​2010–2019
ແລະ ນີ້​ແມ່ນ​ຊີວິດ​ນິລັນດອນ
ເດືອນ​ເມສາ 2017


ແລະ ນີ້​ແມ່ນ​ຊີ​ວິດ​ນິ​ລັນ​ດອນ

ພຣະ​ເຈົ້າຮູ້ຈັກ​ທ່ານ ​ແລະ ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮູ້ຈັກ​ພຣະອົງ.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ພວກ​ທ່ານ ຄົນ​ລຸ້ນ​ໃໝ່—ຊາວ​ໜຸ່ມ ແລະ ໜຸ່ມ​ສາວ, ຜູ້​ເປັນ​ໂສດ ຫລື ແຕ່ງ​ງານ​ແລ້ວ—ພວກ​ທ່ານ​ເປັນ​ຜູ້​ນຳ​ໃນ​ອະ​ນາ​ຄົດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ. ໂດຍ​ທີ່​ມີ​ຄວາມ​ຊົ່ວ​ຮ້າຍ, ຄວາມ​ວຸ້ນ​ວາຍ, ຄວາມ​ຢ້ານ​ກົວ, ແລະ ຄວາມ​ສັບ​ສົນ​ຢູ່​ເທິງ​ໂລກ​ໃນ​ທຸກ​ວັນ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຕໍ່​ພວກ​ທ່ານ​ດ້ວຍ​ຄວາມ​ແຈ້ງ​ຊັດ​ກ່ຽວ​ກັບ​ເດ​ຊາ​ນຸ​ພາບ ແລະ ພອນ​ຕ່າງ​ໆທີ່​ມາ​ຈາກ​ການ​ມາ​ຮູ້​ຈັກ​ພຣະ​ເຈົ້າ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ສອນ​ຄວາມ​ຈິງ​ຫລາຍ​ຢ່າງ​ທີ່​ອະທິບາຍ​ກ່ຽວ​ກັບແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະຫວັນ ​ແລະ ບົດບາດ​ຂອງ​ທ່ານ​ໃນ​ນັ້ນ. ຂ້າ​ພະ​ເຈົ້າ​ຈະ​ເຈາະ​ຈົງ​ໃສ່​ສອງ​ຂໍ້​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ ເອກະ​ລັກ ຂອງ​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ລູກ​ຂອງ​ພຣະ​ເຈົ້າ ແລະ ຮູ້​ຈັກ ຈຸດປະສົງ ຂອງ​ທ່ານ​ໃນ​ຊີ​ວິດ​ນີ້.

ໜຶ່ງ: “ເພາະ​ວ່າ​ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ຕະ​ຫລອດ​ໄປ​ເປັນ​ນິດ.”1

ສອງ: “ນີ້​ແມ່ນ​ຊີ​ວິດ​ນິ​ລັນ​ດອນ ຄື​ໃຫ້​ພວກ​ເຂົາ​ຮູ້​ຈັກ​ພຣະ​ອົງ ຜູ້​ເປັນ​ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ​ ທີ່​ພຣະ​ອົງ​ໃຊ້​ມາ.”2

ຂໍ​ໃຫ້​ເກັບ​ເອົາ​ຄວາມ​ຈິງ​ເຫລົ່າ​ນີ້​ໄວ້​ໃນ​ໃຈ—ມັນ​ຈະ​ສອນ​ເຖິງເຫດ​ຜົນ ​ຂະນະ—ທີ່​ຂ້າ​ພະ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ບັນ​ຍາຍ ວິທີ​ທີ່ ທ່ານ ແລະ ເຮົາ​ທຸກໆ​ຄົນ​ຈະ​ສາ​ມາດ​ມາ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້​ແນວ​ໃດ.

ຮູ້​ຈັກ​ພຣະ​ອົງ​ຜ່ານ​ທາງ​ການ​ອະ​ທິ​ຖານ

ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ທັງ​ຫລາຍ, ເຮົາ​ເລີ່ມ​ຮູ້​ຈັກ​ພຣະ​ເຈົ້າ​ໄດ້ ​ຜ່ານ​ທາງ​ການ​ອະ​ທິ​ຖານ.

