ສິ່ງ​ຊ່ວຍ​ສຶກ​ສາ
ເອີ້ນ, ການ​ເອີ້ນ ແລະ ການ​ເລືອກ


ເອີ້ນ, ການ​ເອີ້ນ ແລະ ການ​ເລືອກ

ຜູ້​ຕິດ​ຕາມ​ທີ່​ຊອບ​ທຳ​ຂອງ​ພຣະ​ຄຣິດ​ສາ​ມາດ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ຖືກ​ເລືອກ ຊຶ່ງ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ​ຈະ​ໄດ້​ຮັບ​ຄວາມ​ສູງ​ສົ່ງ. ການ​ເອີ້ນ ແລະ ການ​ເລືອກ​ນີ້​ເລີ່ມ​ຕົ້ນ​ດ້ວຍ​ການ​ກັບ​ໃຈ ແລະ ການ​ບັບຕິ​ສະມາ. ມັນ​ສົມ​ບູນ ເມື່ອ​ເຂົາ “ດຳ​ເນີນ​ໄປ​ໜ້າ, ຊື່ນ​ຊົມ​ກັບ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ” (2 ນຟ 31:19–20). ພຣະ​ຄຳ​ພີ​ເອີ້ນ​ຂັ້ນ​ຕອນ​ນີ້​ວ່າ​ເປັນ​ການ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ການ​ເອີ້ນ ແລະ ການ​ເລືອກ​ຂອງ​ເຮົາ (2 ປຕ 1:4–11; ຄພ 131:5–6).