ສຳລັບ​ການ​ເຊື່ອ​ຟັງ​ທີ່​ໝັ້ນຄົງ​ຂອງ​ເຮົາ ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ ​ແລະ ຈົງ​ຮັກ​ພັກດີ​ຕໍ່​ສາດສະໜາ​ຈັກ​ຂອງ​ພຣະອົງ, ​ແຕ່​ສ່ວນ​ຫລາຍ​ແລ້ວ ພຣະອົງ​ຈະ​ບໍ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ເວລາ​ຂອງ​ພຣະອົງ ​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ. ພຣະອົງ​ບໍ່​ສະ​ແດງ​ໃຫ້​ເຮົາ​ເຫັນ ຮູບ​ພາບ​ທັງ​ໝົດ ​ເລີ່ມຈາກ​ຕອນ​ຕົ້ນ. ສະນັ້ນ​ເຮົາ​ຈຶ່ງ​ຕ້ອງ​ມີ​ສັດທາ, ມີ​ຄວາມ​ຫວັງ, ​ແລະ ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ.

ພຣະ​ເຈົ້າຂໍ​ໃຫ້​ເຮົາ​ອົດທົນ​ຢູ່​ກັບ​ພຣະອົງ—​ໄວ້​ວາງ​ໃຈ​ໃນ​ພຣະອົງ ​ແລະ ຕິດຕາມ​ພຣະອົງ. ພຣະອົງ​ຂໍ​ຮ້ອງ​ເຮົາວ່າ​ “ຢ່າໂຕ້​ຖຽງກັນ​ເລີຍ ​ເພາະ​ເຈົ້າບໍ່​ເຫັນ.” ພຣະອົງ​ເຕືອນ​ເຮົາ​ວ່າ ​ເຮົາ​ບໍ່​ຄວນ​ຄາດ​ຫວັງ​ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ​ແບບ​ງ່າຍໆ ຫລື ​ແກ້​ໄຂ​ໄດ້​ໄວ ຈາກ​ສະຫວັນ. ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ ​ເມື່ອ​ເຮົາ​ຢືນ​ຢູ່​ຢ່າງ​ໝັ້ນຄົງ ​ໃນ “ການ​ທົດ​ລອງ​ສັດທາ [ຂອງ​ເຮົາ],” ​ບໍ່​ວ່າການ​ທົດ​ລອງ​ນັ້ນ ອາດ​ຕ້ອງ​ໄດ້​ອົດທົນ​ກັບ​ມັນ​ດົນ​ປານ​ໃດ ຫລື ຄຳ​ຕອບ​ມີ​ມາ ຊ້າ​ຫລາຍ​ປານ​ໃດ​ກໍ​ຕາມ.10 ຂ້າພະ​ເຈົ້າບໍ່​ໄດ້​ກ່າວ​ເຖິງ​ “ການ​ເຊື່ອ​ຟັງ​ແບບ​ຕາບອດ”11 ​ແຕ່​ກ່າວ​ເຖິງ​ການ​ເຊື່ອ​ຟັງ​ແບບຮູ້ຈັກ ​ໃນ​ຄວາມ​ຮັກ​ອັນ​ບໍລິບູນ ​ແລະ ​ໃນ​ເວລາອັນ​ບໍລິບູນ ຂອງ​ພຣະຜູ້​ເປັນ​ເຈົ້າ.