ເມື່ອ​ວັນ​ທີ 7 ເດືອນ​ເມສາ, 1829, ອໍ​ລີ​ເວີ ຄາວ​ເດີ​ຣີ ຜູ້​ມີ​ອາ​ຍຸ 22 ປີ ໄດ້​ເລີ່ມ​ຕົ້ນວຽກ​ງານ​ຂອງ​ເພິ່ນ ​ໃນ​ຖາ​ນະ​ທີ່​ເປັນ​ຜູ້​ຂຽນ​ໃຫ້​ແກ່ ໂຈ​ເຊັບ ສະ​ມິດ ຜູ້​ມີ​ອາ​ຍຸ 23 ປີ. ພວກ​ເພິ່ນ​ຍັງ​ໜຸ່ມ, ເໝືອນ​ກັນ​ກັບ​ພວກ​ທ່ານ. ອໍ​ລີ​ເວີ ໄດ້​ທູນ​ຂໍ​ການ​ຢືນ​ຢັນ​ຈາກ​ພຣະ​ເຈົ້າ ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ວຽກ​ງານ​ຂອງ​ເພິ່ນ​ໃນ​ນັ້ນ ວ່າ:

ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ທູນ​ຖາມ​ຄຳ​ຖາມ​ດຽວ​ກັນ​ນີ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ແລ້ວ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ເພິ່ນ​ໄປ​ແລ້ວ. …

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກອໍ​ລີ​ເວີ ວ່າບໍ່​ມີ​ຄົນ​ໃດ​ເລີຍ​ນອກ​ຈາກ​ພຣະ​ເຈົ້າ ທີ່​ຮູ້​ຈັກ​ຄວາມ​ນຶກ​ຄິດ​ ແລະ ຄວາມ​ເຈດ​ຕະ​ນາ​ຂອງ​ໃຈ​ເພິ່ນ. …

… ຖ້າ ອໍ​ລີ​ເວີ ປາດ​ຖະ​ໜາ​ການ​ເປັນ​ພະ​ຍານ​ຕື່ມ​ອີກ, ເພິ່ນ​ຕ້ອງ​ນຶກ​ເຖິງ​ຄືນ​ທີ່​ເພິ່ນ​ໄດ້​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ໃຈ​ຂອງ​ເພິ່ນ. …

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກອໍ​ລີ​ເວີ ວ່າ​ພຣະ​ອົງ​ໄດ້​ກ່າວ​ໃຫ້​ຄວາມ​ສະ​ຫງົບ​ແກ່​ຈິດ​ໃຈ​ຂອງ​ເພິ່ນ​ແລ້ວ … . ເພິ່ນ​ຈະ​ບໍ່​ມີ​ພະ​ຍານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ພະ​ຍານ​ຈາກ​ພຣະ​ເຈົ້າ.3

ເມື່ອ​ ທ່ານ ​ອະທິຖານ​ດ້ວຍ​ສັດທາ, ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ເມື່ອ​ພຣະ​ວິນ​ຍານ​ກ່າວ​ຕໍ່​ຈິດ​ວິນ​ຍານ​ ຂອງ​ທ່ານ. ບໍ່​ວ່າ​ທ່ານ​ຈະ​ຮູ້​ສຶກ​ໂດດ​ດ່ຽວ ຫລື ບໍ່​ແນ່​ນອນ​ໃຈ​ຫລາຍ​ເທົ່າ​ໃດ ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ກໍ​ຕາມ, ແຕ່​ທ່ານ​ບໍ່​ໄດ້​ຢູ່​ຕາມ​ລຳ​ພັງ​ໃນ​ໂລກ​ນີ້. ພຣະ​ເຈົ້າ​ຮູ້​ຈັກ ທ່ານ ເປັນສ່ວນ​ຕົວ. ເມື່ອ​ທ່ານ​ອະ​ທິ​ຖານ, ທ່ານ​ຈະ​ມາ​ຮູ້​ຈັກ ພຣະອົງ.

ຮູ້​ຈັກ​ພຣະ​ອົງ​ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ

ເມື່ອ​ທ່ານ​ສຶກສາພຣະຄຳ​ພີ, ທ່ານ​ບໍ່​ພຽງ​ແຕ່​ຈະ​ຮຽນ​ຮູ້​ ກ່ຽວ​ກັບ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ, ແຕ່​ທ່ານ​ສາມາດ ຮູ້ຈັກ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ.

ໃນ​ເດືອນ​ເມ​ສາ 1985, ແອວ​ເດີ ບຣູສ໌ ອາ ມັກ​ຄອງ​ກີ ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ—ພຽງ​ແຕ່ 13 ມື້ ກ່ອນ​ເພິ່ນ​ໄດ້​ເສຍ​ຊີວິດ​ໄປ. ເພິ່ນ​ໄດ້​ຈົບ​ການ​ປາ​ໄສດ້ວຍ​ປະ​ຈັກ​ພະຍານ​ນີ້​ວ່າ:

“ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ, ແລະ ໃນ​ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ ຂ້າ​ພະ​ເຈົ້າ​ຈະ​ໄດ້​ລູບ​ຄຳ​ຮອຍ​ຕະ​ປູ​ໃນ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ ແລະ ຈະ​ອາບ​ພຣະ​ບາດ​ຂອງ​ພຣະ​ອົງ​ດ້ວຍ​ນ້ຳ​ຕາ​ຂອງ​ຂ້າ​ພະ​ເຈົ້າ.

