ສິ່ງ​ຊ່ວຍ​ສຶກ​ສາ
ຄຶງ, ການ​ຄຶງ


ຄຶງ, ການ​ຄຶງ

ເປັນ​ແບບ​ແຜນ​ຂອງ​ການ​ຄຶງ​ຂອງ​ຊາວ​ໂຣມ, ປະ​ຕິ​ບັດ​ກັນ​ລະຫວ່າງ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່, ຊຶ່ງ​ດ້ວຍ​ວິ​ທີ​ດັ່ງ​ກ່າວ ບຸກ​ຄົນ​ຈະ​ຖືກ​ປະຫານ​ໂດຍ​ການ​ຖືກ​ມັດ ຫລື ຕອກ​ດ້ວຍ​ຕະ​ປູ​ໃສ່​ໃນ​ມື ແລະ ຕີນ​ໄວ້​ເທິງ​ໄມ້​ກາງ​ແຂນ. ຕາມ​ປົກ​ກະ​ຕິ​ແລ້ວ​ສິ່ງ​ນີ້​ຈະ​ກະ​ທຳ​ຕໍ່​ຂ້າ​ທາດ ແລະ ໂທດ​ອາຊະ​ຍາກຳ​ທີ່​ຕ່ຳທີ່​ສຸດ. ກ່ອນ​ຈະ​ຖືກ​ຄຶງ ບຸກຄົນ​ໄດ້​ຖືກຂ້ຽນ​ຕີ ຫລື ຖືກ​ລົງ​ໂທດ​ຢ່າງ​ໜັກ (ມຣກ 15:15). ຕາມ​ປົກ​ກະ​ຕິ​ແລ້ວ ຜູ້​ທີ່​ຈະ​ຖືກ​ຄຶງ​ຕ້ອງ​ໄດ້​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ​ໄປ​ຫາ​ບ່ອນ​ຄຶງ (ຢຮ 19:16–17). ເຄື່ອງ​ນຸ່ງ​ຂອງ​ເຂົາ​ຈະ​ຖືກ​ພວກ​ທະ​ຫານ​ທີ່​ສັ່ງ​ປະ​ຫານ​ຍຶດ​ເອົາ​ໄປ (ມທ 27:35). ໄມ້​ກາງ​ແຂນ​ຈະ​ຖືກ​ຕອກ​ລົງ​ພື້ນ​ດິນ ເພື່ອ​ວ່າ​ຕີນ​ຂອງ​ຜູ້​ຖືກ​ຄຶງ​ຈະ​ຢູ່​ສູງ​ກວ່າ​ໜ້າ​ດິນ​ພຽງ​ແຕ່​ໜຶ່ງ​ສອກ ຫລື ສອງ​ສອກ​ເທົ່າ​ນັ້ນ. ພວກ​ທະ​ຫານ​ຈະ​ເຝົ້າ​ຍາມ​ໄມ້​ກາງ​ແຂນ​ຈົນ​ກວ່າ ຜູ້​ຖືກ​ຄຶງ​ໄດ້​ຕາຍ​ໄປ, ຊຶ່ງ​ບາງ​ເທື່ອ​ອາດ​ເຖິງ​ສາມ​ມື້ (ຢຮ 19:31–37).

ພຣະ​ເຢຊູ​ຄຣິດ​ໄດ້​ຖືກ​ຄຶງ ເພາະ​ວ່າ​ພຣະ​ອົງ​ຖືກ​ຜູ້​ຄົນ​ທີ່​ບໍ່​ເຊື່ອ​ກ່າວ​ຫາ​ວ່າ​ພຣະ​ອົງ​ກະ​ບົດ​ຕໍ່​ຕ້ານ​ກາຍ​ຊາ ແລະ ໝິ່ນ​ປະ​ໝາດ ເພາະ​ວ່າ​ພຣະ​ອົງ​ໄດ້​ກ່າວ​ວ່າ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ເສື້ອ​ຄຸມ​ສີ​ມ້ວງ (ຢຮ 19:2), ມົງ​ກຸດ​ໜາມ, ແລະ ສິ່ງ​ໃຊ້​ເຍາະ​ເຍີ້ຍ​ອື່ນໆ ໄດ້​ຖືກ​ມອບ​ໃຫ້​ແກ່​ພຣະ​ເຢຊູ (ມທ 26:67; ມຣກ 14:65).