ການ​ທົດ​ລອງ​ສັດທາ​ຂອງ​ເຮົາຈະ​ຕ້ອງ​ຮ່ວມ​ດ້ວຍ​ ການ​ເຝິກຝົນ​ສັດທາ ທີ່​ລຽບ​ງ່າຍ​ໃນ​ແຕ່​ລະ​ວັນ ​ດ້ວຍ​ຄວາມ​ຈິງ​ໃຈ ສະ​ເໝີ. ​ເມື່ອນັ້ນ, ​ແລະ ພຽງ​ແຕ່​ເມື່ອນັ້ນ, ພຣະອົງ​ຈຶ່ງ​ສັນຍາ​ວ່າ ​ເຮົາ​ຈະ​​ໄດ້​ຮັບ​ຄຳ​ຕອບ​ຈາກ​ສະຫວັນ ທີ່​ເຮົາ​ລໍຄອຍ. ພຽງ​ແຕ່​ເມື່ອ​ເຮົາ​ໄດ້​ພິສູດ​ວ່າ ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ຂໍຮ້ອງ ​ໂດຍ​ບໍ່​ຂ້ຽວ​ຂອດ​ເພື່ອ​ຢາກ​ຮູ້​ເມື່ອ​ໃດ, ​ດ້ວຍວິທີ​ໃດ, ​ແລະ ​ເຮົາ​ຈະສາມາດ “ເກັບ​ກ່ຽວ​ລາງວັນ​ແຫ່ງ​ສັດທາ [ຂອງ​ເຮົາ], ​ແລະ ຄວາມ​ພາກ​ພຽນ, ​ແລະ ຄວາມ​ອົດທົນ, ​ແລະ ຄວາມ​ອົດ​ກັ້ນ [ຂອງ​ເຮົາ] ດ້ວຍ​ວິທີ​ໃດ.”12 ການ​ເຊື່ອ​ຟັງ​ທີ່​ແທ້​ຈິງ ຄື​ການ​ຮັບ​ເອົາພຣະບັນຍັດ​ຂອງ​ພຣະ​ເຈົ້າ ຢ່າງ​ບໍ່​ມີ​ເງື່ອນ​ໄຂ ​ແລະ ​ຮັບ​ເອົາລ່ວງ​ໜ້າ.13

ທຸກ​ວັນ, ໂດຍ​ທີ່​ຮູ້​ຕົວ ຫລື ບໍ່​ຮູ້​ຕົວ, ​ເຮົາ​ທຸກ​ຄົນ ຈະ​ເລືອກ “ຜູ້​ທີ່ [ເຮົາ] ຈະ​ຮັບ​ໃຊ້.”14 ​ເຮົາ​ຈະ​ສະ​ແດງ​ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ ທີ່​ຈະ​ຮັບ​ໃຊ້​ພຣະຜູ້​ເປັນ​ເຈົ້າ ​ໂດຍ​ການ​ອຸທິດຕົນ ​ແລະ ມີ​ສ່ວນ​ຮ່ວມ​ຢ່າງ​ຊື່ສັດ ໃນ​ທຸກ​ວັນ. ພຣະຜູ້​ເປັນ​ເຈົ້າ​ສັນຍາ​ວ່າ ຈະ​ເດີນ​ອອກ​ໜ້າ​ເຮົາ,15 ​ແຕ່​ກ່ອນພຣະອົງ​ຈະ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຕ້ອງ​ເດີນ​ໄປ, ​ໄວ້​ວາງ​ໃຈ​ວ່າ ພຣະອົງ​ຮູ້​ທາງ ​ເພາະ​ພຣະ​ອົງ ເປັນ “ທາງນັ້ນ.”16 ​ເຮົາ​ຕ້ອງ​ຕັກ​ນ້ຳ​ໃສ່​ອ່າງ​ຂອງ​ເຮົາໃຫ້​ເຕັມ. ເມື່ອ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະອົງ, ​ຊີວິດ​ຂອງ​ເຮົາ, ເຊັ່ນ​ດຽວ​ກັບ​ເຫລົ້າອະ​ງຸ່ນ, ໄດ້​ຖືກ​ປ່ຽນ​ແປງ. ​ເຮົາ​ກາຍ​ເປັນ​ບາງ​ສິ່ງ ທີ່​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ ​ແລະ ດີກວ່າທີ່​ເຮົາ​ເຄີຍ​ເປັນ​ມາ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະຜູ້​ເປັນ​ເຈົ້າ, ​ແລະ “ພຣະອົງ​ບອກ​ທ່ານ​ເຮັດ​ອັນ​ໃດ, ຈົ່ງ​ເຮັດ​ຕາມ​ເດີ້.” ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.