“ແຕ່​ຂ້າ​ພະ​ເຈົ້າ​ຈະ​ບໍ່ ຮູ້ ໃນ​ເວ​ລາ​ນັ້ນ​ ດີ​ໄປ​ກວ່າ​ທີ່​ຂ້າ​ພະ​ເຈົ້າ ຮູ້ ​ໃນ​ເວ​ລາ​ນີ້​ ວ່າພຣະ​ອົງ​ເປັນ​ພຣະ​ບຸດ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແລະ ວ່າ​ຄວາມ​ລອດ​ມີ​ມາ​ໃນ ແລະ ຜ່ານ​ໂລ​ຫິດ​ທີ່​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ບໍ່​ແມ່ນ​ຜ່ານ​ທາງ​ອື່ນ​ໃດ​ເລີຍ.”4

ພວກ​ເຮົາ​ຜູ້​ທີ່​ໄດ້​ຍິນແອວ​ເດີ ມັກ​ຄອງ​ກີ ກ່າວ​ໃນ​ວັນ​ນັ້ນ ​ບໍ່​ເຄີຍ​ລືມ​ເລີຍ​ວ່າ ​ເຮົາ​ໄດ້​ຮູ້​ສຶກ​ແນວ​ໃດ. ເມື່ອ​ເພິ່ນ​ໄດ້​ເລີ່ມ​ກ່າວ​ຄຳ​ປາ​ໄສ​ຂອງ​ເພິ່ນ, ເພິ່ນ​ໄດ້​ເປີດ​ເຜີຍ​ວ່າ ​ເພາະ​ ເຫດ​ໃດ ການ​ເປັນ​ພະ​ຍານ​ຂອງ​ເພິ່ນ​ຈຶ່ງ​ມີ​ພະ​ລັງ​ຫລາຍ​ແທ້ໆ. ເພິ່ນ​ໄດ້​ກ່າວ​ວ່າ:

“ໃນ​ການ​ກ່າວ​ເຖິງ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ເຫລົ່າ​ນີ້ ຂ້າ​ພະ​ເຈົ້າ​ຈະ​ນຳ​ໃຊ້​ຖ້ອຍ​ຄຳ​ຂອງ​ຕົນ​ເອງ, ເຖິງ​ແມ່ນ​ວ່າ​ທ່ານ​ອາດ​ຈະ​ຄິດ​ວ່າ ​ມັນ​ເປັນ​ຂໍ້ຄວາມ​ທີ່​ມາ​ຈາກ​ຂໍ້​ພຣະ​ຄຳ​ພີ​ກໍ​ຕາມ. …

“ມັນ​ກໍ​ຈິງ​ ທີ່​ທຳ​ອິດ​ ມັນ​ກໍ​ຖືກ​ປະ​ກາດ​ໂດຍ​ຄົນ​ອື່ນໆ, ແຕ່ບັດ​ນີ້​ ມັນ​ເປັນ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ເຈົ້າ​ ໄດ້​ເປັນ​ພະ​ຍານ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ​ມັນ​ຈິງ, ແລະ ບັດ​ນີ້​ມັນ​ກໍ​ເໝືອນ​ສາ​ວ່າ​ ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ເປີດ​ເຜີຍ​ມັນ​ຕໍ່ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຕົ້ນ​ແລ້ວ. ໂດຍ​ທາງ​ນັ້ນ ຂ້າ​ພະ​ເຈົ້າ ໄດ້​ຍິນ ສຸ​ລະ​ສຽງ​ຂອງ​ພຣະ​ອົງ ແລະ ຮູ້ຈັກ ພຣະ​ຄຳ​ຂອງ​ພຣະ​ອົງ.”5

ເມື່ອ​ທ່ານ​ສຶກ​ສາ ແລະ ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ, ທ່ານ​ກໍ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ, ຮູ້​ຈັກ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ມາຮູ້​ຈັກ​ພຣະ​ອົງ​ເໝືອນ​ກັນ. ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ພຣະ​ອົງ​ຕໍ່​ທ່ານ​ເປັນ​ສ່ວນ​ຕົວ. ຄຳ​ສອນ ແລະ ຫລັກ​ທຳ​ເຫລົ່າ​ນີ້ ​ຈະ​ກາຍ​ເປັນ​ພາກ​ສ່ວນ​ຂອງ​ຕົວ​ຕົນ​ຂອງ​ທ່ານ ແລະ ມັນ​ຈະ​ມາ​ຈາກ​ພາຍ​ໃນ​ຈິດ​ວິນ​ຍານ​ຂອງ​ທ່ານ​ແທ້ໆ.

