ສິ່ງ​ຊ່ວຍ​ສຶກ​ສາ
ພະແຣັດ, ອໍສັນ


ພະແຣັດ, ອໍສັນ

ຜູ້ໜຶ່ງ​ໃນ​ອັກຄະ​ສາວົກ​ສິບ​ສອງ​ຄົນ​ຂອງ​ກຸ່ມ​ທຳ​ອິດ ທີ່​ຖືກ​ເອີ້ນ​ຫລັງ​ຈາກ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ໃນ​ສະ​ໄໝ​ປະ​ຈຸ​ບັນ (ຄພ 124:128–129). ລາວ​ໄດ້​ເປັນ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ພຽງ​ແຕ່​ຫົກ​ອາ​ທິດ ເທົ່າ​ນັ້ນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ການ​ເປີດ​ເຜີຍ​ໃຫ້​ລາວ ຜ່ານ​ທາງ​ໂຈເຊັບ ສະມິດ (ຄພ 34). ອໍສັນ ພະແຣັດ​ກໍ​ໄດ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ ສຳ​ລັບ​ສາດ​ສະ​ໜາ​ຈັກ​ນຳອີກ (ຄພ 52:26; 75:14) ແລະ ໄດ້​ຮັບ​ໃຊ້​ເປັນ​ນັກ​ປະຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ເປັນ​ເວລາ​ຫລາຍ​ປີ.