ນອກ​ເໜືອ​ໄປ​ຈາກ​ການ​ສຶກ​ສາ​ສ່ວນ​ຕົວ​ແລ້ວ, ການສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ກໍ​ສຳຄັນ​ຫລາຍ.

ໃນ​ບ້ານ​ຂອງ​ພວກ​ຂ້າ​ພະ​ເຈົ້າ, ພວກ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລູກ​ຮຽນ​ຮູ້​ທີ່​ຈະ​ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ສິ່ງ​ນັ້ນ​ໄດ້​ເກີດ​ຂຶ້ນ​ ຂະ​ນະ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ຄອບ​ຄົວ​ແຕ່​ລະ​ວັນ. ປະ​ຈັກ​ພະ​ຍານ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເສີມ​ສ້າງ ຂະ​ນະ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ສັກ​ສິດ.

ການ​ສຶກ​ສາ​ພຣະ​ຄຳ​ພີ​ກາຍ​ເປັນ​ຊ່ອງ​ທາງ​ສຳ​ລັບ​ພຣະ​ວິນ​ຍານ ທີ່​ຈະ​ໃຫ້​ການ​ສິດ​ສອນ​ແກ່​ເຮົາ​ແຕ່​ລະ​ຄົນ​ໂດຍ​ສະ​ເພາະ. ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ແຕ່​ລະ​ວັນ, ຕາມ​ລຳ​ພັງ ແລະ ກັບ​ຄອບ​ຄົວ​ຂອງ​ທ່ານ, ທ່ານ ຈະຮຽນ​ຮູ້​ທີ່​ຈະ​ຮູ້​ຈັກ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ ແລະ ຈະ​ມາ​ຮູ້​ຈັກ​ພຣະ​ເຈົ້າ.

ຮູ້​ຈັກ​ພຣະ​ອົງ​ໂດຍ​ການ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ

ນອກ​ເໜືອ​ໄປ​ຈາກ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ແລ້ວ, ເຮົາ​ຕ້ອງ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້ານຳ​ອີກ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ເຮົາ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະ​ຫວັນ ບໍ່​ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນ​ເອງ, ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”6

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ ມາ​ປະກົດ​ຕໍ່​ຊາວ​ນີ​ໄຟ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ແລະ ຈົ່ງ​ເບິ່ງ, ເຮົາ​ເປັນ​ຄວາມສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ; ແລະ ເຮົາ​ໄດ້​ດື່ມ​ຈາກ​ຈອກ​ອັນ​ຂົມ​ຂື່ນ ຊຶ່ງ​ພຣະ​ບິ​ດາ​ໄດ້​ປະ​ທານ​ໃຫ້​ເຮົາ​ແລ້ວ, ແລະ ຖວາຍ​ບາ​ລະ​ມີ​ພຣະ​ບິ​ດາ​ໂດຍ​ຮັບ​ເອົາ​ບາບ​ຂອງ​ໂລກ​ມາ​ໄວ້​ກັບ​ເຮົາ, ຊຶ່ງ​ໃນ​ເລື່ອງ​ນີ້ ເຮົາ​ໄດ້​ຍອມ​ປະ​ຕິ​ບັດ​ຕາມ​ ພຣະ​ປະ​ສົງ​ ຂອງ​ພຣະ​ບິ​ດາ​ ໃນ​ທຸກ​ສິ່ງ​ທຸກ​ຢ່າງ ຕັ້ງ​ແຕ່​ຕົ້ນ​ມາ.”7

ທ່ານ ແລະ ຂ້າ​ພະ​ເຈົ້າ​ ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ໂດຍ​ການ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ, ແລະ ໂດຍ​ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ເພື່ອນ​ມະ​ນຸດ​ຂອງ​ເຮົາ.

ຣອນ​ດາ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ມີ​ພໍ່​ແມ່​ທີ່​ເປັນ​ຄົນ​ທຳ​ມະ​ດາສາມັນ—ອາດ​ເໝືອນ​ພໍ່​ແມ່​ຂອງ​ທ່ານ​ນັ້ນ​ແຫລະ. ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຫລາຍ​ກ່ຽວ​ກັບ​ພໍ່​ແມ່​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ​ຄື​ວ່າ ພວກ​ເພິ່ນ​ໄດ້​ອຸ​ທິດ​ຊີ​ວິດ​ຂອງ​ພວກ​ເພິ່ນ​ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ, ແລະ ພວກ​ເພິ່ນ​ໄດ້​ສອນ​ພວກ​ຂ້າ​ພະ​ເຈົ້າ​ໃຫ້​ກະ​ທຳ​ເໝືອນ​ກັນ.

ຕອນ​ພໍ່​ແມ່​ຂອງ ຣອນ​ດາ ຫາ​ກໍ​ໄດ້​ແຕ່ງ​ງານ​ກັນ​ເປັນ​ເວ​ລາ​ສອງ​ປີ, ພໍ່​ຂອງ​ນາງ​ທີ່​ມີ​ອາ​ຍຸ 23 ປີ​ ກໍ​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ. ເພິ່ນ​ໄດ້​ໄປ​ຈາກ​ພັນ​ລະ​ຍາ​ສາວ ແລະ ລູກ​ສາວ​ນ້ອຍ​ອາ​ຍຸ 2 ປີ​ຂອງ​ເພິ່ນ. ແລ້ວ​ພັນ​ລະ​ຍາ​ກໍ​ຖືກ​ເອີ້ນ​ໃຫ້​ໄປ​ຮັບ​ໃຊ້​ນຳ​ເພິ່ນ​ໃນ​ລະ​ຫວ່າງ​ເຈັດ​ເດືອນ​ສຸດ​ທ້າຍ​ຂອງ​ການ​ເຜີຍ​ແຜ່​ຂອງ​ເພິ່ນ—ແລະ ໄດ້​ປະ​ລູກ​ສາວ​ນ້ອຍ​ຄົນ​ນັ້ນ​ໄວ້​ໃນ​ການ​ດູ​ແລ​ຂອງ​ຍາດ​ພີ່​ນ້ອງ.

ຫລາຍ​ປີຈາກ​ນັ້ນ, ຕອນມີ​ລູກ ສີ່​ຄົນ, ພວກ​ເພິ່ນ​ໄດ້​ຍົກ​ຍ້າຍ​ໄປ​ຢູ່ເມືອງ ມິ​ຊູ​ລາ, ລັດ​ມອນ​ທາ​ນາ, ເພື່ອ​ວ່າ​ພໍ່​ຂອງ​ນາງ​ຈະ​ໄດ້​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເພິ່ນ​ຫາ​ກໍ​ໄດ້​ຢູ່​ທີ່​ນັ້ນ​ພຽງ​ສາມ​ສີ່​ເດືອນ ເມື່ອ​ປະ​ທານ ສະ​ເປັນ​ເຊີ ດັບເບິນຢູ ຄິມ​ໂບ ແລະ ແອວ​ເດີ ມາກ ອີ ພີ​ເຕີ​ເຊັນ ໄດ້​ສະ​ເໜີ​ການ​ເອີ້ນ​ໃຫ້​ພໍ່​ຂອງ​ນາງ ເປັນ​ປະ​ທານ​ສະ​ເຕກ ​ທີ່​ຫາ​ກໍ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃໝ່​ ຂອງ​ເມືອງ​ມິຊູ​ລາ. ເພິ່ນ​ໄດ້​ມີ​ອາ​ຍຸ​ພຽງ​ແຕ່ 34 ປີ. ຄວາມ​ຄິດ​ກ່ຽວ​ກັບ​ການ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ​ ກໍ​ຖືກ​ປະ​ໄວ້​ກ່ອນ ຂະ​ນະ​ທີ່​ເພິ່ນ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ ຂອງພຣະ​ຜູ້​ເປັນ​ເຈົ້າ —ແລະ​ ບໍ່​ແມ່ນ​ຕາມ​ຄວາມ​ປະ​ສົງ​ຂອງ​ເພິ່ນ​ເອງ.

ພໍ່​ແມ່​ ຂອງ​ຂ້າ​ພະ​ເຈົ້າ ​ໄດ້​ຮັບ​ໃຊ້​ຢູ່​ໃນ​ພຣະວິຫານ ດົນ​ນານ​ກວ່າ 30 ປີ—ພໍ່​ເປັນ​ຜູ້​ຜະ​ນຶກ, ​ແມ່​ເປັນ​ພະນັກງານ​ພິທີການ. ພວກ​ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຫ້າ​ເທື່ອ—ທີ່ ຣີ​ເວີ​ຊາຍ ລັດ​ຄາ​ລີ​ຟໍເນຍ; ອູ​ລານ​ບາ​ທາ ປະ​ເທດ​ມົງ​ໂກ​ລີ; ໄນ​ໂຣ​ບີ ປະ​ເທດ​ເຄັນ​ຍາ; ພຣະ​ວິ​ຫານ​ນາ​ວູ ລັດ​ອິລີ​ນອຍ; ແລະ ພຣະ​ວິ​ຫານ ມອນ​ທະ​ເຣ ປະ​ເທດ​ແມັກ​ຊີ​ໂກ. ໃນ​ປະ​ເທດ​ແມັກ​ຊີ​ໂກ ພວກ​ເພິ່ນ​ໄດ້​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ຈະ​ຮຽນ​ພາ​ສາ​ໃໝ່, ຊຶ່ງ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ຄົນ​ທີ່​ມີ​ອາ​ຍຸ 80 ປີ. ແຕ່​ພວກ​ເພິ່ນ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແທນ​ທີ່​ຈະ​ໄຕ່​ຕາມ​ຫາ​ຄວາມ​ປາດ​ຖະ​ໜາ​ໃນ​ຊີ​ວິດ​ຂອງ​ພວກ​ເພິ່ນ​ເອງ.

ຕໍ່​ພວກ​ເພິ່ນ, ​ແລະ ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ອຸ​ທິດ​ຕົນ​ທຸກໆ​ຄົນຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຢ້ຳ​ພຣະ​ຄຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕໍ່​ສາດ​ສະ​ດາ​ນີ​ໄຟ, ລູກ​ຊາຍ​ຂອງ​ຮີ​ລາມັນ ​ວ່າ: “ເຈົ້າ​ເປັນ​ສຸກ​ແລ້ວ, ... ເພາະ​ສິ່ງ​ທີ່​ເຈົ້າ​ເຮັດ​ໄປ​ນັ້ນ ... ໂດຍ​ບໍ່​ຮູ້​ຈັກ​ເມື່ອຍ … , [ເພາະ​ເຈົ້າ] ບໍ່​ໄດ້​ສະ​ແຫວງ​ຫາ​ເພື່ອ​ຊີ​ວິດ​ຂອງ​ຕົນ​ເອງ, ແຕ່​ກະ​ທຳ​ຕາມ​ຄວາມ​ປະ​ສົງ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ.”8

ເມື່ອ​ ເຮົາ ສະ​ແຫວງ​ຫາ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ໂດຍ​ການ​ຮັບ​ໃຊ້​ພຣະ​ອົງ ແລະ ເພື່ອນ​ມະ​ນຸດ​ຂອງ​ເຮົາ​ຢ່າງ​ຊື່​ສັດ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ຊອບ​ຂອງ​ພຣະ​ອົງ ແລະ ມາ​ຮູ້​ຈັກ​ພຣະ​ອົງ​ແທ້ໆ.

ຮູ້​ຈັກ​ພຣະ​ອົງ​ໂດຍ​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບອກ​ເຮົາ​ວ່າ ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮູ້​ຈັກ​ພຣະ​ເຈົ້າ ຄື​ການ​ກາຍ​ເປັນ ເໝືອນ​ດັ່ງ ພຣະ​ອົງ. ພຣະ​ອົງ​ໄດ້​ສອນ​ວ່າ: “ສະ​ນັ້ນ ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ.”9

ການ​ມີ​ຄ່າ​ຄວນ​ແມ່ນ​ຈຳ​ເປັນ​ຕໍ່​ການ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ພຣະ​ອົງ​ໄດ້​ບັນ​ຊາ​ວ່າ ເຮົາ​ຄວນ​ຊຳ​ລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ; ເຮົາ​ຄວນ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​ບໍ​ລິ​ສຸດ, ແລະ ຊຳ​ລະ​ມື​ຂອງ​ເຮົາ ... ເພື່ອ​ວ່າ​ພຣະ​ອົງ​ຈະ​ເຮັດ​ໃຫ້​ເຮົາ​ສະ​ອາດ.10 ໃນ​ການ​ເລີ່ມ​ຕົ້ນ​ຂັ້ນ​ຕອນ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ເຮົາ​ກັບ​ໃຈ, ຮັບ​ເອົາ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ສະ​ອາດ.

ເພື່ອ​ຊ່ວຍ​ເຫລືອ​ເຮົາ ຂະ​ນະ​ທີ່​ເຮົາ​ກ້າວ​ໄປ​ໜ້າ​ຫາ​ພຣະ​ບິ​ດາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ຄຳ​ສັນ​ຍາ​ນີ້​ວ່າ ທຸກ​ຄົນ​ທີ່​ໄດ້​ປະ​ຖິ້ມ​ບາບ​ຂອງ​ຕົນ ແລະ ມາ​ຫາ​ພຣະ​ອົງ, ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ອົງ, ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ ແລະ ຮູ້ ວ່າ​ພຣະ​ອົງ​ເປັນ​ຢູ່.11

ຜ່ານ​ສັດ​ທາ​ຂອງ​ເຮົາ​ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເຮັດ​ໃຫ້​ເຮົາ​ສະ​ອາດ, ປິ່ນ​ປົວ​ເຮົາ, ແລະ ເຮັດ​ໃຫ້​ເຮົາ​ສາ​ມາດ ຮູ້ຈັກ ​ພຣະ​ອົງ ໂດຍ​ການຊ່ວຍ​ເຫລືອ​ເຮົາ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ ​ພຣະ​ອົງ. ມໍ​ມອນ​ໄດ້​ສອນ​ວ່າ, “ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ... ເພື່ອ​ທ່ານ​ຈະ​ໄດ້​ກາຍ​ເປັນ​ບຸດ [ແລະ ທິ​ດາ] ຂອງ​ພຣະ​ເຈົ້າ; ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ ເໝືອນ​ດັ່ງ ​ພຣະ​ອົງ.”12 ເມື່ອ​ເຮົາ​ພະ​ຍາ​ຍາມ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ພຣະ​ອົງ​ສາ​ມາດ​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ໄດ້​ຫລາຍ​ກວ່າ​ທີ່​ເຮົາ​ສາ​ມາດ​ຈະ​ເຮັດ​ໄດ້​ດ້ວຍ​ຕົວ​ເຮົາ​ເອງ.

ຮູ້​ຈັກ​ພຣະ​ອົງ​ໂດຍ​ການ​ເຮັດ​ຕາມ​ຄູ​ປຶກ​ສາ

ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ, ພຣະ​ເຈົ້າ​ໄດ້​ປະ​ທານ​ຕົວ​ຢ່າງ ແລະ ຄູ​ປຶກ​ສາ​ໃຫ້​ແກ່​ເຮົາ. ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ກ່ຽວ​ກັບ​ຕົວ​ຢ່າງ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ, ແອວ​ເດີ ນຽວ ເອ ແມ໊ກ​ສະແວວ. ເພິ່ນ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​​ເຮັດ​ຕາມພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ສະ​ເໝີ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເພິ່ນ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ.

ນານ​ກວ່າ 20 ປີ ຜ່ານ​ມາ, ເພິ່ນ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເພິ່ນ​ກັບ​ຂ້າ​ພະ​ເຈົ້າ ຫລັງ​ຈາກ​ຫາ​ກໍຖືກ​ກວດ​ເຫັນ​ວ່າ​ເປັນ​ໂຣກ​ມະ​ເລັງ. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຂ້ອຍ​ຢາກ​ຢູ່​ໃນ​ທີມ​ນັ້ນ, ໃນ​ໂລກ​ນີ້ ແລະ ໃນ​ໂລກ​ວິນ​ຍານ. ຂ້ອຍ​ບໍ່​ຢາກ​ນັ່ງ​ເບິ່ງ​ຢູ່​ຫ່າງໆ. ຂ້ອຍ​ຢາກ​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ.”13

ຫລາຍອາ​ທິດ​ຕໍ່​ມາ ເພິ່ນ​ລັງ​ເລ​ໃຈ​ທີ່​ຈະ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ປິ່ນ​ປົວ​ເພິ່ນ; ເພິ່ນ​ພຽງ​ແຕ່​ຢາກ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ໂຄ​ລີນ, ພັນ​ລະ​ຍາ​ຂອງ​ເພິ່ນ ໄດ້​ຊີ້​ບອກ​ວ່າ ​ຄຳ​ອ້ອນ​ວອນ​ຄຳ​ທຳ​ອິດ​ຂອງ​ພຣະ​ເຢ​ຊູ​ຢູ່​ທີ່​ສວນ​ເຄັດ​ເຊ​ມາ​ເນ ແມ່ນ​ວ່າ “ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ເລື່ອນ​ໄປ​ຈາກ​ລູກ​ທ້ອນ.” ຫລັງ​ຈາກ​ນັ້ນ ພຣະຜູ້​ຊ່ວຍ​ໃຫ້​ລອດ​ ຈຶ່ງ​ກ່າວ​ວ່າ, “ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ໃຫ້​ເປັນ​ໄປ​ຕາມ ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ.14 ເພິ່ນ​ໄດ້​ຊຸກ​ຍູ້ ແອວ​ເດີ ແມ໊ກ​ສະ​ແວວ ໃຫ້​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃຫ້​ທູນ​ຂໍ​ການ​ບັນ​ເທົາ, ແລະ ​ແລ້ວ ໃຫ້​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ຊຶ່ງເພິ່ນ​ໄດ້​ເຮັດ.15

ຫລັງ​ຈາກ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຕະ​ຫລອດ​ການ​ປິ່ນ​ປົວ​ ທີ່​ເຮັດ​ໃຫ້​ອ່ອນ​ເພຍ​ເກືອບ​ໜຶ່ງ​ປີ, ເພິ່ນ​ກໍ​ໄດ້​ກັບ​ຄືນ​ມາ​ສູ່​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຢ່າງ​ເຕັມ​ທີ່. ເພິ່ນ​ໄດ້​ຮັບ​ໃຊ້​ຕໍ່​ໄປ​ອີກ​ນານ​ກວ່າ​ເຈັດ​ປີ.

ຂ້າ​ພະ​ເຈົ້າ​ໄດ້​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ມອບ​ໝາຍ​ກັບ​ເພິ່ນ​ ໃນ​ຊ່ວງ​ເວ​ລາ​ຫລາຍ​ປີ​ຕໍ່​ຈາກ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ກະລຸນາ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ​ແລະ ຄວາມ​ຮັກ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ການ​ຫລໍ່​ຫລອມ​ທາງ​ວິນ​ຍານ​ຂອງ​ເພິ່ນ​ເພີ່ມ​ທະ​ວີ​ຂຶ້ນ ຕະ​ຫລອດ​ການ​ທົນ​ທຸກ​ທໍ​ລະ​ມານ ແລະ ການ​ຮັບ​ໃຊ້​ທີ່​ຕໍ່​ເນື່ອງ​ຂອງ​ເພິ່ນ ຂະ​ນະ​ທີ່​ເພິ່ນ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຕົວ​ຢ່າງ ແລະ ຄູ​ປຶກ​ສາ ທີ່​ດີ​ເລີດ​ທີ່​ສຸດ, ທີ່​ມີ​ໃຫ້​ເຮົາ​ທຸກ​ຄົນ, ນັ້ນ​ຄື​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ທີ່​ໄດ້​ກ່າວ​ວ່າ, “ເຮົາ​ນີ້​ແຫລະ ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ເຈົ້າ​ໄດ້ ນອກ​ຈາກ​ມາ​ທາງ​ເຮົາ.”16 “ຈົ່ງ​ຕາມ​ເຮົາ​ມາ.”17

ນ້ອງ​ຊາຍ ແລະ ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ການ​ຮູ້​ຈັກ​ພຣະ​ເຈົ້າ​ເປັນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ. “ນີ້​ ແມ່ນ ຊີ​ວິດ​ນິ​ລັນ​ດອນ ຄື​ໃຫ້ [ພວກ​ເຮົາ] ຮູ້​ຈັກ ... ພຣະ​ເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ, ແລະ ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຜູ້​ທີ່ [ພຣະ​ບິດາ] ໃຊ້​ມາ.”18

ສາດ​ສະ​ດາໂຈ​ເຊັບ ສະ​ມິດ ໄດ້​ຊຸກ​ຍູ້​ໃຫ້​ເຮົາ​ກ້າວ​ຕໍ່​ໄປ​ໃນ​ອຸ​ດົມ​ການ​ອັນ​ຍິ່ງ​ໃຫຍ່​ນີ້, ມີ​ຄວາມ​ກ້າ​ຫານ, ແລະ ໄປ​ເຖິງ​ໄຊ​ຊະ​ນະ!19

ພຣະ​ເຈົ້າ​ຮູ້​ຈັກ ທ່ານ ແລະ ເຊື້ອ​ເຊີນ ທ່ານ ໃຫ້​ຮູ້​ຈັກ ພຣະອົງ. ຂໍ​ໃຫ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ, ສຶກ​ສາ​ພຣະ​ຄຳ​ພີ, ສະ​ແຫວງ​ຫາ​ທີ່​ຈະ​ກະ​ທຳ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເຮັດ​ຕາມ​ແບບ​ຢ່າງ​ທີ່​ຊອບ​ທຳ. ເມື່ອ​ທ່ານ​ເຮັດ​ດັ່ງ​ນັ້ນ, ທ່ານ ຈະ​ມາ ຮູ້ຈັກ ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ, ແລະ ທ່ານ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ​ເປັນມູນ​ມໍ​ລະ​ດົກ. ນີ້​ຄື​ຄຳ​ເຊື້ອ​ເຊີນ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ ໃນ​ຖາ​ນະ​ທີ່​ເປັນ​ພະ​ຍານ​ພິ​ເສດ ທີ່​ຖືກ​ແຕ່ງ​ຕັ້ງ​ຄົນ​ໜຶ່ງ​ຂອງ​ພວກ​ພຣະ​ອົງ. ພວກ​ພຣະອົງ​ຊົງ​ພຣະຊົນ​ຢູ່. ພວກ​ພຣະອົງ​ຮັກ​ທ່ານ. ຂ້າພະ​ເຈົ້າ​ເປັນ​ພະຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.